ລິ້ງ ສຳຫລັບເຂົ້າຫາ

logo-print

ເສັ້ນທາງລະອິດລະອ້ຽວຂອງທ່ານວອນ ອິນທະວົງ ໃນການສະແຫວງຫາຄວາມຮູ້ ແລະຊີວິດ ອັນໝັ້ນຄົງໃນ ສຫລ


ຍານາງສະໝອນ ອິນທະວົງ (ຊ້າຍສຸດ) ແລະທ່ານວອນ ອິນທະວົງ (ກາງນັ່ງຢູ່ແຖວໜ້າ) ໃນງານເລືອກນາງສັງຂານ ໃນບຸນປີໃໝ່ລາວ ປີ 2019

ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ສຳລັບແລງວັນອາທິດມື້ນີ້ ພວກເຮົາຈະນຳທ່ານໄປພົບກັບທ່ານວອນ ແລະຍານາງສະໝອນ ອິນທະວົງ ອະດີດນັກສຶກສາ ທີ່ໄດ້ຮັບທຶນ ຈາກອົງການພັດທະນາສາກົນຂອງສະຫະລັດຫລື USAID ແລະອາຈານສອນທີ່ວິທະຍາໄລຫລື Lycee ວຽງຈັນ ທີ່ຕ້ອງເດີນຕາມເສັ້ນທາງອັນລະອິດລະອ້ຽວ ພາຍຫລັງໄດ້ອົບພະຍົບອອກຈາກ ບ້ານນັບແຕ່ປີ 1976 ກວ່າຈະໄດ້ມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໃນປີ 1981 ເພື່ອສະແຫວງຫາຄວາມກ້າວໜ້າທາງການສຶກສາ ແລະຊີວິດອັນໝັ້ນຄົງ, ດ້ວຍ ເຫດໃດຈຶ່ງເປັນເຊັ່ນນັ້ນ, ບົວສະຫວັນ ຈະນໍາເອົາການສໍາພາດກັບຄູ່ສາມີ ແລະ ພັນລະຍາທີ່ມີຄວາມບາກບັ່ນຈົນພາໃຫ້ມີຜົນສໍາເລັດສູງຄູ່ນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ເພື່ອສະແຫວງຫາໂອກາດທາງການສຶກສາ, ເພື່ອອະນາຄົດອັນດີຂອງລູກຫລານ ແລະຄວາມມັ້ງຄັ້ງສົມບູນຂອງຄອບຄົວ ຫລື American Dreams ຊຶ່ງເປັນຄວາມໄຝ່ຝັນແບບອາເມຣິກັນຢູ່ໃນສະຫະລັດນັ້ນ, ທ່ານວອນ ອິນທະວົງ, ຈາກບ້ານນາຊາຍ ເມືອງນາຊາຍທອງ, ນະຄອນຫລວງ ວຽງຈັນ ພ້ອມກັບຍານາງສະໝອນ ອິນທະວົງ ໄດ້ພາກັນເດີນຕາມເສັ້ນທາງ ອັນລະອິດລະອ້ຽວ ຜ່ານຜ່າອຸປະສັກນາໆປະການ.

ທ່ານຖາວອນ ແລະ ຍານາງສະໝອນ ອິນທະວົງ ໄປຕັກບາດໃນງານບຸນຕອນນຶ່ງໃນເມືອງແຄນຊັສ, ລັດແຄນຊັສ
ທ່ານຖາວອນ ແລະ ຍານາງສະໝອນ ອິນທະວົງ ໄປຕັກບາດໃນງານບຸນຕອນນຶ່ງໃນເມືອງແຄນຊັສ, ລັດແຄນຊັສ

ທ່ານເປັນອະດີດນັກສຶກສາ ທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດ ຫລື USAID ໄປຮຽນຢູ່ໄທ. ເພື່ອນໆນັກສຶກສາດ້ວຍກັນ ໃນສະໄໝ ນັ້ນ ຫລັງຈາກຮຽນຈົບແລ້ວໃນ 1975 ເມື່ອບ້ານເມືອງປ່ຽນລະບອບການປົກຄອງ ເຂົາເຈົ້າພາກັນໄປສະເໜີຕົວຕໍ່ສະຖານກົງສຸນສະຫະລັດປະຈໍາຈັງຫວັດອຸດອນໃນປະເທດໄທເພື່ອຂໍອົບພະຍົບມາຢູ່ສະຫະລັດເລີຍ ແຕ່ວ່າທ່ານຖາວອນ ກັບໄປລາວແລະໄປເປັນອາຈານສອນເລກໃນວິທະຍາໄລຫລື Lycee ວຽງຈັນ ໃນສະໄໝນັ້ນ ຈົນຮອດຕົ້ນປີ 1976 ທ່ານກໍໄດ້ພາພັນລະຍາທີ່ຫາກໍ່ແຕ່ງງານກັນໃໝ່ໆໜີອອກຈາກບ້ານໄປຢູ່ສູນອົບພະຍົບໜອງຄາຍໃນໄທ. ຢູ່ທີ່ນັ້ນ ທ່ານພ້ອມດ້ວຍພັນລະຍາກໍເປັນອາສາສະໝັກສອນພາສາຝຣັ່ງ ຈົນຮອດທ້າຍປີນັ້ນ ກໍໄດ້ຍົກຍ້າຍໄປຢູ່ຝຣັ່ງ.

ທ່ານຖາວອນ ແລະ ຍານາງສະໝອນ ອິນທະວົງ ພ້ອມດ້ວຍລູກ 3 ຄົນ ທີ່ ເມືອງ ແຄນຊັສ, ລັດແຄນຊັສ
ທ່ານຖາວອນ ແລະ ຍານາງສະໝອນ ອິນທະວົງ ພ້ອມດ້ວຍລູກ 3 ຄົນ ທີ່ ເມືອງ ແຄນຊັສ, ລັດແຄນຊັສ

ຍ້ອນວ່າພວກເພິ່ນໄດ້ພາສາຝຣັ່ງດີ ແລະມີວິຊາສະເພາະໃນລະດັບໃດນຶ່ງເປັນພື້ນຖານຢູ່ແລ້ວບວກໃສ່ກັບການຮູ້ໝູ່ຄູ່ທັງຄົນລາວ ແລະຝຣັ່ງທີ່ຊ່ວຍເຫລືອຫາວຽກຫາການໃຫ້ທັງສອງຄົນສາມີ-ພັນລະຍາກໍໄດ້ເຮັດການຫລັງຈາກ ໄດ້ໄປຝຣັ່ງໄດ້ປະມານສາມເດືອນ ຊຶ່ງທ່ານວອນໄດ້ເປັນນາຍຊ່າງຂັ້ນສູງຢູ່ໃນໂຮງພິມແຫ່ງນຶ່ງ ສ່ວນຍານາງສະໝອນກໍເປັນນາງພະຍາບານຢູ່ໃນຫ້ອງທົດລອງ ແຫ່ງນຶ່ງໃນເມືອງວາລັງຊ໌. ແຕ່ວ່າ ຢູ່ຝຣັ່ງນັ້ນຂໍ້ຈໍາກັດ 2 ຢ່າງທີ່ເຮັດໃຫ້ທ່ານວອນຮູ້ສຶກວ່າ ຈະບໍ່ມີໂອກາດຮຽນຕໍ່ຕາມຄວາມປາດ ຖະໜາຂອງຕົນໄດ້ຊຶ່ງທ່ານເລົ່າສູ່ຟັງດັ່ງນີ້:

ດ້ວຍໃຈຫວັງວ່າຈະພົບເສັ້ນທາງໄປສູ່ການສຶກສາໃນຂັ້ນສູງ ແລະ ໂອກາດສ້າງ ເສດຖະກິດຄອບຄົວອັນມັ້ງຄັ້ງສົມບູນບວກກັບຄວາມປາດຖະໜາຢາກໄປທ້ອນໂຮມກັນຢູ່ເຂດດຽວ ກັບຍາດພີ່ນ້ອງຂອງຍາ ນາງສະໝອນທີ່ມີ 6 ຄົນຢູ່ໃນສະຫະລັດພາຍຫລັງທີ່ພໍ່ແມ່ຂອງຍານາງ ຖືກປຸ້ນແລະຂ້າຕາຍຢູ່ໃນສູນອົບພະຍົບໜອງຄາຍ ໃນຂະນະທີ່ກຽມຍົກຍ້າຍໄປຢູ່ສະຫະລັດໃນຕົ້ນປີ 1981 ນັ້ນແລ້ວ, ສາມີ-ພັນລະຍາຄູ່ນີ້ ຈຶ່ງໄດ້ຕັດສິນໃຈອົບພະຍົບອອກຈາກຝຣັ່ງພາຍຫລັງດໍາລົງ ຊີວິດຢູ່ທີ່ນັ້ນໄດ້ 4 ປີ ກວ່າ ໂດຍຖືເອົາໂອກາດທີ່ທ່ານວອນພັກປະຈໍາປີ ແລະ ຍານາງສະໝອນພັກການ ກ່ອນຄອດລູກໃນຕົ້ນປີ 1981 ນັ້ນມາຫາພີ່ນ້ອງຢູ່ໃນເມືອງແຄນຊັສ, ລັດແຄນຊັສ.

ຍາງນາງສະໝອນ ແລະທ່ານຖາວອນ ອິນທະວົງ (ຊ້າຍທາງໜໜ້າ ແລະຫລັງ) ພ້ອມກັບລູກຫລານ ແລະພີ່ນ້ອງ
ຍາງນາງສະໝອນ ແລະທ່ານຖາວອນ ອິນທະວົງ (ຊ້າຍທາງໜໜ້າ ແລະຫລັງ) ພ້ອມກັບລູກຫລານ ແລະພີ່ນ້ອງ

ໄລຍະ 5 ຫລື 6 ປີຕົ້ນໆຂອງການມາຕັ້ງຖິ່ນຖານຢູ່ແຜ່ນດິນໃໝ່ຂອງພວກເພິ່ນ ແມ່ນເຕັມໄປດ້ວຍຄວາມລໍາບາກ ແຕ່ວ່າ ສາມີ-ພັນລະຍາຄູ່ນີ້ກໍບໍ່ຫວັ່ນເກງ ແລະທໍ້ຖອຍໃຈ ໂດຍທີ່ທັງເຮັດການເພື່ອຫາເງິນມາລ້ຽງລູກນ້ອຍ 3 ຄົນ ແລະຊອກຫາໂອກາດຮຽນໜັງສືໄປພ້ອມ ຂະນະທີ່ຢູ່ໃນຂັ້ນຕອນການປະກອບເອກະສານຂໍບັດຂຽວ ເພື່ອໃຫ້ໄດ້ຢູ່ສະຫະລັດຢ່າງຖາວອນ ແລະຖືກກົດໝາຍນັ້ນ. ໃນໄລ ຍະທີ່ລໍຖ້າບັດຂຽນຢູ່ນັ້ນ ທ່ານວອນກໍໄດ້ເຂົ້າຮຽນປະລິນຍາຕີ ຝ່າຍການຢາ ແຕ່ມາຮອດໄລຍະນຶ່ງກໍຕ້ອງໄດ້ໂຈະການຮຽນໄວ້ ຍ້ອນທາງມະຫາວິທະຍາໄລ ຮຽກຮ້ອງໃຫ້ທ່ານຈ່າຍຄ່າຮຽນສູງ ເກືອບສາມເທົ່າຂອງອັດຕາເດີມ ເພາະເຂົາເຈົ້າ ຖືວ່າທ່ານ ເປັນນັກສຶກສາຕ່າງປະເທດ ຈົນກວ່າທ່ານໄດ້ຮັບບັດຂຽວໃນທ້າຍປີ 1986 ຈຶ່ງຮຽນຕໍ່ອີກຈົນຈົບໃນປີ 1988. ແຕ່ດ້ວຍຈິດໃຈມັກຮັກໃນການສຶກສາ ທ່ານຖາວອນ ກໍບໍ່ໄດ້ຢຸດແຕ່ເທົ່ານັ້ນ ທ່ານຫາໂອກາດໄປຮຽນຕໍ່ແລະໄດ້ຮັບປະ ລິນຍາໂທ ໃນຂະແໜງການຢາເຊັ່ນກັນ ຊຶ່ງໃຫ້ທາງຫ້ອງຂອງທ່ານ ກໍຄືບໍລິສັດ ຜະລິດຢາແກ້ເຈັບຫົວ ແອສເປຣິນ (Asparin) ຈ່າຍໃຫ້ໃນເວລາຕໍ່ມາ.

ວຽກທຳອິດທີ່ທັງທ່ານຖາວອນ ແລະພັນລະຍາເຮັດກໍຄືການເປັນຜູ້ຮັກຄວາມ ສະອາດຢູ່ໃນໂຮງໝໍ ຊຶ່ງເປັນວຽກທີ່ທ້າທາຍພໍສົມຄວນຍ້ອນຊົ່ວໂມງເຮັດວຽກ ຂອງທ່ານຖາວອນແມ່ນຕອນກາງຄືນ ຊຶ່ງໃນເວລານັ້ນທ່ານຖາວອນກໍໄດ້ເລີ້ມ ເຂົ້າຮຽນຕໍ່ເອົາປະລິນຍາຕີດ້ານການຢານໍາອີກດ້ວຍ ຊຶ່ງທ່ານເລົ່າເຖິງສະ ພາບການ ຕອນນັ້ນສູ່ຟັງວ່າ:


ຫລັງຈາກຮຽນຈົບ ແລະມີບັດຂຽວແລ້ວ ທ່ານວອນ ແລະຍານາງສະໝອນ ທີ່ມີຄວາມຊໍານິຊໍານານໃນຫລາຍດ້ານ ແລະດຸໝັ່ນນັ້ນ ນອກຈາກເຮັດການເຕັມເວລາຕາມປົກກະຕິແລ້ວ ພວກເພິ່ນກໍຍັງເຮັດທຸລະກິດ 3 ຫລື 4 ຢ່າງ ໄປພ້ອມໆ ກັນ ເປັນເວລາສິບປາຍປີ ດັ່ງທີ່ຍານາງສະໝອນເລົ່າສູ່ຟັງວ່າ:

ແມ່ນກະທັ້ງ ຫລັງຈາກເວລາອອກກິນເບ້ຍບໍານານແລ້ວກໍຍັງສືບຕໍ່ເຮັດທຸລະກິດຢູ່ ແລະມີລາຍຮັບຢ່າງໜ້ອຍປີລະ 80 ກວ່າພັນໂດລາ ຈາກການຂາຍປະກັນ ໄພຊີວິດແລະໃຫ້ຄໍາປຶກສາດ້ານການເງິນ ຊຶ່ງທ່ານວອນເລົ່າສູ່ຟັງວ່າ:

ສະຫະລັດທີ່ເປັນປະເທດກວ້າງໃຫຍ່ ມີເຖິງ 50 ລັດ ແລະລັດຕ່າງໆກໍມີການດຳລົງຊີວິດ, ກົດໝາຍ ແລະກົດລະບຽບຫລາຍອັນແຕກຕ່າງກັນ. ໃນຕົວເມືອງໃຫຍ່ ເຊັ່ນ ນິວຢອກ ແລະ ລອສ ແອນເຈີລີສ ປະຊາຊົນຈະຫຍຸ້ງນຳການເຮັດວຽກຫຼາຍກວ່າ, ຄ່າຄອງຊີບກໍຈະສູງກວ່າເມືອງນ້ອຍ. ຕົວເມືອງທັງສອງແບບນີ້ ກໍມີຄວາມສະດວກ ແລະຄວາມຫຍຸ້ງຍາກແຕກຕ່າງກັນ. ການທີ່ຈະເລືອກຢູ່ຕົວ ເມືອງໃຫຍ່ ຫລື ນ້ອຍນັ້ນແມ່ນຂຶ້ນກັບພື້ນຖານ ຄວາມຮູ້ ຄວາມສາມາດ ແລະຄວາມມັກຂອງແຕ່ບຸກຄົນ ຫລືຄອບຄົວ. ສໍາລັບທ່ານວອນແລະຍານາງສະໝອນແລ້ວ ນອກຈາກວ່າມີເງື່ອນໄຂ ທີ່ຈະໄດ້ຢູ່ໃກ້ກັບຍາດພີ່ນ້ອງແລ້ວ ກໍຍັງມີເຫດຜົນອັນອື່ນອີກຫລາຍຢ່າງທີ່ພາໃຫ້ ຢາກໄປຕັ້ງຖິ່ນຖານຢູ່ໃນລັດແຄນຊັສ ເຊັ່ນທີ່ຕັ້ງຂອງລັດດັ່ງກ່າວ ທີ່ຕັ້ງຢູ່ພາກ ຕາເວັນຕົກຕອນກາງຂອງປະເທດ ແລະຄວາມສະ ດວກ ໃນການຫາລ້າຫາການ ຊຶ່ງທ່ານວອນເປີດເຜີຍສູ່ຟັງວ່າ:

ດັ່ງທີ່ທ່ານວອນໄດ້ກ່າວໄປແລ້ວວ່າ ເມືອງແຄນຊັສ ເປັນເມືອງຂ້ອນຂ້າງນ້ອຍ ແລະເໝາະສົມແກ່ການທໍາມາຫາກິນ ຫລືປະກອບອາຊີບສໍາລັບຄົນທີ່ມີລະດັບ ຄວາມຮູ້ ຫລື ຄວາມຊໍານິຊໍານານປານກາງຫາຕົ້ນ ສະນັ້ນ ຄົນເຊື້ອສາຍລາວ ແລະມົ້ງຈໍານວນປະມານ 10 ກວ່າພັນຄົນ ໃນເມື່ອກ່ອນໄດ້ໄປຕັ້ງຖິ່ນຖານຢູ່ໃນເມືອງນັ້ນ. ແຕ່ຕໍ່ມາຄົນເຜົ່າມົ້ງ ຈໍານວນຫລວງຫລາຍໄດ້ຍົກຍ້າຍໄປຢູ່ລັດ ທີ່ມີ ການຊ່ວຍເຫລືອຈາກລັດຖະບານຫລາຍກວ່າເຊັ່ນ ລັດຄາລິຟໍເນຍ ແລະມິນເນ ໂຊຕາ. ປັດຈຸບັນນີ້ ແມ່ນຍັງເຫລືອຄົນເຊື້ອສາຍລາວ ແລະມົ້ງຢູ່ 6 ພັນກວ່າຄົນ ແລະສ່ວນໃຫຍ່ເຂົາເຈົ້າເຮັດວຽກຢູ່ໂຮງງານຕ່າງໆ ດັ່ງທີ່ທ່ານເລົ່າລາຍລະອຽດ ສູ່ຟັງວ່າ:

ຍານາງສະໝອນ ອິນທະວົງ (ເສື້ອສີຂຽວ) ໃນງານສະແດງຊຸດຊົນຊາດ ຊົນເຜົ່າໃນລາວ
ຍານາງສະໝອນ ອິນທະວົງ (ເສື້ອສີຂຽວ) ໃນງານສະແດງຊຸດຊົນຊາດ ຊົນເຜົ່າໃນລາວ

ຄົນລາວຕົກຢູ່ໃສກໍຈະບໍ່ຖິ້ມປະລະໄລເລື້ອງສາສະໜາ. ສະນັ້ນ ຢູ່ໃນເມືອງ ແຄນຊັສກໍມີວັດນຶ່ງແຫ່ງ. ນອກຈາກນັ້ນ ກໍຍັງມີໂບດນ້ອຍຢູ່ສອງ 2 ແຫ່ງ ທີ່ ເປັນຂອງຄົນລາວ ເພາະຄົນລາວຈໍານວນນຶ່ງ ກໍນັບນັບຖືສາສະໜາຄຣິສຕຽນ. ສໍາລັບ ທ່ານວອນເອງ ແລະຍານາງສະໝອນນັ້ນ ກໍປະກອບສ່ວນຊ່ວຍສ້າງສາວັດວາ ແລະປະຊາຄົມລາວໃນການແປພາສາໃຫ້ຜູ້ທີ່ບໍ່ຮູ້ພາສາອັງກິດດີ ແລະ ສົ່ງເສີມ ການສຶກສາເຊັ່ນຂໍທຶນຈາກລັດມາຈັດໂຄງການສອນພາສາລາວ ແລະໃຫ້ການປຶກສາແກ່ລູກຫລານຂອງຊາວລາວໃນເລື້ອງການສຶກສາຫລັງເລີກ ໂຮງຮຽນແລ້ວ. ແລະສິ່ງສໍາຄັນທີ່ສຸດນັ້ນ ຍານາງສະໝອນຜູ້ທີ່ມີຈິດໃຈຮັກຫອມປະເພນີ ແລະມີພອນສະຫວັນໃນການຟ້ອນສິນລະປະນັ້ນ ເມື່ອຕົກໄປຢູ່ໃສ ຍາ ນາງກໍໄດ້ສອນຟ້ອນວັນນະຄະດີໃຫ້ລູກຫລານຊາວລາວທີ່ເກີດຢູ່ໃນສະຫະລັດ ແລະນໍາພາລູກສາວກົກ ແລະຫລານສາວ 4 ຄົນ ຂອງຍານາງເອງ ພ້ອມກັບຄອບຄົວເອື້ອຍ ນ້ອງ ໃຫ້ສືບທອດມູນເຊື້ອອັນດີງາມນີ້ໄວ້ ແລະກໍເປັນປະທານ ສະມາຄົມແມ່ຍິງ ລາວໃນເມືອງດັ່ງກ່າວ ຢູ່ໃນໄລຍະນຶ່ງ ດັ່ງທີ່ທ່ານນາງເລົ່າສູ່ ຟັງວ່າ:

ເຮືອນຂອງທ່ານຖາວອນ ແລະຍານາງ ສະໝອນ ອິນທະວົງ, ທີ່ ມ. ແຄນຊັສ, ລັດແຄນຊັສ
ເຮືອນຂອງທ່ານຖາວອນ ແລະຍານາງ ສະໝອນ ອິນທະວົງ, ທີ່ ມ. ແຄນຊັສ, ລັດແຄນຊັສ

ປັດຈຸບັນນີ້ ທ່ານວອນແລະຍານາງສະໝອນພ້ອມດ້ວຍລູກ 3 ຄົນ (ຍິງ 2, ຊາຍນຶ່ງ) ແມ່ນມີຊີວິດການເປັນຢູ່ທີ່ດີ, ມີອາຊີບອັນໝັ້ນຄົງ. ສໍາລັບທ່ານວອນ ແລະຍານາງສະໝອນນັ້ນ ກໍມີເຮືອນສອງຫລັງໃຫ້ຄົນເຊົ່າມາໄດ້ຫລາຍປີແລ້ວ ຊຶ່ງຫາກໍ່ຂາຍອອກໄປບໍ່ພໍເທົ່າໃດອາທິດມານີ້ເອງ. ນອກຈາກນັ້ນແລ້ວ ຍ້ອນວ່າ ພວກເພິ່ນມີເຮືອນຫລັງໃຫຍ່ຊຶ່ງມີຫ້ອງນອນຫວ່າງຢູ່ຫລາຍຫ້ອງ ພວກເພິ່ນກໍໄດ້ ລົງທະບຽນເຮັດທຸລະກິດໃຫ້ຄົນເຊົ່າ 3 ຫ້ອງ ຊຶ່ງເປັນການເຊົ່າ ແບບ R & B ຊຶ່ງ ແປວ່າ Room & Board ໝາຍຄວາມວ່າເຈົ້າຂອງເຮືອນມີຫ້ອງ ແລະເຄື່ອງເຟີນີ ເຈີພ້ອມກັບເຄື່ອງອໍານວຍຄວາມສະດວກຄົບຊຸດໃຫ້ແຂກມາພັກຢູ່ໃນເຮືອນນໍາ. ທ່ານວອນບອກວ່າ ຄວາມສະດວກສະບາຍ ແລະ ສິ່ງທັງໝົດທັງປວງ ທີ່ຄອບຄົວທ່ານມີກໍຢູ່ນີ້ ກໍແມ່ນໄດ້ມາດ້ວຍຄວາມຂະຫຍັນໝັ່ນພຽນ ບໍ່ປ່ອຍເວລາ ໃຫ້ມັນຜ່ານໄປລ້າໆ.

ຍາງນາງສະໝອນ (ນັ່ງທາງໜ້າ) ພ້ອມກັບລູກຫລານ ແລະພີ່ນ້ອງ
ຍາງນາງສະໝອນ (ນັ່ງທາງໜ້າ) ພ້ອມກັບລູກຫລານ ແລະພີ່ນ້ອງ

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານວອນ ແລະຍານາງ ສະໝອນ ອິນທະວົງ ກ່ຽວກັບຄວາມເປັນມາຂອງພວກເພິ່ນທີ່ເຕັມໄປດ້ວຍ ສິ່ງທ້າທາຍນາໆປະການ ກວ່າຈະສາມາດສ້າງຄວາມມັ່ງຄັ້ງສົມບູນ ແລະໝັ້ນຄົງໃຫ້ຄອບຄົວໄດ້ຫລັງຈາກໄປຕັ້ງຖິ່ນຖານຢູ່ໃນເມືອງ ແລະລັດແຄນຊັສ, ທາງ ພາກຕາເວັນຕົກຕອນກາງຂອງສະຫະລັດແລ້ວ. ທ່ານຜູ້ຟັງທັງຫລາຍ ລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ຈະກັບມາພົບກັບທ່ານອີກໃນວັນອາທິດ ໜ້າໃນເວລາດຽວກັນນີ້.

ອ່ານສະຫລຸບຫຍໍ້ລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້

Inhavong’s Success Story in Grasping Opportunities in the U.S.: Promised Land

Unlike his former classmates, who applied to refuge in the U.S. directly as after they graduated from a college in Thailand, Vone Inthavong, a former US Agency International Development (USAID) scholarship recipient returned to Laos in 1975 after the country changed its regime. As a result, it took him longer to settle down in the U.S. He and his wife, Samone Inthavong, left Laos in 1976 to refuge in Thailand, then moved to live in France for over four years before moving to the U.S. in 1981. Their first six years of resettlement in this promising land of opportunities in Kansas City, KS, was daunting. Their first jobs were janitors in a hospital. Since Vone who sought any opportunities to be advanced academically, went to a pharmacy school while worked in night shift in that hospital until he found a new job as a Pawn Shop clerk about eight months later. After he obtained his B.S. degree and his wife got a job in the hospital administration office which gave them more time to be flexible, they started to do several businesses along with their full-time jobs. Some of their businesses were Asian grocery store, hair salon, jewelry store, real estate agents, general cleaning agency. Currently, they both are retired but they still work as part-time life insurance and financial management counselors and their three children have good jobs and well-established families.

ເບິ່ງຄວາມເຫັນ

XS
SM
MD
LG