ໃນຂະນະທີ່ເກົາຫຼີເໜືອປະເຊີນກັບຈຳນວນກໍລະນີ COVID-19 ທີ່ເພີ່ມຂຶ້ນ ການທີ່ມີພຽງແຕ່ວັກຊີນເທົ່ານັ້ນ ອາດ ຈະບໍ່ພຽງພໍໃນການເລີ້ມຂະບວນການ ສັກຢາກັນພະຍາດໃນທົ່ວປະເທດ ເຊິ່ງບັນດາຜູ້ຊ່ຽວຊານກ່າວວ່າ ຕ້ອງມີ ໜ່ວຍເກັບຄວາມເຢັນທີ່ພຽງພໍ ແລະພະນັກງານແພດ ແລະນັກວິຊາການທີ່ປະເທດນັ້ນ ກຳລັງຂາດ ແຄນຢູ່.
ພຽງຢາງປະກາດໃນວັນອັງຄານວານນີ້ໂດຍຜ່ານສື່ມວນຊົນຂອງລັດ, ອົງການຂ່າວສູນກາງເກົາຫຼີ ຫລື KCNA ວ່າ "ມີຜູ້ເປັນໄຂ້ຫຼາຍກວ່າ 32,810 ຄົນ" ໄດ້ຖືກກວດພົບຢູ່ໃນປະເທດ ນັບແຕ່ວັນທີ 12 ຫາ 13 ມິຖຸນາຜ່ານມາ. KCNA ກ່າວຕື່ມວ່າ ຈໍານວນທັງຫມົດ "ນັບຕັ້ງແຕ່ທ້າຍເດືອນເມສາເປັນຕົ້ນມາ" ໄດ້ເພີ່ມຂຶ້ນຫາຍກວ່າ 4.5 ລ້ານ ຄົນ ໃນວັນທີ 14 ເດືອນມິຖຸນາວານນີ້.
ເກົາຫຼີເໜືອ ໄດ້ລາຍງານວ່າມີການລະບາດຂອງໄວຣັສດັ່ງກ່າວຄັ້ງທຳອິດ ໃນ ວັນທີ 12 ພຶດສະພາ. ແຕ່ກ່ອນໜ້າທີ່ພຽງຢາງຈະຮັບຮູ້ວ່າມີການລະບາດນັ້ນ ມັນໄດ້ອ້າງວ່າບໍ່ມີຈັກກໍລະນີເລີຍ ນັບຕັ້ງແຕ່ມີການລະບາດຂອງພະຍາດນີ້ຢູ່ໃນໂລກໃນຕົ້ນປີ 2020.
ລະບອບການປົກຄອງດັ່ງກ່າວ ກໍາລັງຕໍ່ສູ້ກັບການລະບາດພະຍາດນີ້ດ້ວຍການເຮັດວຽກງານຕ້ານການລະບາດ "ຢ່າງແຂງແກ່ນ" ໂດຍການດໍາເນີນການກວດພະຍາດເພື່ອ "ຢືນຢັນກໍລະນີຕິດເຊື້ອໄວຣັສໂຄໂຣນາ" ໃນນະຄອນຫລວງ ພຽງຢາງ, ເຂດຊາຍແດນ ແລະເຂດທີ່ມີຄວາມສ່ຽງສູງ. ມັນຍັງກໍາລັງປະ ຕິບັດມາດຕະການກັກກັນອີກ ເຊັ່ນການຕິດຕັ້ງ "ບ່ອນກັກກັນຊົ່ວຄາວ ຫຼາຍ ກວ່າ 11,300 ແຫ່ງ" ອີງຕາມ KCNA ກ່າວໃນບົດລາຍງານອີກ ຕ່າງຫາກ ໃນວັນອັງຄານວານນີ້.
ກາວີ (Gavi) ຊຶ່ງເປັນເຄືອຂ່າຍການແຈກຢາຍວັກຊີນໃນທົ່ວໂລກ, ກ່າວຕໍ່ ວີໂອ ເອພະແນກພາສາເກົາຫຼີວ່າ ເກົາຫຼີເໜືອ “ໄດ້ຍອມຮັບເອົາການສະໜອງ ວັກຊີນ ຈາກຈີນ ແລະ ໄດ້ເລີ່ມປະຕິບັດການສັກຢາວັກຊີນແລ້ວ.”
Gavi, ໂດຍອ້າງເຖິງຄໍາຄິດເຫັນຂອງໂຄສົກຂອງເຄືອຂ່າຍນີ້ ບໍ່ໄດ້ບອກວ່າ ການສັກ ຢາວັກຊິນໄດ້ເລີ່ມຕົ້ນຂຶ້ນໃນຕອນໃດ ແລະຢາວັກຊະນິດໃດຂອງຈີນ ເຊັ່ນ Sinopharm, Sinovac ຫຼື CanSino ທີ່ໄດ້ຮັບ ການອະນຸມັດຈາກ ອົງການອະນາໄມໂລກ ຫລື WHO ຖືກສົ່ງໄປໃຫ້.
ແຕ່ຢ່າງໃດກໍຕາມ ເກົາຫຼີເໜືອບໍ່ໄດ້ລະບຸວ່າ ຕົນໄດ້ເລີ່ມໂຄງການສັກຢາວັກຊີນໃນ ທົ່ວປະເທດ ທີ່ບັນດານັກ ຊ່ຽວຊານກ່າວວ່າ ເປັນວິທີດຽວ ທີ່ສາມາດໃຊ້ ເພື່ອພະຍາ ຍາມປ້ອງກັນການເຈັບປ່ວຍໜັກ ແລະ ການເສຍ ຊີວິດໄດ້.
ທ່ານອາເທີ ໄຣໂກລດ໌ (Arthur Reingold), ຫົວຫນ້າພະແນກການລະບາດ ຂອງພະຍາດໃນມະຫາວິທະຍາໄລ ຄາລິຟໍເນຍທີ່ເຄີຍເປັນສະມາຊິກຂອງກຸ່ມ ທີ່ປຶກສາ ດ້ານຍຸດທະສາດຂອງຜູ້ຊ່ຽວຊານດ້ານການສັກຢາປ້ອງກັນພະຍາດ ຫລື SAGE ຂອງ WHO ຕັ້ງແຕ່ປີ 2005 ຫາ 2012 ກ່າວວ່າ "ການສັກຢາ ປ້ອງກັນພະຍາດ ດ້ວຍວັກຊີນ SARS-Cov-2 ທີ່ມີປະສິດທິຜົນ ແມ່ນວິທີດຽວເທົ່ານັ້ນ ທີ່ສາມາດ ຈໍາກັດການເປັນພະຍາດ, ການເຂົ້າໂຮງຫມໍ, (ແລະ) ການເສຍຊີວິດໄດ້ໃນຈຸດນີ້."