ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີສິ່ງທ້າທາຍ ຫຼາຍຢ່າງ ແລະ ຜົນສຳເລັດ ກ່ຽວກັບການສົ່ງເສີມ ເສລີພາບທາງສາສະໜາ


Challenges and Success of Promoting Religious Freedom
please wait

No media source currently available

0:00 0:02:57 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຕາມທີ່ຮັບຮູ້ກັນໂດຍປະຊາຊົນ ອາເມຣິກັນ ສ່ວນໃຫຍ່ນັ້ນ, ເສລີພາບໃນການນັບຖືສາ
ສະໜາທີ່ຜູ້ໃດກໍຕາມຢາກນັບຖືນັ້ນ ແມ່ນຄຸນຄ່າຂອງຄົນ ອາເມຣິກັນ ທີ່ປະເທດ
ສະຫະລັດ ໄດ້ໃຊ້ຄວາມພະຍາຍາມຫຼາຍພໍສົມຄວນໃນການເຜີຍແຜ່ອອກໄປ. ສິ່ງທ້າ
ທາຍ, ຄວາມສຳເລັດແລະ ການປະຕິບັດຕ່າງໆ ທີ່ດີທີ່ສຸດ ແມ່ນສ່ວນນຶ່ງຂອງການໂອ້
ລົມກັນ ໃນລາຍການ Plugged In ກັບນາງ ເກຣຕ້າ ແວນ ຊັສເຕີເຣັນ “Greta Van Susteren.” ນັກຂ່າວວີໂອເອ ສຕີຟ ເຣດິສ “Steve Redisch” ມີລາຍງານເພີ່ມເຕີມ,
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ສະຖານະພາບທີ່ໜ້ານັບຖື ຂອງທ່ານ ບິລລີ ແກຣມ ໃນນາມນັກສອນສາສະໜາຂອງ
ອາເມຣິກາ ໄດ້ເຮັດໃຫ້ສົບຂອງເພິ່ນໄດ້ຖືກນຳໄປດອຍໄວ້ຢູ່ຫໍລັດຖະສະພາ ແຄັບປິ
ຕອລ ສະຫະລັດ, ເຊິ່ງແມ່ນສະພາຂອງປະຊາຊົນ ສຳລັບບ່ອນຢຸດຄັ້ງສຸດທ້າຍຂອງ
ເພິ່ນ ກ່ອນຈະຖືກນຳໄປຝັງ.

ໃນໄລຍະເວລາເຖິງ 8 ທົດສະວັດທີ່ຜ່ານມາ, ທ່ານ ແກຣມ ໄດ້ມີອິດທິພົນຕໍ່ປະຊາຊົນ
ຫຼາຍລຸ້ນຫຼາຍສະໄໝ ໃນທົ່ວທຸກທະວີບຂອງໂລກ, ດ້ວຍການສະແດງຄຸນຄ່າຂອງເສ
ລີພາບໃນການປາກເວົ້າ ແລະ ເສລີ ພາບໃນການຄົບລົບສາສະໜາມຂອງປະຊາຊົນ
ອາເມຣິກັນ.

ບົດແກ້ໄຂຂໍ້ທີນຶ່ງ ຂອງລັດຖະທຳມະນູນ ສະຫະລັດ ໄດ້ປະກາດວ່າ “ລັດຖະສະພາ
ຈະບໍ່ອອກກົດໝາຍ ກ່ຽວກັບ ສະຖາບັນສາສະໜາ ຫຼື ຫ້າມການປະຕິບັດສາສະໜາ
ກິດຢ່າງເສລີ.”

ມີການສະໜັບສະໜູນວ່າຄຸນຄ່າຂອງຄົນ ອາເມຣິກັນ ແມ່ນຈຸດປະສົງຫຼັກຂອງລັດຖະ
ບານ ສະຫະລັດ.

ທ່ານ ແຊມ ບຣາວແບັກ “Sam Brownback” ທູດ ສະຫະລັດ ປະຈຳອົງການວ່າ
ດ້ວຍເສລີພາບທາງດ້ານສາສະໜາ ໄດ້ກ່າວວ່າ “ຂ້າພະ ເຈົ້າມີຄວາມເຊື່ອໃນເບື້ອງ
ຕົ້ນວ່າ ນີ້ແມ່ນນຶ່ງໃນສິດທິພວກນັ້ນ ທີ່ໄດ້ກໍ່ໃຫ້ເກີດສິດທິມະນຸດທັງຫຼາຍ.”

ທູດ ສະຫະລັດ ປະຈຳອົງການ ວ່າດ້ວຍເສລີພາບ ດ້ານສາສະໜາ, ທ່ານ ແຊມ
ບຣາວແບັກ, ໄດ້ກ່າວຕໍ່ນັກຂ່າວວີໂອເອ ນາງ ເກຣຕ້າ ແວນ ຊັສເຕີເຣັນ “Greta
Van Susteren” ວ່າ ຫ້ອງການຂອງທ່ານໄດ້ຊ່ວຍໃຫ້ມີການປ່ອຍຕົວນັກສອນສາ
ສະໜາຊາວ ຫວຽດນາມ ທ່ານ ຫງວຽນ ກົ່ງ ຊິ່ນ.

ພະ ຫງວຽນ ກົ່ງ ຊິ່ນ ອະດີດນັກໂທດແຫ່ງຈິດສຳນຶກຊາວ ຫວຽດນາມ ໄດ້ກ່າວວ່າ “ນະ
ໂຍບາຍຂອງ ຫວຽດນາມ ກໍແມ່ນເຮັດໃຫ້ສາສະໜາຢູ່ພາຍໃຕ້ການຄວບຄຸມ. ໂດຍ
ສ່ວນຕົວແລ້ວ, ຂ້າພະເຈົ້າບໍ່ຍອມຮັບໃນເລື່ອງນັ້ນ. ຂ້າພະເຈົ້າເຊື່ອວ່າ ສາສະໜາ ບໍ່
ຄວນໄດ້ຮັບອິດທິພົນຈາກລັດຖະບານ. ຍ້ອນແນວນັ້ນ ຂ້າພະເຈົ້າຈຶ່ງຖືກຕັດສິນໂທດ
27 ປີ.”

ທະນາຍຄວາມສິດທິມະນຸດ ທີ່ມີຊື່ສຽງຂອງ ຈີນ ທ່ານ ລີ ໄບກວ່າງ “Li Baiguang”
ໄດ້ເຂົ້າຮ່ວມໃນພິທີສູດມົນຮັບປະທານອາຫານເຊົ້າແຫ່ງຊາດ, ຈັດໂດຍປະທານາທິບໍ
ດີ ດໍໂນລ ທຣຳ ໃນຕົ້ນເດືອນກຸມພານີ້. ບໍ່ດົນຫຼັງຈາກທ່ານໄດ້ເດີນທາງກັບໄປປະເທດ
ຈີນ, ທ່ານ ລີ ກໍໄດ້ເສຍຊີວິດໃນໂຮງໝໍກອງທັບບົກ ຫຼັງຈາກມີອາການເຈັບທ້ອງ.

ທ່ານ ບັອບ ຟູ “Bob Fu,” ຈາກອົງການ ChinaAid ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ໃຊ້
ເວລາໝົດອາທິດ ຫຼັງຈາກພິທີສູດມົນອາຫານເຊົ້າແຫ່ງຊາດ ໃນເດືອນກຸມພາ ແຕ່ວັນ
ທີ 5 ຫາວັນທີ 11 ກຸມພາ ຂ້າ ພະເຈົ້າໄດ້ພັກ ຢູ່ໃນໂຮງແຮມບ່ອນດຽວກັນກັບເພິ່ນ,
ແລະ ເພິ່ນກໍສະບາຍດີ.”

ໃນຖະແຫຼງການສະບັບນຶ່ງ, ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ເຂົາ
ເຈົ້າ “ເສຍໃຈ” ກັບການເສຍຊີວິດຢ່າງກະທັນຫັນຂອງທ່ານ ລີ ໄບກວ່າງ. ລັດຖະບານ
ຈີນ ຍັງບໍ່ໄດ້ອອກມາຕອບຫຍັງ ກ່ຽວກັບ ເຫດການດັ່ງກ່າວ. ການທູດໃນລະດັບນີ້ແມ່ນ
ລະອຽດອ່ອນ.

ທ່ານ ແຊມ ບຣາວແບັກ ໄດ້ກ່າວວ່າ “ສະນັ້ນ, ຂ້າພະເຈົ້າຄິດວ່າເຈົ້າຕ້ອງໄປປະເທດ
ນັ້ນ ແລະ ເວົ້າວ່າ ນີ້ແມ່ນຜົນປະໂຫຍດທີ່ສຳຄັນທີ່ສຸດຂອງພວກເຈົ້າ ທີ່ຈະມີເສລີພາບ
ທາງດ້ານສາສະໜາ. ແລະ ຕອນນີ້ພວກເຮົາກໍໄດ້ສຶກສາວ່າ ສິ່ງນີ້ຈະຫຼຸດຜ່ອນລັດທິກໍ່
ການຮ້າຍໃນປະເທດຂອງເຈົ້າ ຖ້າເຈົ້າອະນຸຍາດໃຫ້ມີເສລີພາບ ທາງດ້ານສາສະໜາ.”

ທ່ານ ບຣາວແບັກ ຍັງໄດ້ເວົ້າວ່າ ມັນກໍມີຄວາມສຳຄັນເຊັ່ນກັນທີ່ຈະຈັບຜູ້ກະທຳຜິດ
ສຳລັບສິ່ງທີ່ໄດ້ເກີດຂຶ້ນ, ຈາກການຂ້າລ້າງເຜົ່າພັນຂອງຊາວ ຢາຊີດີ ໃນປະເທດ ອີຣັກ
ຫາສິ່ງທີ່ໄດ້ເກີດຂຶ້ນກັບຊາວ ໂຣຮິງຢາ ໃນປະເທດ ມຽນມາ.

ທ່ານ ແຊມ ບຣາວແບັກ ໄດ້ກ່າວວ່າ “ຂ້າພະເຈົ້າໝາຍຄວາມວ່າ, ນີ້ແມ່ນການກວາດ
ລ້າງສາສະໜາ. ມັນຄົງຈະບໍ່ເກີດຂຶ້ນ ຖ້າຄົນພວກນີ້ບໍ່ແມ່ນຊາວມຸສລິມ. ຖ້າເຂົາເຈົ້າ
ແມ່ນຄົນສາສະໜາພຸດ, ໃນທຸກໆຄວາມເປັນໄປໄດ້ນັ້ນ, ສິ່ງນີ້ຄົງຈະບໍ່ເກີດຂຶ້ນໃນມື້ນີ້.”

ນາງ ເກຣຕ້າ ແວນ ຊັສເຕີເຣັນ ນັກຂ່າວວີໂອເອ ໄດ້ຖາມວ່າ “ເສັ້ນໝາຍມັນຢູ່ໃສ ເມື່ອ
ເຮົາພະຍາຍາມທີ່ຈະໃຊ້ການທູດເພື່ອພະຍາຍາມທີ່ຈະທຳການປ່ຽນແປງ, ຄື, ການ
ບຽດບຽນຂອງ ຈີນ ຫຼື ການບຽດບຽນຂອງປະເທດອື່ນໆ? ພວກເຮົາຈະຂີດເສັ້ນໝາຍ
ນັ້ນ ຢູ່ໃສ?

ທ່ານ ຣັບບາຍ ແຈັກ ໂມລີນ “Rabbi Jack Moline” ຈາກອົງການ Interfaith
Alliance ໄດ້ກ່າວວ່າ “ພວກເຮົາຕ້ອງປົກປ້ອງສິດທິທາງດ້ານສາສະໜາ, ເສລີ ພາບ
ດ້ານສາສະໜາ, ປະຊາຊົນຂອງພວກເຮົາ, ແລະ ພວກເຮົາຕ້ອງຮັບປະກັນວ່າ ລັດຖະ
ບານຈະບໍ່ມີອິດທິພົນຫຼາຍເກີນຄວນ, ໂດຍປະຊາຄົມສາສະໜາຕ່າງໆ.

ທ່ານທູດ ອັກບາ ອາເມັດ “Akbar Ahmed” ຈາກມະຫາວິທະຍາໄລ ອາເມຣິກັນ
ກ່າວວ່າ “ອາເມຣິກາ ແມ່ນປະເທດສະໄໝໃໝ່ປະເທດທຳອິດທີ່ໄດ້ລວບລວມຄວາມ
ຄິດ ກ່ຽວກັບ ເສລີພາບທາງສາສະໜາ. ສະນັ້ນ, ພວກເຮົາຕ້ອງເຮັດໃຫ້ມັນປະສົບຜົນ
ສຳເລັດ. ຖ້າບໍ່ດັ່ງນັ້ນ ດັ່ງທີ່ທ່ານ ຣັບບາຍ ໄດ້ເວົ້ານັ້ນ, ປະເທດອື່ນໆກໍຈະເວົ້າວ່າ
ເຈົ້າເອງຍັງເຮັດບໍ່ໄດ້, ແລ້ວເຈົ້າຈະບອກໃຫ້ພວກເຮົາຝຶກນິໄສຂອງພວກເຮົາໄດ້ແນວ
ໃດ?”

Taken for granted by most Americans, the freedom to practice whatever religion one wants is an American value that the U.S. spends considerable effort exporting. Challenges, successes and best practices were part of the discussion in the latest episode of Plugged In with Greta Van Susteren. VOA's Steve Redisch reports.


Reverend Billy Graham's status as America's Pastor put him in the Rotunda of the U.S. Capitol ... the people's house ... as his next to final stopping point before he is laid to rest.

Over the span of eight decades, Graham influenced generations of people on all continents of the world, expressing the American values of freedom of speech and freedom of religion.

The First Amendment of the U.S. Constitution declares, "Congress shall make no law respecting an establishment of religion, or prohibiting the free exercise thereof."

Advocating that American value is a core objective of the U.S. government.

"I so fundamentally believe that this is one of those rights that brings forward a number of other human rights."


U.S. Ambassador-at-Large for Religious Freedom, Sam Brownback, told VOA's Greta Van Susteren his office helped win the release of Vietnamese Pastor Nguyen Cong Chinh.

"Vietnam policy is to keep religion under control. Personally, I do not accept that. I believe religion should not be influenced by the government. That's why I was persecuted for 27 years."

Noted Chinese human rights attorney Li Baiguang attended the National Prayer Breakfast, headlined by President Donald Trump in early February. Shortly after returning to China, Li died in an Army hospital after complaining of stomach pain.

"I was spending the whole week after the National Prayer Breakfast in February, February 5th though the 11th. I'm staying in the same hotel with him, and he was fine."

In a statement, the U.S. State Department said it was "saddened" by the sudden death off Li Baiguang. The Chinese government has yet to respond. Diplomacy at this level is delicate.

"So, I think you have to go to the country and say This is in your best interest to be religiously free. And we now have the studies that this will reduce terrorism in your nation if you allow religious freedom."

Brownback also said it is also important to call out offenders for what has happened ... from the genocide of Yazidis in Iraq to what's happening with the Rohingya in Myanmar:

"I mean, this is religious cleansing. It would not be happening if these people were not Muslim. If they were Buddhists, in all likelihood, this would not be happening today."

"Where is the line when we try to use diplomacy to try to change, like, China's persecution or other nations' persecution? Where do you draw that line?"

"We have to protect the religious rights, religious freedoms, of our citizens, and we have to make sure that government is not subject to undue influence // by religious communities.

"America is the first modern nation to actually embody the idea of religious freedom. // So, we have to make it a success. Otherwise, as the rabbi says, other countries are going to say you haven't been able to live up to it yourself, how are you telling us to behave?"

XS
SM
MD
LG