ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ພວກກະບົດ ໃນ ສທລ ອາຟຣິກາກາງ ເຂົ້າຍຶດເອົາ ນະຄອນຫຼວງແລ້ວ (ວີດິໂອ)


ທ່ານ Francois Bozize ປະທານາທິບໍດີ ສາທາລະນະລັດອາຟຣິກາກາງ ທີ່ໄດ້ຫລົບໜີອອກຈາກນະຄອນຫຼວງໄປ.
ທ່ານ Francois Bozize ປະທານາທິບໍດີ ສາທາລະນະລັດອາຟຣິກາກາງ ທີ່ໄດ້ຫລົບໜີອອກຈາກນະຄອນຫຼວງໄປ.
ພວກກະບົດໃນສາທາລະນະລັດອາຟຣິກາກາງ ໄດ້ເຂົ້າຍຶດ
ເອົານະຄອນຫຼວງ ບັງກີ ຂອງປະເທດ​ແລ້ວ ຊຶ່ງໄດ້ບັງຄັບ
ໃຫ້ປະທານາທິບໍດີ Francois Bozize ຕ້ອງ​ໄດ້ຫລົບໜີ ອອກຈາກນະຄອນຫຼວງໄປ.

ພວກທີ່ເຫັນເຫດການລາຍງານວ່າ ມີການສູ້ລົບກັນຢ່າງໜັກ
ຢູ່ໃນຕົວເມືອງດັ່ງ ກ່າວ ໃນຕອນເຊົ້າໆຂອງວັນອາທິດມື້ນີ້ ໃນ
ຂະນະທີ່ພວກກະບົດຕໍ່ສູ້​ກັບ​ທະຫານ ​ເພື່ອ​ບຸກຜ່ານ​ໃຈກາງ​
ເມືອງໄປຍຶດ​ເອົາທໍານຽບປະທານາທິບໍດີ.

ພວກເຈົ້າໜ້າທີ່ບໍ່ໄດ້ກ່າວຢ່າງເປັນທາງການວ່າ ປະທານາທິບໍດີ
Francois Bozize ​ໄດ້​ຫຼົບໜີໄປຢູ່ໃສກັນແທ້. ອົງການຂ່າວ Reuters ກ່າວອ້າງຄໍາເວົ້າ
ຂອງທີ່ປຶກສາປະທານາທິບໍດີທີ່ບໍ່ບອກຊື່ ທີ່ເວົ້າວ່າ ທ່ານປະທານາທິບໍດີ ໄດ້ຂ້າມຊາຍ
ແດນໄປຍັງສາທາລະນະລັດປະຊາທິປະໄຕຄອງໂກ ໃນຕອນເຊົ້າມືດ ວັນອາທິດມື້ນີ້.

ພວກກະບົດໃນເບື້ອງຕົ້ນ ໄດ້​ເລີ້ມ​ຕົ້ນ​ບຸກເຂົ້າໄປໃນນະຄອນຫຼວງບັງກີ ໃນວັນເສົາວານ
ນີ້ ໂດຍບໍ່ໄດ້ເອົາຫົວຊາຕໍ່ຄໍາຮຽກຮ້ອງຂອງນາຍົກລັດຖະມົນຕີຂອງ​ປະ​ເທດ ທີ່ຂໍໃຫ້ທໍາ
ການເຈລະຈາກັນ ເພື່ອຫລີກລ່ຽງການນອງເລືອດ.

ກ່ອນໜ້ານັ້ນ ໃນວັນເສົາວານນີ້ເຊັ່ນກັນ ໃນການໃຫ້ສໍາພາດກັບພະແນກພາສາຝຣັ່ງ
ທີ່ກະຈາຍສຽງໄປຍັງຂົງເຂດອາຟຣິກາຂອງວີໂອເອ ໂຄສົກລັດຖະບານ ຄົນນຶ່ງເວົ້າວ່າ
ນາຍົກລັດຖະມົນຕີ Nicolas Tiangaye ໄດ້ຂໍໃຫ້ສະມາຊິກຂອງກຸ່ມພັນທະ​ມິດກະບົດ Seleka ພົວພັນກັບລັດຖະບານສາມັກຄີແຫ່ງຊາດ ເພື່ອຫາຊ່ອງທາງແກ້ໄຂບັນຫາແບບ
ສັນຕິວິທີ. ແຕ່ພວກກະບົດ Seleka ເວົ້າວ່າ ມີສິ່ງດຽວທີ່ພວກເຂົາເຈົ້າຢາກຈະເຈລະຈາ
ນັ້ນກໍຄືການໜີອອກໄປ ຂອງປະທານາທິບໍດີ Bozize.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

XS
SM
MD
LG