ຄະນະທີ່ປຶກສາພາຍນອກຂອງສູນກາງຄວບຄຸມແລະປ້ອງກັນພະຍາດສະຫະລັດ ຫຼື CDC ໃນວັນພະຫັດວານນີ້ ໄດ້ລົງຄະແນນສຽງເພື່ອແນະນຳໃຫ້ຊາວອາເມຣິກັນ ເລືອກເອົາຢາວັກຊີນກັນໂຄວິດ-19 ອັນໃດອັນນຶ່ງໃນຈຳນວນສອງຊະນິດທີ່ໄດ້ຮັບການອະນຸມັດແລ້ວ ນອກເໜືອຈາກຢາວັກຊີນຂອງຈອນສັນແລະຈອນສັນຫຼື J&J ເນື່ອງຈາກວ່າ ມີກໍລະນີຜົນຂ້າງຄຽງເປັນເລືອດກ້າມທີ່ຮ້າຍແຮງ ຊຶ່ງບໍ່ຄ່ອຍເຫັນຫຼາຍ ພຽງເປັນບາງຄັ້ງບາງຄາວ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ.
ຄະນະກຳມະການທີ່ປຶກສາຂອງ CDC ກ່ຽວກັບການປະຕິບັດສ້າງພູມຕ້ານທານ ໄດ້ລົງຄະແນນສຽງຢ່າງເປັນເອກະສັນຕໍ່ການແນະນຳດັ່ງກ່າວ. ບັນດາຜູ້ຄຸ້ມຄອງ ຍັງຈະຕ້ອງໄດ້ໃຫ້ການອະນຸ ມັດ ຕໍ່ຄຳແນະນຳອີກດ້ວຍ.
ກໍລະນີທັງຫຼາຍຂອງການເກີດຫລອດເລືອດຕັນ ທີ່ມີອາການເອີ້ນຫຍໍ້ວ່າ TTS ຊຶ່ງກ່ຽວຂ້ອງກັບຫລອດເລືອດປະກອບດ້ວຍລະດັບເມັດເລືອດຕ່ຳ ໃນກຸ່ມພວກຄົນທີ່ໄດ້ຮັບຢາວັກຊີນຂອງ J&J ທີ່ໄດ້ລາຍງານໄປໃນເມື່ອກ່ອນນັ້ນ. ອັດຕາການລາຍງານທີ່ສູງທີ່ສຸດ ແມ່ນຢູ່ໃນກຸ່ມພວກແມ່ຍິງທີ່ມີອາຍຸຕ່ຳກວ່າ 50 ປີ.
ອົງການ CDC ໄດ້ກ່າວວ່າ ອັດຕາຂອງເຫດການທັງຫຼາຍເຊັ່ນນັ້ນ ແມ່ນສູງກວ່າທີ່ໄດ້ກະປະມານໄປໃນເບື້ອງຕົ້ນ ຢູ່ໃນທັງພວກແມ່ຍິງແລະຜູ້ຊາຍ.
ຢ່າງໜ້ອຍມີເກົ້າຄົນໄດ້ເສຍຊີວິດຫຼັງຈາກທີ່ເກີດເຫດການເລືອດກ້າມຢູ່ໃນສະ ຫະລັດ ອີງຕາມການກ່າວຂອງອົງການ CDC.
ບັນດາສະມາຊິກຂອງຄະນະກຳມະການ ຍັງໄດ້ກ່າວວ່າ ຢາວັກຊີນຂອງ J&J ແມ່ນມີປະສິດທິພາບຕ່ຳກວ່າ ຢາວັກຊີນອີກສອງຊະນິດທີ່ໄດ້ຮັບອະນຸມັດ ໃນການປ້ອງກັນໄວຣັສໂຄວິດ-19.
ໃນການນຳສະເໜີຕໍ່ຄະນະກຳມະການນັ້ນ ນັກວິທະຍາສາດຜູ້ນຳພາການວິໄຈຢາວັກຊີນຂອງ J&J ໄດ້ກ່າວວ່າ ຢາວັກຊີນທີ່ສັກພຽງເຂັມດຽວເທົ່ານັ້ນ ໄດ້ກະຕຸ້ນການສ້າງພູມຕ້ານທານທີ່ເຂັ້ມແຂງແລະຍາວນານກວ່າ.