ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການ CDC ໄດ້ນຳໃຊ້ ມາດຕະການສຸກເສີນ ເພື່ອຕໍ່ຕ້ານ ການໃຊ້ ຢາສູບໄຟຟ້າ


ຜຸູ້ຊົມໃຊ້ຢາສູບໄຟຟ້າ ພົ່ນອາຍ ອອກມາຈາກຢາສູບໄຟຟ້າ ຢູ່ທີ່ ຮ້ານເຮັນລີ ເວປໍຣຽມ ໃນນະຄອນນິວຢອກ
ຜຸູ້ຊົມໃຊ້ຢາສູບໄຟຟ້າ ພົ່ນອາຍ ອອກມາຈາກຢາສູບໄຟຟ້າ ຢູ່ທີ່ ຮ້ານເຮັນລີ ເວປໍຣຽມ ໃນນະຄອນນິວຢອກ

ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂອງລັດຖະບານກາງສະ​ຫະ​ລັດ ໄດ້ເລີ້ມໃຊ້ ມາດຕະ
ການສຸກເສີນ ເພື່ອ​ຮັບ​ມື​ກັບບັນ​ຫາໂຣກປອດ ທີ່ເກີດຂຶ້ນເປັນຈຳນວນຫຼາຍ ເມື່ອມໍ່ໆມານີ້
ຍ້ອນຢາສູບໄຟຟ້າ.

ຫົວໜ້າສູນກາງຄວບຄຸມພະຍາດ ຫຼື CDC ໄດ້ກ່າວວ່າ ການເປີດໃຊ້ສູນກາງ ​ຮັບ​ມືກັບ
​ເຫດ​ການສຸກເສີນຂອງ CDC ຈະອຳນວຍໃຫ້ບັນດານັກວິຊາການ ສະໜັບສະໜຸນ
ບັນດາພະນັກງານສຸກເສີນຂອງອົງການດັ່ງກ່າວ ເພີ້ມຂຶ້ນ “ເພື່ອຮ່ວມ​ມືກັນ ປົກປ້ອງ
ປະເທດຊາດ ຂອງພວກເຮົາ ຈາກໄພອັນຕະລາຍ ດ້ານສຸຂະພາບນີ້.”

ອົງການ CDC ກຳລັງທຳການສືບສວນ 380 ກໍລະນີ ທີ່ໄດ້ຖືກຢັ້ງຢືນແລ້ວ ຫຼື ທີ່ສົງໄສ
ວ່າ ເປັນໂຣກປອດ ທີ່ພົວພັນກັບການສູບຢາໄຟຟ້າ ໂດຍລວມທັງການ ເສຍຊີວິດ ໃນ
ຈຳນວນ 6 ຄົນ ນຳດ້ວຍ. ນັກວິຊາການດ້ານໂຣກປອດ ທີ່ພົວພັນ ກັບການສູບຢາ ຂອງ
ສະຫະລັດ ທ່ານນຶ່ງ ກຳລັງຮຽກຮ້ອງໃຫ້ຫ້າມ ຜະລິດຕະພັນ ຢາສູບໄຟຟ້າ ໃນທັນທີ.

ທ່ານໝໍ ຈອນນາຖານ ວີນິກຄັອຟ ຈາກສະ​ຖາ​ບັນແພດສາດ ​ຂອງ​ມາະຫາ​ວິ​ທະ​ຍາໄລ
ຮາເຫວີດ ກ່າວວ່າ “ຢາສູບໄຟຟ້າ ເປັນຜະລິດຕະພັນບໍ່ໄດ້ມາດຕະຖານ ທີ່ອັນຕະລາຍ
ຮ້າຍແຮງ. ພວກມັນຕ້ອງໄດ້ຖືກຖອນ ອອກຈາກຫ້າງຮ້ານຕ່າງໆ ຈົນກວ່າວ່າ ພວກມັນ
ຈະຖືກຄວບຄຸມຢ່າງເຕັມສ່ວນ ແລະໄດ້ຮັບການກວດສອບ ໂດຍລັດຖະບານເສຍກ່ອນ.
ສະນັ້ນ ດຽວນີ້ພວກເຮົາມີບັນຫາໃຫຍ່ບ່ອນທີ່ ແມ່ ຫຍັງກໍເປັນໄປໄດ້. ພວກຄົນກຳລັງ
ຫຼິ້ນກັບຊີວິດຂອງພວກເຂົາເຈົ້າ ທີ່ເອີ້ນກັນ ວ່າ “Russian roulette” ດ້ວຍຮ່າງກາຍ
ຂອງພວກເຂົາເຈົ້າ ໃນແຕ່ລະຄັ້ງ ທີ່ພວກເຂົາເຈົ້າຊື້ ຢາສູບໄຟຟ້າ.”

ພວກອຸປະກອນດັ່ງກ່າວໄດ້ຖືກໂຄສະນາວ່າ ເປັນທາງເລືອກທີ່ປອດໄພ ແທນພວກ
ຢາສູບ. ບັນດາເຈົ້າໜ້າທີ່ຄຸ້ມຄອງຜະລິດຕະພັນ ຂອງລັດຖະບານກາງ ໄດ້ເຕືອນຜູ້
ຜະລິດຢາສູບໄຟຟ້າ ຊື່ວ່າ ຈູລ (JUUL) ທີ່ໃຫຍ່ທີ່ສຸດ ບໍ່ໃຫ້ກ່າວອ້າງເຊັ່ນນັ້ນ ໂດຍ
ກ່າວວ່າ ພວກເຂົາເຈົ້າ ບໍ່ທັນໄດ້ທຳການພິສູດຂໍ້ອ້າງນັ້ນເທື່ອ.

ລັດຄາລີຟໍເນຍໄດ້ເລີ້ມຕົ້ນການໂຄສະນາ ໃນທົ່ວລັດ ທີ່ມີມູນຄ່າ 20 ລ້ານໂດລາ ເພື່ອ
ຢຸດຢັ້ງພວກຊາວໜຸ່ມ ບໍ່ໃຫ້ມີນິ​ໄສ​ຢາກໃຊ້ຢາສູບໄຟຟ້າ.

ສ່ວນຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ​ໂຄໂມ ໄດ້ກ່າວວ່າ ປະທານຄະນະກຳມາ
ທິການ ດ້ານສາທາລະນະສຸກ ຂອງລັດທ່ານ ວາງແຜນທີ່ຈະຫ້າມຢາ ສູບໄຟຟ້າ ລົດ
ໝາກໄມ້ ແລະລົດຂະໜົມ ຊຶ່ງດຶງດູດຈິດໃຈພວກຊາວໜຸ່ມ. ເຈົ້າຄອງນະຄອນຊິກຄາໂກ
ທ່ານນາງ ລໍຣີ ໄລຟຸດ ຍັງໄດ້ປະກາດ ແຜນການ ແບບດຽວກັນນັ້ນ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG