ໃນແຕ່ລະປີ ຂີ້ເຫຍື້ອປະເພດຢາງພລາສຕິກ ປະມານ 12 ລ້ານໂຕນ ໄດ້ຖືກຖິ້ມລົງໃນມະຫາສະໝຸດຂອງໂລກ ໂດຍກາຍເປັນມົນລະພິດໃນນ້ຳທະເລ ສົ່ງຜົນໃຫ້ສັດທະເລລົ້ມຕາຍ ແລະພາໃຫ້ຢາງພລາສຕິກຂະໜາດນ້ອຍໆ ປະປົນເຂົ້າໃນຕ່ອງໂສ້ອາຫານ. ໃນປັດຈຸບັນນີ້ ກຸ່ມພວກຊາວປະມົງໃນນະຄອນບາເຊໂລນາ ປະເທດສະເປນ ໄດ້ເລີ້ມຕົ້ນໂຄງການປ່ຽນແປງໃໝ່ຂຶ້ນ ຊຶ່ງພວກເຂົາເຈົ້າໄດ້ຮັບທຶນການສະໜັບສະໜຸນ ເພື່ອຫາຢາງພລາສຕິກແທນການຫາປາ. ເຮັນຣີ ຣິຈແວລ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນເວລາ 5 ໂມງເຊົ້າ ອາກາດທີ່ໜາວເຢັນໃນເດືອນກຸມພາ. ທ່ານຄາໂລສ ມາຕິນ ພ້ອມດ້ວຍລູກເຮືອຂອງລາວ ໄດ້ຫັນເຮືອ Bonamar 2 ອອກໄປຈາກທ່າເຮືອຂອງບາເຊໂລນາ ມຸ້ງໜ້າເຂົ້າສູ່ຄວາມມືດຂອງທະເລເມດີແຕເຣນຽນ.
ວຽກຫາປາຂອງພວກເຂົາ ໃນແຕ່ລະປີ ແມ່ນຍາກຂຶ້ນນັບມື້. ລາຄາຮຸ້ນຕ່າງໆຕົກວູບລົງ ຊຶ່ງໝາຍຄວາມວ່າ ບໍ່ມີປາຕິດມອງອີກຕໍ່ໄປ. ມັນເຕັມໄປດ້ວຍ ຂີ້ເຫຍື້ອຢາງພລາສຕິກ ທີ່ຖືກດຶງຂຶ້ນມາເທິງເຮືອ.
ທ່ານຄາຣໂລສ ມາຕິນ ຊາວປະມົງ ກ່າວເປັນພາສາສະເປນວ່າ “ຂ້າພະເຈົ້ານຳເອົາມອງ ລົງໃນແມ່ນ້ຳຫຼາຍສາຍ ແລ້ວມັນເຕັມໄປດ້ວຍຂີ້ເຫຍື້ອ. ຢາງພລາສຕິກສະສົມຢູ່ໃກ້ໆປາກແມ່ນ້ຳຕ່າງໆ ຫຼາຍຂຶ້ນ.”
ທ່ານມາຕິນ ແລ່ນເຮືອຂອງລາວອອກໄປໄກຈາກຝັ່ງຫຼາຍຂຶ້ນເລື້ອຍໆ ເພື່ອຫລີກເວັ້ນພວກເສດຂີ້ເຫຍື້ອ ຊຶ່ງເຮັດໃຫ້ຄ່າໃຊ້ຈ່າຍເພີ້ມຂຶ້ນ.
ທ່ານມາຕິນ ກ່າວອີກວ່າ “ພວກເຮົາແຍກເອົາຢາງພລາສຕິກ ທີ່ເປັນກ້ອນອອກ ແລ້ວນຳເອົາມັນກັບຂຶ້ນຝັ່ງ ແຕ່ຢາງພລາສຕິກທີ່ເປັນຂີ້ເຫຍື້ອ ໄດ້ຕິດເກາະກັບຂອດຂອງມອງ. ດັ່ງນັ້ນ ເມື່ອມັນຍັງປຽກແລະຕິດຂີ້ຕົມຢູ່ນັ້ນ ມັນໄດ້ເພີ້ມນ້ຳໜັກຕື່ມໃສ່ມອງຈັບປາ ຈຶ່ງເຮັດໃຫ້ມອງນັ້ນ ບໍ່ເຮັດວຽກຕາມປົກກະຕິ ໃນດ້ານຂອງລວງຍາວເວລາມັນຢູ່ໃນນ້ຳ ແລະມັນກໍຈະກວດເອົາຂີ້ຕົມເຮັດໃຫ້ມອງຂາດ ຍ້ອນວ່າມັນໜັກເກີນໄປ.”
ລັດຖະບານໃນທ້ອງຖິ່ນ ໄດ້ຫາວິທີແກ້ໄຂໃໝ່ຂຶ້ນມາດັ່ງນີ້ ຈັດຕັ້ງໃຫ້ພວກຊາວປະມົງ ເປັນກຸ່ມແນວໜ້າ ໃນການຕໍ່ສູ້ກັບບັນຫາຢາງພລາສຕິກໃນມະຫາສະໝຸດ.
ໃນຂັ້ນຕົ້ນໆ ເງິນພາສີຂອງປະຊາຊົນ ນຶ່ງລ້ານຢູໂຣ ຈາກສະຫະພາບຢູໂຣບ ແລະລັດຖະບານຂອງຄາຕາໂລເນຍ ຈະສະໜັບສະໜຸນພວກຊາວປະມົງຄືກັນກັບທ່ານມາຕິນ ໄດ້ຫຼາຍກວ່າ 20 ກຸ່ມ. ພວກເຂົາ ຈະບໍ່ໄດ້ຮັບເງິນອຸດໜຸນໃດໆ ຫາກແຕ່ຈະໄດ້ຮັບມາດຕະການປະຕິບັດທີ່ໄດ້ຜົນ ເພື່ອຊ່ອຍໃຫ້ພວກເຂົາ ແກ່ເອົາຂີ້ເຫຍື້ອຢາງພລາສຕິກຂຶ້ນມາ.
ທ່ານເຊີກີ ທູແດລາ ຜູ້ອຳນວຍການໃຫຍ່ ກົມການປະມົງຂອງຄາຕາໂລເນຍ ກ່າວວ່າ “ດ້ວຍທຶນເຫຼົ່ານີ້ ພວກເຂົາສາມາດປັບປຸງ ສິ່ງທີ່ພວກເຂົາຕ້ອງການ ເພື່ອບັນຈຸເທິງເຮືອ ເພື່ອທີ່ ເຈົ້າຄືຈະຮູ້ ເປັນພວກຫີບ ເປັນສະຖານທີ່ທຸກແຫ່ງທີ່ພວກເຂົາຕ້ອງການເພື່ອຮອງຮັບກັບບັນຫາອັນນີ້. ແລະຕໍ່ຈາກນັ້ນ ແນ່ນອນໃນເວລດຽວກັນ ດຳເນີນການສຶກສາຄົ້ນຄວ້າ ເພື່ອຈັດປະເພດຕົ້ນກຳເນີດທີ່ມາຂອງມັນ ແລ້ວລະບຸປະເພດຂີ້ເຫຍື້ອທະເລນີ້. ພວກເຮົາຫວັງວ່າ ຖ້າພວກເຮົາປະສົບຜົນສຳເລັດໃນໂຄງການນີ້ແລ້ວ ໂຄງການນີ້ ອາດນຳໄປໃຊ້ຢູ່ໃນພື້ນທີ່ອື່ນໆຢູ່ໃນ ທະເລເມດີແຕເຣນຽນ.”
ຈຳນວນຂອງຂີ້ເຫຍື້ອພລາສຕິກ ຢູ່ໃນຊາຍຫາດຕ່າງໆຂອງສະເປນ ໄດ້ເພີ້ມຂຶ້ນໃນອັນຕາ 65 ເປີເຊັນພຽງ 6 ປີຜ່ານມານີ້ ອີງຕາມຕົວເລກຂອງລັດຖະບານ. ທ່ານມາຕິນ ກ່າວວ່າ ດຽວນີ້ ປະຊາຄົມຊາວປະມົງ ເຂົ້າໃຈດີເຖິງຂະໜາດຂອງບັນຫານີ້.
ທ່ານມາຕິນ ກ່າວຕໍ່ບັນຫາດັ່ງກ່າວວ່າ “ກ່ອນໜ້ານີ້ ພວກເຮົາບໍ່ເຫັນມັນເປັນ ແນວນັ້ນ ພວກເຮົາເອົາມັນຂຶ້ນມາ ແລ້ວໂຍນມັນ ກັບຄືນໄປໃນທະເລ ພວກເຮົາບໍ່ໄດ້ຄຳນຶ່ງເລີຍ. ຂ້າພະເຈົ້າຄຶດວ່າ ໃນບໍ່ເທົ່າໃດປີນີ້ ພວກເຮົາໄດ້ຮັບຮູ້ຫຼາຍຂຶ້ນວ່າ ບໍ່ຖິ້ມຫຍັງລົງໃນທະເລ ພວກເຮົາເກັບເອົາທຸກສິ່ງທຸກຢ່າງຂຶ້ນມາ ແລ້ວນຳເອົາມັນຂຶ້ນຝັ່ງ.”
ອຸປະກອນດ້ານການປະມົງທີ່ຖືກປະຖິ້ມໃນມະຫາສະໝຸດຂອງໂລກ ແຕ່ລະປີນັ້ນ ເປັນສ່ວນປະກອບທີ່ໃຫຍ່ສົມຄວນຂອງຂີ້ເຫຍື້ອພລາສຕິກ ທີ່ກະປະມານໄດ້ວ່າ ມີຢູ່ 8 ຫາ 12 ລ້ານໂຕນ.
ທ່ານມາຕິນ ແລະ ປະຊາຄົມຊາວປະມົງຂອງທ່ານ ແມ່ນມຸ້ງໝັ້ນທີ່ຈະປ່ຽນແປງພາບພົດຂອງອຸດສາຫະກຳນີ້ ແລະເປັນພາກສ່ວນນຶ່ງຂອງຄວາມພະຍາຍາມໃນທົ່ວໂລກ ເພື່ອເຮັດໃຫ້ມະຫາສະໝຸດທັງຫຼາຍ ສະອາດຂຶ້ນ.
Every year, around 12 million tons of plastic waste are dumped into the world's oceans polluting the water, killing wildlife, and creating micro-plastics that enter the food chain. Now a group of fishermen in Barcelona, Spain has begun an innovative new project in which they are given financial support to catch plastic. Henry Ridgwell reports.
Five o'clock on a cold February morning.Carlos Martin and his crew steer the Bonamar 2' out of Barcelona's port into the dark waters of the Mediterranean.
Year by year, the job is getting tougher. Plunging stocks mean the nets are no longer stuffed with fish. Increasingly, it's plastic waste that's being hauled on board.
((Carlos Martin, Fisherman (in Spanish) ))
"I put it down to the rivers that carry a lot of garbage. More plastic accumulates near the mouths of the rivers."
Martin sails further from the shore to avoid the waste further adding to his costs.
((Carlos Martin, Fisherman (in Spanish) ))
"We separate the solid plastic and we bring it back to land, but the cellulose plastic gets hooked onto the knots of the nets. So, when it's wet and caked with mud, this adds an extra weight to the fishing nets. The net does not function properly in relation to its height in the water, and it takes on mud, causing the net to break because it weighs so much."
The local government has come up with a novel solution: the fishermen will become the front line in the battle against ocean plastics.
Initially, one million euros of taxpayers' money from the European Union and the Catalan government will support dozens of fishermen like Martin. They won't receive any money but instead, practical measures to help them haul in the plastic waste.
((Sergi Tudela, General Director, Catalonia Fisheries (in English) ))
"With these funds, they can improve what they need to carry on board in order to you know, the boxes, all the facilities they need in order to cope with the problem. And then, of course at the same time, to carry out studies to characterize the origin, the specificities of this marine litter. We are hopeful that if we are successful in this project, this project could be replicated in other areas in the Mediterranean."
The amount of plastic waste on Spanish beaches has grown by 65% in just six years, according to government figures. Martin says the fishing community now understands the scale of the problem.
((Carlos Martin, Fisherman (in Spanish) ))
"Before we didn't see it that way, we took it and threw it back into the water, we had no conscience. I think that a few years here we have become very aware, nothing is thrown into the water, we collect everything and bring it to shore."
Abandoned fishing gear makes up a big proportion of the estimated 8 to 12 million tonnes of plastic that are dumped into the world's oceans every year.
Martin and his fishing community are determined to change the industry's image and be part of the global effort to clean up our oceans.