ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ຕ້ອງສົງໄສໂຈມຕີ ກາຊີໂນ ຟີລິບປິນ ເປັນນັກການພະນັນ ທີ່ມີໜີ້ສິນຫຼາຍ


ຜູ້ໄວ້ອາໄລໃນນະຄອນຫຼວງ ມະນີລາ ໄຕ້ທຽນ ແລະ ວາງ
ດອກໄມ້ຢູ່ຕໍ່ໜ້າບ່ອນໄວ້ອາໄລ ນອກສະຖານທີ່ບັນເທີງ
ບ້ານພັກຕາກອາກາດ Resorts World Manila. 3 ມິຖຸນາ, 2017.
ຜູ້ໄວ້ອາໄລໃນນະຄອນຫຼວງ ມະນີລາ ໄຕ້ທຽນ ແລະ ວາງ ດອກໄມ້ຢູ່ຕໍ່ໜ້າບ່ອນໄວ້ອາໄລ ນອກສະຖານທີ່ບັນເທີງ ບ້ານພັກຕາກອາກາດ Resorts World Manila. 3 ມິຖຸນາ, 2017.

\ຕຳຫຼວດໃນປະເທດ ຟີລິບປິນ ກ່າວວ່າ ຜູ້ຕ້ອງສົງໄສໃນການໂຈມຕີທີ່ຮ້າຍແຮງຢູ່ ກາຊີ
ໂນ ໃນນະຄອນຫຼວງຂອງປະເທດເມື່ອສັບປະດາທີ່ຜ່ານມາ ໄດ້ຖືກລະບຸວ່າເປັນທ້າວ
Jesse Carlos.

ຫົວໜ້າຕຳຫຼວດນະຄອນຫຼວງ ມະນີລາ ທ່ານ Oscar Albayalde ກ່າວວ່າ ຄອບຄົວ
ຂອງທ້າວ Carlos ລາຍງານວ່າລາວ “ໄດ້ມີໜີ້ສິນຢ່າງໜັກ ຍ້ອນຕິດການພະນັນຢູ່
ກາຊີໂນ.”

ບັນດາເຈົ້າໜ້າທີ່ ຟີລິບປິນ ກ່າວວ່າ ທ້າວ Carlos ໄດ້ບຸກເຂົ້າໃນບ້ານພັກຕາກອາກາດ
Resort World Manila ແລະ ໄດ້ຈູດໂຕະຫຼິ້ນການພະນັນ ໃນບ່ອນທີ່ມີຄົນໜາແໜ້ນ, ກໍ່ໃຫ້ເກີດຄວັນອັບ ທີ່ເຮັດໃຫ້ປະຊາຊົນຢ່າງໜ້ອຍ 36 ຄົນເສຍຊີວິດ.

ມືປືນໄດ້ຍັດຫຼຽນທີ່ໃຊ້ເປັນເງິນໃນ ກາຊີໂນ ໃສ່ກະເປົາເປ້ ກ່ອນທີ່ລາວໄດ້ຫຼົບໜີໄປ, ແຕ່
ຕໍ່ມາຖືກພົບເຫັນວ່າເສຍຊີວິດໃນໂຮງແຮມທີ່ຢູ່ໃກ້ຄຽງໃນຕອນເຊົ້າຂອງວັນສຸກທີ່ຜ່ານ
ມາ ເຊິ່ງປະກົດວ່າເປັນການຂ້າຕົວຕາຍ.

ທ່ານ Albayalde ໄດ້ກ່າວວ່າ ສົບໄດ້ຖືກພົບເຫັນໃນຫ້ອງທີ່ເຕັມໄປດ້ວຍຄວັນໄຟໂດຍ
ນັກດັບເພີງ ແລະ ໄດ້ເສຍຊີວິດຍ້ອນການຂາດອາກາດຫາຍໃຈ ແລະ ການສືບດົມເອົາ
ຄວັນ. ບໍ່ມີຜູ້ໃດມີບາດແຜຈາກລູກປືນ.

ຕຳຫຼວດ ໄດ້ປະຕິເສດການກ່າວອ້າງຂອງກຸ່ມກໍ່ການຮ້າຍລັດອິສລາມໂດຍຕະຫຼອດມາທີ່
ວ່າ ການໂຈມຕີ ກາຊີໂນ ແມ່ນຜົນງານຂອງໜຶ່ງໃນຈຳພວກນັກຮົບຂອງພວກເຂົາ, ເຖິງ
ແມ່ນວ່າ ພວກ IS ຈະໄດ້ປະກາດການອ້າງເອົາຄວາມຮັບຜິດຊອບທີ່ແຕກຕ່າງກັນໃນໂທ
ລະພາບທາງການຂອງພວກເຂົາກໍຕາມ.

ຕຳຫຼວດໄດ້ກ່າວເນັ້ນວ່າ ມັນບໍ່ມີຫຼັກຖານທີ່ສະໜັບສະໜູນການອ້າງອີງຂອງລັດທິກໍ່ການ
ຮ້າຍດັ່ງກ່າວ.


Police in the Philippines say the suspect in the deadly attack on a casino in the capital last week has been identified as Jesse Carlos.

Manila Police Chief Oscar Albayalde said Carlos' family reported he was "heavily indebted due to being hooked on casino gambling."

Philippine authorities say Carlos stormed the Resorts World Manila and torched gambling tables in the crowded space, creating a choking smoke that killed at least 36 people.

The gunman stuffed a backpack with casino chips before he fled, but was found dead in an adjacent hotel early Friday of an apparent suicide.

Albayalde said the bodies were found in smoky rooms by firefighters and all died from suffocation and smoke inhalation. None had gunshot wounds.

Police have consistently dismissed claims by the Islamic State terror group that the casino attack was the work of one of its fighters, even though IS issued two separate claims through its official channels.

Police stressed there was no evidence to support claims of terrorism.

XS
SM
MD
LG