ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກາ​ນາ​ດາ ເມັກ​ຊິ​ໂກ ສະ​ຫະ​ລັດ ລົງ​ນາມ ໃນ​ຂໍ້​ຕົກ​ລົງ​ການ​ຄ້າ ສະ​ບັບ​ໃໝ່


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ (ກາງ) ຫຼຽວ​ໄປ​ເບິ່ງ ເອກ​ກະ​ສານ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັ​ສ​ຕິນ ທ​ຣູ​ໂດ ຂອງ​ກາ​ນາ​ດາ ແລະ ທ່ານ​ເອັນ​ຣິ​ເກ ເປ​ຍາ ນິ​ເອ​ໂຕ ເຊັນ​ຂ​ໍ້​ຕົກ​ລົງ​ການ​ຄ້າ ສະ​ບັບ​ໃໝ່ ແທນ​ນາ​ຟ​ຕ້າ ທີ່​ນະ​ອນ​ບູ​ແອ​ນົ​ສ ແອ​ເຣ​ັ​ສ ປະ​ເທດ​ອາ​ເຈນ​ຕິ​ນາ. (30 ພະ​ຈິກ 2018)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ (ກາງ) ຫຼຽວ​ໄປ​ເບິ່ງ ເອກ​ກະ​ສານ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັ​ສ​ຕິນ ທ​ຣູ​ໂດ ຂອງ​ກາ​ນາ​ດາ ແລະ ທ່ານ​ເອັນ​ຣິ​ເກ ເປ​ຍາ ນິ​ເອ​ໂຕ ເຊັນ​ຂ​ໍ້​ຕົກ​ລົງ​ການ​ຄ້າ ສະ​ບັບ​ໃໝ່ ແທນ​ນາ​ຟ​ຕ້າ ທີ່​ນະ​ອນ​ບູ​ແອ​ນົ​ສ ແອ​ເຣ​ັ​ສ ປະ​ເທດ​ອາ​ເຈນ​ຕິ​ນາ. (30 ພະ​ຈິກ 2018)

ພວກ​ຜູ້​ນຳ​ ຂອງ​ກາ​ນາ​ດາ ເມັກ​ຊິ​ໂກ ແລະ​ສະ​ຫະ​ລັດ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ສະ​ບັບ​ໃໝ່ ສຳ​ລັບ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ໃນ​ວັນ​ສຸກມື້ນີ້. ທ່ານ​ຈັ​ສ​ຕິນທ​ຣູ​ໂດ ທ່ານ​ເອັນ​ຣິ​ເກ ເປ​ຍາ ນິ​ເອ​ໂຕ ແລະ​ທ່ານ​ດໍ​ໂນ​ລ ທ​ຣຳ ​ລົງ​ນາມໃນ​ຂໍ້ ​ຕົກ​ລົງ​ດັ່ງ​ກ່າວທີ່​ປະ​ເທດ​ອາ​ເຈັນ​ຕິ​ນາ ກ່ອນ​ເປີດກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມຈີ 20.

ແຕ່​ແນວ​ໃດ​ກໍ​ຕາມ ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ຈະ​ໃຊ້​ເວ​ລາ​ຕື່ມ​ອີກ​ຊົ່ວ​ໄລ​ຍະ​ນຶ່ງ​ກ່ອນທີ່​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ໃນ​ຂະ​ນະ​ທີ່​ສະ​ມ​າ​ຊິກ​ສະ​ພາ​ຂອງ​ທັງ​ສາມ​ປະ​ເທດຕ້ອງໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ຂໍ້​ຕົກ​ລົງ ທີ່​ຮູ້​ກັນ​ໃນ​ຊື່​ຢ່າງ​ເປັນ​ທາງ​ການ​ວ່າ ຂໍ້​ຕົກ​ລົງລະ​ຫວ່າງ​ສະ​ຫະ​ລັດ ເມັກ​ຊິ​ໂກ ແລະ​ກາ​ນາ​ດາ ທີ່​ເອີ້ນ​ຫຍໍ້​ວ່າ USMCA.

ຂໍ້​ຕົກ​ລົງ​ດັ່ງ​ກ່າວນີ້ ເປັນ​ຂໍ້​ຕົກ​ລົງ​ການ​ຄ້າ​ລະ​ຫວ່າງ 3 ປະ​ເທດ ທີ່​ມີ​ມູນ​ຄ່າ 1 ພັນ 200 ລ້ານ​ໂດ​ລາ ໃນ​ແຕ່​ລະ​ປີ.

ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ແມ່ນ​ຈະ​ແທນ​ຂໍ້​ຕົກ​ລົງ ນາ​ຟ​ຕ້າ ຊຶ່ງ​ເປັນ​ຂໍ້​ຕົກ​ລົງ​ທີ່​ທ່ານ​ທ​ຣຳຕ້ອງ​ຕິ​ຢ່າງ​ໜັກ ໃນ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ​ປີ 2016 ໂດຍ​ເອີ້ນ​ວ່າເປັນຂໍ້​ຕົກ​ລົງ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ແລະ​ຖິ້ມ​ໂທດ​ໃສ່​ຂໍ້​ຕົກ​ລົງ​ນາ​ຟ​ຕ້າ​ນີ້​ວ່າເຮັດ​ໃຫ້​ອາ​ເມ​ຣິ​ກາ​ສູນ​ເສຍ​ວຽກ​ງານ​ການ​ຜະ​ລິດ ນັບ​ແຕ່​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ໃນປີ 1994.

ເມື່ອ​ທັງ​ສາມ​ປະ​ເທດ​ຕົກ​ລົງ​ກັນ​ກ່ຽວ​ກັບ​ຂໍ້​ຕົກ​ລົງ USMCA ໃນ​ປີນີ້ ຜູ້​ນຳ​ຂອງສະ​ຫ​ະ​ລັດ​ກ່າວ​ວ່າ “ຂໍ້​ຕົກ​ລົງ​ປະ​ຫວັດ​ສາ​ດນີ້ຈະ​ສົ່ງ​ເງິນ​ແລະ​ວຽກ​ເຮັດ​ງານ​ທຳຫຼັ່ງ​ໄຫລ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ແລະ​ໃນ​ອ​າ​ເມ​ຣິ​ກາ​ເໜືອ.”

ທ່ານ​ໂຈ​ຊົວ ແມ​ລ​ຕ໌​ເຊີ ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ ທີ່​ສະ​ຖາ​ບັນ​ບ​ຣຸກກິ້ງ ກ່າວ​ຕໍ່​ວີ​ໂອ​ເອໃນ​ເວ​ລານັ້ນວ່າ ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້ ບໍ່​ມີ​ຫຍັງ​ແຕກ​ຕ່າງ​ກັນ​ຫຼາຍ​ກັບ​ຂໍ້​ຕົກ​ລົງ​ນາ​ຟຕ້າ.”

ທ່ານແມ​ລ​ຕ໌​ເຊີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​ເວົ້າ​ວ່າ ມັນ​ເປັນ​ຂໍ້​ຕົກ​ລົງ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຫຼວງ​ຫຼາຍ​ເລີຍ. ມັນ​ເປັນ​ຂໍ້​ຕົກ​ລົງ ທີ່​ມີ​ອາ​ຍຸ 20 ປີ​ແລ້ວ ແລະ​ເປັນ​ທີ່ຈະ​ແຈ້ງ ມັນ​ຕ້ອງ​ໄດ້​ມີ​ການ​ປັບ​ປຸງ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ແນ່ນອນ​ມັນ​ໄດ້​ຫລຸດ​ລະດັບ​ຂອງ​ຄວາມ​ຢາກ​ຮູ້​ຢາກ​ເຫັນ ກ່ຽວ​ກັບ​ວ່າ​ ລັດຖະ​ບານ​ຈະ​ເຮັດ​ຈັ່ງ​ໃດ​ໃນ​ຄຳ​ເວົ້າຂອງ​ຕົນ​ໃນ​ເລື້ອງ​ການ​ຄ້າ ກັບ​ຂໍ້​ຕົກ​ລົງ​ຕົວ​ຈິງ. ແນ່ນອນ ພວກ​ເຮົາ​ແມ່ນ​ເຫັນ​ວ່າມີ​ການ​ປົກ​ປ້ອງ​ສິນ​ຄ້າ​ຂອງ​ຕົນ​ເພີ້ມ​ຂຶ້ນ ໃນ​ບາງ​ຂົງ​ເຂດ ໂດຍ​ສະ​ເພາະ​ແມ່ນ​ໃນເລື້ອງ​ລົດ​ຍົນ. ແຕ່​ໂດຍ​ທົ່ວ​ໄປ​ແລ້ວມັນ​ເປັນ​ການ​ປັບ​ປຸງ​ເພື່ອ​ຍົກ​ລະ​ດັບ​ຂໍ້​ຕົກ​ລົງການ​ຄ້າ ມັນ​ຢູ່​ໃນ​ຂອບ​ເຂດ​ທີ່ກວ້າງຂວາງ ແລະ​ສ່ວນ​ໃຫຍ່​ແລ້ວ ມັນ​ເປັນ​ການປັບ​ປຸງ​ໃນ​ການ​ຮວມ​ຕົວ​ກັນ ລະ​ຫວ່າງ​ເສດ​ຖະ​ກິດ​ຂອງ​ສາມ​ປະ​ເທດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG