ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ທ່ານນາງ Clinton ໃກ້ຈະຖືກແຕ່ງຕັ້ງ ເປັນຜູ້ສະໝັກ ຂອງພັກເດໂມແຄຣັດແລ້ວ


ຜູ້ສະໝັກປະທານາທິບໍດີ ຂອງພັກເດໂມແຄຣັດ ທ່ານນາງ Hillary Clinton (ຂວາ) ແລະທ່ານ Bernie Sanders (ຊາຍ).

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດທ່ານ​ນາງ Hillary Clinton ຫຍັບ​ໃກ້​ເຂົ້າ ໄປ​ຕື່ມ​ອີກ ​ໃນ​ວັນ​ອັງຄານ​ວານ​ນີ້ ຕໍ່​ອັນ​ທີ່​ເກືອບ​ວ່າ​ ແນ່ນອນ​ແລ້ວ ​ໃນ​ການ​ທີ່​ທ່ານ​ນາງ​ຈະ​ຖືກ​ສະ​ເໜີ​ຊື່​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ເພື່ອ​ລົງ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ ປະທານາທິບໍດີ.

ຈາກບັດ​ຄະ​ແນນ​ສຽງ​ສ່ວນ​ໃຫຍ່​ທີ່​ນັບ​ໄປ​ແລ້ວໃນ​ການເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ Kentucky ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ມີ​ຄະ​ແນນ​ນຳ​ໜ້າ​ ສະມາຊິກ​ສະພາ​ສູງ​ ຈາກ​ລັດ Vermont ທ່ານ Bernie Sanders ປະມານ 2,000 ຄະ​ແນນ. ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງກ່າວ​ວ່າ ​ເຂົາ​ເຈົ້າຍັງ​ຈະ​ບໍ່​ປະກາດ​ເທື່ອ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຊະນະ ​ແຕ່​ວ່າທ່ານ​ນາງ Clinton ​ໄດ້​ອ້າງ​ເອົາ​ໄຊຊະ​ໄປ​ແລ້ວ.

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຂັ້ນສຸດ​ທ້າຍ ກໍ​ບໍ່​ມີ​ຄວາ​ມສຳຄັນ​ຫຍັງ​ຫລາຍ​ໃນ​ເມື່ອ​ວ່າ​ພັກ ເດ​ໂມ​ແຄຣັດ​ໄດ້​ແບ່ງປັນ​ຄະ​ແນນ​ກັນ​ຕາມ​ຊັດ​ສ່ວນທີ່ໄດ້ຮັບ​ແລະ​ຜູ້​ສະໝັກ​ທັງ​ສອງໃນ​ທີ່ ສຸດ​ກໍ​ຈະແບ່ງ​ຄະ​ແນນ​ໃນ​ການ​ເລືອກ​ຕັ້ງຢູ່​ລັດ Kentucky ​ເກືອບ​ວ່າ​ເຄິ່ງຕໍ່ເຄິ່ງ.

​ໃນ​ການ​ແຂ່ງຂັນ​ຢູ່​ອີກ​ບ່ອນ​ນຶ່ງ​ນັ້ນທ່ານ Sanders ​ໄດ້​ຊະນະ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່​ລັດ Oregon ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສະຫະລັດ.

ທ່ານນາງ Hillary Clinton ຖາມສະບາຍຜູ້ຄົນ ທີ່ຮ້ານອາຫານ Lone Oak Little Castle ໃນເມືອງ Paducah ລັດ Ky.
ທ່ານນາງ Hillary Clinton ຖາມສະບາຍຜູ້ຄົນ ທີ່ຮ້ານອາຫານ Lone Oak Little Castle ໃນເມືອງ Paducah ລັດ Ky.

ເພື່ອ​ຈະໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ງຈາກ​ພັກ ທ່ານ Sanders ຈຳ​ເປັນ​ຈະ​ຕ້ອງໄດ້​ຊະນະ​ປະມານ 85 ​ເປີ​ເຊັນ ຂອງ​ພວກ​ຜູ້​ຕາງ​ໜ້າ​ ທີ່​ຍັງ​ເຫລືອ​ຢູ່​ໃນ​ເວລາ​ນີ້ ຈຶ່ງ​ຈະ​ມີ​ຄະ​ແນນ​ລື່ນ​ທ່ານ​ນາງ Clinton ແລະ​ໄດ້ຮັບ​ການ​ແຕ່ງຕັ້ງຈາກ​ພັກ. ທ່ານ​ໄດ້​ຊະນະ​ດ້ວຍ​ຄະ​ແນນ​ສຽງ ແບບ​ນີ້​ຢູ່ໃນ​ພຽງ​ລັດ​ດຽວ​ເທົ່າ​ນັ້ນຄື​ທີ່​ລັດ Vermont

ພັກ​ເດ​ໂມ​ແຄຣັດ ຈະຈັດ​ໃຫ້​ມີ​ການເລືອກ​ຕັ້ງ​ ໃນ​ວັນ​ທີ 4 ມິຖຸນາ ທີ່​ໝູ່​ເກາະ Virgin ແລະ ວັນ​ທີ 5 ມິຖຸນາທີ່ Puerto Rico ຊຶ່ງ​ປາກົດ​ວ່າ ຈະ​ບໍ່​ມີ​ຜູ້ຕາງໜ້າ​ຫລາຍພໍໃນ​ການເລືອກ​ຕັ້ງທັງ​ສອງ ສຳລັບ​ທ່ານ​ນາງ Clinton ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ ຈາກ​ພັກ ​ແຕ່​ທ່ານ​ນາງກໍ​ຄາດຈະ​ຖືກ​ແຕ່ງ​ຕັ້ງ​ໃນ​ວັນ​ທີ 7 ມິຖຸນາ ​ເວລາ 6 ລັດຈັດ​ໃຫ້​ມີ​ການ​ປ່ອນ​ບັດ​ເລືອກ​ຕັ້ງ.

ຜູ້​ທີ່​ໄດ້ຮັບ​ການແຕ່ງຕັ້ງຂອງ​ພັກ​ເດ​ໂມ​ແຄຣັດຈະ​ປະ​ເຊີນ​ໜ້າ​ກັບ​ຜູ້ສະໝັກ​ຂອງ​ພັກຣີພັບ​ບລີກັນ ທ່ານ Donald Trump ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ໃນ​ເດືອນ​ພະຈິກ​ທ້າຍ​ປີນີ້.

ການ​ຢັ່ງ​ຫາງ​ສຽງ​ຂອງ NBC News/Survey Monkey ​ໃນ​ວັນ​ອັງຄານ​ວານ​ນີ້ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ​ແມ່ນ​ມີ​ຄະ​ແນນ​ສຽງ ​ນຳ​ໜ້າ​ໜ້ອຍ​ນຶ່ງ ລື່ນ​ທ່ານ Trump ຢູ່ໃນ​ທົ່ວ​ປະ​ເທດ ຄື 48 ຕໍ່ 45 ​ເປີ​ເຊັນ​ ຄື​ຫລຸດ​ຈາກ 5 ​ເປີ ​ເຊັນ​ເມື່ອ​ນຶ່ງ​ອາທິດ​ກ່ອນ.

ອັດຕາ​ສະ​ເລ່ຍ​ ໃນ​ການ​ຢັ່ງ​ຫາງ​ສຽງ​ຫລາຍໆ​ຄັ້ງສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ມີຄະ​ແນນ​ນຳ​ໜ້າ​ທ່ານ Trump ປະມານ 6 ​ເປີ​ເຊັນໃນ​ຂະນະ​ທີ່​ທ່ານ Sanders ​ແມ່ນ​ດີ ກວ່າ​ນີ້ ຄື​ມີ​ຄະ​ແນນນຳ​ໜ້າ​ທ່ານ Trump 13 ​ເປີ​ເຊັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Presidential Politics
please wait

No media source currently available

0:00 0:01:03 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG