ລິ້ງ ສຳຫລັບເຂົ້າຫາ

ແຫຼ່ງອາຫານ ທີ່ສຳຄັນຂອງ ກຳປູເຈຍ ກຳລັງ ຕາຍໄປ ຢ່າງຊ້າໆ


ທະເລສາບ ຕົງເລສາບ ຂອງ ກຳປູເຈຍ ເຊິ່ງຕັ້ງຢູ່ໃຈກາງຂອງປະເທດ, ເປັນທີ່ຢູ່ຂອງ
ປາຫຼາຍຮ້ອຍຊະນິດ ທີ່ໃຫ້ທາດໂປຣຕີນເຖິງ 60 ເປີເຊັນແກ່ປະເທດທີ່ຕັ້ງຢູ່ເອເຊຍຕາ
ເວັນອອກສຽງໃຕ້ແຫ່ງນີ້. ແຕ່ຄວາມອຸດົມສົມບູນຂອງທະເລສາບນີ້ ແມ່ນໄດ້ຕົກຢູ່ໃນ
ສະພາບສ່ຽງ ຍ້ອນການຫາປາຫຼາຍເກີນໄປ, ຍ້ອນມົນລະພິດ ແລະ ເຂື່ອນໄຟຟ້າ. ນັກ
ຂ່າວວີໂອເອ ເຄວິນ ອີນັອກສ໌ ມີລາຍງານເລື່ອງນີ້, ເຊິ່ງ ພຸດທະສອນ ຈະນຳລາຍລະ
ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຕົງເລສາບ ແມ່ນທະເລສາບແມ່ນໍ້າຈືດ ທີ່ຂຶ້ນ ແລະ ລົງ ຕາມລະດູການຂອງມັນ ຍາວ
ຫຼາຍພັນກິໂລແມັດ

ມັນແມ່ນບ່ອນຢູ່ ຂອງປາຫຼາຍຮ້ອຍຊະນິດ, ແລະ ໃຫ້ຜົນຫຼາຍ ໃນການຫາປາຫຼາຍ
ເຖິງ 300,000 ໂຕນທຸກໆປີ.

ແຕ່ຕອນນີ້ມັນກຳລັງມີການປ່ຽນແປງໄປ.

ນາງ ລວນ ຈັນທິ ຄົນຫາປາຜູ້ນຶ່ງ ກ່າວວ່າ “ໃນເມື່ອກ່ອນ ພວກເຮົາຈະຈັບປາໄດ້
ຫຼາຍ ດ້ວຍການໃຊ້ມອງຂອງພວກເຮົາ ແຕ່ຕອນນີ້ ມີຫຼາຍຄົນໂພດ ທີ່ຫາປາຢູ່ບ່ອນນີ້
ພວກເຮົາຈັບປາບໍ່ໄດ້ຫຼາຍອີກແລ້ວ. ນັ້ນກໍໝາຍຄວາມວ່າ ພວກເຮົາຈັບປາໄດ້ ໃນລະ
ດັບທີ່ໜ້ອຍກວ່າ ເມື່ອກ່ອນຫຼາຍ. ແມ່ນແລ້ວ, ແລະ ຕອນນີ້ ລະດັບຂອງນໍ້າ ກໍສູງຂຶ້ນ
ອີກຄັ້ງ, ແຕ່ມັນເໝັນຫຼາຍ, ແລະ ດັ່ງທີ່ຂ້າພະເຈົ້າໄດ້ເວົ້າແລ້ວວ່າ ມັນບໍ່ມີປາຫຼາຍຄື
ແຕ່ກ່ອນ.”

ເຫດຜົນວ່າເປັນຍ້ອນຫຍັງນັ້ນ ແມ່ນຄືກັນກັບທົ່ວໆໄປ ກັບແມ່ນໍ້າຫຼາຍແຫ່ງຂອງໂລກ.

ການຫາປາຫຼາຍເກີນໄປ ໄດ້ຫຼຸດຜ່ອນຈຳນວນຂອງປາລົງ, ສະຖານທີ່ເພາະພັນແມ່ນ
ກຳລັງຫາຍໄປ, ແລະ ເຂື່ອນໄຟຟ້າ ກໍໄດ້ຢຸດເຊົາການຍົກຍ້າຍຖິ່ນຖານຂອງປາບາງ
ຊະນິດໄວ້.

ແລະ ບັນຫາດັ່ງກ່າວ ກໍອາດຮ້າຍແຮງຂຶ້ນກວ່ານີ້.

ທ່ານ ອົ່ມ ສະຫວາດ ຈາກອົງການ Fisheries Action Coalition Team, ກ່າວວ່າ
“ມັນມີແຜນການທີ່ຈະສ້າງເຂື່ອນໄຟຟ້າຢູ່ຕົ້ນແມ່ນໍ້າເພີ່ມເຕີມໃນປະເທດ ລາວ. ໃນ
ກຳປູເຈຍ ພວກເຮົາມີເຂື່ອນແລ້ວ. ພວກເຮົາເປັນຫ່ວງວ່າເຂື່ອນໄຟຟ້າແຫ່ງກ່າວ ຈະ
ສົ່ງຜົນກະທົບຕໍ່ການຍ້າຍບ່ອນຂອງປາ ແລະ ລະດັບການຈະເລີນພັນ. ເຂື່ອນຕ່າງໆ
ຍັງໄດ້ເຮັດໃຫ້ການຫຼັ່ງໄຫຼຂອງນໍ້າ ເຂົ້າໃນທະເລສາບຊັກຊ້າລົງ, ແລະ ມັນກໍເປັນຜົນ
ກະທົບຕໍ່ຄຸມນະພາບຂອງນໍ້າໃນແມ່ນໍ້າຂອງດ້ວຍ.”

ບັນຫາແມ່ນຮ້າຍແຮງເຖິງສອງເທົ່າ ຍ້ອນວ່າ ມັນບໍ່ພຽງແຕ່ຈະມີປາເພື່ອສະໜອງໃຫ້
ປະຊາຊົນ ກຳປູເຈຍ ໜ້ອຍລົງແລ້ວ, ແຕ່ມັນຍັງມີປະຊາຊົນທີ່ອາໄສການຫາປາ ເພື່ອ
ທຳມາຫາກິນຂອງເຂົາເຈົ້າຫຼາຍຂຶ້ນ. ທະເລສາບແຫ່ງນີ້ ແມ່ນກຳລັງຈະສິ້ນຫວັງ. ໃນ
ປີ 2016 ກຸ່ມສິ່ງແວດ

ລ້ອມກຸ່ມຕ່າງໆ ໄດ້ຕັ້ງຊື່ ຕົງເລສາບວ່າ ເປັນທະເລສາບ “ທີ່ສ່ຽງໄພອັນຕະລາຍທີ່ສຸດ”
ໃນໂລກ.

ອົງການຕ່າງໆຂອງລັດຖະບານກ່າວວ່າ ເຂົາເຈົ້າກຳລັງເຮັດສິ່ງທີ່ເຂົາເຈົ້າສາມາດເຮັດ
ໄດ້.

ທ່ານ ອົ່ມ ສະຫວາດ ກ່າວວ່າ “ພວກເຮົາກຳລັງສືບຕໍ່ເຮັດວຽກກັບບັນດາຊາວປະມົງໃນ
ພາກພື້ນ ເພື່ອພະຍາຍາມທີ່ຈະແກ້ໄຂບັນຫາ. ພວກເຮົາໄດ້ຈັດກອງປະຊຸມຫຼາຍຄັ້ງກັບ
ຝ່າຍຕ່າງໆ. ມື້ເຊົ້ານີ້ ພວກເຮົາກໍໄດ້ຮ່າງລາຍງານສະບັບຫຼ້າສຸດຂອງພວກເຮົາ ກັບກະ
ຊວງສິ່ງແວດລ້ອມ ແລະ ໄວໆນີ້ເຂົາເຈົ້າກໍຈະປຶກສາຫາລືກັບພວກເຮົາ ກ່ຽວກັບ ສິ່ງທີ່
ພວກເຮົາຄວນເຮັດ.”

ຄວາມເປັນຫ່ວງບໍ່ແມ່ນພຽງແຕ່ວ່າ ຈະບໍ່ມີອາຫານພຽງພໍເທົ່ານັ້ນ, ແຕ່ໃນບໍ່ເທົ່າໃດປີ
ຂ້າງໜ້ານີ້, ການຈັບປາທີ່ຫຼຸດໜ້ອຍລົງ ຈະເປັນສາເຫດເຮັດໃຫ້ເກີດວິກິດການຜູ້ຍົກ
ຍ້າຍຖິ່ນຖານ ໃນຂະນະທີ່ປະຊາຊົນຫຼາຍພັນຄົນ ຜູ້ທີ່ທຳມາຫາກິນຢູ່ທະເລສາບແຫ່ງ
ນັ້ນ ຈະມຸ່ງໜ້າໄປສູ່ຕົວເມືອງຕ່າງໆ ເພື່ອຊອກຫາວຽກເຮັດງານທຳ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG