ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳກຳປູເຈຍ ປະເຊີນໜ້າ ກັບຜົນສະທ້ອນ ຄືນ ຈາກການປາບປາມ ທີ່ບໍ່ລົດຫຼະ


ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hun Sen ທີ່ກອງປະຊຸມ ສຸດຍອດ ປະຊາຄົມບັນດາປະຊາຊາດ ເອເຊຍຕາເວັນອອກ
ສຽງໃຕ້ ຫຼື ASEAN Summit ໃນເມືອງ Rancho Mirage ຂອງລັດ California, ວັນທີ 15 ກັນຍາ 2016.
ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hun Sen ທີ່ກອງປະຊຸມ ສຸດຍອດ ປະຊາຄົມບັນດາປະຊາຊາດ ເອເຊຍຕາເວັນອອກ ສຽງໃຕ້ ຫຼື ASEAN Summit ໃນເມືອງ Rancho Mirage ຂອງລັດ California, ວັນທີ 15 ກັນຍາ 2016.

ນາຍົກລັດຖະມົນຕີ ກຳປູເຈຍ ທ່ານ Hun Sen ຂົ່ມຂູ່ວ່າຈະເພີ່ມທະວີ ການປາບປາມ ຕໍ່ກຸ່ມຝ່າຍຄ້ານ ຜູ້ມີແນວຄິດຕໍ່ຕ້ານລັດຖະບານ ທີ່ກຳລັງມີຫຼາຍຂຶ້ນ ແລະເຕືອນວ່າ “ຜູ້ໃດທີ່ໄດ້ເຮັດຜິດພາດ ຂໍ ບໍ່ໃຫ້ສືບຕໍ່ເຮັດຜິດອີກ. ຖ້າບໍ່ດັ່ງນັ້ນ ມັນຈະເກີດຜົນບໍ່ດີ ສຳລັບທ່ານ.”

ບັນດາສະມາຊິກ ກຸ່ມຝ່າຍຄ້ານ ຈາກພັກກູ້ຊາດຂອງກຳປູເຈຍ ຈັບມືຮ່ວມກັນ ເພື່ອຖ່າຍພາບ ຢູ່ທີ່ສຳນັກງານໃຫຍ່ ຂອງພວກເຂົາເຈົ້າ ໃນນະຄອນຫຼວງພະນົມເປັນ, ວັນທີ 27 ພຶດສະພາ 2016.
ບັນດາສະມາຊິກ ກຸ່ມຝ່າຍຄ້ານ ຈາກພັກກູ້ຊາດຂອງກຳປູເຈຍ ຈັບມືຮ່ວມກັນ ເພື່ອຖ່າຍພາບ ຢູ່ທີ່ສຳນັກງານໃຫຍ່ ຂອງພວກເຂົາເຈົ້າ ໃນນະຄອນຫຼວງພະນົມເປັນ, ວັນທີ 27 ພຶດສະພາ 2016.

ມັນເປັນການຕອບໂຕ້ ອັນມີຄຸນນະພາບຂອງ ທ່ານ Hun Sen ຕໍ່ກຸ່ມທີ່ມີທ່າແຮງບົ່ມຊ້ອນ ທີ່ຈະທຳການ ປະທ້ວງຕໍ່ຕ້ານລັດຖະບານ ແຕ່ບັນດານັກວິເຄາະ ເຕືອນວ່າ ການໃຊ້ວິທີ ທາງບັງຄັບແບບນີ້ ເບິ່ງຄືວ່າ ຈະບໍ່ຊ່ອຍນາຍົກລັດຖະມົນຕີໄດ້ ຊຶ່ງບ່ອນທີ່ເປັນເລື່ອງທີ່ ສຳຄັນສຸດແມ່ນຢູ່ທີ່ຫີບຄະແນນສຽງ.

ພັກປະຊາຊົນຂອງກຳປູເຈຍ ຫຼື CPP ຂອງທ່ານ Hun Sen ທີ່ປົກຄອງປະເທດ ໃນ ປັດຈຸບັນ ໄດ້ກັບຄືນມາຄອງອຳນາດອີກ ໃນການເລືອກຕັ້ງເມື່ອປີ 2013 ແຕ່ດ້ວຍການ ຫລຸດລົງ ຂອງສຽງສ່ວນຫຼາຍ ຢ່າງຫລວງຫລາຍ ຫຼັງຈາກທີ່ກຸ່ມຝ່າຍຄ້ານ ໄດ້ນຳເອົາ ເລື່ອງຂອງຄວາມບໍ່ພໍໃຈ ຂຶ້ນມາ ກ່ຽວກັບການສໍ້ລາດບັງຫຼວງ ແລະ ຄວາມແຕກໂຕນ ລະຫວ່າງພວກຄົນຮັ່ງມີ ກັບພວກຄົນທຸກຍາກ ແລະ ການຢຶດເອົາດິນ ເປັນຕົ້ນ.

ຄວາມໂກດແຄ້ນ ປາກົດວ່າ ບໍ່ໄດ້ລົດລົງ ແລະ ການທີ່ນາຍົກລັດຖະມົນຕີ ສະແຫວງຫາ ກຸ່ມຝ່າຍຄ້ານ ດ້ວຍການໜຸນຫຼັງໂດຍກຳລັງຂອງທະຫານ ໄດ້ກາຍເປັນເລື່ອງທີ່ຄອບງຳ ຫົວຂໍ້ໜັງສືພິມ ແລະ ສື່ສັງຄົມ ໃນທົ່ວອານາຈັກ ແລະ ໄດ້ຖືກປະນາມ ທີ່ປະສານງານກັນ ໂດຍລັດຖະບານຕ່າງປະເທດ ແລະ ກຸ່ມສັງຄົມພົນລະເຮືອນຕ່າງໆ.

ມັນເປັນສະຖານະການ ທີ່ບໍ່ຊ່ອຍເລີຍ ໂດຍເລື່ອງບັນຫາຖົກຖຽງກັນ ທີ່ກ່ຽວພັນກັບ ການໃຫ້ສຳປະທານ ພື້ນທີ່ດິນເສດທະກິດ ຫຼື ELCs ທ່າມກາງ ການລາຍງານ ໂດຍ ໜັງສືພິມ Financial Times ກ່ຽວກັບສັນຍາລັບ ລະຫວ່າງ ພວກລູກນ້ອງຂອງທ່ານ Hun Sen ແລະ ນັກທຸລະກິດ ອາວຸໂສຂອງຈີນ ຊຶ່ງເປັນຜູ້ທີ່ມີສາຍສຳພັນກັບປັກກິ່ງ ເຊັ່ນວ່າ ທ່ານ Fu Xianting ຜູ້ທີ່ຍັງຮູ້ຈັກກັນຄື ອ້າຍໃຫຍ່ Fu ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG