ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໖ ພະຈິກ ໒໐໒໔

ແຊ້ມຕີມວຍ ຫຼື ຄິກບັອກຊິງ ຊາວກຳປູເຈຍ ສົ່ງເສີມກິລາຕີມວຍກຳປູເຈຍ ໃນສະຫະລັດ


ແຊ້ມຕີມວຍ ຫຼື ຄິກບັອກຊິງ ຊາວກຳປູເຈຍ ສົ່ງເສີມກິລາຕີມວຍກຳປູເຈຍ ໃນສະຫະລັດ

ນັກມວຍ ຫຼື ຄິກບັອກຊິງຊາວກຳປູເຈຍ ຄົນນຶ່ງໃນພາກໃຕ້ຂອງລັດຄາລິຟໍເນຍ ໄດ້ສ້າງແຮງບັນດານໃຈ ໃຫ້ບັນດານັກສູ້ຫຼາຍລຸ້ນຄົນດ້ວຍຄວາມມຸ້ງໝັ້ນ ແລະ ແຮງຜັກດັນຂອງລາວ.

ທ່ານ ອຸ່ມ ຣີ (Oum Ry) ເປັນແຊ້ມຕີມວຍ ຫຼື ຄິກບັອກຊິງ ກຳປູເຈຍ ກ່ອນທີ່ຂະເໝນແດງຈະຂຶ້ນກຳ ອຳນາດໃນປີ 1975. ລາວໄດ້ອົບພະຍົບໄປທີ່ພາກໃຕ້ຂອງລັດຄາລິຟໍເນຍໃນຊຸມປີ 1980, ບ່ອນທີ່ເພື່ອນ ຄົນນື່ງໄດ້ຊ່ວຍລາວເປີດຄ້າຍມວຍທີ່ລາວເປີດດຳເນີນການມາເປັນເວລາເກືອບ 40 ປີແລ້ວ.

ທ່ານ ອຸ່ມ ຣີ (Oum Ry), ຄູ​ສອນມວຍ​ກຳ​ປູ​ເຈຍ:

“ຂ້ອຍມາສະຫະລັດ. ຂ້ອຍດີໃຈຫຼາຍ, ປະການທຳອິດເພາະວ່າຂ້ອຍເປັນນັກມວຍ, ແລະຂ້ອຍກໍມີ ຄ້າຍມວຍ. ຫົວໃຈຂອງຂ້ອຍມີຄວາມສຸກຫຼາຍ.”

ທ່ານ ອຸ່ມ ຣີ (Oum Ry) ເວົ້າ​ວ່າ ຄ້າຍມວຍຂອງ​ລາວ​ໄດ້ສ້າງແຊມກິລາຊົກມວຍ 17 ຄົນແລ້ວ, ລວມ​ທັງ ທ້າວ ມູນ ສະມາດ (Moun Samath).

ທ້າວ ມູນ ​ສະ​ມາດ, ນັກ​ກິລາເຕະມວຍ:

“ມັນພິ​ເສດ​ສຳ​ລັບ​ຂ້ອຍ ເພາະຂ້ອຍ​ຢາກ​ສະ​ເໜີ​ວັດ​ທະ​ນະ​ທຳ​ນີ້ໃຫ້ໂລກ, ເພື່ອ​ໃຫ້​ໂລກ​ໄດ້​ຮັບ​ຮູ້​ວ່າ ຂະ​ເໝນ ​ມີ​ສິ​ລະ​ປະການຕໍ່ສູ້ເປັນຂອງຕົນເອງ.”

ກິລາ​ຕິມວຍກຳປູເຈຍທີ່ຮູ້ຈັກກັນໃນຊື່ວ່າ ປຣາດາລ ເຊເຣ Pradal Serey ແມ່ນຄ້າຍຄືກັນກັບ ສີລະປະ ການຕໍ່ສູ້ມວຍໄທ, ໂດຍມີຄວາມແຕກຕ່າງດ້ານເທັກນິກໃນການຕໍ່ສູ້ບາງຢ່າງ. ລູກສາວຂອງ ອຸ່ມ ຣີ (Oum Ry), ນາງ ໂຊ ຊາ ດາ ທາດ (Zochada Tat) ເວົ້າວ່ານີ້ເປັນວິທີການເຊື່ອມໂຍງກັບວັດທະນະທໍາ ຂອງນາງ.

ນາງ ໂຊ ຊາ ດາ ທາດ (Zochada Tat), ນັກກິລາເຕະມວຍ:

“ທຸກ​ຄັ້ງ​ທີ່ຂ້ອຍກ້າວຂຶ້ນສັງວຽນ ຫຼື​ທຸກ​ຄັ້ງ​ທີ່​ຂ້ອຍຊົກ​ກະ​ສອບ, ມັນ​ເຕືອນ​ຂ້ອຍ​ວ່າ​ຂ້ອຍ​ແມ່ນ​ໃຜ. ຂ້ອຍຄິດເຫັນ​ສິ່ງ​ທີ່​ຊາວ​ກຳ​ປູ​ເຈຍ​ຕ້ອງປະເຊີນ ​ທຸກ​ຄັ້ງ​ທີ່​ຂ້ອຍຝຶກຊ້ອມ.”

ຄ້າຍມວຍແຫ່ງນີ້ ຍັງດຶງດູດຄົນທີ່ບໍ່ແມ່ນຄົນກໍາປູເຈຍ, ເຊັ່ນ ທ້າວ ຈັສຕິນ ພາ ດີ ອາ (Justin Padilla). ລາວເວົ້າວ່າການຝຶກຊ້ອມຂອງລາວຢູ່ທີ່ນີ້ ມາພ້ອມກັບບົດຮຽນຊີວິດທີ່ດີ.

ທ້າວ ຈັສຕິນ ພາ ດີ ອາ (Justin Padilla), ນັກກິລາຕີ​ມວຍ:

“ເມື່ອ​ເຈົ້າ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ແບບ​ນັ້ນ​ ໃນ​ຖາ​ນະ​ຊາວ​ອົບ​ພະ​ຍົບ, ແລະຊອກ​ຫາ​ການ​ຊ່ວຍ​ເຫຼືອ, ເຂົາ​ເຈົ້າມັກ​ຈະ​ມີ​ທັດ​ສະ​ນະກ່ຽວກັບ​ຊີ​ວິດ​ທີ່​ດີກ​ວ່າ​, ແລະພວກ​ເຂົາ​ເຈົ້າ​ມັກຈະ​ຮູ້ຄຸນຄ່າຂອງ​ສິ່ງເລັກໆນ້ອຍໆ. ພວກເຂົາເຈົ້າມັກຈະບໍ່ປ່ອຍໃຫ້ທຸກສິ່ງທຸກຢ່າງເສຍຖິ້ມໄປ. ເມື່ອ​ເຈົ້າ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ແລ້ວ ເຈົ້າ​ກໍຈະ​ປ່ອຍ​ໃຫ້​ສິ່ງ​ເລັກໆ​ນ້ອຍໆ​ຫຼຸດລອຍໄປ ແລະ​ບໍ່​ຮູ້ສຶກຮູ້ຄຸນຄ່າມັນ.”

ປີນີ້ ທ່ານ ອຸ່ມ ຣີ ມີອາຍຸໄດ້ 80 ປີແລ້ວ ແລະຍັງຝຶກນັກຮຽນຢູ່.

ທ່ານ ອຸ່ມ ຣີ (Oum Ry), ຄູ​ສອນຕີ​ມວຍ​ກຳ​ປູ​ເຈຍ:

“ຂ້ອຍ​ຈະ​ເບິ່ງ​ແຍງ​ຄ້າຍມວຍ​ຈົນ​ຕາຍ ເພາະ​ຂ້ອຍ​ຮັກ​ສະຖານທີ່​ນັ້ນ. ແລະຂ້ອຍຈະສືບຕໍ່ເຮັດຕໍ່ໄປ."

ໃນຊີວະປະຫວັດຫຍໍ້ ກ່ຽວກັບ ການລອດຊີວິດຈາກການຂ້າລ້າງເຜົ່າພັນຊາວກຳປູເຈຍ ແລະການຄົ້ນພົບ ຄວາມສະຫງົບສຸກ, ທ່ານ ອຸ່ມ ຣີ (Oum Ry) ກ່າວວ່າ ທ່ານຫວັງວ່າການແບ່ງປັນເລື່ອງລາວຂອງທ່ານ ຈະຊ່ວຍເພີ່ມຄວາມເຂົ້າໃຈຂອງຊາວອາເມຣິກັນ ກ່ຽວກັບຂະເໝນແດງ ແລະ ດຶງດູດຜູ້ຄົນໃຫ້ສົນໃຈ ກິລາຕີມວຍຂອງກຳປູເຈຍຫຼາຍຂຶ້ນ.

ອ່ານລາຍງານເປັນພາສາອັງກິດຂ້າງລູ່ມນີ້:

A Cambodian kickboxer in Southern California has inspired generations of fighters with his determination and his drive. Genia Dulot takes us to the gym with Oum Ry.

Oum Ry was a Cambodian kickboxing champion before the Khmer Rouge took power in 1975. He immigrated to Southern California in the 1980s, where a friend helped him open a gym that he has been running for nearly 40 years.

Oum Ry, Cambodian Kickboxing Instructor:

“I come to United States. I’m so happy, first because I’m a fighter, and I got a gym. My heart was so happy.”

Oum Ry says his gym has produced 17 kickboxing champions, including Moun Samath.

Moun Samath, Kickboxer:

“It’s special for me because I want to present this culture to the world, to let the world know that Khmer have their own martial art.”

That Cambodian style of kickboxing known as Pradal Serey is similar to Thailand’s martial art muay Thai, with some differences in fighting techniques. Oum Ry’s daughter Zochada Tat says it is a way to connect with her culture.

Zochada Tat, Kickboxer:

“Anytime I step into the ring or every time I hit a bag, it just reminds me of who I am. I am reminded of what Cambodian people have gone through every time I train.”

The gym also attracts non-Cambodians, including Justin Padilla. He says his training here has come with some good life lessons.

Justin Padilla, Kickboxer:

“When you are put in that kind of situation as refugees, seeking help, they tend to have a better outlook on life, and they tend to appreciate the smaller things. They tend to not let everything go to waste. When you have everything, you kind of let the small things fall through the cracks and are not as grateful.”

Oum Ry turns 80 this year and is still training students.

Oum Ry, Cambodian Kickboxing Instructor:

“I will take care of the gym until I die because I love that place. You know, and I keep going.”

In an autobiography about surviving the Cambodian genocide and discovering peace, Oum Ry says he hopes that sharing his story increases Americans’ understanding about the Khmer Rouge and attracts more people to Cambodian kickboxing.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG