ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນງານຕັດຫຍິບ ກໍາປູເຈຍ ນັດຢຸດງານ ຍ້ອນບໍ່ພໍໃຈນໍາ ອັດຕາຂຶ້ນ ເງິນເດືອນໃໝ່


ຄົນງານຕັດຫຍິບກໍາປູເຈຍຈຸນຶ່ງ ປະທ້ວງຢູ່​ບໍລິ​ເວນ​ນອກໂຮງ ງານຕັດຫຍິບ Great Union ​ໃນ​ນະຄອນຫລວງພະນົມ​ເປັນ.
ຄົນງານຕັດຫຍິບກໍາປູເຈຍຈຸນຶ່ງ ປະທ້ວງຢູ່​ບໍລິ​ເວນ​ນອກໂຮງ ງານຕັດຫຍິບ Great Union ​ໃນ​ນະຄອນຫລວງພະນົມ​ເປັນ.
ໃນ​ກໍາປູ​ເຈຍ ພວກ​ຄົນ​ງານ​ຕັດຫຍິບ​ຫຼາຍ​ສິບ​ພັນ​ຄົນ ພາກັນ​ນັດ​
ຢຸດ​ງານ ​ເພື່ອປະ​ທ້ວງຕໍ່​ອັນທີ່​ພວກ​ເຂົາ​ເຈົ້າ ຖື​ວ່າ ການ​ປັບຂຶ້ນ​
ເງິນເດືອນ​ຂັ້ນ​ຕໍ່າສຸດທີ່​ບໍ່​ພຽງພໍ​ນັ້ນ. ຍ້ອນຄວາມ​ເຄັ່ງ​ຕຶງ​ທີ່ກໍາລັງ​
ເພີ່ມ​ທະວີ​ຂຶ້ນຢູ່​ຕາມ​ຖະໜົນ​ຫົນ ທາງ ອົງ​ກອນ​ທີ່​ເປັນ​ຕົວ​ແທນ​
ຂອງ​ຜູ້​ສົ່ງ​ອອກ​ເສື້ອ​ຜ້າ ​ໄດ້​ແນະ​ນໍາ​ໃຫ້ພວກ​ເຂົາ​ເຈົ້າ ປິດ​ໂຮງ
ງານ​ຕັດ​ຫຍິບ​ຂອງ​ພວກ​ເຂົາ​ເຈົ້າ​ລົງ​ຊົ່ວຄາວ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Robert Carmichael ລາຍ​ງານມາ​ຈາກ​ພະນົ​ມ​ເປັນວ່າ ອັດ
​ຕາ​ຄ່າ​ຈ້າງ​ຂັ້ນ​ຕໍ່າ​ສຸດ ມີ​ກໍານົດຈະ​ເລີ່​ມ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ເດືອນ
​ເມສາປີໜ້າ​ນີ້ ຊຶ່ງ​ທອງ​ປານຈະ​ນໍາເອົາລາຍລະອຽດ ມາສະ​ເໜີ​
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ​.


ພວກ​ຄົນ​ງານ​ຕັດຫຍິບ​ພາກັນ​ໂມ​ໂຫຢ່າງ​ໃຫຍ່ ​ທີ່ໃນ​ອາທິດແລ້ວ
​ນີ້ ລັດຖະບານ​ໄດ້​ຕັດສິນໃຈ​ປັບ​ເງິນ​ເດືອນ​ຂັ້ນ​ຕໍ່າ​ສຸດ​ຂຶ້ນ​ ພຽງ​ແຕ່ 15 ​ໂດ​ລ່າ ຄື​ຈາກ 80
ຫາ 95 ​ໂດ​ລ່າ ຊຶ່ງຄົນງານ​ຫຼາຍໆ​ຄົນ​ຄາດ​ວ່າ​ພວກ​ເຂົາ​ເຈົ້າຈະ​ໄດ້​ຂຶ້ນ​ເປັນ​ສອງ​ເທົ່າ​ຕົວ
ຄື 160 ​ໂດ​ລ່າ ​ຕໍ່ເດືອນ.

ພວກຄົນງານຫລາຍພັນຄົນ ພາກັນປະທ້ວງ ຢູ່ຕໍໜ້າ ກະຊວງຖະແຫລງຂ່າວ, ວັນທີ 30 ທັນວາ 2013;
ພວກຄົນງານຫລາຍພັນຄົນ ພາກັນປະທ້ວງ ຢູ່ຕໍໜ້າ ກະຊວງຖະແຫລງຂ່າວ, ວັນທີ 30 ທັນວາ 2013;

ວີ​ໂອ​ເອ ​ໄດ້​ໂອ້​ລົມກັບ​ພວກ​ຄົນ​ງານ​ທີ່​ປະ​ທ້ວງ​ຢູ່​ນອກ​ໂຮງງານ
​ຕັດຫຍິບ​ສາມແຫ່ງ ​ເມື່ອ​ວັນ​ພຸດ​ອາທິດ​ຜ່ານ​ມາ. ພວກ​ຄົນ​ງານ​
ທັງ​ໝົດ​ເວົ້າ​ແບບ​ດຽວ​ກັນວ່າ ດຽວ​ນີ້ລາຄາ​ເຄຶ່ອງ ຂອງ​ຖີບ​ຕົວ​ສູງ
​ຂຶ້ນ​ໃນ​ທ້ອງ​ຕະຫຼາດ ຄ່າ​ເຊົ່າ​ບ້ານ​ກໍ​ແພງ​ຂຶ້ນ ພວກ​ເຂົາ​ເຈົ້າ​ບໍ່​ສາ
ມາດ​ຈະ ມີ​ຊີວິດ​ຢູ່​ລອດ​ກັບ​ລາຍ​ໄດ້​ທີ່ເຂົາ​ເຈົ້າ​ໄດ້​ຮັບ​ໃນ​ປັດຈຸບັນ
ນີ້ ແລະ​ຕ້ອງ​ໄດ້​ເຮັດ​ວຽກ​ເກີນ​ເວລາພຽງເພື່ອໃຫ້​ສາມາດກຸ້ມ​ຢູ່​ກຸ້ມ​ກິນ​.

ຄົນ​ງານ​ 6-7 ຄົນ​ເວົ້າ​ວ່າ ກ່ອນ​ມີ​ການ​ປະກາດ​ອັດຕາ​ຄ່າ​ຈ້າງ​
ໃໝ່​ນັ້ນ ພວກ​ເຈົ້າຂອງ​ບ້ານ​ທີ່​ເຂົາ​ເຈົ້າເຊົ່າຢູ່ ກໍ​ສວຍ​ໂອກາດ​ຂຶ້ນ
ຄ່າ​ເຊົ່າອີກ 5 ​ໂດ​ລ່າ​ຕໍ່​ເດືອນ.

ນາງ Huot Lykeang ​ທີ່​ເຮັດ​ວຽກ​ຢູ່​ໃນ​ພາກສ່ວນ​ຕັດຫຍິບ​ມາ​ໄດ້ 13 ປີ ໃນ​ຕໍາ​ແໜ່​ງ
ຊ່າງ​ຈັກ​ ກໍ​ເປັນ​ຜູ້​ນຶ່ງ​ໃນ​ພວກ​ຄົນ​ງານທີ່​ພາກັນ​ນັດ​ຢຸດ​ງານ ​ຈໍານວນ​ຫຼາຍ​ຮ້ອຍຄົນທີ່​ຢືນອັ່ງ​
ອໍ​ກັນ​ຢູ່​ບໍລິ​ເວນ​ນອກໂຮງງານຕັດຫຍິບ Great Union ​ໃນ​ນະຄອນຫລວງພະນົມເປັນ.

ລູກ​ຊາຍ​ຂອງ​ລາວອາ​ໄສ​ຢູ່​ກັບ​ຄອບຄົວ​ຂອງ​ລາວ ຢູ່​ຕ່າງແຂວງ ​ແລະ​ພ້ອມ​ກັບລາຄາເຄຶ່ອງ
ຂອງ​ແພງຂຶ້ນ ຫລາຍ​ກ່ວາອັດຕາຄ່າ​ຈ້າງ​ທີ່​ເພີ່ມ​ຂຶ້ນນັ້ນ ນາງ​ເວົ້າ​ວ່າ ມັນ​ເຮັດ​ໃຫ້​ລໍາບາກ​
ຫຼາຍ​ຂຶ້ນ​ ທີ່​ຈະ​ສາ​ມາ​ດສົ່ງ​ເງິນ​ໄປ​ຊ່ວຍ​ລ້ຽງ​ດູ​ທາງ​ບ້ານ​ໄດ້.

ນາງ Huot Lykeang ​ເວົ້າວ່າ ນາງ​ຢາກເກັບ​ເງິນ​ໄດ້ແດ່ ຢ່າງ​ໜ້ອຍກໍຈໍານວນ​ນຶ່ງຈາກ​ເງິນ​ເດືອນ​ຂອງ​ລາວ. ພ້ອມ​ດຽວ​ກັນ ນາງ​ກ່າວ​ວ່າ ​ນາງ​ຢາກ ໃຫ້​ພວກ​ເຈົ້າ​ໜ້າ​ທີ່ລັດຖະ ບານ​ ລອງ​ພະຍາຍ​າມມີ​ຊີວິດ​ຢູ່​ກັບ​ລາຍ​ໄດ້ 95 ​ໂດ​ລ່າ​ຕໍ່​ເດືອນເບິ່ງ ວ່າ​ເຂົາ​ເຈົ້າ​ຈະເຮັດ​ໄດ້​ບໍ່ ​ແລະ​ຖ້າ​ຫາກ​ວ່າເຂົາ​ເຈົ້າເຮັດ​ໄດ້ ​ນາງ​ກໍ​ຈະຍອມ​ຮັບເອົາ​ ຕາມ​ອັດຕາ​ ທີ່ລັດຖະ ບານ​ໃຫ້​ ​ແຕ່​ຖ້າ​ເຮັດ​ບໍ່​ໄດ້ ນາ​ຍົກ​ລັດຖະມົນຕີ​ຮຸນ​ເຊ​ນ ກໍ​ຄວນ​ຈະລາ​ອອກ ​ແລະ​ລັດຖະ ບານ​ກໍ​ຄວນ​ຈະ​ປັບເງິນ​ຄ່າແຮງງານ ​ຂັ້ນ​ຕໍ່າ​ສຸດ​ຂຶ້ນ​ເປັນ 160 ​ໂດ​ລ່າ​ຕໍ່​ເດືອນ.

ໂຮງານຕັດຫຍິບແຫ່ງນຶ່ງ ຂອງກໍາປູເຈຍ.
ໂຮງານຕັດຫຍິບແຫ່ງນຶ່ງ ຂອງກໍາປູເຈຍ.

ອຸດສາຫະກໍາ​ເສື້ອ​ຜ້າ​ຂອງ​ກໍາປູ​ເຈຍ ຖື​ວ່າ​ເປັນພາກສ່ວນ​ທີ່ນໍາ
ລາຍ​ໄດ້ ເປັນເງິນຕາຕ່າງປະ​ເທດລາຄາ​ແພງ ມາ​ໃຫ້ກໍາປູ​ເຈຍ
ຫລາຍ​ທີ່​ສຸດ ​ໃນມູນ​ຄ່າ​ຫຼາຍ​ກວ່າ 5 ພັນ​ລ້ານ​ໂດ​ລ່າ​ ສະ​ເພາະ​
ປີ​ນີ້​ປີ​ດຽວ​ ຊຶ່ງ​ຜະລິ​ດຕະພັນ​ເສື້ອ​ຜ້າ​ສໍາ​ເລັດ​ຮູບ​ສົ່ງ​ອອກ​ນັ້ນ
ສ່ວນ​ໃຫຍ່​ແມ່ນ​ສົ່ງ​ໄປ​ຍັງສະຫະລັດ ແລະສະຫະພາບ​ຢູ​ໂຣບ ​ແລະພາກສ່ວນອຸດສາຫະກໍານີ້ ກໍ​ຍັງເປັນນາຍຈ້າ​ງທາງ​ການ​ທີ່​
ໃຫຍ່​ທີ່​ສຸດ​ຂອງກໍາປູ​ເຈຍ​ນໍາ​ອີກ ຄື​ວ່າ​ຈ້າງ​ຄົນ​ງານ ​ເຖິງສີ່​ແສນ​ຄົນ.

​ແຕ່​ຄ່າ​ຈ້າງ​ແຮງ​ງານ​ກໍບໍ່​ໄດ້ເພີ້​ມຂຶ້ນ ​ໄປ​ຕາມ​ອັດຕາ​ເງິນ​ເຟີ້ແຕ່​ຢ່າງ​ໃດ ຕະຫຼອດໄລຍະ​ຫຼາຍ​ປີ​ຜ່ານ​ມາ ທີ່​ຍັງ​ຜົນ​ໃຫ້​ເກີດ​ມີ​ການ​ນັດ​ຢຸດ​ງານ​ປະ​ທ້ວງ​ຫຼາຍ​ຂຶ້ນເລື້ອຍໆ. ​ເມື່ອປີ ກາຍ​ ພາກສ່ວນ​ອຸດສາຫະກໍາ​ນີ້​ໄດ້​ສູນ​ເສຍ​ມື້​ເຮັດ ວຽກໄປຫຼາຍ​ກວ່າ​ເຄິ່ງລ້ານ​ມື້ ຖ້າ​ຄິດ​ໄລ່​ຕາມ​ຈໍານວນ​ພວກ​ຄົນ​ງານ​ທີ່​ຢຸດ​ງານ​ປະ​ທ້ວງ ຊື່​ງແມ່ນ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດ​ສາດ​ 20 ​ປີ​ຂອງ​ອຸດສາຫະ ກໍາ​ນີ້. ສ່ວນ​ໃນ​ປີ​ນີ້ ​ແມ່ນ​ຍິ່ງ​ຮ້າຍ​ແຮງ​ລົງ​ໄປ​ອີກ ​ແລະ​ເບິ່ງ​ຊົງ​ວ່າ​ຈະ​ສູນ​ເສຍ​ໄປ​ຮອດນຶ່ງ​ລ້ານມື້.

ຄົນງານຕັດຫຍິບຄົນນຶ່ງ ແລ່ນໜີຕໍາຫລວດ ທີ່ຍິງລູກປືນແທ້ ໃສ່ພວກປະທ້ວງ ເທື່ອເດືອນພະຈິກ 2013.
ຄົນງານຕັດຫຍິບຄົນນຶ່ງ ແລ່ນໜີຕໍາຫລວດ ທີ່ຍິງລູກປືນແທ້ ໃສ່ພວກປະທ້ວງ ເທື່ອເດືອນພະຈິກ 2013.

ການ​ນັດ​ຢຸດ​ງານ​ປະ​ທ້ວງ​ມີ​ຫຼາຍ​ຄັ້ງ ທີ່​ເກີດ​ຄວາມ​ຮຸນ​ແຮງ​ຈາກ​ທັງ​
ສອງ​ຝ່າຍ. ​ໃນ​ເຫດ​ທີ່​ວ່າ​ຮ້າຍ​ແຮງ​ທີ່​ສຸດ​ນັ້ນ ​ພວກ​ຕໍາຫຼວດ​ປາບ​ຈະລາຈົນ​ໄດ້​ໃຊ້​ລູກປືນ​ແທ້ ​ຍິງ​ໃສ່​ພວກ​ປະ​ທ້ວງ ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ ເຮັດ​ໃຫ້ຄົນຢືນ​ຢູ່​ໃກ້​ເຫດການ​ຄົນ​ນຶ່ງ​ເສຍ​ຊີວິດ ​ແລະ​ບາດ​ເຈັບ​ອີກ​ຫຼາຍ​ຄົນ.

ດ້ວຍ​ເຫດ​ທີ່​ມີ​ພວກ​ຄົນ​ງານ​ ຈໍານວນ​ຫຼາຍ​ສິບ​ພັນ​ຄົນ ພາກັນ​ຍ່າງ​ອອກ​ຈາກ​ວຽກ ໃນ​ອາທິດ​ແລ້ວ​ນີ້, ສະມາຄົມຜູ້​ຜະລິດ​ເສື້ອ​ຜ້າ ຫຼື GMAC ຊຶ່ງເປັນ​ອົງ​ກອນ​ຕົວ​ແທນ​ຂອງໂຮງງານ​ຜະລິດ​ເສື້ອ​ຜ້າ​ສົ່ງ​ອອກຫຼາຍ​ກວ່າ 400​ ​ແຫ່ງ​ໃນ​ກໍາປູ​ເຈຍ ​ຈຶ່ງໄດ້ອອກ​ຄໍາແນະ​ນໍາເມື່ອ​ວັນ​ພະຫັດ​ຜ່ານ​ມາ​ ໃຫ້​ສະ​ມາ​ຊິກ​ຂອງ​ຕົນ​ປິດ​ໂຮງງານ ​ຈັກ​ສາມ​ສີ່ມື້.

ທ່ານ Ken Loo ​ເລຂາທິການ​ໃຫຍ່​ຂອງ GMAC ​ເວົ້າ​ວ່າ ຄວາມ​ສ່ຽງ​ຕໍ່​ການ​ທີ່​ຈະ​ເກີດ​ຄວາມຮຸນ​ແຮງນັ້ນ ​ແມ່ນໃຫຍ່​ເກີນ​ໄປ.

ທ່ານ ລູ ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້ສົ່ງ​ຄໍາ​ແນະ​ນໍາ​ ໄປ​ຍັງ​ສະມາຊິກ​ທັງ​ໝົດ ຂອງ​ພວກ​ເຮົາວ່າ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ຄົນ​ງານ​ນັດ​ຢຸດ​ງານ ໃຫ້ກະລຸນາ​ສົ່ງ​ພວກ​ຄົນ​ງານ​ທີ່​ຍັງ​ເຫຼືອ ຂອງ​ເຂົາ​ເຈົ້າກັບ​ບ້ານເພື່ອຄວາມ​ປອດ​ໄພຂອງພວກເຂົາ​ເຈົ້າ​ເອງ ພ້ອມ​ທັງປົກ​ປ້ອງ​ໂຮ​ງງານ​ນໍາ ຍ້ອນ​ພວກ​ເຮົາ​ເຫັນວ່າ ​ແລະ​ມັນ​ກໍເປັນ ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຮົາວ່າ​ ພວກກຸ່ມ​ຄົນ​ທີ່ຢຸດ​ງານພາກັນທ່ຽວ​ໄປເກ້​ຍ ກ່ອມ​ເຂົາ​ເຈົ້າ ຊຶ່ງ​ວັດຖຸ​ປະສົງ​ຫຼັກ​ຂອງ​ພວກ​ເຂົາ ​ກໍ​ຄື​ເພື່ອ​ບັງຄັບບໍ່​ໃຫ້​ພວກ​ຄົນ​ງານ​ ໄປໂຮງງານ. ​ໂດຍ​ພື້ນຖານ​ແລ້ວ ກໍ​ຄື​ບໍ່​ຍອມໃຫ້​ພວກ​ຄົນ​ງານ​ໄປທໍາ​ງານ ​ແລະ​ໂຮງງານ​ຫຼາຍໆ​ແຫ່ງ​ກໍໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ກະທໍາ​ດັ່ງກ່າວນີ້.”

​ທ່ານ ລູ ​ເວົ້າ​ອີກວ່າ ໂຮງງານ​ໃດ​ທີ່​ຍັງ​ຂືນ​ດໍາ​ເນີນງານ​ຢູ່​ຕໍ່ໄປນັ້ນ ​ແມ່ນ​ທີ​ທ່າ​ອຽງ​ທີ່​ຈະປະສົບ
​ບັນຫາ​ໄດ້.

ລະຍະ​ເວລາ​ຂອງ​ການ​ປະ​ທ້ວງນັ້ນ ຖື​ວ່າ​ເປັນ​ປະ​ໂຫຍ​ດສໍາລັບ​ພັກຝ່າຍ​ຄ້ານ ກໍ​ຄື​ພັກ​ກູ້​ຊາດ​ກໍາປູ​ເຈຍ ຫຼື CNRP ຊຶ່ງ​ປາ​ໄຊ​ຢ່າງ​ຫວຸດ​ຫວິດ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ.
ປະຊາຊົນທີ່ສະໜັບສະໜຸນ ພັກ​ CNRP ເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ທ່ານຮຸນເຊນ ລາອອກ, ວັນທີ 29 ທັນວາ 2013.
ປະຊາຊົນທີ່ສະໜັບສະໜຸນ ພັກ​ CNRP ເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ທ່ານຮຸນເຊນ ລາອອກ, ວັນທີ 29 ທັນວາ 2013.

​ແຕ່ພັກ​ຝ່າຍ​ຄ້ານ ​ໄດ້​ຮັບຄະ​ແນນ​ສຽງ​ເພີ້​ມຂຶ້ນ​ຢ່າງ​ຫຼວງຫຼາຍ ສ່ວນ​ນຶ່ງ​ກໍ​ຍ້ອນ​ຄໍາ​ໝັ້ນ ທີ່ໃຫ້​ໄວ້​ວ່າ ​ຈະ​ປັບ​ຂຶ້ນ​ເງິນເດືອນ​ຂັ້ນ​ຕໍ່າ​ສຸດ​ຂຶ້ນ​ເປັນ​ສອງ​ເທົ່າ​ຕົວ​ສໍາລັບ​ພວກ​ຄົນ​ງານ​ຕັດຫຍິບ. ຄໍາ​ສັນຍາ​ດັ່ງກ່າວ​ໄດ້​ຊະນະ​ຈິດ​ໃຈຂອງຫຼາຍໆ​ຄົນ​ ​ໃນຈໍານວນຄົນ​ງານ​ ສີ່ແສນ
​ຄົນຂອງ​ພາກສ່ວນ​ອຸດສາຫະກໍາເສື້ອຜ້າ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ພວກ​ຍິງ​ໜຸ່ມ ທີ່ເປັນ​ຜູ້​ລ້ຽງດູ​ຄອບຄົວ​ຍາກຈົນ​ຂອງ ພວກ​ເຂົາ​ເຈົ້າ​ໃນ​ເຂດ​ຊົນນະບົດ​ນັ້ນ.
XS
SM
MD
LG