ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະສັດ ກໍາປູເຈຍ ເຈົ້າສີຫະນຸ ໄດ້ປະມໍລະດົກ ທີ່ສັບສົນໄວ້ (ສະໄລດ໌)


ຊາວກໍາປູເຈຍນຸ່ງຊຸດຂາວສວດມົນໄວ້ທຸກຕໍ່ອະດີດກະສັດກໍາປູເຈຍ
ສະເດັດເຈົ້າສີຫະນຸ ທີ່ບໍລິເວັນນອກພະລາດຊະວົງ ທີ່ພະນົມເປັນ
ຊາວກໍາປູເຈຍນຸ່ງຊຸດຂາວສວດມົນໄວ້ທຸກຕໍ່ອະດີດກະສັດກໍາປູເຈຍ ສະເດັດເຈົ້າສີຫະນຸ ທີ່ບໍລິເວັນນອກພະລາດຊະວົງ ທີ່ພະນົມເປັນ

ການ​ສິ້ນ​ພະ​ຊົນ​ຂອງອະດີດ​ກະສັດ​ກຳປູ​ເຈຍ ສະ​ເດັດ​ເຈົ້ານະ​ໂຣດົມ ສີຫະ​ນຸ ​ແມ່ນ​ພ້ອມ​ດຽວ​ກັນກໍ​ເປັນ​ການ​ສິ້ນ​ສຸດລົງຂອງຍຸກ​ສະ​ໄໝ ແຫ່ງ​ຄວາມ​ກະຕືລື​ລົ້ນ ​ແລະ​ຄວາມ​ຂັດ​ແຍ້ງກັນ ສໍາລັບ​ກະສັດ​ຜູ້​ຊົງ​ມີອິດທິພົນ​ນັ້ນ.

ການ​ສິ້ນ​ພະ​ຊົນ​ຂອງອະດີດ​ກະສັດ​ກຳປູ​ເຈຍ ສະ​ເດັດ​ເຈົ້ານະ​ໂຣດົມ ສີຫະ​ນຸ ​ແມ່ນ​ພ້ອມ​ດຽວ​ກັນກໍ​ເປັນ​ການ​ສິ້ນ​ສຸດລົງຂອງຍຸກ​ສະ​ໄໝ ແຫ່ງ​ຄວາມ​ກະຕືລື​ລົ້ນ ​ແລະ​ຄວາມ​ຂັດ​ແຍ້ງກັນ ສໍາລັບ​ກະສັດ​ຜູ້​ຊົງ​ມີອິດທິພົນ​ນັ້ນ. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກ​ບາງກອກ ກ່ຽວ​ກັບ​ມໍລະດົກ​ຕົກ​ທອດ​ທີ່​ສັບ​ສົນ​ວຸ້ນວາຍ​ຂອງ​ກະສັດ​ຜູ້​ທີ່​ໄດ້​ນໍາພາ​ປະ​ເທດ​ຊາດ​ຂອງ​ພະ​ອົງ​ໄປ​ສູ່​ຄວາມ​ເປັນເອກ​ກະລາດ ​ແຕ່ໃນຂະນະ​ດຽວ​ກັນກໍ​ໄດ້​ເຂົ້າຮ່ວມ ກັບ​ກຸ່ມ​ຊົ່ວ​ຮ້າຍຂະ​ເໝນ​ແດງ ທີ່​ທົ່ວ​ໂລກ​ຮູ້​ຈັກດີ. ຊຶ່ງ​ທອງ​ປານຈະ​ນໍາ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ສະ​ເດັດ​ເຈົ້າ​ນະ​ໂຣດົມ ສີຫະ​ນຸ ກະສັດ​ຂອງ​ກໍ​າປູ​ເຈຍ ​ຊົງ​ໄດ້​ຖືກ​ເລືອກ​ເອົາ​ໂດຍ​ຝຣັ່ງໃນ​ປີ 1941 ​ເພື່ອ​ໃຫ້​ເປັນ​ຜູ້​ນໍາ​ຫຸ່ນ​ສໍາລັບ​ປະ​ເທດ​ຫົວ​ເມືອງ​ຂຶ້ນ ຂອງ​ຕົນ.

​ແຕ່ໃນ​ເວລາ​ນັ້ນ ກະສັດ​ໜຸ່ມ​ສີຫະ​ນຸ ກາຍ​ເປັນ​ກໍາລັງ​ທີ່​ສ້າງ​ຄວາມເປັນເອກ​ກະພາບ ​ເພື່ອ​ຊຸກຍູ້​ໃຫ້​ກໍາປູ​ເຈຍໄດ້​ຮັບ​ເອກ​ກະລາດ ຊຶ່ງ​ພະ​ອົງກໍ​ຊົງ​ປະສົບ​ຜົນ​ສໍາ​ເລັດໃນ​ປີ 1953. ຕໍ່​ຈາກ​ນັ້ນ​ພະ​ອົງ​ກໍ​ໄດ້ປະກາດ​ສະລະລາດຊະ​ບັນ ລັງ​ເພື່ອ​ຊົງເຂົ້າຫຼິ້ນການ​ເມືອງ ​ແລະ​ໃນ​ທັນທີ​ພະ​ອົງ​ກໍຊົງ​ໄດ້​ເຂົ້າຮັບ​ໜ້າ​ທີ່​ເປັນ​ປະມຸກ​ປົກຄອງປະ​ເທດ ​ໃນ​ໄລຍະເວລາ 17 ປີຕໍ່​ມາ.

ທ່ານ Milton Osborne ນັກ​ຊ່ຽວຊານທີ່​ກໍາລັງ​ຢ້ຽມຢາມ​ສະ​ຖາ​ບັນ Lowy Institute ຂອງ​ນະຄອນຊິດ​ນີ ປະ​ເທດ​ອອສ​ເຕຣ​ເລຍ ​ແລະ​ເປັນ​ຜູ້ຂຽນປື້​ມ ສອງເຫຼັ້ມກ່ຽວ​ກັບ​ສະ​ເດັດ​ເຈົ້າ​ສີຫະ​ນຸ.

ທ່ານ​ອອສບອນ ກ່າວ​ວ່າ: “ຢູ່​ໃນ​ກໍາປູ​ເຈຍ ມີ​ການເຊື່ອກັນວ່າ​ຍຸກ​ສະ​ໄໝ ຂອງ​ການ​ປົກຄອງ​ປະ​ເທດ​ ຂອງ​ເຈົ້າ​ສີຫະ​ນຸ ຕາມ​ທີ່​ໄດ້​ມີ​ການ​ອ້າງ​ອີງ​ກັນ ​ໃນກໍາປູ​ເຈຍນັ້ນ​ ນັບ​ວ່າ​ມັນ​ເປັນ​ຍຸກ​ຄໍາຂອງ​ປະ​ເທດກໍ​ວ່າ​ໄດ້. ປະຊາຊົນ​ມັກຈະ​ລືມຍຸກ​ສະ​ໄໝ​ທີ່​ພະ​ອົງ​ຕຽມພ້ອມ​ຕິດຕາມ​ແບບ​ໜ້າ​ຢ້ານ​ກົວ​ເພື່ອ​ຊອກ​ຫາ​ພວກ​ທີ່​ພະ​ອົງເຫັນ​ວ່າ​ເປັນ​ສັດຕູ​ຂອງ​ພະ​ອົງນັ້ນ.”

ພວກ​ສັດຕູ​ເຫຼົ່າ​ນັ້ນ ​ແມ່ນ​ມີ​ໂຮມ​ທັງ ພັກ​ຄອມ​ນີວນີສກໍາປູ​ເຈຍ ຊຶ່ງ​ໃນ​ເວລາ​ຕໍ່​ມາກາຍ​ເປັນ​ຝ່າຍ​ຂະ​ເໜນ​ແດງນັ້ນ.

​ໃນ​ປາງ​ສົງຄາມ​ຫວຽດນາມ ສະ​ເດັດ​ເຈົ້າສີຫະ​ນຸ ບໍ່​ຊົງ​ສາມາດ​ຢຸດ​ກໍາລັງ​ຂອງ​ຄອມມີ​ວ ນີສທີ່ລ່ວງ​ລໍ້າຂ້າ​ມຊາຍ​ແດນ​ເຂົ້າ​ໄປ​ໃນ​ດິນແດນ​ກໍາປູ​ເຈຍ ທີ່​ຍັງ​ຜົນ​ໃຫ້ ສະຫະລັດຖິ້ມ​ລະ​ເບີດ​ໃສ່​ຢ່າງໃຫຍ່.

ພະ​ອົງຖືກ​ໂຄ່ນ​ລົ້ມ ​ໂດຍ​ການ​ກໍ່​ລັດຖະປະຫານ​ໃນ​ປີ 1970 ​ແລະ​ພະ​ອົງ​ກໍ​ໄດ້​ຊົງ​ໄປ​ລີ້​ໄພ​ຢູ່​ໃນ​ຈີນ​ແລະ​ເກົາຫຼີ​ເໜືອ.

ຄວາມ​ມຸ້ງ​ມາດປາດ​ຖະໜາ​ຂອງ​ເຈົ້າສີຫະ​ນຸ ​ເພື່ອ​ຢາກອໍານາດ​ຄືນ​ມາອີກນັ້ນ ​ເຮັດ​ໃຫ້​ພະ​ອົງຊົງ​ຕີ​ຕົວ​ເຂົ້າຂ້າງ​ກັບ​ອະດີດສັດຕູຂອງ​ພະ​ອົງກໍ​ຄື​ພັກ​ຄອມ​ມີ​ວ ນີສນັ້ນ​ເອັງ. ການ​ປ່ຽນ​ແປງ​ທາງ​ການ​ເມືອງ​ໃນ​ຄັ້ງ​ນີ້ ນໍາ​ໄປ​ສູ່​ການ​ເປັນ​ພັນ ທະ​ມິດ​ກັບຕ່າງປະ​ເທດ ທີ່​ໄດ້ດໍາ​ເນີນ​ໄປຢ່າງ​ຕໍ່​ເນື່ອງ​ ຕະຫຼອດ​ຊີວິດ​ຂອງ​ພະ​ອົງ.

ທ່ານ Benny Widyono ​ຜູ້ຕາງ​ໜ້າ​ອົງການ​ສະຫະ​ປະຊາ​ຊາດ​ປະ​ຈໍາ​ກໍາປູ​ເຈຍ​ໃນ​ກາງ​ຊຸມ​ປີ 1990 ​ແລະ​ຜູ້​ແຕ່ງ​ປື້​ມ​ເລຶ່ອງ “Dancing in Shadow” ຫຼືການ​ເຕັ້ນ​ລໍາ​ກັບ​ເງົາຂອງ​ເຈົ້າສີຫະ​ນຸ ພວກຂະ​ເໜນ​ແດງ ​ແລະ​ສະຫະ​ປະ ຊາ​ຊາດ​ໃນ​ກໍາປູເຈຍ.

ທ່ານ​ວິດ​ດຽວ​ໂນ ກ່າວ​ວ່າ: “​ໃນລະຫວ່າງຍຸກ​ທີ່ພະອົງ​ຍັງ​ຊົງຢູ່​ກັບຝ່າຍຂະ​ເໜນ​ແດງ ​ສອງປະ​ເທດ​ເພື່ອນ​ມິດ​ຂອງ​ພະ​ອົງ​ ກໍຄືເກົາຫຼີ​ເໜືອ ​ແລະ​ຈີນ ​ແລະ​ພະ​ອົງ​ກໍ​ໃຊ້​ເວລາ​ຫຼາຍ​ປີ​ສົມຄວນ​ຢູ່​ທີ່​ນັ້ນ.”

ຄວາມ​ສໍາພັນ​ຂອງ​ກະສັດ​ກໍາປູ​ເຈຍ​ເວລາ​ນັ້ນ ​ແມ່ນ​ເຖິງ​ຂັ້ນກັບວ່າ​ຜູ້​ນໍາ​ເກົາ ຫຼີ​ເໜືອ Kim Il Sung ​ໄດ້​ສ້າງ​ພະລາດ​ຊະ​ວັງ 60 ຫ້ອງ​ທີ່​ກຸງ​ພຽງ​ຢາງ​ໃຫ້​ແກ່​ພະ​ອົງ.

ທ່ານ ວິ​ດຽວ​ໂນ ກ່າວ​ວ່າ: “​ພະ​ອົງຊົງ​ໄດ້​ຮັບ​ການ​ປົນ​ນິບັດ​ຮັບ​ໃຊ້​ຢ່າງ​ສົມ ​ເປັນກະສັດ​ທີ່​ແທ້​ຈິງ ຕະຫຼອດ​ເວລາ​ທີ່ປະ​ທັບ​ຢູ່​ພະລາດ​ຊະ​ວັງ​ຂອງ​ພະອົງ​ທີ່​ເກົາຫຼີ​ເໜືອ ແມ່ນ​ແຕ່​ພະ​ອົງ​ຍັງ​ຊົງ​ໄດ້​ຮັບ​ຂອງຂວັນ​ຈາກ​ລັດຖະບານ​ເກົາຫຼີ​ເໜືອ ​ຄືມີ​ອົງຄະລັກ. ທີ່ເປັນ​ຊາວ​ເກົາຫຼີ​ເໜືອ​ທີ່​ມີ​ຮ່າງກາຍລໍ້າ​ສັນ​ບຶກ​ບຶນ​ ​ຄື​ເປັນ​ອົງຄະລັກ​ທີ່​ໄຮ້ເຫດຜົນ ​ແລະມີ​ອົງຄະລັກຊາວ​ເກົາຫຼີໜືອ​ຢູຕະຫຼອດ​ເວລາ​ກັບ​ພະ​ອົງ.”

ພວກຂະ​ເໜນ​ແດງ​ໄດ້​ນຳເອົາເຈົ້າສີຫະ​ນຸກັບ​ຄືນໄປ​ຍັງກໍາປູ​ເຈຍ ບ່ອນ​ທີ່​ພວກ​ເຂົາໄດ້​ໃຊ້ພາບ​ພົດ​ບາ​ລະ​ມີ​ຂອງ​ພະ​ອົງ​ເພື່ອ​ແຜ້ວທາງໄປ​ສູ່​ການ​ຮັບຮູ້​ເຖິງ​ຄວາມຖືກຕ້ອງ​ຕາມ ກົດໝາຍ. ​ແຕ່ພາຍຫຼັງ​ມາ ພະ​ອົງ​ຊົງຖືກ​ກັກ​ບໍລິ​ເວນໃຫ້​ຢູ່ແຕ່​ໃນ​ພະລາດ​ຊະ​ວັງ​ເທົ່າ​ນັ້ນ.

​ໃນ​ຊ່ວງ​ດັ່ງກ່າວ​ນີ້ ​ເຈົ້າສີຫະ​ນຸ ພຽງ​ແຕ່​ສາມາດ​ສິ້ງ​ຊອມ​ເບິ່ງ​ຄວາມ​ໂຫດ ຮ້າຍ​ປ່າ​ເຖື່ອນ​ຂອງ​ພວກຂະ​ເໜນ​ແດງ ທີ່​ໄດ້ເຮັດ​ໃຫ້ປະຊາຊົນກໍາປູ​ເຈຍ​ອຶດ​ອາຫານ ບັງຄັບ​ໃຫ້​ເຮັດ​ວຽກ​ງານ ​ແລະຖືກເຂັ່ນຂ້າ​ໄປ​ຫຼາຍ​ເຖິງ 2 ລ້ານ​ຄົນ.

​ໃນ​ປີ 1979 ​ເຈົ້າສີຫະ​ນຸ ​ຊົງ​ໄດ້​ຫຼົບໜີ​ໄປ​ຈີນ​ອີກ ​ເວລາ​ຫວຽດນາມ​ບຸກ ​ເຂົ້າ​ໄປ​ໃນ​ກໍາ​ປູ​ເຈຍ ຊຶ່ງ​ໃນ​ທີ່​ສຸດ​ແລ້ວ ​ຍັງ​ຜົນ​ໃຫ້ອຳນາດ​ການ​ປົກຄອງ ຂອງ​ພວກ​ຂະ​ເໜນ​ແດງ​ສິ້ນສຸດ​ລົງ.

ການ​ເລືອກຕັ້ງ​ທີ່​ສະໜັບສະໜຸນ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຊ່ວຍ ​ໃຫ້​ເຈົ້າສີ​ຫະນຸ ຂຶ້ນຄອງ​ບັນລັງ​ອີກ ໃນການ​ປົກຄອງ​ແບບ​ກະສັດ​ພາຍ​ໃຕ້​ກົດໝາຍລັດຖະທຳ​ມະນູນ ​ແຕ່​ພະ​ອົງ​ກໍ​ຊົງ​ມີ​ອໍານາດ​ພຽງ​ໜ້ອຍ​ດຽວ ​ໃນ​ຂະນະ​ທີ່ພະ​ລາດຊະໂອລົດ​ຂອງ​ພະ​ອົງ ​ເຈົ້ານະ​ໂຣດົມ ຣະນະຣິດ ​ໄດ້​ຂຶ້ນ​ເປັນ​ນາຍົກລັດຖະມົນຕີ​ ຮ່ວມກັບທ່ານ​ຮຸນ​ເຊ​ນ.

ທ່ານ Widyono ຜູ້​ຕາງ​ໜ້າ​ອົງການ​ສະຫະ​ປະ​ຊາ​ຊາດ ກ່າວ​ວ່າ ຕັ້ງ​ແຕ່​ນັ້ນ​ມາ ​ເຈົ້າສີຫະ​ນຸ ກໍ​ບໍ່​ເຄີຍ​ໄດ້​ຮັບອຳນາດອິດ​ທິພົນ​ຫຼື​ບາ​ລະ​ມີ​ໃດໆຄືນ​ອີກ​ ຊຶ່ງ​ຄັ້ງ​ນຶ່ງ​ທີ່ພະ​ອົງ​ເຄີຍ​ມີ​ໃນ​ກໍາປູ​ເຈຍນັ້ນ ຊຶ່ງ​ນັບວ່າ​ເປັນ​ການ​ສິ້ນ​ຫວັງ​ໄປ​ຊົ່ວ​ຊີວິດ​ຍາວ​ນານ.

ທ່າ​ນວິ​ດຽວ​ໂນ ກ່າວ​ອີກ​ວ່າ: “​ເວລາ​ຂ້າພະ​ເຈົ້າປະ​ຈໍາ​ການ​ຢູ່​ກໍາປູ​ເຈຍ ຊຶ່ງພະອົງ​ ຊົງ​ເວົ້າສູ່ຟັງ​ ​ຂະນະ​ທີ່ເປັນ​ເອກ​ອັກ​ຄະ​ລັດຖະທູດ​ສະຫະ​ປະຊາ​ຊາດ ຢູ່​ທີ່​ນັ້ນ​ວ່າ ພະ​ອົງ​ເປັນ​ກະສັດ​ທີ່ຂຶ້ນຄອງລາດ ​ແຕ່​ບໍ່​ໄດ້​ປົກຄອງ​ປະ​ເທດ​ເພາະ​ວ່າ​ແທ້ໆ​ແລ້ວ​ແມ່ນ​ຮຸນ​ເຊ​ນ ​ແລະຣະນະຣິດ ນາຍົກລັດຖະມົນຕີ ສອງ ຄົນ ທີ່​ມີ​ອໍານາດ. ​ດັ່ງນັ້ນ ເປົ້າໝາຍຂອງ​ພະ​ອົງ​ທີ່ຢາກເປັນ​ຜູ້​ນໍາ​ປະ​ເທດ​ກໍາປູ​ເຈຍ​ທີ່​ຈະ​ເຣີນຮຸ່ງ​ເຮືອງ ​ແມ່ນ​ໄດ້ຫຼົບໜີ​ຈາກ​ພະ​ອົງ​ໄປ​ຕະຫຼອດ​ຊີວິດ.”

ຮຸນ​ເຊ​ນ ​ໂຄ່ນ​ລົ້ມ ​ເຈົ້າຣະນະຣິດ​ໃນ​ປີ 1997 ​ແລະ​ໄດ້ເປັນ​ນາຍົກ​ກໍາປູ​ເຈຍ​ແຕ່​ພຽງ​ຄົນດຽວ ນັບ​ແຕ່​ນັ້ນມາ.

​ໃນ​ຂະນະທີ່ອໍານາດ​ຂອງ​ເຈົ້າສີຫະ​ນຸຈາງຫາຍ​ໄປ ​ແລະ​ບວກ​ກັບ​ສຸ​ຂະ​ພາບ​ກໍ ຊຸດ​ໂຊມ ​ພະ​ອົງ​ຈະ​ສະ​ເດັດ​ໄປ​ຈີນ​ຢູ່​ເລື້ອຍ​ເພື່ອ​ໄປ​ຮັກພະ​ວໍລະ​ກາຍ. ​ໃນ​ປີ 2004 ພະ​ອົງ​ໄດ້​ສະຫຼະ ລາດຊະ​ບັນລັງ​ໃຫ້​ແກ່​ພະໂອ​ລົດ​ ຄື ກະສັດ ​ນະ​ໂຣ ດົມ ສີຫະ​ມຸນີ.

ທ່ານ Osorne ກ່າວ​ວ່າ ກະສັດ​ສີຫະ​ມຸ​ນີ ​ແຕກ​ຕ່າງ​ກັບພະບິດາ ຄື​ບໍ່​ມັກ ຫຍຸ້ງ​ກ່ຽວ​ກັບ​ການ​ເມືອງ.

ທ່ານ​ອອສບອນ​ກ່າວ​ວ່າ: “ຈະ​ບໍ່​ມີ​ກະສັດ​ໃດ​ອີກ​ແລ້ວ ທີ່​ຈະ​ຫຼິ້ນ​ບົດບາດ ​ດັ່ງ​ທີ່​ເຈົ້າ ສີຫະ​ນຸໄດ້​ຫຼິ້ນ​ມາ ​ແລະ​ກໍ​ແນ່ນອນ​ວ່າ ບໍ່​ມີ​ກະສັດ​ອົງ​ໃດ​ທີ່​ມີ​ອໍາ ນາດ​ທາງ​ການ​ເມືອງ​ແລະ​ຄວາມ​ສົນ​ໃຈ​ດ້ານ​ການ​ເມືອງ​ຂອງ​ພະ​ອົງ. ກະສັດ​ກໍາປູ​ເຈຍອົງ​ປະຈຸ​ບັນ ແມ່ນອຸທິດ​ຕົນ​ຮັບ​ໃຊ້​ປະ​ເທດ​ຊາດ​ຂອງ​ພະ​ອົງ ​ແຕ່​ບໍ່​ມີ​ບົດບາດ​ທາງ​ການ​ເມືອງ. ​ໂດຍ​ທີ່​ກະສັດ​ສີຫະມຸນີບໍ່​ຄິດ​ເລຶ່ອງການ ​ເມືອງ​ແມ່ນ​ແຕ່​ໜ້ອຍ​ເລີຍ ສະ​ນັ້ນ​ກັບ​ເຈົ້າສີຫະ​ນຸ​ແລ້ວ ຂ້າພະ​ເຈົ້າຄິດ​ວ່າ ຍຸກ​ນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.”

​ສະ​ເດັດ​ເຈົ້າຟ້າ​ນະ​ໂຣດົມ ສີຫະ​ນຸ ສິ້ນ​ພະ​ຊົນ​ເມື່ອ​ວັນ​ຈັນ​ຕົ້ນ​ອາທິດ​ນີ້ ທີ່ກຸງ​ປັກ​ກິ່ງ ພຽງ​ບໍ່​ເທົ່າ​ໃນ​ມື້ກ່ອນ​ວັນ​ຄ້າຍວັນ​ປະສູດ​ຂອງ​ພະ​ອົງ ຫຼັງ​ຈາກ​ໄດ້​ຕໍ່ສູ້​ກັບ​ໂຣກມະ​ເຮັງ​ມາ​ເປັນ​ເວລາ​ດົນ​ນານ.

XS
SM
MD
LG