ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ມີໂອກາດ ໜ້ອຍຫຼາຍ ທີ່ຈະໄດ້ຮັບ ການຊ່ອຍບັນເທົາ ໜີ້ສິນເກົ່າ ຈາກ ສຫລ


ແມ່ຄ້າຄົນນຶ່ງ ຢູ້ຮ້ານແລກປ່ຽນເງິນຕາຕ່າງປະເທດ ກຳລັງນັບເງິນເຣຍ ຂອງກຳປູເຈຍ ເພື່ອແລກປ່ຽນກັບເງິນ ໂດລາສະຫະລັດ ໃຫ້ແກ່ລູກຄ້າ ຢູ່ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 15 ກຸມພາ 2008.
ແມ່ຄ້າຄົນນຶ່ງ ຢູ້ຮ້ານແລກປ່ຽນເງິນຕາຕ່າງປະເທດ ກຳລັງນັບເງິນເຣຍ ຂອງກຳປູເຈຍ ເພື່ອແລກປ່ຽນກັບເງິນ ໂດລາສະຫະລັດ ໃຫ້ແກ່ລູກຄ້າ ຢູ່ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 15 ກຸມພາ 2008.

ບັນດານັກວິເຄາະ ໃນຂົງເຂດ ກ່າວວ່າ ການຮ້ອງຂໍ​ໃຫ້​ຊ່ວຍບັນເທົາ ຈາກໜີ້ສິນເກົ່າແກ່
ເປັນເວລາຫຼາຍທົດສະວັດຜ່ານມາ ຕໍ່ ສະຫະລັດ ຂອງນາຍົກລັດຖະມົນຕີ ກຳປູເຈຍ
ທ່ານ Hun Sen ນັ້ນ ປາກົດວ່າ ຈະມີໂອກາດໜ້ອຍຫຼາຍ ທີ່ຈະປະສົບຜົນສຳເລັດ.

ຢ່າງດີທີ່ສຸດ ພວກເຂົາເຈົ່າ ກ່າວວ່າ ຊາວກຳປູເຈຍ ຄວນຫາທາງຂໍປັບປ່ຽນໂຄງຮ່າງ
ຂອງໜີ້ສິນ ຈະດີກວ່າ ຊຶ່ງຈະເຮັດໃຫ້ການຊຳລະໜີ້ ງ່າຍຂຶ້ນກວ່າ. ແຕ່ທ່ານ Hun Sen
ແມ່ນຈະຍຶດໝັ້ນ ກັບແນວທາງຂອງທ່ານ ແລະ ໄດ້ເນັ້ນຢ້ຳ ຊ້ຳແລ້ວຊ້ຳອີກ ເຖິງບັນຫາ
ໜີ້ສິນ ຕໍ່ສາທາລະນະ ນັບຕັ້ງແຕ່ ທ່ານດໍໂນລ ທຣຳ ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ
ສະຫະລັດ ໃນເດືອນພະຈິກ ເປັນຕົ້ນມາ.

ທ່ານ​ກ່າວ​ໃນ​ສັບປະດາ​ແລ້ວນີ້ວ່າ “ມັນ​ເປັນ​ເລື່ອງ​ທີ່​ຫຍຸ້ງຍາກ​ສຳລັບ​ພວກ​ເຮົາ​ ທີ່​ຈະ​
ບອກ​ປະຊາຊົນ​ຊາວ​ກຳປູ​ເຈຍ ​ໃຫ້​ຮັບ​ເອົາໜີ້ສິນ ​ເພື່ອ​ຊື້ລະ​ເບີດ ​ແລະ ​ລູກປືນ ສຳລັບ​
ສັງ​ຫານ​ປະຊາຊົນ​ຊາວ​ກຳປູ​ເຈຍ​.”

ພົນລະເມືອງ ໃນທ້ອງຖິ່ນ ຊື້ຜັກສົດ ຢູ່ທີ່ຕະຫຼາດເຊົ້າ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 8 ພະຈິກ 2015.
ພົນລະເມືອງ ໃນທ້ອງຖິ່ນ ຊື້ຜັກສົດ ຢູ່ທີ່ຕະຫຼາດເຊົ້າ ໃນນະຄອນຫຼວງ ພະນົມເປັນ ຂອງກຳປູເຈຍ, ວັນທີ 8 ພະຈິກ 2015.

ກຳປູ​ເຈຍ​ໄດ້​ກູ້​ຢືມ​ເງິນ​ຈາກ ສະຫະລັດ 278 ລ້ານ​ໂດ​ລາ ພາຍໃຕ້​ລັດຖະບານ​ ລອນ ນອນ
​ໃນ​ຊຸມ​ປີ 1970 ​ໃນ​ຄວາມ​ພະຍາຍາມ ​ເພື່ອ​ຈະ​ເອົາ​ຊະນະ​ພວກ​ຂະ​ເໝນ​ແດງ ແຕ່​ໄດ້​ຖື​ກ
ບ່ອນ​ທຳລາຍ​ໂດຍ​ການ​ສໍ້​ລາດ​ບັງ​ຫຼວງ ພາຍ​ໃນ​ລັດຖະບານ​ຂອງ ທ່ານ. ປະຫວັດ​ຂອງ​
ສະຫະລັດ ​ແຈ້ງວ່າ ການ​ກູ້​ຢືມ​ດັ່ງກ່າວ ​ແມ່ນ​ເພື່ອ​ນຳ​ໄປ​ຊື້ອາຫານ ​ແລະ​ ສິນຄ້າ​ການ
​ກະ​ເສດ​ອື່ນໆ.

​ແຕ່​ເງິນ​ກູ້​ຢືມ​ດັ່ງກ່າວ ​ໄດ້​ຖີບ​ໂຕ​ສູງ​ຂຶ້ນຢ່າງ​ຫລວງຫຼາຍ​ ໃນ​ໄລຍະ​ຫລາຍໆ​ປີ​ທີ່​ຜ່ານ​ມາ
​ເນື່ອງ​ຈາກ​ຄ່າ​ດອກ​ເບ້ຍ.

​ເວລາ​ນີ້ກຳປູ​ເຈຍ​ຕິດ​ໜີ້​ ສະຫະລັດ​ຢູ່ 505 ລ້ານ​ໂດ​ລາ ຊຶ່ງ​ທັງ​ໝົດ​ເປັນ​ໜີ້ສິນ ທີ່​ຕິດຄ້າງ
ຍ້ອນ​ມີ​ການ​ຜ່ອນຜັນ ​ໂດຍ​ເກັບ​ດອກ​ເບ້ຍ 3 ​ເປີ​ເຊັນ ຊຶ່ງ​ຕ່ຳ​ກວ່າ​ອັດຕາ​ໃນ​ທ້ອງ​ຕະຫລາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG