ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳປູເຈຍ ຕັດສິນລົງໂທດນັກຂ່າວ ກ່ຽວກັບຄຳເວົ້າ ທີ່ວ່າ ໂຄວິດ-19 ເປັນໄພຂົ່ມຂູ່


ແຜນທີ່ປະເທດກຳປູເຈຍ.
ແຜນທີ່ປະເທດກຳປູເຈຍ.

ບັນດາກຸ່ມສື່ມວນຊົນທ້ອງຖິ່ນໃນກຳປູເຈຍກ່່າວວ່າ ການຕັດສິນລົງໂທດນັກຂ່າວ ຄົນນຶ່ງ ທີ່ໄດ້ລາຍງານກ່ຽວກັບຄຳເວົ້າ ຂອງນາຍົກລັດຖະມົນຕີ ຮຸນເຊນ ທີ່ໄດ້ກ່າວຢ່າງເປີດເຜີຍວ່າ ໂຄວິດ-19 ເປັນໄພຂົ່ມຂູ່ຕໍ່ບັນດານັກຂ່າວທັງໝົດທີ່ເກັບ ກຳຂ່າວ ໃນການແຜ່ລະບາດຢ່າງຮ້າຍແຮງຂອງພະຍາດດັ່ງກ່າວ.

ສານແຫ່ງນຶ່ງໃນນະຄອນພະນົມເປັນ ໄດ້ຕັດສິນລົງໂທດທ່ານໂຊວັນ ຣິດທີ 18 ເດືອນ ໃນວັນຈັນທີ່ຜ່ານມາ ແຕ່ໄດ້ຕັດສິນວ່າ ນັກຂ່າວຜູ້ທີ່ໄດ້ຖືກກັກຂັງມາຕັ້ງ ແຕ່ເດືອນເມສາ ໃຫ້ຖືກປ່ອຍ ສໍາລັບໂທດທີ່ເຫຼືອຢູ່ນັ້ນ.

ທ່ານກຸກ ກິມລອງ ໂຄສົກຄົນນຶ່ງຂອງສານເຂດນະຄອນພະນົມເປັນ ໄດ້ຢືນຢັນວ່າ ທ່ານຣິດທີ ອາຍຸ 31 ປີ ຜູ້ທີ່ໄດ້ລາຍງານໃຫ້ອົງການຂ່າວ TVFB ທີ່ອອກ ທາງເຟສບຸກ ໄດ້ຖືກຕັດສິນລົງໂທດຖານຍຸແຍ່ໃຫ້ເກີດຄວາມວຸ້ນວາຍ ແລະລາວຈະຖືກປ່ອຍໂຕ.

ທ່ານກິມລອງ ກ່າວວ່າ “ໂທດເຂົ້າຄຸກທີ່ຍັງເຫຼືອຢູ່ໄດ້ຖືກໂຈະ ອີງຕາມການຕັດ ສິນໃນວັນຈັນທີ່ຜ່ານມາ.”

ວີໂອເອພະແນກພາສາຂະແມ ບໍ່ສາມາດຕິດຕໍ່ໄປຫາຄອບຄົວຂອງທ່ານຣິດທິໄດ້
ເພື່ອຂໍຄວາມເຫັນ.

ພັນທະມິດພວກນັກຂ່າວກຳປູເຈຍ ຊຶ່ງເປັນອົງການຈັດຕັ້ງສື່ມວນຊົນທີ່ບໍ່ຫວັງຜົນ ກຳໄລ ກ່າວວ່າ ຕົນຜິດຫວັງຈາກການຕັດສິນລົງໂທດ ແຕ່ກໍຍິນດີ ໃນການຕັດ ສິນໃຈຂອງສານ ທີ່ຍົກເລີກໂທດທີ່ຍັງເຫຼືອ.

The conviction of a journalist who reported on comments that Cambodian Prime Minister Hun Sen made publicly about COVID-19 is a threat to all reporters covering the pandemic, local media groups say.

A Phnom Penh court gave Sovann Rithy an 18-month sentence on Monday but ruled that the journalist, who has been in custody since April, be released for the remainder of the sentence.

Kuch Kimlong, a spokesperson for Phnom Penh Municipal Court, confirmed that

Rithy, 31, who runs the news outlet TVFB on Facebook, was convicted of incitement and that he would be released.

“The remaining prison term has been suspended as of (Monday’s) verdict,” Kimlong said.

VOA Khmer could not reach Rithy or his family for comment.

The Cambodian Journalists Alliance, a nonprofit media organization, said it was disappointed by the conviction, but welcomed the court’s decision to suspend the prison sentence.

XS
SM
MD
LG