ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກໍາປູເຈຍ ຈະຮື້ຟື້ນໂຄງການ ລູກບຸນທໍາ ຄືນໃໝ່


ເດັກນ້ອຍທຸກຈົນ ຊາວກໍາປູເຈຍ ທີ່ອາໄສ ຢູ່ເຂດຊານເມືອງຫຼວງ
ພະນົມເປັນ.
ເດັກນ້ອຍທຸກຈົນ ຊາວກໍາປູເຈຍ ທີ່ອາໄສ ຢູ່ເຂດຊານເມືອງຫຼວງ ພະນົມເປັນ.
ກໍາປູ​ເຈຍ​ໄດ້​ປະກາດ​ວ່າ ຕົນ​ຄາດ​ວ່າ​ ຈະ​ຮື້ຟື້ນ​ໂຄງການ​ອະນຸ
ຍາດ​ໃຫ້​ຕ່າງ ປະ​ເທດ​ຂໍ​ເອົາ ​ເດັກນ້ອຍ​ຂະ​ເໝນ​ໄປ​ລ້ຽງ​ເປັນລູກ​
ບຸນທໍາ​ ​ໃນ​ປີໜ້າ​ນີ້. ການ​ເຄຶ່ອນ​ໄຫວ​ດັ່ງກ່າວ ທີ່ໄດ້ສ້າງ​ຄວາມ​
ປະ​ຫຼາດໃຈໃຫ້ແກ່​ບາງ​ຄົນ ​ມີ​ຂຶ້ນ​ຫຼັງ​ຈາກ​ລັດຖະບານກໍາປູ​ເຈຍ​
ໄດ້ສັ່ງ​ໂຈະການອະນຸຍາດ​ດັ່ງກ່າວ ມາ​ໄດ້​ສີ່​ປີ​ແລ້ວຍ້ອນ​ມີ​ການ
ກ່າວຫາ​ຢ່າງ​ກວ້າງຂວາງ​ວ່າ​ ເດັກນ້ອຍ​ຈໍານວນ​ນຶ່ງ​ໄດ້ ຖືກ​ນໍາ​
ໄປ​ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດ. Robert Carmichael ຜູ້​
ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ຈາກ​ນະຄອນຫຼວງ​ພະນົມ​ເປັນ. ຊຶ່ງ
ທອງ​ປານຈະ​ ນໍ​າມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຄໍາ​ປະກາດ​ດັ່ງກ່າວ​ ​ໂດຍ​ທ່ານ Nim Thoth ​ເຈົ້າໜ້າ​ທີ່​ອາວຸ​ໂສ​ປະ​ຈໍາ​ກະຊວງ​ກິດຈະ​ກໍາສັງ
ຄົມ ມີ​ຂຶ້ນຢູ່​ນອກ​ກອງ​ປະຊຸມ​ສໍາ​ມະ​ນາ​ບັ້ນ​ນຶ່ງ ບ່ອນ​ທີ່​ມີບັນດາ​ຜູ້​ພິພາກສາ ​ແລະ​ເຈົ້າ​ໜ້າ​ທີ່​
ກະຊວງ ຫຼາຍ​ສິບ​ຄົນ ​ໄປ​ເຕົ້າໂຮມ​ກັນ​ເພື່ອ​ປຶກສາ​ຫາລື​ເລື້ອງຄວາມ​ກ້າວໜ້າ​ຂອງ​ກໍາປູ​ເຈຍ
ກ່ຽວ​ກັບ​ການ​ ຈັດ​ຕັ້ງປະຕິບັດ ສົນ​ທິສັນຍາ​ວ່າ​ດ້ວຍ​ການ​ຮັບເອົາ​ເປັນລູກ​ບຸນທໍາ ສະບັບ
ປີ 1993 ທີ່ຮັບ​ຜ່ານ​ຢູ່​ກຸງ Hague ປະເທດ Netherlands ທີ່​ລະບຸ​ແນວທາງການປ້ອງ​
ກັນເດັກ​ ທີ່​ຕ່າງປະ​ເທດ​ຮັບ​ເອົາ​ເປັນລູກ​ບຸນ​ທໍາ.

ໃນເລຶ່ອງກ່ຽວ​ກັບ​ເດັກນ້ອຍ​ຂະ​ເໝນ​ ທີ່​ຖືກຊາວ​ຕ່າງປະ​ເທດຂໍໄປ​ເປັນລູກ​ບຸນ​ທໍາ​ນັ້ນ
ກໍາປູ​ເຈຍແມ່ນມີ​ປະຫວັດ ການ​ຕິດຕາມທີ່​ຂີ້ຮ້າຍ​ປະ​ເທດ​ນຶ່ງ. ​ເປັນ​ເວລາ​ຫຼາຍ​ປີ ຈົນ​ຕົກ
ມາ​ຮອດ​ປີ 2009 ​ເວລາກໍາປູ​ເຈຍ​ສັ່ງ​ໂຈະ​ການອະນຸຍາດດັ່ງ​ກ່າວ​ນັ້ນ ​ສື່​ມວນຊົນ​ທ້ອງ​ຖິ່ນ​
ໄດ້​ລາຍ​ງານຂ່າວ​ກ່ຽວ​ກັບ​ຫຼາຍໆກໍລະນີ ທີ່​ພວກ​ພໍ່​ແມ່​ທີ່​ຍາກຈົນ ຖືກຫຼອກໃຫ້ຂາຍ​ລູກ
ຂອງ​ພວກ​ເຂົາ​ເຈົ້າ.

ຄື​ກ່ອນ​ອື່ນພວກ​ເດັກເຫຼົ່ານັ້ນ ຈະ​ຖືກ​ພາ​ໄປ​ຢູ່​ສະຖານ​ລ້ຽງ​ເດັກ​ກໍ່າພ້າ ແລະ​ຕໍ່​ຈາກ​ນັ້ນ
ກໍ​ມອບ​ເດັກ​ໃຫ້​ຄອບຄົວ​ຕ່າງປະ​ເທດ ​ເພື່ອ​ແລກ​ກັບ​ເງິນ​ຈໍານວນ​ຫຼາຍພັນໂດ​ລ່າ ​ທີ່​ເອີ້ນ
ວ່າເປັນຄ່າ​ທໍານຽມ​ແກ່​ພວກ​ນາຍ​ໜ້າ ​ແລະພວກ​ເຈົ້າໜ້າ​ທີ່​ລັດຖະບານ​ທີ່​ສໍ້ລາດ​ບັງ​ຫຼວງ
ນັ້ນ. ​ມີ​ຢູ່​ເລື້ອຍໆ​ ທີ່​ບໍ່ມີ​ການກວດ​ສອບ ປະຫວັດຫຼືພື້ນຖານຖານະ ຂອງ​ພວກທີ່​ຕ້ອງ
ການຮັບ​ເອົາເດັກ ​ໄປເປັນ​ລູກ​ບຸນ​ທໍານັ້ນ ຢ່າງ​ຄັກ​ແນ່.

ສະພາບ​ການໄດ້​ເຂົ້າ​ຂັ້ນ​ຮ້າຍ​ແຮງຫຼາຍ​ ຈົນວ່າໃນ​ປີ 2001 ​ໄດ້​ມີ​ຫຼາຍໆປະ​ເທດ​ສັ່ງຫ້າມ​
ບໍ່​ໃຫ້​ປະຊາຊົນ​ຂອງ​ຕົນ ຮັບ​ເອົາ​ເດັກ​ຈາກ​ກໍາປູ​ເຈຍ​ມາ​ເປັນລູກ​ບຸນ​ທໍາ​ເດັດຂາດ. ​ໃນ​ນັ້ນ
ກໍ​ມີຮວມທັງ ປະ​ເທດຝຣັ່ງ ສະຫະລັດ ​ແລະ​ອັງກິດ.

​ໃນຊຸມ​ປີ​ໝໍ່ໆ​ມາ​ນີ້ ອົງການ UNICEF ​ແລະອົງການ Hague Conference ຫຼື HCCH
ຊຶ່ງ​ເປັນ​ອົງ​ກອນ​ລະຫວ່າງ​ລັດຖະບານ ທີ່​ປະຕິບັດ​ງານ​ເພື່ອ​ປະສານ​ກົດໝາຍ ຂ້າມ​ເຂດ​
ແດນ​ລະຫວ່າງ​ປະ​ເທດ ​ໄດ້ໃຫ້ການຊ່ວຍ​ເຫຼືອ​ແກ່​ລັດຖະບານ​ກໍາປູ​ເຈຍ ໃນ​ການຈັດ​ຕັ້ງ
ກົນ​ໄກຕ່າງໆທີ່​ເໝາະ​ສົມຂຶ້ນ​ມາ ​ເພື່ອ​ປ້ອງ​ກັນການ​ສວາຍ​ເອົາ​ປະ​ໂຫຍ​ດ​ໃນ​ເລື້ອງນີ້.

ທ່ານ​ນາງ Laura Martinez-Mora ຫົວ​ໜ້າ​ເຈົ້າໜ້າ​ທີ່​ດ້ານ​ກົດໝາຍ ຂອງ HCCH ​
ເວົ້າ​ວ່າ ກໍາປູ​ເຈຍ​ແມ່ນ​ໄດ້​ທໍາຄວາມ​ກ້າວໜ້າຫຼາຍສົມຄວນ ​ໂຮມ​ທັງການ​ຮັບ​ຜ່ານ​ກົດ “
ໝາຍ​ສະບັບ​ນຶ່ງ ວ່າ​ດ້ວຍການ​ອະນຸຍາດ​ໃຫ້​ເດັກ​ນ້ອຍຂະ​ເໝນ​ ໄປ​ເປັນລູກ​ບຸນ​ທໍາ​ຂອງ​
ຊາວ​ຕ່າງຊາດ ​ແລະກົດໝາຍ​ສະໜັບສະໜຸນອີກ​ຊຸດ​ນຶ່ງ​.

ທ່ານ​ນາງ Laura ​ເວົ້າ​ຕື່ມ​ວ່າ ພວກເຈົ້າໜ້າ​ທີ່ທ້ອງ​ຖິ່ນ​ ກໍາລັງ​ໄດ້​ຮັບ​ການເຝິກອົບ​ລົມ
ເພື່ອ​ໃຫ້​ແນ່​ໃຈ​ວ່າ ມັນ​ຈໍາ​ເປັນ​ແທ້ໆ​ທີ່​ຈະ​ຕ້ອງ​ມອບເດັກນ້ອຍ​ ​ໃຫ້ເປັນ​ລູກ​ບຸນທໍາຂອງ​
ຊາວຕ່າງປະ​ເທດ​ ແລະວ່າພໍ່​ແມ່​ຂອງເຂົາ​ເຈົ້າ​ໄດ້​ຍິນ​ຍອມ​ມອບ​ເດັກ​ແລ້ວ ​ແລະ​:

“ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ດັ່ງ​ນັ້ນ​ໄປ ຫຼັງ​ຈາກ​ທີ່​ໄດ້ຮັບ​ຟັງ​ຄໍາ​ຊີ້ແຈງ ​ແລະ​ຄໍາ​ປຶກສາ​
ແລ້ວ ​ແລະຫຼັງ​ຈາກ​ທີ່​ເຂົາ​ເຈົ້າໄດ້​ພະຍາຍາມແລ້ວ ທີ່​ຈະ​ເອົາ​ລູກ​ໄວ້ລ້ຽງ​ເອງ​ແຕ່
​ເຮັດ​ບໍ່​ໄດ້ ​ຄື​ມັນມີ​ຂໍ້​ມູນ​ທີ່​ຈະ​ຕ້ອງ​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ຟັງ ​ໃຫ້ເຂົາເຈົ້າຮູ້​ວ່າ​
ພວກ​ເຂົາ​ເຈົ້າ​ໄດ້​ເຊັນ​ຫຍັງ​ລົງ​ໄປ ​ແລະເຖິງແມ່ນ​ພວກ​ເຂົາ​ເຈົ້າອ່ານບໍ່​ໄດ້ກໍ​ຕາມ
ພວກ​ເຂົາ​ເຈົ້າກໍ​ຄວນ​ຈະ​ຮູ້​ວ່າ ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ຕໍ່​ເລຶ່ອງ​ໃດ. ນັ້ນແຫຼະແມ່ນ​ເປັນ​
ບາດກ້າວ​ທີ່ສໍາຄັນ​ຫຼາຍ ​ເພື່ອ​ຈະ​ມີ​ສິ່ງ​ນີ້​ໄດ້.”


ບັນຫາ​ອີກ​ຢ່າງ​ນຶ່ງ ກໍ​ຄືຮັບປະກັນ​ວ່າ ພວກ​ເດັກ​ຕ້ອງ​ມີ​ໃບ​ເກີດ ຊຶ່ງເປັນ​ສິ່ງທີ່​ສໍາຄັນ​ໃນ​
ຫຼາຍໆ​ປະ​ເທດ ​ແລະ​ບໍ່​ສໍາຄັນ​ນ້ອຍ​ເຊັ່ນ​ກັນໃນ​ກໍາປູ​ເຈຍ ບ່ອນ ທີ່​ອັດຕາຂອງ​ພວກ​ເດັກ
ນ້ອຍທີ່​ມີ​ໃບ​ເກີດຫຼື​ໃບຊະ​ຕາ ຕໍ່າ​ກວ່າ​ 40 ​ເປີ​ເຊັນ. ທ່ານ​ນາງ Laura ​ເວົ້າ​ວ່າ​:

“ສະ​ນັ້ນ​ ພວກ​ເຮົາ​ຕ້ອງມີມາດ​ຕະການ​ປ້ອງ​ກັນ​ທີ່ຈໍາ​ເປັນໄວ້ ​ເພື່ອ​ຈະ​ປະຕິບັດ
ໂຄງການ​ລູກ​ບຸນ​ທໍາ​ຢູ່​ໃນ​ຂອບເຂດ​ລະຫວ່າງ​ຊາດ ​ແລະ​ຢູ່​ພາຍ​ໃນ​ປະ​ເທດ​ນັ້ນ​ນໍາ.
ຕົວຢ່າງ ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ​ເດັກ​ທີ່ຊື່ ​ເອ ​ແມ່ນ​ເດັກ​ຊື່ ​ເອ ແທ້ໆ​ບໍ່ ​ແລະ​ກໍ​ບໍ່​ມີ​
ບັນຫາ​ເລຶ່ອງ​ໃບ​ເກີດ. ບັນຫາ​ອື່ນໆທີ່​ຄ້າຍຄື​ກັນ​ນີ້ ກໍຈໍາເປັນ​ຕ້ອງໄດ້​ຈັດ​ຕັ້ງ​ກົດ​ລະ
ບຽບຂຶ້ນ​ມາ​ປ້ອງ​ກັນໄວ້ ກ່ອນຈະ​ມີ​ການ​ອະນຸຍາດ​ໃຫ້​ຮັບ​ເອົາເດັກໄປເປັນລູກ​ບຸນ
ທໍາໄດ້. ສິ່ງ​ຕ່າງໆ​ທີ່​ກ່າວ​ມາ​ນີ້​ແຫຼະ ທີ່​ກໍາປູ​ເຈຍ​ກໍາລັງເຮັດຢູ່​ໃນຂະນະ​ນີ້.”


ພາຍ​ໃຕ້​ເງື່ອນ​ໄຂ​ຕ່າງໆ​ຂອງ​ສົນທິສັນຍາ The Hague ກ່ຽວ​ກັບ​ເລຶ່ອງນີ້ ທີ່ກໍາປູ​ເຈຍໄດ້
​ເຊັນຮັບຮອງ​ເອົານັ້ນ ​ບັນດາ​ປະ​ເທດ​ທີ່​ລົງ​ນາມ​ທັງຫຼາຍ ຈະ​ຕ້ອງ​ຖື​ເອົາ​ ຜົນ​ປະ​ໂຫຍ​ດ​
ແລະສະ​ວັດ​ດີກາ​ນຂອງເດັກ​ ​ເປັນຫຼັກ. ​ເພື່ອ​ເປົ້າ​ໝາຍ​ທີ່​ວ່າ​ນີ້ ບຸລິມະສິດ​ອັນ​ດັບນຶ່ງ​ ກໍຄື​
ພະຍາຍາມ​ເອົາ​ລູກ​ໄວ້​ກັບ​ຄອບຄົວ​ທີ່​ໃຫ້​ກໍາ​ເນີ​ດ ​ຫຼື​ກັບ​ຄອບຄົວ​ພີ່ນ້ອງທີ່​ໃກ້ຊິດຂອງ​ເດັກ​
ເສຍ​ກ່ອນ.

ຖ້າ​ຫາກ​ວ່າ​ເຮັດ​ແນວ​ນັ້ນ​ບໍ່​ໄດ້ ບາດກ້າວ​ຕໍ່​ໄປ​ກໍ​ຄື​ພະຍາຍາມ​ຊອກ​ຫາ​ຄອບຄົວ ຢູ່​ພາຍໃນ
​ປະ​ເທດ​ເອງ. ບັນດາ​ຊ່ຽນ​ຊານ​ຢາກ​ໃຫ້​ກໍາປູ​ເຈຍ​ພະຍາຍາມຫຼາຍຂຶ້ນ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​
ການ​ຮັບ​ເອົາ​ລູກ​ບຸນ​ທໍາ​ຢູ່​ໃນ​ພາຍ​ໃນ​ປະ​ເທດ ຫຼາຍກ່ວາທາງເລືອກ​ທີ່​ສາມ ຫຼື​ທາງເລືອກ
​ສຸດ​ທ້າຍ​ ຊຶ່ງ​ກໍ​ຄື​ການຍົກ​ໃຫ້​ເປັນ​ລູກ​ບຸນ​ທໍາ ຂອງ​ຊາວ​ຕ່າງປະ​ເທດນັ້ນ.

ນອກ​ນີ້​ແລ້ວ ບັນ​ດາ​ປະ​ເທດ​ພາຄີ​ໃນ​ສົນທິສັນຍາ​ນີ້ ​ຈະ​ຕ້ອງ​ຈັດ​ຕັ້ງ​ປະຕິບັດມາດ​ຕະການ
​ປ້ອງ​ກັນ​ຕ່າງ​ໆ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ລັກ​ພາ​ຕົວ​ ການຂາຍ​ ​ແລະ​ລັກລອບ​ຄ້າ​ມະນຸດ​
ເພື່ອ​ເອົາ​ໄປ​ຂາຍ​ເປັນ​ລູກ​ບຸນ​ທໍານັ້ນ ເກີດ​ຂຶ້ນ​ໄດ້​ ແລະ​ຍັງ​ຕ້ອງ​ຮັບປະກັນ​ຕື່ມ​ວ່າ ຈະ​ບໍ່​ມີ​
ການ​ສໍ້​ໂກງກັນ ​ຢູ່​ໃນ​ຂັ້ນ​ຕອນການ​ມອບ​ໃຫ້ເປັນ​ລູກບຸນທໍາ​ນັ້ນ. ​ແຕ່​ຢູ່​ໃນ​ກໍ​າປູ​ເຈຍທີ່​
ເມື່ອ​ອາທິດ​ຜ່ານ​ມາ​ນີ້ ອົງການຄວາມໂປ່​ງ​ໃສ​ສາກົນ ຫຼື Transparency International
ຈັດ​ໃຫ້ໂຮມ​ຢູ່​ໃນ​ຈໍານວນ 20 ​ປະ​ເທດ​ທີ່​ມີ​ການ​ສໍ້ລາດ​ບັງ​ຫຼວງ​ຫຼາຍ​ທີ່​ສຸດ​ໃນ​ໂລກນັ້ນ ​
ເລຶ່ອງນີ້​ ແມ່ນ​ຍັງເປັນ​ການ​ທ້າ​ທາຍ​ປະການ​ນຶ່ງ​ຢູ່.


Cambodia has announced that it expects to resume international adoptions next year. The move, which has surprised some, comes four years after the government suspended the practice after widespread allegations that children were being trafficked.

The announcement by Nim Thoth, a senior official in the Ministry of Social Affairs, came on the sidelines of a training workshop where dozens of judges and ministry officials were gathered to discuss Cambodia's progress on implementing the 1993 Hague Adoption Convention, which outlines safeguards for international adoptions.

When it comes to international adoptions, Cambodia has had a poor track record. For many years, until 2009 when the country suspended international adoptions, local media carried numerous stories of impoverished parents being tricked into parting with their children.

Those children would be taken to local orphanages and then placed with foreign families in exchange for thousands of dollars in so-called processing fees for brokers and corrupt government officials. Frequently few background checks were carried out on people seeking to adopt.

The situation was so bad that in 2001 several countries barred their citizens from adopting children from Cambodia, among them France, the United States and the United Kingdom.

In recent years, UNICEF and The Hague Conference, or HCCH, an intergovernmental body that works to harmonize laws across national boundaries, have been helping the Cambodian government to ensure proper mechanisms are put in place.

Laura Martinez-Mora, HCCH's principal legal officer, said Cambodia has made good progress, including passing a law on international adoptions and supporting legislation. She said workers are training local authorities to ensure that children are in need of inter-country adoption, that their parents have consented.

“They have done so after being informed and counseled, and after having tried that they keep their child, so that there is information, they know what they are signing and even if they don't know how to read, they know what they are saying yes to. So that's a very important step in order to have this,” Martinez-Mora said.

A further issue is ensuring that children have a birth certificate. That's important in many countries, and not least in Cambodia where less than 40 percent of children have one.

“So we need to have essential safeguards to do inter-country adoptions as well as domestic adoptions. For example to be sure that Child A is really Child A, that there is no problem with the birth certificate. Other types of issues like this need to be in place before any adoption takes place. So these are the things Cambodia is working on now,” stated Martinez-Mora.

Under the terms of the Convention, which Cambodia has signed, signatory states are required to put the interests of the child first. To that end, the number one priority is to try and keep the child with their birth family or with their extended family.

If that cannot be done, the next step is to try to find a home within the country. Experts want Cambodia to do more to promote domestic adoption over the third and last alternative, which is international adoption.

States must also put in place safeguards to prevent the abduction, sale and trafficking of children for adoption, and must also ensure there is no corruption in the process. In Cambodia, where this week Transparency International ranked the country as one of the 20 most corrupt in the world, that remains a challenge.

When UNICEF was asked whether it believes Cambodia is ready to resume adoptions, the U.N. children's organization struck a cautious tone.

UNICEF Cambodia's deputy representative, Sun Ah Kim, said several key requirements need to be in place first. One is staff trained in the proper procedures who can ensure, for example, that children up for adoption are eligible in the first place, and that prospective parents are suitable.

Another, given the priority to place children domestically rather than abroad, is that foster care and domestic adoption are also available.

“As of now, not all these requirements are in place. The government is accountable for ensuring these essential requirements are in place to resume new applications. The resumption of adoptions should take place gradually to guarantee the proper and orderly implementation of both the International Country Adoption Law and the Hague Convention,” said Sun Ah Kim.

Figures from the Ministry of Social Affairs show 3,800 Cambodian children were adopted internationally between 1997 and 2009, which was the year Cambodia suspended adoptions. Wednesday's announcement shows Phnom Penh believes it is close to fulfilling what is needed to begin again.

But at this stage it is not clear, that countries like the United States and the United Kingdom will be satisfied with the reforms to allow their citizens to participate when the adoptions restart.
XS
SM
MD
LG