ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສື່ມວນຊົນກ່າວວ່າ ລະບົບການເຊື່ອມຕໍ່ ທາງອິນເຕີເນັດຂອງກໍາປູເຈຍ ພາໃຫ້ເກີດຄວາມຢ້ານກົວ


ຜູ້ຄົນທີ່ພາກັນຍ່າງ ໃຊ້ໂທລະສັບມືຖື ໃນນະຄອນຫລວງພະນົມເປັນ, ປະເທດກໍາປູເຈຍ, ວັນທີ 18 ກຸມພາ, ປີ 2021. ລັດຖະບານກໍາປູເຈຍໄດ້ອອກພະລາດຊະບັນຍັດເພື່ອສ້າງລະບົບເຊື່ອມຕໍ່ທາງອິນເຕີເນັດແຫ່ງຊາດ ເຊິ່ງຈະມີການຄວບຄຸມການຫລັ່ງໄຫລຂອງຂໍ້ມູນ ໃນລະບົບອິນເຕີເນັດ.
ຜູ້ຄົນທີ່ພາກັນຍ່າງ ໃຊ້ໂທລະສັບມືຖື ໃນນະຄອນຫລວງພະນົມເປັນ, ປະເທດກໍາປູເຈຍ, ວັນທີ 18 ກຸມພາ, ປີ 2021. ລັດຖະບານກໍາປູເຈຍໄດ້ອອກພະລາດຊະບັນຍັດເພື່ອສ້າງລະບົບເຊື່ອມຕໍ່ທາງອິນເຕີເນັດແຫ່ງຊາດ ເຊິ່ງຈະມີການຄວບຄຸມການຫລັ່ງໄຫລຂອງຂໍ້ມູນ ໃນລະບົບອິນເຕີເນັດ.

ນັກຂ່າວວິທະຍຸ ທ່ານຄຸທ ໂຊກຸນ (Khut Sokun) ກ່າວວ່າ ລາວໄດ້ເຮັດລາຍງານຂ່າວໜ້ອຍລົງກວ່າເກົ່າ ໃນປີນີ້. ເຫດຜົນ ມີຄວາມຢ້ານກົວຕໍ່ລະບົບເຊື່ອມຕໍ່ທາງອິນເຕີເນັດແຫ່ງຊາດຂອງກໍາປູເຈຍ, ເຊິ່ງລາວ ແລະຄົນອື່ນໆກ່າວວ່າ ສາມາດເຮັດໃຫ້ລັດຖະບານຕິດຕາມກວດກາ ທຸກການເຄື່ອນໄຫວ ທາງອອນລາຍໄດ້ທັງໝົດ.

ຜູ້ໃຫ້ບໍລິການອິນເຕີເນັດໃນກໍາປູເຈຍມີເວລາຈົນເຖິງເດືອນກຸມພາ ປີ 2022 ໃນການປ່ຽນເສັ້ນທາງ ການຮັບສັນຍານສົ່ງທັງໝົດ ຜ່ານໜ່ວຍງານຄວບຄຸມ ຫລືລະບົບເຊື່ອມຕໍ່ທາງອິນເຕີເນັດ ອັນທີ່ຮຽກວ່າ NIG.

ແຕ່ ເນື່ອງຈາກລັດຖະບານຂອງນາຍົກລັດຖະມົນຕີທ່ານຮຸນ ເຊັນ ໄດ້ອອກກົດຂໍ້ບັງຄັບ ທີ່ຮູ້ຈັກກັນໃນປະເທດກໍາປູເຈຍວ່າ ເປັນພະລາດຊະບັນຍັດ, ຕົ້ນປີນີ້ ທ່ານໂຊກຸນ ກ່າວວ່າ ລາວໄດ້ນໍາໃຊ້ “ຄວາມລະມັດລະວັງຫລາຍຂຶ້ນ” ໃນການລາຍງານ ແລະມີຄວາມຄິດເຫັນໃນການສະແດງອອກທາງອອນລາຍ.

ທ່ານໂຊກຸນ ບໍ່ແມ່ນຄົນດຽວ. ນັກຂ່າວຄົນອື່ນໆ ແລະບັນດາກຸ່ມປົກປ້ອງສິດທິຕ່າງໆ ທີ່ກ່າວກັບ VOA ເວົ້າວ່າ ກົດຂໍ້ບັງຄັບ ທີ່ອະນຸຍາດໃຫ້ມີການລົງໂທດ “ຕາມກົດໝາຍທີ່ກ່ຽວຂ້ອງ,” ໄດ້ເຮັດໃຫ້ເພີ້ມຄວາມຢ້ານກົວທີ່ຈະຖືກຈັບໃນວົງການສື່ມວນຊົນ, ນັກວິຈານ ແລະປະຊາຊົນທົ່ວໄປ.

ໃນປະເທດ ທີ່ມີການຈໍາກັດສິດເສລີພາບທາງສື່ມວນຊົນ, ອໍານາດໃນວົງກວ້າງໃນລະບົບ NIG, ເຊິ່ງລວມເຖິງອໍານາດໃນການກວດສອບການເຄື່ອນໄຫວແລະ ຂັດຂວາງ ຫລືຕັດການເຊື່ອມຕໍ່ທາງອິນເຕີເນັດ, ຫລາຍໆຄົນມອງວ່າເປັນເຄື່ອງມືອີກອັນນຶ່ງ ໃນການປາບປາມການອອກປາກອອກສຽງ ແລະເພີ້ມຄວາມຢ້ານກົວນັ້ນ.

ບາງຄົນໄດ້ເນັ້ນຢໍ້າຄວາມກັງວົນ ເຖິງຄວາມເປັນສ່ວນໂຕ ແລະຄວາມເປັນໄປໄດ້ ໃນການສອດແນມ. ພາຍໃຕ້ພະລາດຊະບັນຍັດດັ່ງກ່າວ, ຜູ້ດໍາເນີນການຕ້ອງເກັບກໍາຂໍ້ມູນ, ແບ່ງປັນສະຖານະໃນການລາຍງານ ແລະຕ້ອງໃຫ້ຜູ້ທີ່ນໍາໃຊ້ພິສູດຂໍ້ມູນສ່ວນໂຕຂອງພວກເຂົາເຈົ້າ.

ສໍາລັບທ່ານໂຊກຸນ, ຜູ້ເຊິ່ງລາຍງານເພື່ອສຽງຂອງປະຊາທິປະໄຕ, ເປັນນຶ່ງໃນຜູ້ລາຍງານການກະຈາຍສຽງອິດສະຫລະຂອງກໍາປູເຈຍ, ກົດຂໍ້ບັງຄັບ ແມ່ນມີຜົນກະທົບໂດຍກົງ ຕໍ່ໜ້າທີ່ໃນການດໍາເນີນງານຂອງລາວ.

ລາວໄດ້ຫລີກລ້ຽງການລາຍງານກ່ຽວກັບການປະທ້ວງແລະເຫດການອື່ນໆ ໂດຍກ່າວວ່າ “NIG ບໍ່ໄດ້ຊ່ວຍ ໃນການປະຕິບັດໜ້າທີ່ທາງອາຊີບຂອງຂ້າພະເຈົ້າ; ກົງກັນຂ້າມ, ມັນໄດ້ເຮັດໃຫ້ຍາກຂຶ້ນ ສໍາລັບຂ້າພະເຈົ້າໃນການລາຍງານຂ່າວ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG