ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາຍົກ ຮຸນ ເຊນ ກຽມ​ທີ່​ຈະ​ຂະ​ຫຍາຍ ​ອຳ​ນາດຂອງ​ຕົນ


ນາຍົກລັດຖະມົນຕີ ຮຸນ ເຊນຈາກ​ພັກປະຊາ​ຊົນ​ກຳ​ປູ​ເຈຍ (CPP), ຍົກ​ບັດ​ລົງ​ຄະ​ແນນ​ສຽງກ່ອນ​ຈະ​ປ່ອນ​ມັນ​ລົງໄປ​ໃນ​ຫີບ​ໃສ່​ບັດຢູ່​ສະ​ຖານ​ທີ່​ປ່ອນ​ບັດໃນ​ເມືອງ Takhmua ຂອງ​ແຂວງ Kandal ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ພະ​ຄອນ​ຫລວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ, ວັນ​ທີ 5 ມິ​ຖຸ​ນາ, 2022
ນາຍົກລັດຖະມົນຕີ ຮຸນ ເຊນຈາກ​ພັກປະຊາ​ຊົນ​ກຳ​ປູ​ເຈຍ (CPP), ຍົກ​ບັດ​ລົງ​ຄະ​ແນນ​ສຽງກ່ອນ​ຈະ​ປ່ອນ​ມັນ​ລົງໄປ​ໃນ​ຫີບ​ໃສ່​ບັດຢູ່​ສະ​ຖານ​ທີ່​ປ່ອນ​ບັດໃນ​ເມືອງ Takhmua ຂອງ​ແຂວງ Kandal ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ​ພະ​ຄອນ​ຫລວງ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ, ວັນ​ທີ 5 ມິ​ຖຸ​ນາ, 2022

ພັກ​ປະຊາຊົນ​ກຳປູ​ເຈຍ ຫລື CPP ​ຂອງ​ນາຍົກລັດຖະມົນຕີ ຮຸນ ເຊນ ແມ່ນ​ຢູ່​ໃນເງື່ອນ​ໄຂ​ທີ່​ດີ ​ທີ່​ຈະ​ຂະ
ຫຍາຍ​ການ​ປົກຄອງ​ຂອງ​ຕົນອອກ​ໄປ​ອີກ​ ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ໃນ​ປີໜ້າ ຫລັງ​ຈາກ​ໄດ້​ຊະນະ​ການ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ສະພາ​ທ້ອງ​ຖິ່ນ ​ໃນ​ອາທິດ​ແລ້ວ​ນີ້.

ໄຊຊະນະ​ດັ່ງກ່າວ​ ຍັງ​ຈະ​ເຮັດ​ໃຫ້​ທ່ານຮຸນ ເຊນ ສາມາດ​ໂອນ​ອຳນາດ​ໃຫ້​ລູກ​ຊາຍ​ກົກ​ຂອງ​ທ່ານອີກ​ດ້ວຍ.

ດັ່ງ​ທີ່​ຄາດ​ກັນໄວ້​ແລ້ວ, ພັກ CPP ​ໄດ້​ສວຍ​ໃຊ້​ຄຳ​ສັ່ງ​ຫ້າມ​ພັກ​ກູ້​ຊາດ​ກຳປູ​ເຈຍ ຫລື CNRP ​ທີ່​ເປັນພັກ​ຝ່າຍ​ຄ້ານ​ຕົ້ນຕໍ ບໍ່ໃຫ້ເຂົ້າ​ຮ່ວມການ​ເລືອກ​ຕັ້ງ ​ເຊິ່ງຜູ້​ສະໜັບສະໜູນ​ພັກ​ນັ້ນ ພົບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຈັດ​ຕັ້ງພັກ​ຄືນ​ໃໝ່ ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ ໂດຍ​ທີ່​ມີ​ສະມາຊິກ​ຫຼາຍ​ຮ້ອຍ​ຄົນໄປ​ປາ​ກົດ​ໂຕ​ຢູ່ສານ ​ຫຼື​ບໍ່ ກໍຖືກຈຳ​ຄຸກ.

​ແຕ່​ຢ່າງໃດ​ກໍຕາມ​, ພັກ​ແສງ​ທຽນ ​ທີ່​ພົ້ນ​ເດັ່ນ​ຂຶ້ນມາ​ຈາກພັກ CNRP ​ທີ່ຍັງຫລົງເຫຼືອຢູ່ນັ້ນ ກໍໄດ້​ຕັ້ງ​ຕົນ​ເອງ​ເປັນ​ພັກ​ຝ່າຍ​ຄ້ານ​ຕົ້ນຕໍ​ຂອງ​ກຳປູ​ເຈຍ ​ໂດຍ​ມີ 17 ພັກ​ການ​ເມືອງ​ເຂົ້າ​ຮ່ວມການແຂ່ງຂັນເອົາ​ຫຼາຍ​ພັນ​ຕຳ ​ແໜ່​ງ​ ໃນຈຳນວນ 1,652 ຕາ​ແສງ ​ທີ່​ເປັນ​ເຂດ​ທີ່ລວມ​ມີ 3 ຫາ 30 ບ້ານ.

ທ່ານເດ​ວິດ ທອດ​ເທັນ (David Totten) ຫົວ​ໜ້າ​ດ້ານ​ການຈັດການຂອງບໍ​ລິ​ສັດທີ່​ປຶກ​ສາ Emerging Markets Consulting ໃນນະ​ຄອນ​ຫລວງພະນົມ ເປັນ ກ່າວວ່າ "ການເລືອກຕັ້ງແມ່ນເປັນໄປຕາມທີ່ຄົນສ່ວນໃຫຍ່ຄາດໄວ້​ແລ້ວ, ດັ່ງນັ້ນ ແນ່ນອນມັນບໍ່ເປັນ​ເລື້ອງແປກໃຈແຕ່​ຢ່າງ​ໃດເລີຍຢູ່ທີ່ນັ້ນ".

“ເນື່ອງ​ຈາກ​ຄວາມ​ບໍ່​ໝັ້ນຄົງ​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ພາກ​ພື້ນ ​ແລະສາກົນ, ​ມີ​ບາງ​ຄົນ​ອາດ​ຈະ​ຫາຍ​ໃຈ​ໂລ່ງດ້ວຍ​ຊ້ຳ​ ທີ່ເຫັນ​ວ່າ​ກຳປູ​ເຈຍ ຢ່າງ​ໜ້ອຍ​ກໍ​ບໍ່​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້ເກີດຄວາມບໍ່ໝັ້ນຄົງ ຫຼື ຄວາມເປັນຫ່ວງຢູ່ໃນພາກພື້ນ-ເຖິງ​ແມ່ນ​ວ່າ ໄດ້ດຳ​ເນີນ​ໄປ​ໃນ​ເສັ້ນທາງ​ການ​ເມືອງ ​ທີ່​ບໍ່​ເປັນ​ທີ່​ຍອມຮັບ​ໄດ້​ ໃນ​ສາຍຕາ​ຂອງ​ຫຼາຍ​ຄົນກໍ​ຕາມ.”

ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຢືນ​ລຽນ​ແຖວຢູ່​ຕໍ່​ໜ້າ​ສະ​ຖານ​ທີ່​ປ່ອນ​ບັດໃນ​ເມືອງ Takhmua, ໃນ​ແຂວງ Kandal ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງໃຕ້​ຂອງ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 5 ມິ​ຖຸ​ນາ, 2022.
ປະ​ຊາ​ຊົນ​ກຳ​ປູ​ເຈຍ​ຢືນ​ລຽນ​ແຖວຢູ່​ຕໍ່​ໜ້າ​ສະ​ຖານ​ທີ່​ປ່ອນ​ບັດໃນ​ເມືອງ Takhmua, ໃນ​ແຂວງ Kandal ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ສຽງໃຕ້​ຂອງ​ນະ​ຄອນ​ຫລວງ​ພະ​ນົມ​ເປັນ, ວັນ​ທີ 5 ມິ​ຖຸ​ນາ, 2022.

ຜົນການ​ເລື້ອງ​ຕັ້ງສຸດທ້າຍ ຈະປະກາດໂດຍຄະນະກຳມະການເລືອກຕັ້ງແຫ່ງ ຊາດ ໃນວັນທີ 26 ມິຖຸນານີ້, ແຕ່ການນັບຄະແນນເບື້ອງຕົ້ນສະແດງໃຫ້ເຫັນວ່າ ພັກ CPP ໄດ້ຮັບ 72.7 ເປີ​ເຊັນຂອງຄະແນນປະຊານິຍົມ, ເພີ່ມຂຶ້ນຈາກ 50.76 ເປີ​ເຊັນໃນປີ 2017, ເມື່ອພັກ CNRP ໄດ້ຮັບຄະແນນເກືອບ 44 ເປີ​ເຊັນ ຂອງຄະແນນສຽງທັງໝົດ ບໍ່ດົນກ່ອນທີ່ມັນຈະຖືກຫ້າມໂດຍສານ.

ປີ​ນີ້, ພັກ​ແສງ​ທຽນ​ ໄດ້​ຮັບ​ຄະ​ແນນ​ສຽງປະຊາ​ນິຍົມ 21,78 ເປີ​ເຊັນ ​ເຊິ່ງ​ເປັນອັນ​ດັບ​ທີ່​ລາກຫຼັງ ພັກ CPP ​ແລະ ພັກ CNRP ຫລາຍ​ ໃນ​ການ​ນັບ​ຄະ​ແນນ​ກ່ອນ​ໜ້າ​ນີ້ ​ແຕ່​ສະພາບນັ້ນ​ຄ່ອຍຫຼຸດ​ໜ້ອຍຖອຍ​ລົງ.

ຜູ້ສະໝັກຈາກຝ່າຍຄ້ານ ໄດ້ຖືກແບ່ງອອກເປັນຫລາຍພັກ​ ແລະອະດີດຜູ້ນຳ ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ ມາ​ຕະ​ຫລອດຂອງພັກ CNRP, ທ່ານເກັມ ໂຊ​ຄາ (Kem Sokha) ບໍ່ໄດ້ຄັດ​ຄ້ານ​ຕໍ່ການລົງຄະແນນສຽງ ໃນຂະນະທີ່ຍັງຖືກກັກຂັງຢູ່ໃນເຮືອນ ທ່າມກາງ ການດຳເນີນຄະດີ​ໃນ​ຂໍ້​ກ່າວ​ຫາວ່າທໍ​ລະ​ຍົດຕໍ່​ຊາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG