ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການນຳໃຊ້ ມາດຕະການ ຮັກສາຄວາມປອດໄພ ທີ່ຮຸນແຮງ ຕໍ່ບັນດານັກຂ່າວ ແລະຊ່າງພາບ ໃນກຳປູເຈຍ


ຜູ້ຍິງກຳປູເຈຍຄົນນຶ່ງ ຖ່າຍຮູບເອົາ ຕຳຫລວດປາບປາມຈະລາຈົນ ທີ່ຢືນຢູ່ທາງຫລັງຂອງຮົ້ວໜາມ​ໝາກ​ຈັບ ຢູ່ສວນເສລີພາບ ໃນນະຄອນຫຼວງພະນົມເປັນ.
ຜູ້ຍິງກຳປູເຈຍຄົນນຶ່ງ ຖ່າຍຮູບເອົາ ຕຳຫລວດປາບປາມຈະລາຈົນ ທີ່ຢືນຢູ່ທາງຫລັງຂອງຮົ້ວໜາມ​ໝາກ​ຈັບ ຢູ່ສວນເສລີພາບ ໃນນະຄອນຫຼວງພະນົມເປັນ.
ເຈົ້າໜ້າທີ່ ອົງການສະຫະປະຊາຊາດ ຈຳນວນນຶ່ງ ແລະອົງການ
ຕ່າງໆ ຮ່ວມກັນອອກສຽງຄວາມກັງວົນ ໃນການນຳໃຊ້ມາດຕະ
ການຮັກສາຄວາມປອດໄພ ທີ່ຮຸນແຮງຕໍ່ບັນດາ ນັກຂ່າວ ແລະ
ຊ່າງພາບ ເປັນເວລາຫຼາຍເດືອນຜ່ານມາ ໃນນະຄອນຫຼວງຂອງ
ກຳປູເຈຍ. ຜູ້ສື່ຂ່າວ ວີໂອເອ Robert Carmichael ລາຍງານ
ຈາກ ພະນົມ ເປັນ ບ່ອນທີ່ ລັດຖະບານ ໄດ້ປະກາດໃຊ້ ການຫ້າມ ເຕົ້າໂຮມຊຸມນຸມຂອງມະຫາຊົນ ຕັ້ງແຕ່ເດືອນມັງກອນ ຜ່ານມາ
ຊຶ່ງ ໄຊຈະເຣີນສຸກ ຈະນຳມາສະເໜີທ່ານ.

​ເປັນ​ເວລາຫຼາຍ​ເດືອນ​ມາ​ແລ້ວ ທີ່ພວກ​ຄົນ​ຍາມທີ່ເທດສະບານນະຄອນ ຫຼວງພະນົມເປັນ
ວ່າ​ຈ້າງ​ໃຫ້ມາຮັກສາ​ຄວາມ​ປອດ​ໄພ ໄດ້​ທຳການໂຈມ ຕີທຳຮ້າຍຮ່າງກາຍ ບັນດານັກຂ່າວ
​ແລະຊ່າງ​ພາບ ທີ່​ໄປລາຍ​ງານ​ຂ່າວ​ກ່ຽວກັບ​ການ ປະ​ທ້ວງແລະການ​ໂຮມຊຸມນຸມນັ້ນ​ ທັງໄດ້
ເຮັດ​ໃຫ້ອຸປະ ກອນຂອງ​ພວກເຂົາ​ເຈົ້າ ​ເສຍຫາຍ ຫຼືບໍ່​ກໍ​ລັກເອົາໄປ.

ພະນັກ​ງານ​ຮັກສາ​ຄວາມ​ປອດ​ໄພ​ເຫລົ່າ​ນັ້ນ ​ແມ່ນ​ພາກັນປະຕິບັດຕາມ​ຄຳ​ສັ່ງຂອງລັດ
ຖະບານ ທີ່​ປະກາດ​ໃຊ້​ເມື່ອວັນ​ທີ 4 ເດືອນມັງກອນ ທີ່ຫ້າມການໂຮມຊຸມນຸມ​ໃນ​ທີ່ສາທາ
ລະນະ ຊຶ່ງ​ເປັນ​ມາດຕາ​ການທີ່​ແນ​ໃສ່​ ເພື່ອປ້ອງ​ກັນບໍ່​ໃຫ້ພວກ​ກຸ່ມ​ການ​ເມືອງ​ຝ່າຍ​ຄ້ານ​ ແລະກຸ່ມ​ແຮງ​ງານ ທຳການປະ​ທ້ວງ​ຕໍ່​ຕ້ານພັກຂອງ​ລັດຖະບານ. ແຕ່ວ່າ​ ພາຍ​ໃຕ້ກົດໝາຍ​
ຂອງ​ກຳປູ​ເຈຍນັ້ນ ການປາບ​ປາມ​ພວກ​ນັກ​ຂ່າວ ​ທີ່​ໄປ​ຕິ​ດຕາມ​ເອົາ​ຂ່າວ​ການ​ໂຮມ​ຊຸມນຸມ​ນັ້ນ ​ແມ່ນ​ເປັນ​ການຜິດ​ກົດໝາຍ.

​ໃນ​ວັນ​ສຸກ ທີ 2 ​ຕົ້ນ​ເດືອນ​ນີ້ ພວກ​ພະນັກງານ​ຮັກສາ​ຄວາມປອດ​ໄພ ທີ່​ໄດ້​ຮັບ​ການ​ໜຸນ
ຫຼັງຈາກ​ຕຳຫລວດ ໄດ້ໃຊ້​ໄມ້​ແສ້​ແລະ​ໄມ້ຄ້ອນ​ ຕີ ພວກ​ສະມາຊິກສື່​ມວນ​ຊົນ ທີ່​ໄປ​ເອົາ​
ຂ່າວ​ການ​ໂຮມ​ຊຸມ​ນຸມຂອງ​ພວກ​ນັກ​ເຄື່ອນໄຫວຂອງຝ່າຍ​ຄ້ານ ທີ່​ທາງ​ລັດຖະບານ​ຫ້າມ​
ນັ້ນ. ນັກ​ຂ່າວ​ກຳປູ​ເຈຍ​ຄົນນຶ່ງໄດ້​ຮັບ​ບາດ​ເຈັບ​ໃ​ນການ​ໂຈມ​ຕີ​ດັ່ງກ່າວ.

ຫົວໜ້າ​ຫ້ອງການ​ສິດ​ທິມະນຸດ ຂອງສະຫະ​ປະຊາ​ຊາດ​ທີ່​ກຳປູ​ເຈຍ ທ່ານນາງ Wan Hea
Lee ​ກ່າວ​ປະນາມ​ຄວາມ​ຮຸນ​ແຮງ​ດັ່ງກ່າວ​ໃນ​ວັນ​ເສົາ ຊຶ່ງ​ທ່ານ​ນາງ​ເວົ້າວ່າ ລັດຖະບານ
ມີ​ພັນ​ທະທີ່​ຈະ​ຕ້ອງ ສືບສວນ​ສອບ​ສວນ​ການ​ໂຈ​ມຕີ​ ພວກພະ​ນັກ​ງານ​ຂອງ​ຕົນ​ທີ່​ໄດ້​ກະທຳ
​ໄປ​ຕໍ່​ສື່​ມວນ​ຊົນ ໃນຫ​ວ່າງ​ບໍ່ເທົ່າ​ໃດ​ເດືອນ ຜ່າ​ນມາ​ນີ້ ​ແລະນຳ​ເອົາພວກ​ທີ່​ຮັບຜິດ​ຊອບມາ​
ດຳ​ເນີ​ນຄະດີ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ການ​ໂຈມ​ຕີ​ໃດໆ​ຕໍ່ໍສື່​ມວນ​ຊົນ ​ແມ່ນມີ​ຜົນ​ສະ​ທ້ອນ​ຢ່າງ​ກ້ວາງ​ຂວາງ
ຕໍ່ປະຊາທິປະ​ໄຕ ​ໃນ​ກຳປູ​ເຈຍ.

ທ່ານ​ນາງ​ Wan Han Lee ເວົ້າວ່າ: ມັນສົ່ງຜົນກະທົບຕໍ່ ຄວາມ​ສາມາດຂອງສັງຄົມ
ທັງໝົດ ​ໃນ​ການ​ທີ່​ຈະໄດ້ຮັບຂ່າວ ຂໍ້ມູນທີ່ຕົນຕ້ອງການເພື່ອຮັກສາແນວຄິດແຫ່ງ
ປະຊາທິປະໄຕແລະການປະກອບສ່ວນ ກໍ​ຄືສັງຄົມທີ່ກວມ​ເອົາ​ທຸກ​ພັກ​ຝ່າຍ ທີ່
ກຳປູເຈຍປາດຖະໜາຢາກຈະເປັນນັ້ນ. ການບໍ່ເອົາໂທດ ບໍ່​ໄດ້ເກີດຂຶ້ນຢູ່​ໃນບ່ອນ​
ທີ່​ບໍ່ມີ​ອຳນາດ. ການ​ບໍ່​ເອົາ​ໂທດ ໃນ
ກໍລະນີການໂຈມຕີຕໍ່ພວກນັກຂ່າວນີ້ ແມ່ນເກີ
ຂຶ້ນ
ຢູ່ໃນບ່ອນທີ່ມັນເປັນໄປໄດ້​.”

​ໃນ​ວັນ​ອາທິດ​ຕໍ່​ມາ ກະຊວງ​ຖະ​ແຫລງຂ່າວ​ໄດ້​ເຜີຍ​ແຜ່ຄຳຖະ​ແຫລ​ງ ສະບັບນຶ່ງ ທີ່​ຍອມຮັບ​
ວ່າ ສະຖານ​ນະ​ການ​ໄດ້​ໄປ​ໄກເກີນຂອບເຂດແລ້ວ.

ຖະ​ແຫລ​ງການ​ຂອງ​ກະຊວງ​ຖະແຫລ​ງຂ່າວ​ໄດ້​ປະນາມ ທຸກ​ຮູບ​ແບບ​ຂອງການຂົ່ມຂູ່
ການຂູ່ຂວັນຢຶດເອົາວັດຖຸ ແລະ ການດູຖູກດູ​ໝິ່ນ ພວກນັກຂ່າວ ແລະກ່າວວ່າ
ຕົນ​ຖື​ວ່າ ການກະທຳທີ່ກ່າວມານັ້ນ ເປັນການລະເມີດຢ່າງຮ້າຍແຮງ ຕໍ່​ເສລີພາບ
ດ້ານ​ການຂ່າວ
ຂອງ ກຳປູເຈຍ.”

ທາງກະຊວງຍັງຮຽກຮ້ອງໄປ​ຍັງ ບັນດາພະນັກງານຮັກສາຄວາມປອດ ໄພຂອງລັດ ໃຫ້
ເຄົາລົບສິດທິ ຂອງພວກນັກຂ່າວ ​ໃນການ​ປະຕິບັດ​ພາລະກິດຢູ່​ນັ້ນ. ຢ່າງໃດກໍຕາມ
ກະຊວງບໍ່ໄດ້​ເອີ່ຍ​ເຖິງວ່າ ຈະດຳເນີນຄະດີ ພວກທີ່ໄດ້ກະທຳຄວາມຮຸນແຮງ ຜ່ານມາ
ແລ້ວນັ້ນ ຫລື​ບໍ່?

Sebastian Strangio ຮອງປະທານສະໂມສອນພະແນກການຂ່າວຕ່າງປະເທດຂອງ
ກຳປູເຈຍ ທີ່ເປັນຕົວແທນໃຫ້ພວກນັກຂ່າວ ແລະຊ່າງ​ພາບຕ່າງປະ​ເທດ ກໍ​ຄື​ນັກ​ຂ່າວ
ກຳປູເຈຍຈຳນວນນຶ່ງ ໄດ້ສະແດງຄວາມຍິນດີຕໍ່ ຄຳຖະແຫລງດັ່ງກ່າວ ຂອງລັດຖະບານ ແຕ່ໄດ້ຕັ້ງຂໍ້​ສົງ​ໄສ​ວ່າ ມັນ​ຈະ​ໄດ້ຜົນຫລື​ບໍ່ ໃນການຍຸດຕິການກະທຳຮຸນແຮງ ໃນອະນາຄົດ?

ທ່ານ Strangio ເວົ້າວ່າ: ​ເອີ... ພວກເຮົາຍິນດີນຳຄຳຖະແຫລງນັ້ນ. ຍິນດີ ນຳການ
ປະນາມການໂຈມຕີຕໍ່ພວກນັກຂ່່າວ
. ​ແຕ່ ຄຳຖາມໃນຂະນະນີ້ ກໍແມ່ນວ່າ ຄຳສັ່ງ
ທີ່ກ່າວມານັ້ນ ຈະລົງໄປເຖິງອຳນາດການປົົກຄອງ ຂັ້ນເມືອງຫຼືບໍ່ ຊຶ່ງເຊື່ອກັນວ່າ ​
ເປັນ​ຜູ້ຢູ່່ເບື້ອງຫຼັງການໂຈມຕີຫຼາຍໆ​ບັ້ນ. ດັ່ງນັ້ນ ​ເຮົາ​ກໍຍັງຈະຕ້ອງໄດ້ລໍຖ້າເບິ່ງ
.”

ການ​ເຄື່ອນ​ໄຫວ​ຕ່າງໆ​ເຫລົ່າ​ນີ້ ມີ​ຂຶ້ນ​ໃນເວລາ ທີ່​ຄວາມ​ເຄັ່ງ​ຕຶງ​ ທາງການເມືອງໃນ
ກຳປູເຈຍ ໄດ້ທະວີສູງຂຶ້ນ. ​ບັນດາ​ຜູ້​ແທນ​ຂອງ ພັກການເມືອງຝ່າຍຄ້ານຂອງປະເທດ ໄດ້ປະຕິເສດທີ່​ຈະ​ເຂົ້າ​ໄປ​ນັ່ງ​ໃນສະພາ ເພື່ອປະທ້ວງການເລືອກຕັ້ງທົ່ວໄປເມື່ອເດືອນ
ກໍລະກົດ ປີ​ກາຍ​ນີ້ ຊຶ່ງເຂົາ​ເຈົ້າອ້າງວ່າ ​ເຕັມ​ໄປ​ດ້ວຍການສໍ້ໂກງ ແຕ່ວ່າຜົນການ​ເລືອກ​
ຕັ້ງ​ຂອງທາງການ ຊີ້ບອກວ່າ ​ພັກ​ຂອງ​ລັດຖະບານ​ໄດ້ຊະນະ ຢ່າງ​ຫວຸດ​ຫວິດ.

ເຖິງແມ່ນວ່າທັງສອງພັກເກືອບໄດ້ບັນລຸ​ຂໍ້ຕົກລົງກັນໃນເດືອນຜ່ານມາ ຊຶ່ງຈະແກ້ໄຂ
ຂໍ້ຂັດແຍ້ງກັນຕ່າງໆ​ໃຫ້​ໝົດ​ໄປ​ນັ້ນ​ກໍ​ຕາມ ​ແຕ່ບັດນີ້ ປະກົດວ່າ ມັນລົ້ມແຫຼວ​ໄປແລ້ວ.

ການໂຄສະນາຫາສຽງໄດ້ເລີ້ມຂຶ້ນ ສຳລັບການປ່ອນ​ບັດໃນວັນທີ 18 ເດືອນນີ້ຊຶ່ງບັນດາ
ສະມາຊິກສະພາທ້ອງຖິ່ນ ຈະລົງ​ຄະ​ແນນ​ສຽງ ​ແຕ່ງ​ຕັ້ງສະມາຊິກສະພາຂັ້ນສູງ​ຂຶ້ນ​ໄປ​ອີກ
ຊຶ່ງ​ມີ​ຢູ່​ສອງລະດັບ.
XS
SM
MD
LG