ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຄວາມ​ບໍ່ສະ​ເໝີພາບ​ ດ້ານ​ຄ່າ​ແຮງ​ງານ ໃນກໍາປູເຈຍ


ກໍາມະກອນກໍ່ສ້າງອາຄານຫລັງໜຶ່ງ ທີ່ກໍາປູເຈຍ (ຮູບຖ່າຍໂດຍ Hean Socheata/VOA Khmer ໃນວັນທີ 02 ມີນາ 2017)
ກໍາມະກອນກໍ່ສ້າງອາຄານຫລັງໜຶ່ງ ທີ່ກໍາປູເຈຍ (ຮູບຖ່າຍໂດຍ Hean Socheata/VOA Khmer ໃນວັນທີ 02 ມີນາ 2017)

​ຄວາມ​ບໍ່ສະ​ເໝີພາບ​ດ້ານ​ຄ່າ​ແຮງ​ງານ ​ແລະ​ການ​ຄາດ​ຄະ​ເນ​ວ່າ​ຈະ​ມີ​ການ​ຫລຸດ​ລົງ​
ຢ່າງ​ຫລວງຫລາຍໃນ​ຂະ​ແໜງອຸດ​ສະຫະ​ກໍາ​ດ້ານກໍ່ສ້າງ ​ໄດ້​ເກີດ​ເປັນ​ບັນ​ຫາ​ໃຫຍ່​ອັນ
​ນຶ່ງ ທີ່​ໂຜ່​ຕົວ​ຂຶ້ນມາ​ກ່ອນ​ຈະ​ມີ​ການ​ເລືອກ​ຕັ້ງຂອງ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ໃນ​ກໍາປູ​ເຈຍ
ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມີນາ ທີ່​ຈະ​ມາ​ເຖິງ​ນີ້.

​ບັນຫາຄ່າ​ແຮງ​ງານຕໍ່າ ໃນ​ຂະ​ແໜງອຸດ​ສະຫະ​ກໍາ​ກໍ່ສ້າງ ທີ່​ກໍາມະກອນ​ໄດ້​ຮັບ​
ພຽງ​ແຕ່ $2.50 ຕໍ່ມື້ນັ້ນ ​ແມ່ນ​ບໍ່ມີ​ການ​ປ່ຽນ​ແປ​ງຫຍັງ ​ເຖິງ​ແມ່ນ​ວ່າ ການກໍ່ສ້າງ​ໃນ​ປ​ະ
​ເທດ ຈະ​ຂະຫຍາຍຕົວ​ຢ່າງ​ສູງ​ ​ແລະ​ກໍ​ຢູ່​ໃນ​ໄລຍະທີ່​ປະ​ເທດ​ມີ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ໃນ​ຊຸມ​ປີໝໍ່ໆ ມານີ້ກໍ​ຕາມ. ທະນາຄານ​ໂລກ​ເວົ້າວ່າ ​ກໍາປູ​ເຈຍ​ໄດ້​ມີ​ລະ
​ດັບການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ໃນອັດຕາ​ສະ​ເລ່ຍ 7.6 ​ເປີ​ເຊັນ​ຕໍ່ປີ​ໃນ​ຊ່ວງ
​ໄລຍະ​ປີ 1994 ຫາ 2015 ​ແລະ​ຄາດ​ວ່າ​ຍັງ​ຈະ​ສື​ບຕໍ່ ການ​ຂະຫຍາຍຕົວ​ຢ່າງ​ແຮງ​ໃນ
​ໄລຍະ​ສອງ​ປີຂ້າງໜ້າ.

​ເຖິງ​ແມ່ນ​ວ່າ​ຄ່າແຮງງານຍັງຕໍ່າ​ແບບ​ບໍ່​ເຄີຍ​ປ່ຽນ​ແປງ​ຈັກເທື່ອ ລັດຖະບານ​ຂອງ​ນາຍົກ ລັດຖະມົນຕີ Hun Sen ມັກ​ຈະ​ຍົກ​ໃຫ້​ຂະ​ແໜງການກໍ່ສ້າງ​ວ່າ​ເປັນ​ຂະ​ແໜງການ​ທີ່
ສ້າງ​ວຽກ ​ເຮັດ​ງານ​ທໍາ​ໃຫ້​ແກ່​ປະຊາຊົນ​ຜູ້​ທຸກ​ຍາກ ຢູ່​ໃນ​ເຂດ​ຊົນນະບົດ ຊຶ່ງ​ເປັນ​ພາກ
ສ່ວນ​ທີ່​ຂາດ​ບໍ່​ໄດ້​ຂອງ​ຍຸດ​ທະ​ສາດ​ດ້ານເສດຖະກິດຂອງ​ປະ​ເທດ ​ທີ່ອີງ​ໃສ່ 4 ​ເສົາ​ຄໍ້າ
ຊຶ່ງ​ລວມມີ ອຸດ​ສະຫະ​ກໍາ​ຕັດຫຍິບ, ການ​ປູກ​ເຂົ້າຂາຍ, ການທ່ອງທ່ຽວ ​ແລະ​ການກໍ່ສ້າງ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ວິ​ເຄາະ​ອະສັງຫາລິມະ​ຊັບ​ຂອງ EPenh ທີ່​ຄາດ​ຄະ​ເນ​ການ
ສິ້ນສຸດ​ລົງ​ຂອງ​ການຂະຫຍາຍຕົວ​ຢ່າງ​ສູງຂອງ​ຕະຫລາດອະສັງຫາລິມະ​ຊັບ ວ່າ
ຍ້ອນ​ມີ​ການ​ຫລຸດ​ລົງຢ່າງໜັກຫລາຍ​ເຖິງ 50 ​ເປີ​ເຊັນ​ຂອງ​ຕະຫລາດ​ດັ່ງກ່າວທີ່​ມີ​ຢູ່ໃນ
​ປັດຈຸບັນ​ໃນ​ຕະຫລອດ​ປີນີ້ ​ເຮັດ​ໃຫ້ບັນຫານີ້ມີ​ຄວາມ​ສັບສົນ

ບັນຫາຄວາມສະ​ເໝີພາບ​ດ້ານ​ຄ່າ​ແຮງ​ງານ ສໍາລັບ​ແມ່​ຍິງ​ໃນສະຖານ​ທີ່ກໍ່ສ້າງຕ່າງໆ
​ແມ່ນ​ປະກົດ​ພໍໃຫ້​ເຫັນໜ້ອຍນຶ່ງ ຊຶ່ງ​ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ການ​ປຸກລະດົມ​ເພື່ອ​ໃຫ້​ມີ​
ການ​ປັບປຸງ ມາດຕະຖານ​ຂອງ​ອຸດສາຫະກໍາ ກ່ອນໜ້າຈະ​ມີ​ການ​ເລືອກ​ຕັ້ງຂອງປະ
ຊາຊົນ​ໃນ​ທ້ອງ​ຖິ່ນ​ໃນ​ວັນ​ທີ 4 ມີ​ຖຸນາ ​ແລະ​ການ​ປັດ​ບັດ​ເລືອກ​ຕັ້ງ​ແຫ່ງ​ຊາດ​ທີ່​ຈະ​ມີ​ຂຶ້ນ
​ໃນ ​ເດືອນ​ກໍ​ລະ​ກົດ​ປີໜ້າ.

ນາງ Chork Yeurn, ທີ່​ເປັນ​ກໍາມະກອນ​ທີ່​ບໍ່​ເປັນ​ທາງ​ການ ​ແລະ​ກໍ​ບໍ່ມີ​ສີມື ທີ່​ເຮັດ​ວຽກ
ກັບ​ສາມີ​ຂອງ​ນາງຢູ່​ສະຖານ​ທີ່​ກໍ່ສ້າງ​ແຫ່ງ​ນຶ່ງ​ໃນ​ນະຄອນຫລວງ​ພະນົມ​ເປັນ ​ໃນ​ມື້ນຶ່ງ
​ແມ່ນ​ໄດ້ຮັບ ບໍ່​ເກີນ $4.50 ຫາ $5.00 ​ແລະ​ທັງ​ໄດ້​ຮັບ 50 ຕໍ່ຊົ່ວ​ໂມງ​ເພີ້ມອີກ ຖ້າ​ຫາກ
​ລາວ​ເຮັດ​ວຽກ ລ່ວງ​ເວລາ. ​ແຕ່​ລາວ​ກໍ​ບໍ່​ຄ່ອຍ​ໄດ້​ຮັບ​ເງິນ​ຄ່າ​ຈ້າງ​ຕາມ​ກໍານົດ ຈຶ່ງ​ເຮັດ​ໃຫ້
​ລາວ​ພົບ​ຄວາມ​ຫຍຸ້ງ​ຍາກ ທີ່​ຈະ​ໄດ້​ຮັບ​ການ​ປິ່ນປົວ​ສຸຂະພາບ ​ແລະ​ການ​ບໍລິການ​ອື່ນໆ
ທີ່​ລາວ​ມີ​ຄວາມ​ຕ້ອງການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG