ຟັງລາຍງານໂດຍເຕັມ:
ຄັ້ງນຶ່ງ ສິນລະປະຂອງກໍາປູເຈຍ ແມ່ນມີຊື່ສຽງວ່າເປັນສິນລະປະ ທີ່ມີຮູບແບບຕາຍຕົວ
ເປັນຮູບພາບສອງມິຕິຂອງອັງກໍວັດ ແລະພາບຊົນນະບົດທີ່ສວຍງາມ ຍ້ອນຫລັງໄປໃນ
ປາງກ່ອນສົງຄາມສາມສິບປີຂອງປະເທດ ຊຶ່ງຕໍ່ມາກໍແມ່ນມີແຕ່ພາບອັນສະຫຍອງຂວັນ
ຂອງການປົກຄອງ ທີ່ໂຫດຮ້າຍພາຍໃຕ້ຂະເໝນແດງ ທີ່ໄດ້ທໍາລາຍປະເພນີວັດທະນະທໍາ
ແລະຫ້າມການສະແດງສິນລະປະທຸກປະເພດ ນອກຈາກເລຶ່ອງການເມືອງຢ່າງດຽວເທົ່ານັ້ນ.
ໃນໄລຍະຊຸມປີຕົ້ນໆຫລັງຈາກສົງຄາມ ສິນລະປະຂອງກໍາປູເຈຍແມ່ນ ເກືອບວ່າບໍ່ມີຫຍັງເລີຍ.
ມາບັດນີ້ ພວກນັກສິນລະປະພາກັນດິ້ນຮົນເພື່ອຖ່າຍທອດພາບທີ່ສະທ້ອນເຖິງ ສັງຄົມທີ່ກໍາ
ລັງກັບຄືນສູ່ປົກກະຕິຢ່າງວ່ອງໄວນັ້ນ.
ທ່ານ Nico Mesterharm ຜູ້ອໍານວຍການຫໍສິນລະປະ Meta House Art Gallery ທີ່
ນະຄອນຫລວງພະນົມເປັນ ຈາກປະເທດເຢຍຣະມັນໄດ້ ເຂົ້າມາຢູ່ກໍາປູເຈຍ ຕັ້ງແຕ່ສະໄໝ
ທີ່ສິນລະປະກໍາປູເຈຍຍັງຖືກກໍານົດໂດຍພວກນັກແຕ້ມເພື່ອຫາເງິນ ທີ່ສ່ວນໃຫຍ່ພາກັນ
ແຕ້ມຮູບພາບ ທີ່ເນັ້ນເຖິງວັດທະນະທໍາ.
ທ່ານ Mesterharm ກ່າວວ່າ ບັດນີ້ ພວກນັກສິນລະປະທ້ອງຖິ່ນກໍາລັງເອົາປະເພນີວັດທະ
ນະທໍາທ້ອງຖິ່ນ ໂຮມເຂົ້າກັນກັບສິນລະປະສະໄໝໃໝ່ ແລະຢືມຄວາມຄິດມາຈາກຕ່າງປະ
ເທດ. ທ່ານເວົ້າວ່າ:
“ພວກເຂົາເຈົ້າຍັງເຫັນອີກວ່າ ມີວົງການສິນລະປະທີ່ຈະເລີນຮຸ່ງເຮືອງໃນພວກປະເທດ
ເພື່ອນບ້ານ ເຊັ່ນ ໄທ ແລະຫວຽດນາມ. ດັ່ງນັ້ນ ພວກເຂົາ ເຈົ້າຈຶ່ງພາກັນຮຽນຮູ້ຈາກ
ປະເທດອື່ນໆ ຈາກຜົນສໍາເລັດທີ່ເກີດຂຶ້ນຢູ່ໃນປະເທດອື່ນໆ.”
ທ່ານ ເມສເຕີແຮມ ກ່າວວ່າ ຮູບແບບສິນລະປະຂອງກໍາປູເຈຍເລີ່ມປ່ຽນແປງໄປໃນປີ 2005
ເວລາພວກນັກສິນລະປິນກໍາປູເຈຍສະໄໝໃໝ່ປະມານ 25 ຄົນ ລິເລີ່ມໂຄງການອັນນຶ່ງທີ່
ເອີ້ນວ່າ Visual Arts Open ຊຶ່ງໄດ້ກະຕຸ້ນໃຫ້ມີການເຄື່ອນໄຫວໄປສູ່ສິນລະປະສະໄໝໃໝ່
ຫລືສະໄໝ ປັດຈຸບັນ ແລະໜີອອກຈາກການວາດແຕ້ມຮູບທິວວະທັດ ຫລືຮູບຄົນ ເພື່ອເນັ້ນ
ໃສ່ຄວາມໝາຍຂອງຮູບພາບ.
ນາຍ Chhim Sothy ເປັນຜູ້ນຶ່ງ
ໃນກຸ່ມນັກສິນລະປິນໜ້າໃໝ່
ເຫລົ່ານີ້. ຮູບແຕ້ມຂອງລາວມີ
ລາຄາເຖິງ 3,000 ໂດລາຕໍ່ນຶ່ງ
ຮູບ ແລະໄດ້ນໍາໄປສະແດງຢູ່
ທົ່ວຂົງເຂດເອເຊຍ ຢູໂຣບແລະ
ສະຫະລັດ.
ນາຍ Chhim ກ່າວວ່າ ຄວາມ
ໂຫດຮ້າຍຂອງຂະເໝນແດງໄດ້
ຄອບງໍາວຽກງານໃນຕອນຕົ້ນໆ
ຂອງລາວ ໃນຂະນະທີ່ສາສະໜາ
ໂດຍສະເພາະສາສະໜາພຸດນັ້ນ
ກໍມີອິດທິພົນສໍາຄັນເຊັ່ນດຽວ
ກັນ ແຕ່ບັດນີ້ ລາວຊອກຫາ
ແຫລ່ງດົນໃຈອື່ນໆ.
“ຮູບແຕ້ມທີ່ຂ້ອຍມັກຫລາຍກວ່າໝູ່ ກໍຄື ຂ້ອຍມັກຮູບແຕ້ມສະໄໝໃໝ່ ຫລື ພາບ
abstract ຫລືພາບສິນລະປະທີ່ສໍ່ທໍາມະຊາດ ແຕ້ມຂຶ້ນເພື່ອສະແດງຄວາມໝາຍໃດ
ນຶ່ງ ເຊັ່ນພາບແຕ້ມຂອງ Picasso, William Kooning, Gauguin ຫລື Van
Gough ຂ້ອຍມັກສະໄຕລ໌ນີ້. ດຽວນີ້ ຂ້ອຍປ່ຽນຫລາຍຢູ່ ຄືແຕ້ມກ່ຽວກັບຄອບຄົວ
ກ່ຽວກັບພວກຄົນໃກ້ຊິດຂ້ອຍ ບາງເທື່ອກໍແມ່ນແບບ abstract ບາງເທື່ອກໍຄິດ
ກ່ຽວກັບຊີວິດຈິງ ຂ້ອຍມີຄວາມສຸກໃຈຫລາຍ ເພາະວ່າຂ້ອຍໄດ້ພັດທະນາຫລາຍສິ່ງ
ຫລາຍຢ່າງ.”
ນາຍ Chhim ແຕ້ມຮູບຂອງລາວດ້ວຍສີນໍ້າມັນ ສອດເງົາດ້ວຍ ສີຂຽວ ສີຟ້າ ຫລືປົນສີແດງ ໃນຫລາຍໆລະດັບອ່ອນແກ່ ຊຶ່ງມີຮູບຄົນທີ່ ບໍ່ນຸ່ງຫົ່ມຫຍັງ ແຕ່ມີສີສັນສະທ້ອນເຖິງໃນວິຖີ
ຊີວິດຂອງຄອບຄົວຄົນໃນເມືອງ ຫລາຍກວ່າເລຶ່ອງເພດ. ແມ່ກັບລູກໆ ກໍເປັນພາບທີ່ລາວ
ມັກແຕ້ມຢູ່ເລື້ອຍໆ ຜະສົມຜະສານກັບຮູບໂຕລະຄອນຈາກນິທານຮິນດູ ທີ່ເນ້ນໃສ່ຜູ້ຊາຍວ່າ
ເປັນຜູ້ສໍາຫລວດຄົ້ນຄວ້າຊີວິດ.
ຜົນງານຂອງນາຍ Chhim ແມ່ນກ້າວໜ້າຫລາຍຈາກສະຖາບັນວັດທະນະທໍາແລະສິນລະປະ
ຂອງກໍາປູເຈຍ ບ່ອນທີ່ພວກນັກແຕ້ມສ່ວນໃຫຍ່ໄດ້ຮັບ ການສິດສອນສິນລະປະຂັ້ນພື້ນຖານ
ເທົ່ານັ້ນແລະມາໄກຫລາຍຈາກສະໄໝ ທີ່ລາວຂາຍຮູບແຕ້ມໃຫ້ແກ່ພວກນັກທ່ອງທ່ຽວ ໃນ
ລາຄາພຽງບໍ່ເທົ່າໃດໂດລານັ້ນ. ລາວໃຫ້ເຫດຜົນກ່ຽວກັບຄວາມສໍາເລັດຂອງລາວວ່າ:
“ເພາະວ່າບາງຄັ້ງບາງຄາວ ຂ້ອຍກໍເອົາສິນລະປະອໍາມະຕະສະໄໝເກົ່າແລະສະໄໝໃໝ່
ຜະສົມຜະສານໃສ່ນໍາກັນ ເພື່ອສ້າງສິນລະປະແນວໃໝ່. ເວລານີ້ ຮູບແຕ້ມຂອງຂ້ອຍແມ່ນ
ແພງຫລາຍ ເພາະວ່າມັນເປັນແນວຄິດສ້າງສັນໃໝ່ ມັນເປັນມະໂນພາບຂອງຂ້ອຍ.”
ການຟື້ນຕົວຄືນມາໃໝ່ ແລະການຜະສົມຜະສານສິນລະປະຄລາສສິກ ຫລືອໍາມະຕະຂອງ
ທ້ອງຖິ່ນ ກັບອິດທິພົນທາງສິນລະປະຈາກປະເທດນອກ ກໍາລັງປ່ຽນແປງຮູບແບບວັດທະ
ນະທໍາຂອງກໍາປູເຈຍ. ຮູບເງົາແລະດົນຕີ ກໍໄດ້ມີການຟື້ນຄືນມາເຊ່ນກັນ.
ແຕ່ທ່ານ Mesterharm ກ່າວວ່າ ຍັງມີບັນຫາຫລາຍຢ່າງຢູ່ກ່ຽວກັບສິນລະປະທ້ອງຖິ່ນ
ໂດຍສະເພາະກໍແມ່ນວ່າ ພວກສິນລະປິນມັກພາກັນແຕ້ມ ໃນສິ່ງທີ່ຖືວ່າສວຍງາມເທົ່ານັ້ນ.
ເຂົາເຈົ້າຍັງລັງເລໃຈທີ່ຈະວາດພາບທີ່ສະທ້ອນເຖິງບັນຫາສັງຄົມ ໃນປະເທດທີ່ຄວາມທຸກຈົນ
ແລະການສໍ້ລາດບັງຫລວງ ຍັງມີຢູ່ຢ່າງແຜ່ຫລາຍນັ້ນ.
“ສິນລະປະສ່ວນຫລາຍມີສີສັນງົດງາມດີ. ພວກສິນລະປີນພະຍາຍາມນໍາໃຊ້ວັດຖຸທີ່
ແຕກຕ່າງກັນ ຄືພວກເຂົາເຈົ້າທໍາງານດ້ານຄວັດ ແຕ້ມຮູບແລະຖ່າຍຮູບ. ນອກນີ້ແລ້ວ
ພວກເຂົາເຈົ້າກໍພະຍາຍາມເຮັດບາງສິ່ງທີ່ມີລັກສະນະກໍາປູເຈຍໆ ຄືພວກເຂົາເຈົ້າພະ
ຍາຍາມຊອກຫາເອກກະລັກຂອງພວກເຂົາເຈົ້າເອງ. ຖ້າເຂົາເຮັດພຽງແຕ່ຢ່າງນັ້ນໄດ້
ພວກເຂົາເຈົ້າກໍຈະພົບວ່າ ມີຕະຫລາດຂາຍໄດ້ ເພາະວ່າວົງການສິນລະປະໃນປະເທດນີ້
ຍັງຂາດເຂີນຕະຫລາດທ້ອງຖິ່ນ ແລະຕະຫລາດລະຫວ່າງຊາດນັ້ນຢູ່.”
ໃນຂະນະທີ່ວົງການສິນລະປະກໍາປູເຈຍ ຍັງດິ້ນຮົນເພື່ອໃຫ້ໄດ້ຮັບການຮັບຮູ້ຢ່າງກວ້າງຂວາງ
ຢູ່ນີ້ ພວກທີ່ສະໜັບສະໜຸນກໍກ່າວວ່າ ບັນດນັກສິນລະປະທ້ອງຖິ່ນແມ່ນໄດ້ພາກັນໄຕ່ເຕົ້າມາ
ໄກຫລາຍ ຖ້າຄໍານຶງເຖິງຂໍ້ທີ່ວ່າ ພວກເຂົາເຈົ້າກໍາລັງພະຍາຍາມເພື່ອຂ້າມຜ່ານເວລາ 30 ປີ
ຂອງສົງຄາມ ແລະພວກຂະເໝນແດງ ທີ່ໄດ້ທໍາລາຍສິນລະປະແລະວັດທະນະທໍາກໍາປູເຈຍ
ມາເປັນເວລາຫຼາຍສິບປີນັ້ນ.