ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ດ້ວຍນໍ້າກົດ ຍັງມີສືບຕໍ່ມາ ໃນກໍາປູເຈຍ (ວີດີໂອລາວ/ອັງກິດ)


ເບິ່ງວີດີໂອພາສາລາວ ກ່ຽວກັບບັນຫາການໂຈມຕີກັນ ດ້ວຍນໍ້າກົດ ຍັງມີຢູ່ຫລາຍ ໃນກໍປູເຈຍ.

ໃນປະເທດກໍາປູເຈຍ ປັດຈຸບັນນີ້ ປາກົດວ່າຍັງມີການສືບຕໍ່ໃຊ້
ນໍ້າກົດເປັນອາວຸດໂຈມຕີກັນຢູ່ຕໍ່ມາ ຊຶ່ງເຮັດໃຫ້ຮ່າງກາຍເປື່ອຍ
ຜຸພັງ ເຖິງຂັ້ນແຂນກຸດຂາຂາດ ຫຼືຕາບອດ ກໍມີ ແລະຍັງເປັນ
ບັນຫາໃຫຍ່ຢູ່. ລັດຖະບານໄດ້ຮັບຜ່ານກົດໝາຍສະບັບໃໝ່
ທີ່ມີ ໂທດໜັກທີ່ສຸດ ເມື່ອປີຜ່ານມາ ທີ່ແນເປົ້າໝາຍໃສ່ເພື່ອ
ຍຸດຕິການກໍ່ຄວາມຮຸນແຮງ ໂດຍການໃຊ້ນໍ້າກົດອັນຕະລາຍ
ດັ່ງກ່າວ ແຕ່ພວກທີ່ລອດຊີວິດຫຼາຍໆຄົນ ຈາກການຖືກນໍ້າກົດ
ສາດໃສ່ນັ້ນ ກໍຍັງລໍຖ້າຄວາມຍຸຕິທໍາ ຢູ່ໃນຂະນະນີ້.

ສໍາລັບທ້າວ ສົມ ບຸນນະຣິດ ແລ້ວ ຄວາມຊົງຈໍາຈາກວັນທີ່ລາວ
ໄດ້ຖືກນໍ້າກົດສາດໃສ່ ທີ່ໄດ້ປ່ຽນແປງຊີວິດຂອງລາວຕະຫລອດ
ໄປນັ້ນ ແມ່ນຍັງຊັດເຈນຢູ່ໃນໃຈລາວ ຄືກັນກັບຮອຍແຜ ຢູ່ຕາມ
ຜິວໜັງຂອງລາວ. ບຸນນະຣິດ ເວົ້າວ່າ:

“ເວລານໍ້າກົດຖືກຂ້ອຍ ຂ້ອຍຮູ້ສຶກຮ້ອນໂຕ. ມັນໄໝ້ຮອດໄມ້ພື້ນເຮືອນ
ຂ້ອຍຈຶ່ງຮູ້ວ່າມັນ ເປັນນໍ້າກົດ.”


ທ້າວສົມເວົ້າອີກວ່າ ຜູ້ສາດນໍ້າກົດໃສ່ລາວກະແມ່ນເມຍລາວຫັ້ນຫຼ່ະທີ່ຄຽດໃຫ້ລາວ ຍ້ອນ ລາວອອກໄປທ່ຽວກາງຄືນຈົນຊອດແຈ້ງເລື້ອຍໆ. ເວລາລາວກັບເມືອບ້ານຕອນເຊົ້າມື້ນຶ່ງ ເມຍກໍສາດນໍ້າກົດໃສ່ໜ້າລາວ. ລາວເລົ່າຕໍ່ໄປວ່າ:

“ລູກຊາຍຂ້ອຍເຫັນເຊ່ນນັ້ນ ກໍຮ້ອງບອກຂ້ອຍວ່າ ພໍ່ໂດດລົງນໍ້າ.ຂ້ອຍກໍຟ້າວ ໂດດລົງນໍ້າຕາມລູກບອກ ຂ້ອຍພິບຕາຢູ່ໃນນໍ້າ ແລ້ວຈາກນັ້ນກໍບໍ່ສາມາດມອງ ເຫັນຫຍັງໄດ້ເລີຍ.”

ເຫດຮ້າຍດັ່ງກ່າວນີ້ ແມ່ນເກີດຂຶ້ນເມື່ອ 15 ປີກ່ອນ. ປັດຈຸບັນນີ້ ທ້າວສົມ ບຸນນະຣິດ ເປັນຜູ້ໃຫ້ຄໍາປຶກສາປະຈໍາຢູ່ທີ່ໂຄງການການກຸສົນເພື່ອຜູ້ລອດຊີວິດຈາກນໍ້າກົດກໍາປູເຈຍ ບ່ອນທີ່ພວກຄົນທີ່ພັກຟື້ນຈາກການໂຈມຕີດ້ວຍ ນໍ້າກົດ ໄປຮັບການບໍາບັດແລະຮັກສາ.

ມັນເປັນການບໍລິການທີ່ຖືວ່າຈໍາເປັນ. ໂຄງການການກຸສົນດັ່ງກ່າວນີ້ ໄດ້ບັນທຶກການໂຈມ ຕີດ້ວຍນໍ້າກົດ ຫຼາຍກວ່າ 300 ລາຍໃນກໍາປູເຈຍ ຢ້ອນຫຼັງຄືນໄປຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ ແຕ່ທ່ານ ຊີອັດ ຊໍາມານ ຜູ້ຈັດ ການຝ່າຍໂຄງການຂອງສູນກາງນີ້ ເວົ້າວ່າ ນັ້ນເປັນພຽງກໍລະນີທີ່ພວກເຂົາເຈົ້າຮູ້ເທົ່ານັ້ນ. ທ່ານ ຊີອັດ ຊໍາມານເວົ້າວ່າ:

“ເຫດຜົນທີ່ວ່າ ເປັນຫຍັງມັນຈຶ່ງເປັນສິ່ງທີ່ໜ້າເປັນຫ່ວງທີ່ສຸດນັ້ນ ກໍຍ້ອນວ່າ
ເຈດຕະນາແທ້ໆ ບໍ່ແມ່ນເພື່ອຈະຂ້າຜູ້ເຄາະຮ້າຍ ພຽງແຕ່ເຮັດໃຫ້ພວກເຂົາເຈົ້າ
ມີບາດແຜຕາມຮ່າງກາຍ ແລະ ຮູ້ສຶກສະເທືອນໃຈໄປຕະຫຼອດຊີວິດເທົ່ານັ້ນ.”


ການໂຈມຕີແບບນີ້ຍັງສືບຕໍ່ມີຢູ່ເລື້ອຍມາ ເຖິງແມ່ນວ່າໄດ້ມີການຮັບຜ່ານກົດໝາຍກ່ຽວກັບ
ການໂຈມຕີດ້ວຍນໍ້າກົດ ສະບັບໃໝ່ທີ່ລົງໂທດໜັກທີ່ສຸດ ເມື່ອທ້າຍປີຜ່ານມານັ້ນ ກໍຕາມ.

ນາງ ກ້ອຍ ສະເຣລັກ ອາຍຸພຽງ 18 ປີ ເປັນຜູ້ນຶ່ງໃນຜູ້ເຄາະຮ້າຍທີ່ຖືກສາດນໍ້າກົດ ລາຍ
ຫລ້າສຸດ ຂອງກໍາປູເຈຍ. ນາງ ກ້ອຍ ສະເຣລັກ ເວົ້າ:

“ຂ້ອຍພຽງແຕ່ຢາກໃຫ້ສານຈັບຕົວຍິງຜູ້ສາດນໍ້າກົດໃສ່ຂ້ອຍ ນັ້ນເຂົ້າຄຸກ.
ນັ້ນຫຼະຄື ສິ່ງທີ່ຂ້ອຍຕ້ອງການ.”

ເບິ່ງວີດີໂອ ພາສາອັງກິດ:
Acid Attacks Continue in Cambodia Despite Harsher Punishments
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ພວກສະໜັບສະໜຸນຜູ້ເຄາະຮ້າຍທີ່ຖືກໂຈມຕີດ້ວຍນໍ້າກົດ ກ່າວວ່າ ພວກເຂົາເຈົ້າຫວັງວ່າ ກໍລະນີເຫຼົ່ານັ້ນຈະຖືກນໍາໄປດໍາເນີນຄະດີ ພາຍໃຕ້ກົດໝາຍສະບັບໃໝ່ ທີ່ລົງໂທດ ຢ່າງ ໜັກຕໍ່ພວກຝ່າຝືນທີ່ຖືກສານຕັດສິນວ່າກະທໍາຜິດແທ້ນັ້ນ.

ແຕ່ຂະນະດຽວກັນ ພວກເຂົາເຈົ້າກໍຢາກໃຫ້ມີກົດລະບຽບທີ່ເຂັ້ມງວດ ຕໍ່ການຂາຍນໍ້າກົດ ທັງໝົດ ໂຮມທັງຊະນິດທີ່ໃຊ້ກັນຢູ່ໃນໝໍ້ໄຟລົດໂອໂຕ ແລະລົດຈັກນັ້ນນໍາ ແລະຊະນິດ
ທີ່ໃຊ້ເພື່ອເຮັດໃຫ້ຄໍາບໍລິສຸດ ແລະລ້າງເພັດພອຍ. ທ່ານ ຊໍາມານ ເວົ້າວ່າ:

“ມີພຽງເຄິ່ງນຶ່ງຂອງກົດໝາຍສະບັບນັ້ນ ທີ່ຖືກອະນຸມັດ. ພາກສ່ວນວາງລະບຽບ ຄວບຄຸມ ທັງໝົດຂອງກົດໝາຍນັ້ນ ຕ້ອງອາໃສດີກາ ທີ່ຍັງບໍ່ໄດ້ເຮັດຂຶ້ນມາເທື່ອ. ດັ່ງນັ້ນໃນເວລານີ້ ຖ້າຫາກກົດ ໝາຍສະບັບນັ້ນມີສອງແຂນ ຫລືສອງພາກສ່ວນ ຄືພາກສ່ວນການລົງໂທດ ຜູ້ລະເມີດ ແລະພາກສ່ວນຄວບຄຸມນໍ້າກົດ ກໍແມ່ນມີ ພຽງພາກສ່ວນດຽວເທົ່ານັ້ນ ທີ່ມີຜົນບັງຄັບໃຊ້ຢ່າງເປັນທາງການ ຢູ່ໃນຂະນະນີ້.”

ໃນຂະນະທີ່ກຸ່ມສະໜັບສະໜຸນລໍຖ້າ ໃຫ້ກົດໝາຍໃໝ່ຖືກນໍາມາຈັດຕັ້ງປະຕິບັດໂດຍ ເຕັມນັ້ນ ພວກລອດຊີວິດຈາກນໍ້າກົດທັງຫຼາຍ ເຊັ່ນທ້າວສົມ ບຸນນະຣິດ ນັ້ນ ກໍພະຍາ ຍາມທໍາໃຈແລະດໍາລົງຊີວິດຂອງພວກເຂົາເຈົ້າສືບຕໍ່ໄປ.
XS
SM
MD
LG