ໃນຂະນະທີ່ສົງຄາມໃນຢູເຄຣນ ໃກ້ຈະຄົບເດືອນທີຫ້າແລ້ວນັ້ນ ແລະການໂຈມຕີຂອງຣັດເຊຍ ຕໍ່ສະຖານທີ່ພົນລະເຮືອນມີລາຍງານວ່າມີ ຂຶ້ນເກືອບໃນທຸກໆມື້ ຄວາມກົດດັນແມ່ນພວມເພີ້ມທະວີຂຶ້ນຕໍ່ລັດຖະບານທ່ານໄບເດັນ ເພື່ອໃຫ້ລະບຸຊື່ຣັດເຊຍ ຢ່າງເປັນທາງການວ່າ ເປັນປະເທດທີ່ລັດຖະບານ ໃຫ້ການສະໜັບສະໜຸນການກໍ່ການຮ້າຍ.
ໃນອາທິດນີ້ ອີງຕາມລາຍງານຂອງອົງການຂ່າວໂປລີຕິກໂກ ປະທານສະພາຕ່ຳທ່ານນາງແນນຊີ ເພໂລຊີ ກ່າວຕໍ່ລັດຖະມົນຕີກະຊວງການຕ່າງປະເທດ ແອນໂທນີ ບລິງເກັນວ່າ ຖ້າທ່ານຫາກບໍ່ຍອມໃຊ້ອຳນາດທີ່ຖືກມອບໝາຍໃຫ້ໂດຍລັດຖະສະພາເພື່ອລະບຸຊື່ແລ້ວ ບັນດາສະມາຊິກສະພາຈະດຳເນີນການດ້ວຍຕົວເອງ
ຣັດເຊຍໃນເວລານີ້ ແມ່ນໄດ້ຖືກລົງໂທດ ຢ່າງຮ້າຍແຮງຢູ່ແລ້ວ ໂດຍສະຫະລັດແລະບັນດາປະເທດອື່ນໆ ແຕ່ການລະບຸຊື່ຢ່າງເປັນທາງການວ່າ ເປັນປະເທດທີ່ໃຫ້ການສະໜັບສະໜຸນຕໍ່ການກໍ່ການຮ້າຍນັ້ນ ຈະເຮັດໃຫ້ຣັດເຊຍໄດ້ຮັບຄວາມເສຍຫາຍຮ້າຍແຮງຕື່ມຢ່າງສຳຄັນໃນຫຼາຍໆດ້ານ. ບ່ອນທີ່ການລົງໂທດຂອງລະຫວ່າງປະເທດໃນປັດຈຸບັນນີ້ ໄດ້ມີການປະສານງານກັນ ຢ່າງລະມັດລະວັງນັ້ນ ການລະບຸຊື່ວ່າເປັນປະເທດໃຫ້ການສະໜັບສະໜຸນການກໍ່ການຮ້າຍ ອາດຈະກໍ່ໃຫ້ເກີດລະບົບການໃສ່ໂທດທີ່ເຄັ່ງຄັດຕື່ມຂຶ້ນ ທີ່ສາມາດນຳໃຊ້ຕໍ່ປະເທດທີສາມ ທີ່ເຮັດທຸລະກິດກັບສ່ວນບຸກຄົນ ແລະບໍລິດສັດຕ່າງໆຂອງຣັດເຊຍ.
ຍິ່ງໄປກວ່ານັ້ນ ການລະບຸຊື່ດັ່ງກ່າວນີ້ ອາດຈະຍົກເລີກການໄດ້ຮັບສິດຄຸ້ມກັນໃນດ້ານອະທິປະໄຕຂອງຣັດເຊຍຢູ່ໃນສະຫະລັດ ຊຶ່ງຈະເປີດປະຕູ ໃຫ້ແກ່ຊາວອາເມຣິກັນທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມຢູ່ໃນຢູເຄຣນນັ້ນ ຍື່ນຟ້ອງໃນດ້ານແພ່ງຕໍ່ລັດຖະບານຣັດເຊຍຢູ່ໃນສານຂອງສະຫະລັດ.
ທ່ານນາງເພໂລຊີແມ່ນສະມາຊິກສະພາອະວຸໂສສຸດທີ່ໄດ້ແນະນຳໃຫ້ລັດຖະບານ ເອົາມາດຕະການດັ່ງກ່າວ ແຕ່ທ່ານນາງກໍບໍ່ແມ່ນບຸກຄົນທຳອິດ. ໃນຕົ້ນເດືອນນີ້ ສະມາຊິສະພາສູງລິນເຊ ແກຣມ ທີ່ສັງກັດພັກຣີພັບບລີກັນຈາກລັດຄາໂຣໄລນາໃຕ້ ແລະຣິເຈີດ ບລູເມັນທອລ (Richard Blumenthal) ທີ່ສັງກັດພັກເດໂມແຄຣັດຈາກລັດຄອນເນັກຕິຄັດ ໄດ້ພາກັນເດີນທາງໄປນະຄອນກີຢິບ ເພື່ອເນັ້ນໜັກເຖິງຄວາມສຳຄັນຂອງຮ່າງກົດໝາຍ ທີ່ພວກທ່ານໄດ້ນຳສະເໜີເມື່ອເດືອນພຶດສະພາທີ່ຜ່ານມາ ທີ່ຈະທຳການລະບຸຊື່ຢ່າເປັນທາການ.
ຮ່າງກົດໝາຍທີ່ມີຈຸດປະສົງດຽວກັນນີ້ ໄດ້ນຳສະເໜີຢູ່ໃນສະພາຕ່ຳໂດຍສະມາຊິກສະພາໂຈ ວິລສັນ ສະມາຊິກພັກຣີພັບບລີກັນຈາກລັດຄາໂຣໄລນາໃຕ້ແລະເຕັດ ລິວ (Ted Lieu) ສະມາຊິກພັກເດໂມແຄຣັດຈາກລັດຄາລີຟໍເນຍ.
ແຕ່ແນວໃດກໍຕາມ ລັດຖະບານທ່ານໄບເດັນປາກົດວ່າ ຍັງມີຄວາມລັງເລໃຈຢູ່ທີ່ຈະເອົາບາດກ້າວດັ່ງກ່າວນີ້. ຜ່ານມາ ໂຄສົກຂອງກະຊວງການຕ່າງປະເທດສະຫະລັດ ເຄີຍຖະແຫຼງວ່າ ການລົງໂທດຕ່າງໆທີ່ມີຢູ່ໃນເວລານີ້ ແມ່ນພຽງພໍທີ່ຈະບັນລຸຈຸດປະສົງຂອງລັດຖະບານ.