ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມີການຮຽກຮ້ອງຫຼາຍ​ຂຶ້ນ ໃຫ້ປະເທດຕາເວັນຕົກ ກຳນົດເຂດຫ້າມບິນ ແລະ ມອບເຮືອບິນລົບໃຫ້ ກີຢິບ


ຜູ້ປະທ້ວງຄົນນຶ່ງຖືປ້າຍຮຽກຮ້ອງອົງການ NATO ໃຫ້ຕັ້ງເຂດຫ້າມບິນຂ້າມ ຢູເຄຣນ, ໃນລະຫວ່າງການປະທ້ວງໃນນະຄອນຫຼວງ ປາຣີ, ຝຣັ່ງ, 26 ກຸມພາ, 2022.
ຜູ້ປະທ້ວງຄົນນຶ່ງຖືປ້າຍຮຽກຮ້ອງອົງການ NATO ໃຫ້ຕັ້ງເຂດຫ້າມບິນຂ້າມ ຢູເຄຣນ, ໃນລະຫວ່າງການປະທ້ວງໃນນະຄອນຫຼວງ ປາຣີ, ຝຣັ່ງ, 26 ກຸມພາ, 2022.

ຮອງປະທານາທິບໍດີ ສະຫະລັດ ທ່ານນາງ ຄາມາລາ ແຮຣິສ ໄດ້ເດີນທາງໄປນະຄອນຫຼວງ ວໍຊໍ ຂອງປະເທດ ໂປແລນ ໃນວັນພຸດວານນີ້ ໃນຂະນະທີ່ລັດຖະບານທ່ານ ໄບເດັນ ແລະ ບັນດາພັນ ທະມິດອົງການ NATO ໄດ້ພິຈາລະນາວິທີທາງເພື່ອປ້ອງກັນ ຢູເຄຣນ, ໃນຂະນະທີ່ຫຼີກລ່ຽງການຖືກແກ່ດຶງເຂົ້າໄປໃນການຕໍ່ສູ້ໂດຍກົງ, ເຊິ່ງຈະເປັນຄວາມສ່ຽງສຳລັບການເກີດສົງຄາມທີ່ກວ້າງ ຂວາງໃນ ຢູໂຣບ.

ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າທ່ານນາງ ແຮຣິສ ຈະນຳເອົາຂໍ້ຄວາມໄປ ໂປແລນ ວ່າ ສະຫະ ລັດ ຢືນຄຽງຄູ່ “ຢ່າງເດັດຂາດ ແລະ ຢ່າງເດັດດ່ຽວ” ກັບພັນທະມິດອົງການ NATO ແລະ ຈະສືບຕໍ່ເພື່ອສະໜອງການຊ່ວຍເຫຼືອໃຫ້ ຢູເຄຣນ.

ແນວໃດກໍຕາມ, ການຢ້ຽມຢາມຂອງທ່ານນາງໄດ້ເກີດຂຶ້ນໃນເວລາດຽວກັນກັບຄວາມວຸ້ນວາຍທາງ ການທູດ ກ່ຽວກັບ ຂໍ້ສະເໜີຂອງ ໂປແລນ, ເຊິ່ງໄດ້ເຮັດໃຫ້ ວໍຊິງຕັນ ປະຫຼາດໃຈ, ດ້ວຍການບໍລິ ຈາກເຮືອບິນລົບ MiG-29 ສະໄໝ ໂຊຫວຽດ ໃຫ້ ສະຫະລັດ ເພື່ອນຳສົ່ງເຮືອບິນດັ່ງກ່າວໄປໃຫ້ ຢູເຄຣນ. ດ້ວຍເຫດນີ້ ວໍຊໍ ຈຶ່ງຢາກໃຫ້ ວໍຊິງຕັນ ເສີມກຳລັງໃຫ້ກອງທັບອາກາດຂອງເຂົາເຈົ້າດ້ວຍ ເຮືອບິນທີ່ເຮັດໂດຍ ອາເມຣິກາ.

ລັດຖະບານ ໂປແລນ ບໍ່ໄດ້ຮັບໄຟຂຽວຈາກລັດຖະບານທ່ານ ໄບເດັນ ກ່ອນປະກາດແຜນການດັ່ງກ່າວຕໍ່ສາທາລະນະ, ແລະ ທຳນຽບຫ້າແຈໄດ້ປະຕິເສດຄວາມຄິດດັ່ງກ່າວວ່າມັນບໍ່ສົມເຫດສົມຜົນໃນວັນອັງຄານທີ່ຜ່ານມາ.” ທ່ານນາງ ວິກຕໍເຣຍ ນູແລນ (Victoria Nuland) ເຈົ້າໜ້າທີ່ອາວຸໂສທີ່ສຸດ ເປັນອັນດັບສາມຂອງກະຊວງການຕ່າງປະເທດ ສະຫະລັດ, ຫາກໍ່ຮູ້ວ່າແຜນການດັ່ງກ່າວໄດ້ຖືກປະກາດຕໍ່ສາທາລະນະໂດຍ ໂປແລນ ເທົ່ານັ້ນ ໃນຂະນະທີ່ທ່ານນາງໄດ້ໃຫ້ການຕໍ່ຄະນະກຳ ມະການຫໍລັດຖະສະພາ ແລະ ຖືກຖາມ ກ່ຽວກັບ ມັນໂດຍສະພາສູງ.

ພວກເຈົ້າໜ້າທີ່ ໂປແລນ ກ່າວວ່າເຂົາເຈົ້າມີແຕ່ຮັບເອົາຄຳແນະນຳໂດຍລັດຖະ ບານທ່ານ ໄບເດັນ ເທົ່ານັ້ນ. ໃນວັນອາທິດແລ້ວນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວວ່າ ວໍຊິງຕັນ ໄດ້ພິຈາ ລະນາທີ່ຈະສະໜອງເຮືອບິນໃຫ້້ ໂປແລນ, ຖ້າ ວໍຊໍ ໄດ້ຕັດສິນໃຈທີ່ຈະບໍລິຈາກເຮືອບິນ MiG-29.

ແລະ ເຂົາເຈົ້າໄດ້ເນັ້ນວ່າ ມັນບໍ່ໄດ້ມີການຕັດສິນໃຈຄັ້ງສຸດທ້າຍເທື່ອ, ໂດຍເວົ້າວ່າຄວາມຮັບຜິດ ຊອບສຸດທ້າຍ ສຳລັບການເຄື່ອນໄຫວດັ່ງກ່າວຈະຕ້ອງໄດ້ຮັບການໜູນຫຼັງໂດຍບັນດາພັນທະມິດອົງການ NATO. ໃນຖະແຫຼງການຂອງທ່ານເມື່ອວັນອັງຄານທີ່ຜ່ານມາ ກ່ຽວກັບ ແຜນການນັ້ນ, ລັດຖະມົນຕີການຕ່າງ ປະເທດຂອງ ໂປແລນ ໄດ້ກ່າວວ່າລັດຖະບານ ໂປແລນ ແມ່ນ “ພ້ອມແລ້ວທີ່ຈະສົ່ງເຮືອບິນລົບ MiG-29 ທັງໝົດຂອງເຂົາເຈົ້າໃນທັນທີ ແລະ ບໍ່ເສຍຄ່າໃຊ້ຈ່າຍໄປຖານທັບ ແຣມສໄຕນ໌ (Ramstein) ແລະ ມອບ​ໃຫ້ລັດຖະບານ ສະຫະລັດ ອາເມຣິກາ ສຳ​ລັບ​ນຳ​ໃຊ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG