ນັກທຸລະກິດລາວ ຢືນຢັນວ່າ ມີການເກງກຳໄລຈາກການແລກປ່ຽນເງິນຕາ ໂດຍບັນດານັກທຸລະກິດລາວ ທີ່ຢູ່ໃນການຄ້າຂາອອກ-ຂາເຂົ້າ ເນື່ອງຈາກບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງຄ່າເງິນກີບ ທີ່ຕົກຕ່ຳລົງນັບມື້ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.
ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ ມີການເກງກຳໄລຈາກການແລກປ່ຽນເງິນຕາຕ່າງປະເທດ ໂດຍບັນດານັກທຸລະກິດລາວ ທີ່ຢູ່ໃນວົງການຄ້າຂາອອກ-ຂາເຂົ້າ ແລະເກີດຂຶ້ນຢ່າງກວ້າງຂວາງຈົນເປັນປາກົດການປົກກະຕິໃນສັງຄົມລາວປັດຈຸບັນນີ້ ໂດຍມີສາເຫດສຳຄັນມາຈາກຄວາມດ້ອຍປະສິດທິພາບຂອງທາງການລາວ ໃນການຄວບຄຸມອັດຕາແລກປ່ຽນເງິນຕາ ຊຶ່ງເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຕໍ່ເນື່ອງ ທັງຍັງບໍ່ມີທີທ່າວ່າ ຈະແຂງຄ່າຂຶ້ນອີກດ້ວຍ ສະນັ້ນຈຶ່ງເຮັດໃຫ້ບັນດານັກທຸລະກິດລາວ ແລະຊາວຕ່າງຊາດ ບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງຄ່າເງິນກີບແລະໄດ້ພາກັນຖືຄອງເງິນຕາຕ່າງປະເທດເປັນຫຼັກ ຊຶ່ງລວມເຖິງການຫັນປ່ຽນຈາກການຖືຄອງເງິນກີບໄປເປັນຊັບສິນອື່ນໆ ເຊ່ັນ ການຊື້ທີ່ດິນຫຼືການຊື້ຮຸ້ນໃນຕະຫຼາດຫລັກຊັບ ເພື່ອຫວັງຜົນປະໂຫຍດໄລຍະຍາວເປັນສຳຄັນ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:
“ແບບວ່າ ເຮົາເປັນຄົນໄດ້ເງິນຈາກທຸລະກິດເຮົາເນາະ ເຮົາສິແກ້ໄຂແບບໃດ ເຮົາເນາະ ໄດ້ເງິນມາເຮົາແຕກເປັນເງິນສະກຸນອື່ນມັນ Stable ມັນຢືນໄດ້ດີ ເຮົາກະໄປແຕກໂຕນັ້ນໄວ້ ແລ້ວກະໄປເຂົ້າທະນາຄານໄວ້ ໂຕທີ 2 ເຮົາຊື້ດິນໄວ້ ແລ້ວກະໂຕທີ 3 ເຮົາເອົາເງິນໄປຫຼິ້ນຮຸ້ນເນາະ ເປັນຄືກັນກັບ Cash Incom ໂຕທີ່ສຳຄັນນີ້ ເຮົາໄດ້ເງິນເດືອນມາປຸ໊ບ ເຮົາມາປ່ຽນເປັນເງິນສະກຸນອື່ນ ແລ້ວເຮົາເອົາເງິນນັນ ໄປເຂົ້າທະນາຄານໄວ້ຫລະແມ່ນມັນ OK ກັບຄືນມາ ເຮົາກະເອົາເງິນໂຕນັ້ນມາແຕກຄືນກະໄດ້.”
ໃນປັດຈຸບັນ ປະຊາຊົນລາວ ຍັງຖືກກະທົບຢ່າງໜັກໜ່ວງຈາກອັດຕາເງິນເຟີ້ທີ່ສູງກວ່າ 25 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ປັບຕົວສູງຂຶ້ນເກີນກວ່າ 200 ເປີເຊັນ ໃນເດືອນກັນຍາ 2023 ຜ່ານມາ ເຖິງແມ່ນວ່າ ຈະໄດ້ມີການປັບຈຂຶ້ນອັດຕາຄ່າຈ້າງຂັນຕ່ຳຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ວ່າ ກີບໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶ້ນແຕ່ຢ່າງໃດ ເພາະຄ່າເງິນກີບຍັງສືບຕໍ່ຕົກຕ່ຳລົງ ໃນຂະນະທີ່ລາຄາສິນຄ້າອຸປະໂພກ-ບໍລິໂພກ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບສະພາວະຄ່າຄອງຊີບທີ່ເພີ້ມຂຶ້ນເກີນກວ່າ 1 ເທົ່າຕົວນັ້ນ ມີສາເຫດທີ່ສຳຄັນປະການນຶ່ງ ມາຈາກຄວາມລົ້ມແຫຼວຂອງທາງການລາວ ໃນການຄວບຄຸມການແລກປ່ຽນເງິນຕາ ໂດຍປ່ອຍໃຫ້ບັນດານັກທຸລະກິດການຄ້າ ຍັງສາມາດຖືຄອງເງິນຕາໄດ້ຢ່າງບໍ່ຈຳກັດອັນເປັນຊ່ອງທາງທີ່ເຮັດໃຫ້ສາມາດສວຍໂອກາດເກງກຳໄລຈາກການແລກປ່ຽນເງິນຕາໄດ້ນັ້ນ ກໍຄືປັດໄຈທີ່ຊ້ຳເຕີມໃຫ້ຄ່າເງິນກີບຕົກຕ່ຳລົງອີກ ທັງຍັງປ່ອຍປະໃຫ້ມີການນຳເຂົ້າສິນຄ້າຈາກຕ່າງປະເທດໂດຍບໍ່ເສຍພາສີອາກອນ ແລະຕ້ອງຊຳລະລາຄາເປັນເງິນຕາຕ່າງປະເທດອີກດ້ວຍ ດັ່ງທີ່ ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ:
“ມີຂ່າວຂອງປະເທດໃກ້ຄຽງ ເຂົາເຈົ້າກະສຳພາດຄົນລາວເຮົາເນາະວ່າ ເປັນຈັ່ງໃດ? ມາຊື້ສິນຄ້າຢູ່ບ້ານເຂົານີ້ ຖືກກວ່າຊື້ຢູ່ລາວ ກະແມ່ນແລ້ວ ເພາະວ່າ ໄປຊື້ໃນລາຄາທີ່ບໍ່ໄດ້ເສຍພາສີເຂົ້າມາເດ້ ສະນັ້ນ ລະຫວ່າງກະຊວງການຄ້າ ກະຊວງການເງິນຕ້ອງໄດ້ອອກລະບຽບວ່າ ສິນຄ້າຂອງຄົນທີ່ອອກໄປປະເທດໃກ້ຄຽງເຮົານີ້ ຊື້ຕິດມືມານີ້ ຈະຄວນໃຫ້ອະນຸຍາດໃຫ້ຊື້ເທົ່າໃດ ບໍ່ຊັ້ນແລ້ວສິນຄ້ານອກລະບົບນີ້ ມັນຈະເພີ້ມຂຶ້ນຫຼາຍ ຄັນເຮົາຍັງເຮັດຄືປັດຈຸບັນນີ້ ແມ່ນທຸກຄົນພົນລະເມືອງລາວ ແມ່ນຖືຄອງເງິນຕາໝົດ ອັນນີ້ມັນເປັນໄປບໍ່ໄດ້.”
ນັກທຸລະກິດລາວ ໃຫ້ທັດສະນະດ້ວຍວ່າ ການຂະຫຍາຍອັດຕາແລກປ່ຽນເງິນຕາ ໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນເພື່ອຈະດຶງເອົາເງິນຕາເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ຖືພຽງມາດຕະການທາງດ້ານເທັກນິກຂອງການເງິນການທະນາຄານເທົ່ານັ້ນ ຈຶ່ງບໍ່ສາມາດທີ່ຈະແກ້ໄຂບັນຫາການຕົກຕ່ຳຂອງຄ່າເງິນກີບໄດ້ຢ່າງແທ້ຈິງ ເພາະວ່າ ປັດໄຈສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳນັ້ນ ກໍຄືຕະຫຼາດການຄ້າບໍ່ເຊື່ອໝັ້ນຕໍ່ສະຖຽນລະພາບຂອງເງິນກີບ ອັນເປັນຜົນໂດຍກົງ ຈາກການຂາດດຸນການຄ້າຕ່າງປະເທດ ທີ່ເຮັດໃຫ້ລາວຂາດດຸນການຊຳລະບັນຊີເງິນຕາຢ່າງໜັກໜ່ວງ ກໍຄືການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງນັ້ນເອງ.
ໂດຍໃນປີ 2023 ນີ້ ທະນາຄານແຫ່ງຊາດລນາວ ໄດ້ຂະຫຍາຍອັດຕາການແລກປ່ຽນເງິນໃນທະນາຄານທຸລະກິດແລ້ວ 2 ຄັ້ງ ຄືໃນເດືອນກຸມພາ ແລະເດືອນມິຖຸນາ ຊຶ່ງໄດ້ເພີ້ມລະດັບຄວາມຕ່າງລະຫວ່າງອັດຕາແລກປ່ຽນທາງການກັບອັດຕາທະນາຄານທຸລະກິດເປັນ 4.5 ເປີເຊັນ ກັບ 7.5 ເປີເຊັນ ຕາມລຳດັບ ແຕ່ວ່າ ຄ່າເງິນກັບກໍຍັງຄົງຕົກຕ່ຳຈາກອັດຕາສະເລ່ຍ 16,931 ກີບຕໍ່ໂດລາສະຫະລັດ ໃນເດືອນກຸມພາ 2023 ມາເປັນ 20,735 ກີບຕໍ່ໂດລາສະຫະລັດ ໃນເດືອນຕຸລາ 2023 ຕາມອັດຕາແລກປ່ຽນທາງການ ໃນຂະນະທີ່ອັດຕາແລກປ່ຽນໃນຕະຫຼາດທີ່ເປັນຈິງນັ້ນສູງກວ່າ 22,000 ກີບຕໍ່ໂດລາສະຫະລັດໃນປັດຈຸບັນນີ້.