ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າຂອງຫົວໜ່ວຍທຸລະກິດໃນ ລາວ ຈະຕ້ອງອອກຄ່າໃຊ້ຈ່າຍ ທັງໝົດດ້ວຍຕົນເອງ ຖ້າຫາກວ່າເປັນຕົ້ນເຫດ ຂອງການລະບາດ COVID-19


ພະນັກງານຕັດຫຍິບ ຢູ່ໂຮງງານແຫ່ງນຶ່ງໃນປະເທດ ລາວ.
ພະນັກງານຕັດຫຍິບ ຢູ່ໂຮງງານແຫ່ງນຶ່ງໃນປະເທດ ລາວ.

ບັນດາເຈົ້າຂອງຫົວໜ່ວຍທຸລະກິດໃນ ລາວ ຈະຕ້ອງອອກຄ່າໃຊ້ຈ່າຍທັງໝົດດ້ວຍຕົນເອງຖ້າຫາກວ່າເປັນຕົ້ນເຫດທີ່ເຮັດໃຫ້ເກີດການລະບາດໄວຣັສ COVID-19 ຢູ່ພາຍໃນໜ່ວຍທຸລະກິດ ຫຼື ໂຮງງານຂອງຕົນນັ້ນ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຖະແຫຼງວ່າບັນດາໜ່ວຍທຸລະກິດ ແລະ ໂຮງງານທີ່ຢູ່ນອກເຂດສີແດງ ຫຼື ເຂດທີ່ຫ້າມການເດີນທາງເຂົ້າ-ອອກຢ່າງເດັດຂາດນັ້ນ ຈະໄດ້ຮັບການອະນຸຍາດໃຫ້ສາມາດດຳເນີນທຸລະກິດການຄ້າ ຫຼື ຜະລິດສິນຄ້າໄດ້ຕາມປົກກະຕິ ຖ້າຫາກວ່າໄດ້ຜ່ານການປະເມີນ ກ່ຽວກັບ ມາດຕະການປ້ອງກັນການລະບາດຂອງພະຍາດໄວຣັສ COVID-19 ຕາມມາດຕະຖານທີ່ຄະນະສະເພາະກິດແຫ່ງຊາດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໄວຣັສ COVID-19 ໄດ້ກຳນົດໄວ້ແລ້ວນັ້ນ ຫາກແຕ່ວ່າການອະນຸຍາດດັ່ງກ່າວກໍມີເງື່ອນ ໄຂວ່າບັນດາເຈົ້າຂອງຫົວໜ່ວຍທຸລະກິດ ແລະ ໂຮງງານຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດດ້ວຍຕົນເອງ ຖ້າຫາກປາກົດວ່າມີການລະບາດໄວຣັສ COVID-19 ເກີດຂຶ້ນໃນໜ່ວຍທຸລະກິດ ຫຼື ໂຮງງານທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການດັ່ງກ່າວນັ້ນ ດັ່ງທີ່ທ່ານ ພວງ ໄດ້ໃຫ້ການຢືນຢັນວ່າ

“ອະນຸຍາດໃຫ້ເປີດໂຮງຈັກ ໂຮງງານ ແລະ ວິສາຫະກິດຕ່າງໆທີ່ຢູ່ນອກເຂດແດງ ແຕ່ຕ້ອງໄດ້ຜ່ານການປະເມີນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ ແລະ ຕ້ອງໄດ້ເຮັດສັນຍາຮັບປະກັນໃນການປະຕິບັດມາດຕະການຮັກສາຄວາມປອດໄພຂອງສະຖານທີ່ເຮັດວຽກ ສະຖານທີ່ພັກເຊົາ ແລະ ມີແຜນຮອງຮັບໃນກໍລະນີພະນັກງານ-ກຳມະກອນຂອງຕົນຕິດເຊື້ອ ແລະ ແຜ່ເຊື້ອ ໂດຍມີຄວາມຮັບ ຜິດຊອບຕໍ່ຄ່າໃຊ້ຈ່າຍທີ່ເກີດຂຶ້ນເຊັ່ນ ຄ່າສະຖານທີ່ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດ ຄ່າສະຖານທີ່ປິ່ນປົວຜູ້ຕິດເຊື້ອ ຄ່າກິນຢູ່ພັກເຊົາ, ຄ່າດຳເນີນການທາງແພດ ແລະ ອື່ນໆ.”

ສ່ວນນັກທຸລະກິດໃນສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ລາວ ຢືນຢັນວ່າ ມາດຕະການດັ່ງກ່າວບໍ່ໄດ້ສົ່ງຜົນດີຕໍ່ຫົວໜ່ວຍທຸລະກິດໃນ ລາວ ເພາະການບັງຄັບໃຫ້ຫົວໜ່ວຍທຸລະກິດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນກໍລະນີທີ່ມີການຕິດເຊື້ອ ຫຼື ເກີດການລະບາດໄວຣັສ COVID-19 ໃນໜ່ວຍທຸລະກິດ ຫຼື ໂຮງງານໃນສະພາບການທີ່ຍັງມີການລະບາດໄວຣັສ COVID-19 ຢ່າງກວ້າງຂວາງໃນ ລາວ ນັ້ນກໍຄືການຊໍ້າຕື່ມເຮັດໃຫ້ການຟື້ນຟູທຸລະກິດໃນ ລາວ ມີຄວາມຫຍຸ້ງຍາກເພີ່ມຂຶ້ນອີກ ໂດຍສະເພາະວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ຊຶ່ງເປັນຫົວໜ່ວຍທຸລະກິດສ່ວນໃຫຍ່ ແລະ ຖືກກະທົບຈາກການລະບາດໄວຣັສ COVID-19 ຫຼາຍທີ່ສຸດໃນ ລາວ ນັ້ນ ທັງຍັງຕ້ອງປະເຊີນກັບບັນຫາຂາດແຄນເງິນທຶນສຳລັບການຟື້ນຟູທຸລະກິດອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜູນ SME ກໍມີເງື່ອນ ໄຂຫຼາຍປະການທີ່ເຈົ້າຂອງກິດຈະການ SME ທີ່ຖືກກະທົບຈາກການລະບາດໄວຣັສ COVID-19 ໃນ ລາວ ຕ້ອງປະຕິບັດຕາມລະບຽບກົດໝາຍ ແລະ ເງື່ອນໄຂທີ່ທະນາຄານກຳນົດໄວ້ຢ່າງຄົບ ຖ້ວນ ໂດຍສະເພາະແມ່ນການຈົດທະບຽນ SME ແລະ ການນຳສະເໜີແຜນການດ້ານລາຍຮັບ-ລາຍຈ່າຍໃນທຸລະກິດທີ່ຊັດເຈນນັ້ນ ດັ່ງທີ່ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າໄດ້ໃຫ້ການຢືນຢັນວ່າ

“ໃນປັດຈຸບັນນີ້ກະແມ່ນວ່າພະຍາຍາມປັບປຸງສະພາບແວດລ້ອມ ການດຳເນີນທຸລະກິດເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ຕິດພັນກັບຕົວຊີ້ວັດການເລີ່ມຕົ້ນທຸລະກິດ ໂດຍປັບປຸງຂະບວນການຈົດທະບຽນວິສາຫະກິດ ແລະ ອອກໃບອະນຸຍາດດຳເນີນທຸລະກິດຕ່າງໆໃຫ້ມີຄວາມໂປ່ງໃສ ແລະ ມີປະສິດທິ ພາບກວ່າເກົ່າ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນໃຫ້ວິສາຫະກິດ ໂດຍສະເພາະແມ່ນການເຂົ້າ ເຖິງກອງທຶນ SME ຕ້ອງໄດ້ປະຕິບັດຕາມລະບົບຂັ້ນຕອນຂອງເອກະສານ ໂດຍຕາມລະບົບລະແມ່ນທະນາຄານເປັນຜູ້ປ່ອຍກູ້.”

ທັງນີ້ລັດຖະບານ ລາວ ໂດຍກະຊວງການເງິນໄດ້ກູ້ຢືມເງິນຈາກທະນາຄານໂລກໃນມູນຄ່າ 40 ລ້ານໂດລາເມື່ອບໍ່ນານມານີ້ສຳລັບນຳໃຊ້ໃນການຟື້ນຟູກິດຈະການຂອງບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນທົ່ວປະເທດຊຶ່ງເງິນກູ້ຢືມດັ່ງກ່າວໄດ້ຈັດແບ່ງ ອອກເປັນ 2 ສ່ວນຄື 34 ລ້ານໂດລາສຳລັບປ່ອຍເປັນເງິນກູ້ໃຫ້ SME ນຳໃຊ້ເພື່ອຟື້ນຟູກິດຈະ ການໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ໄວທີ່ສຸດ ແລະ 6 ລ້ານໂດລານັ້ນສຳລັບນຳໃຊ້ໃນການພັດທະນາທາງດ້ານການບໍລິຫານ ແລະ ເທັກນິກສະໄໝໃໝ່ທີ່ເປັນປະໂຫຍດຕໍ່ການພັດທະນາ SME ໃນ ລາວ ໃຫ້ສາມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ.

ກ່ອນໜ້ານີ້ລັດຖະບານ ລາວ ໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບເປັນເງິນກູ້ໃຫ້ແກ່ບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ແລະ ໄດ້ອະນຸມັດເງິນກູ້ແລ້ວ 1,652 ກວ່າຕື້ກີບໃຫ້ກັບ SME ຈຳນວນ 477 ລາຍທີ່ຜະລິດສິນຄ້າກະສິກຳ ແລະ ສິນຄ້າອຸປະໂພກບໍລິໂພກເປັນດ້ານຫຼັກຊຶ່ງໄດ້ມີການຖອນເງິນກູ້ດັ່ງກ່າວໄປແລ້ວໃນມູນຄ່າ 1,369 ກວ່າຕື້ກີບ ໃນຂະນະທີ່ກະຊວງແຜນການ ແລະ ການລົງທຶນປະເມີນວ່າການລະບາດໄວຣັສ COVID-19 ເຮັດໃຫ້ເສດຖະກິດຂອງ ລາວ ເກີດການເສຍຫາຍຫຼາຍກວ່າ 7,000 ຕື້ກີບ ແລະ ໄດ້ສົ່ງຜົນກະທົບຕໍ່ລາຍຮັບຂອງບັນດາຫົວໜ່ວຍທຸລະກິດທີ່ມີຢູ່ຫຼາຍກວ່າ 129,690 ລາຍຢ່າງຫຼີກລ່ຽງບໍ່ໄດ້ ໂດຍໃນນີ້ເກີນກວ່າ 97 ເປີເຊັນກໍຄື SME ນັ້ນເອງ.

XS
SM
MD
LG