ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນທຸລະກິດ ກ່ຽວກັບ ການລ່ອງເຮືອທ່ອງທ່ຽວ ​ຕາມ​ລຳ​ນ້ຳ​ຂອງ


ມຸມດ້ານໜ້າ ຂອງຫົວເຮືອ ທີ່ກໍາລັງຈອດທຽບທ່າ ຢູ່ຂົງເຂດແຫ່ງນຶ່ງ.
ມຸມດ້ານໜ້າ ຂອງຫົວເຮືອ ທີ່ກໍາລັງຈອດທຽບທ່າ ຢູ່ຂົງເຂດແຫ່ງນຶ່ງ.

ເມື່ອກ່ອນ ພວກເຮົາຈະປາກົດເຫັນເຮືອຂົນສົ່ງຜູ້ໂດຍສານໄປມາຕາມລໍາແມ່ນໍ້າຂອງ ໂດຍສະເພາະ ຢູ່ໃນແຂວງພາກເໜືອຂອງ ສປປ ລາວ. ແຕ່ເນື່ອງຈາກສະພາບເສດຖະກິດ ແລະການທ່ອງທ່ຽວ ມີການປ່ຽນແປງຕາມການໃຊ້ບໍລິ ການຂອງລູກຄ້າ, ຜູ້ປະກອບການ ຈຶ່ງໄດ້ປ່ຽນທິດທາງການບໍລິການມາເປັນເຮືອທ່ອງທ່ຽວແທນ, ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການທ່ອງທ່ຽວກໍມີຫຼາຍແບບ ແລະຫຼາຍພາກສ່ວນບໍລິການສໍາລັບຜູ້ປະກອບການ, ແຕ່ສໍາລັບຜູ້ປະກອບການທີ່ເພິ່ນດໍາເນີນງານໃນພາກບໍລິການກ່ອນໜ້ານັ້ນແລ້ວ ເພິ່ນກໍສາມາດປ່ຽນແປງ ຫຼືຍົກລະດັບການບໍລິການຂອງເພິ່ນໄດ້ຕາມຄວາມເໝາະສົມກັບສະພາບໂຕຈິງຂອງສັງຄົມ.

ທ່ານພອນ, ເຊິ່ງເປັນເຈົ້າຂອງເຮືອສໍາລັບບໍລິການທ່ອງທ່ຽວ ກ່າວວ່າ ຫຼັງຈາກບໍລິການເດີນເຮືອໄປ-ກັບ ລະຫວ່າງຫຼວງພະບາງ, ຫ້ວຍຊາຍ ແລະສະຖານທີ່ທ່ອງທ່ຽວໃກ້ຄຽງມາໄດ້ 12 ປີ, ເພິ່ນກໍປ່ຽນມາເປັນການບໍລິການເຮືອແບບທ່ອງທ່ຽວຊົມວິວທິວທັດທໍາມະຊາດແທນ ເພື່ອໃຫ້ເຂົ້າກັບສະພາບການປ່ຽນແປງຂອງເສດຖະກິດ ແລະຄວາມຕ້ອງການຂອງລູກຄ້າ.

ເພິ່ນບອກວ່າ ເນື່ອງຈາກເພິ່ນມີປະສົບການໃນການເດີນເຮືອມາກ່ອນ ດັ່ງນັ້ນ ເພິ່ນຈຶ່ງລຶ້ງເຄີຍກັບເສັ້ນທາງໃນແລວແມ່ນໍ້າຂອງເປັນຢ່າງດີ, ສິ່ງສໍາຄັນທີ່ສຸດ ຖ້າຫາກບໍ່ມີປະສົບການໃນການເດີນເຮືອ ກໍຈະເຮັດໃຫ້ຄວາມປອດໄພຂອງຜູ້ ໂດຍສານມີອັນຕະລາຍເຊັ່ນກັນ.

ເຮືອ ກໍຄ້າຍຄືກັນກັບຍານພາຫະນະທົ່ວໄປ ທີ່ຈະຕ້ອງປະກອບເອກະສານໃຫ້ຄົບຊຸດ, ແຕ່ແຕກຕ່າງຢູ່ອັນນຶ່ງຄື ເຮືອຈະບໍ່ໄດ້ເສັງເອົາໃບຂັບເຮືອ ຄືດັ່ງໃບຂັບຂີ່ຍານພາຫະນະທົ່ວໄປ.

ສໍາລັບເຮືອທ່ອງທ່ຽວ, ເພິ່ນຈະປັບປຸງຈາກສະພາບເດີມຂອງເຮືອໂດຍສານໂດຍ ການຕັດສ່ວນທີ່ບໍ່ຕ້ອງການອອກ, ເພີ້ມເຕີມສ່ວນທີ່ສໍາຄັນໃສ່, ທັງໝົດທີ່ກ່າວມາ ຕ້ອງຜ່ານການຮັບຮອງຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ ພະແນກຄົມມະນາຄົມ ແລະຂົນສົ່ງ, ເພາະຕ້ອງໃຫ້ຢູ່ໃນມາດຕະຖານຄວາມປອດໄພຂອງເຮືອທີ່ແລ່ນຢູ່ເທິງແມ່ນໍ້າຂອງ.

ນັກທ່ອງທ່ຽວທີ່ໃຊ້ບໍລິການ ພາກັນນັ່ງຫຼິ້ນຢູ່ທາງເບື້ອງຫົວເຮືອ.
ນັກທ່ອງທ່ຽວທີ່ໃຊ້ບໍລິການ ພາກັນນັ່ງຫຼິ້ນຢູ່ທາງເບື້ອງຫົວເຮືອ.

ຜູ້ປະກອບການກ່າວວ່າ ເຮືອຂອງເພິ່ນ ບັນຈຸຜູ້ໂດຍສານໄດ້ປະມານ 30 ຄົນ, ມີຫ້ອງນໍ້າບໍລິການ 2 ຫ້ອງ, ເປັນລັກສະນະເຮືອຊົມວິວ ແລະມີບ່ອນນັ່ງໃຫ້ລູກຄ້າໄດ້ຊົມວິວທໍາມະຊາດຕາມລໍາແມ່ນໍ້າຂອງແບບສະບາຍໆ, ເຊິ່ງເພິ່ນໄດ້ກ່າວໃຫ້ຟັງກ່ຽວກັບລັກສະນະການບໍລິການວ່າ:

“ເຮືອຈອດເປັນຮ້ານອາຫານບໍ່ໄດ້ ເຮົາຕ້ອງໄດ້ແລ່ນ ຖ້າບໍ່ແລ່ນເພິ່ນກໍບໍ່ໃຫ້ຂາຍ, ເຮົາຕ້ອງໄດ້ໃຊ້ຮ້ານອາຫານນີ້ເນາະ ແລະກໍກິນເຂົ້າຈັກໂມງ ເມື່ອເພິ່ນວ່າກິນເຂົ້າສວາຍ, 10 ໂມງ 11 ໂມງເພິ່ນລົງຫາເຮົາກໍຫ້າງພາເຂົ້າ, ຫ້າງພາເຂົ້າ ແລະເພິ່ນກິນເຂົ້າ ເຮົາກໍເດີນເຮືອເມືອ, ບາງເທື່ອເພິ່ນກໍໄປຖໍ້າຕິ່ງກ່ອນ ເມື່ອກິນເຂົ້າແລງແລ້ວ ເພິ່ນກໍຮ້ອງເພງມາ.”

ຄ່າບໍລິການສໍາລັບເດີນເຮືອໃນແຕ່ລະຄັ້ງ ຈະມີແບບລັກສະນະເໝົາເຮືອ ຫຼືຄິດ ໄລ່ຄ່າບໍລິການເປັນຊົ່ວໂມງ, ເຊິ່ງເພິ່ນຈະບໍ່ໄດ້ຮັບບໍລິການ ໂດຍມາຕິດຕໍ່ຢູ່ສະຖານທີ່. ສະນັ້ນ, ຖ້າລູກຄ້າຫາກຕ້ອງການໃຊ້ບໍລິການເຮືອທ່ອງທ່ຽວຂອງເພິ່ນ ລູກຄ້າຈະຕ້ອງຕິດຕໍ່ເຂົ້າມາຈອງລ່ວງໜ້າ.

ຜູ້ປະກອບການບອກວ່າ ສໍາລັບການຈອງ, ລູກຄ້າຈະຕ້ອງໂອນເງິນເຂົ້າມາ 50 ເປີເຊັນຂອງຄ່າບໍລິການ, ເຊິ່ງຄ່າບໍລິການ 1 ຊົ່ວໂມງ ຈະມີລາຄາປະມານ 30 ໂດລາ, ແຕ່ຖ້າເໝົາໝົດມື້ເລີຍ ຈະຄິດໄລ່ລາຄາໃຫ້ປະມານ 120 ໂດລາ ເຊິ່ງລາຄາດັ່ງກ່າວນີ້ ຈະບໍ່ລວມຄ່າອາຫານ. ແຕ່ຄ່າບໍລິການໄລຍະໄກ ເຊິ່ງໃຊ້ເວລາໄປ-ກັບປະມານ 2 ມື້ລະຫວ່າງຫຼວງພະບາງ ຫາ ຫ້ວຍຊາຍ ແບບເໝົາລໍາ ຈະມີມູນຄ່າ ປະມານ 1,200 ໂດລາ ໂດຍບໍ່ລວມຄ່າອາຫານ.

ສໍາລັບການໃຊ້ບໍລິການ, ສ່ວນຫຼາຍລູກຄ້າສາມາດໄປໃນຂົງເຂດທ່ອງທ່ຽວ ທີ່ຢູ່ອ້ອມແອ້ມນະຄອນຫຼວງພະບາງ ເຊິ່ງຈະໃຊ້ເວລາບໍ່ດົນ, ໂດຍລູກຄ້າຈະຕົກລົງໂມງ ແລະເວລາໃນການອອກທ່າກັບຜູ້ດໍາເນີນການ ໃນເວລາສັ່ງຈອງ.

ທຸກໆຄັ້ງໃນການອອກເຮືອ, ຜູ້ປະກອບການເດີນເຮືອທ່ອງທ່ຽວກ່າວວ່າ ຈະຕ້ອງເສຍຄ່າປຶ້ມເຮືອ ເຊິ່ງໝາຍເຖິງໜັງສືປະຈໍາເຮືອນັ້ນ ໃຫ້ເຈົ້າທ່າໃນແຕ່ລະຄັ້ງປະ ມານ 4 ໂດລາ. ແຕ່ເສຍຄ່າພາສີອາກອນໃຫ້ແກ່ແຂວງໃນແຕ່ລະເດືອນປະມານ 9 ໂດລາ, ໂດຍລວມແລ້ວປະມານ 160 ໂດລາຕໍ່ປີ.

ອີກຢ່າງນຶ່ງ, ຖ້າລູກຄ້າທີ່ໃຊ້ບໍລິການເປັນຊົ່ວໂມງ ຫຼືວ່າເໝົາໝົດມື້ ຕ້ອງການຮັບປະທານອາຫານໄປພ້ອມໃນລະຫວ່າງທີ່ທ່ານໃຊ້ບໍລິການເຮືອ, ລູກຄ້າສາ ມາດສັ່ງອາຫານຈາກຜູ້ປະກອບການໄດ້ ໂດຍຈອງເມນູອາຫານ ທີ່ທ່ານຕ້ອງ ການຮັບປະທານຈາກຜູ້ປະກອບການໃນເວລາດຽວກັນກັບທ່ານຈອງຕາຕະລາງບໍລິການ, ເຊິ່ງລາຄາຂອງອາຫານປະມານ 8 ໂດລາ ຕໍ່ຄົນ.

ເຮືອທ່ອງທ່ຽວໃນແມ່ນໍ້າຂອງ ຂອງທ່ານພອນ ຢູ່ແຂວງຫຼວງພະບາງ, ສປປ ລາວ.
ເຮືອທ່ອງທ່ຽວໃນແມ່ນໍ້າຂອງ ຂອງທ່ານພອນ ຢູ່ແຂວງຫຼວງພະບາງ, ສປປ ລາວ.

ຜູ້ປະກອບການຍັງໄດ້ກ່າວໃຫ້ຟັງອີກວ່າ ຕັ້ງແຕ່ເພິ່ນປ່ຽນມາບໍລິການເດີນເຮືອແບບເໝົາລໍາສໍາລັບການທ່ອງທ່ຽວ ກິດຈະການຂອງເພິ່ນກໍດໍາເນີນໄປໄດ້ດີ ໂດຍສັງເກດໄດ້ຈາກລາຍຮັບໃນມື້ທໍາອິດ (ເດືອນກັນຍາຜ່ານມາ) ຈົນມາເຖິງປັດຈຸບັນ ເພິ່ນມີລາຍຮັບລວມທັງໝົດປະມານ 7,000 ຫາ 8,000 ໂດລາແລ້ວ, ເຊິ່ງເພິ່ນໄດ້ເລົ່າວ່າ:

“ເຮົາມາແລ່ນ 3-4 ເດືອນ ກໍໄດ້ຮອດ 80-90 ລ້ານລະເດ, ນໍ້າມັນມັນແພງ ລິດນຶ່ງ ດຽວນີ້ລິດ 20,000 ລະເດ, ຄັນແລ່ນຄ່ອຍເມືອກໍ 30, ຄັນເມືອໄວມາຟ້າວກໍ 40. 800,000 ເນາະ, ແປດແສນເຮົາກໍເອົາໄປ ລ້ານຫົກ ເຮົາກໍລຶບແປດແສນ, ປຶ້ມຕື່ມ ເຊັນປື້ນ 50 ພັນ ເຮົາກໍເຫຼືອນັ້ນ 700,000 ປາຍ.”

ສະຫຼຸບແລ້ວ, ບໍວ່າທ່ານຈະດໍາເນີນທຸລະກິດໃນລັກສະນະໃດ ຫຼືສະພາບການຂອງສັງຄົມຈະພົບກັບບັນຫາໃດກໍຕາມ ຖ້າທ່ານຫາກສັງເກດເຫັນບັນຫາ ແລະເຂົ້າໃຈເຖິງເປົ້າໝາຍຂອງລູກຄ້າ ທ່ານກໍສາມາດເຮັດໃຫ້ທຸລະກິດຂອງທ່ານຍັງຄົງດໍາເນີນຕໍ່ໄປໄດ້ ເໝືອນດັ່ງຜູ້ປະກອບການເຮືອທ່ອງທ່ຽວທ່ານນີ້ ກໍາລັງດໍາເນີນການຢູ່.

XS
SM
MD
LG