ການເຮັດທຸລະກິດ ກ່ຽວກັບການກໍ່ສ້າງ ຢູ່ໃນສະພາບທີ່ມີຄ່າຂອງເງິນບໍ່ປົກກະຕິ ແລະມີການແຂ່ງຂັນສູງກັບບໍລິສັດໃຫຍ່ ຕ້ອງເຂົ້າໃຈໃນການປັບປ່ຽນສະພາບ ແລະຄິດໄລ່ເຖິງຜົນຮັບຂອງບໍລິສັດໃຫ້ພໍດີ, ທິບສຸດາ ມີລາຍລະອຽດກ່ຽວກັບການດໍາເນີນທຸລະກິດດ້ານນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
ເນື່ອງຈາກຄວາມຕ້ອງການໃນການກໍ່ສ້າງ ກໍາລັງເປັນທີ່ຕ້ອງການຢູ່ໃນນະຄອນ ຫຼວງວຽງຈັນ, ຈຶ່ງເຮັດໃຫ້ມີບໍລິສັດຮັບເໝົາກໍ່ສ້າງຫຼາຍຂຶ້ນ. ຢ່າງໃດກໍຕາມຍ້ອນ ບັນຫາທາງດ້ານເສດຖະກິດ ທີ່ບໍ່ໝັ້ນຄົງ ແລະຄ່າຂອງເງິນ ທີ່ຍັງຂຶ້ນລົງແບບບໍ່ປົກກະຕິ ໄດ້ສົ່ງຜົນໃຫ້ຜູ້ຮັບເໝົາໂຄງການກໍ່ສ້າງຕ່າງໆ ປັບປ່ຽນວິທີໃນການດໍາເນີນງານຂອງຕົນ.
ກ່ອນຈະໄດ້ໂຄງການໃດນຶ່ງມາ ແນ່ນອນວ່າແຕ່ລະບໍລິສັດຈະຕ້ອງໄດ້ຍື່ນຊອງປະມູນ, ເຊິ່ງໃນການປະມູນງານແຕ່ລະຄັ້ງ ຜູ້ປະມູນຈະຕ້ອງປະກອບເອກະສານ ທີ່ກ່ຽວ ຂ້ອງທຸກຢ່າງເຂົ້າໄປໃນຊອງປະມູນ ຈາກນັ້ນ ກໍຄິດໄລ່ມູນຄ່າຂອງໂຄງການກໍ່ ສ້າງເຂົ້າໄປ, ທີ່ສໍາຄັນແລະຂາດບໍ່ໄດ້ ຜູ້ປະມູນຈະຕ້ອງບວກກໍາໄລຂອງຕົນເຂົ້າໄປນໍາ ໃນນັ້ນຍັງຕ້ອງໄດ້ຄິດໄລ່ຄ່າຂອງເງິນໄວ້ລ່ວງໜ້ານໍາດ້ວຍ.
ທ່ານໂພໄຊ ພົມມະຈັນ, ເຈົ້າຂອງບໍລິສັດ ເທັບໂປ ໂຊລ ຈໍາກັດຜູ້ດຽວ (TEPO SOLE CO., LTD) ກ່າວໃຫ້ຟັງວ່າ ກໍາໄລທີ່ເພິ່ນຕ້ອງໄດ້ບວກເຂົ້າໃນລາຄາຂອງມູນຄ່າໂຄງການທີ່ເພິ່ນປະມູນນັ້ນ ຈະຢູ່ລະຫວ່າງ 10 ຫາ 15 ເປີເຊັນ, ພ້ອມທັງໃບທະບຽນອາກອນຈາກກົມອາກອນ ແລະໃບດໍາເນີນທຸລະກິດຈາກໂຍທາທິການ ແລະຂົນສົ່ງ ຫຼື ຍທຂ.
“ເຊິ່ງໃນຊອງປະມູນມັນກໍຈະມີຫຼາຍໆພາກ, ຮອດ 8 ຫາ 9 ພາກ, ມີຮອດຮ່າງສັນຍາ, ທຸກຄົນຕ້ອງໄດ້ອ່ານ ແລະກໍຮັບຮູ້ເງື່ອນໄຂພວກນັ້ນ ແລ້ວຈື່ງໃສ່ລາຄາຕາມເງື່ອນໄຂ, ສິ່ງທີ່ຂາດບໍໄດ້ ທຸກໆບໍລິສັດຕ້ອງເປັນບໍລິສັດທີ່ຖືກຕ້ອງຕາມກົດໝາຍ ຕ້ອງມີໃບທະບຽນອາກອນ ແລະທະບຽນດໍາເນີນທຸລະກິດທີ່ເຮົາຕໍ່ໃນທຸກໆປີ.”
ສໍາລັບໃບອາກອນ ແລະໃບດໍາເນີນທຸລະກິດ, ແມ່ນໄດ້ມາຈາກການເປີດບໍລິສັດ ແລ້ວມີໃບປະຕັງ, ເຊິ່ງໃບປະຕັງນັ້ນ ແມ່ນສາມາດດໍາເນີນການຂໍເອກະສານຈາກກະຊວງການຄ້າ ໂດຍມີສາມລະບົບແຕກຕ່າງກັນເຊັ່ນວ່າ ໃບປະຕັງຂັ້ນທີ 1 ໝາຍຄວາມວ່າ ບໍລິສັດນັ້ນໆສາມາດຮັບເໝົາໂຄງການຕ່າງໆໄດ້ໃນທົ່ວປະ ເທດ, ຂັ້ນທີ 2 ສະແດງວ່າ ບໍລິສັດສາມາດຮັບເໝົາໄດ້ພຽງແຕ່ພາຍໃນແຂວງ ແລະຂັ້ນທີ 3 ແມ່ນວ່າບໍລິສັດພຽງແຕ່ດໍາເນີນງານຢູ່ໃນຂັ້ນເມືອງເທົ່ານັ້ນ ເຊິ່ງໃນແຕ່ລະຂັ້ນແມ່ນມີທຶນຈົດທະບຽນທີ່ແຕກຕ່າງກັນ. ສໍາລັບບໍລິສັດ TEPO SOLE CO., LTD ແມ່ນມີໃບປະຕັງຂັ້ນທີ 1 ດ້ວຍທຶນຈົດທະບຽນໃນການເປີດບໍລິສັດ 5 ຕື້ກີບ, ແລະເປີດບໍລິສັດມາແຕ່ປີ 2013.
ທ່ານໂພໄຊ ບອກວ່າ, ໃນແຕ່ລະປີ ທາງບໍລິສັດຂອງເພິ່ນ ສາມາດປະມູນໂຄງ ການໃຫຍ່ໄດ້ 2 ຫາ 3 ໂຄງການ, ເຊິ່ງໃນແຕ່ລະໂຄງການ ມີມູນຄ່າ 200,000 ໂດລາຂຶ້ນໄປ ແລະໂຄງການນ້ອຍກໍຈະປະມານ 7 ຫາ 10 ໂຄງການ.
ຢ່າງໃດກໍຕາມ, ເນື່ອງຈາກບັນຫາສະພາບຂອງເສດຖະກິດ ແລະຄ່າຂອງເງິນທີ່ມີການຂຶ້ນລົງຢ່າງບໍ່ສະໝໍ່າສະເໝີ, ເພິ່ນຈຶ່ງຕົກລົງສັນຍາກັບຜູ້ຈ້າງໃຫ້ຊໍາລະເປັນເງິນໂດລາ, ພ້ອມກັນນັ້ນ ໃນການປະມູນໂຄງການໃນແຕ່ລະຄັ້ງ ເພິ່ນກໍຈະປະມູນເປັນມູນຄ່າຂອງເງິນໂດລາ ແລະເງິນກີບ 50 ເປີເຊັນເທົ່າກັນ.
“ເພື່ອປະກັນຄວາມສ່ຽງ ໃນສັນຍານັ້ນມັນກໍແຕກຕ່າງກັນໄປ ຄືບາງສັນຍານັ້ນ ຖ້າວ່າເງິນເຟີ້ ຫຼືຄ່າວັດສະດຸມັນຂຶ້ນເກີນ 5 ເປີເຊັນ ມັນກໍຈະມີການຄິດໄລ່ທົດແທນກັນຢູ່ຫັ້ນ ມັນຈະມີສູດຄິດໄລ່ສັນຍາຢູ່ໃນນັ້ນເລີຍ, ຄືບາງສັນຍາອາດຈະ Fix ເປັນເງິນຕາຕ່າງປະເທດເລີຍ ອາດຈະຈ່າຍເປັນກີບ ແຕ່ Base ໃສ່ເງິນ ຕາຕ່າງປະເທດເອົາ ໂຕໃດໃຊ້ວັດສະດຸນໍາເຂົ້າເປັນສ່ວນໃຫຍ່ ຫຼືວ່າທັງໝົດ ກໍຈະແມ່ນເຈລະຈາ, ຂຶ້ນຢູ່ກັບການເຈລະຈາຫຼາຍກວ່າ.”
ເພິ່ນກ່າວຕື່ມວ່າ, ເນື່ອງຈາກການແຂ່ງຂັນມີຫຼາຍ ສະນັ້ນໃນການປະມູນແຕ່ລະຄັ້ງ ທາງບໍລິສັດຈຶ່ງຕ້ອງມີການປັບປ່ຽນກົນລະຍຸດໂດຍການຫຼຸດເປີເຊັນຂອງກໍາໄລທີ່ຈະບວກໃສ່ນັ້ນລົງມາເປັນ 5 ຫາ 8 ເປີເຊັນ.
ສໍາລັບວັດຖຸໃນການສະໜອງ ເພື່ອການກໍ່ສ້າງ, ເພິ່ນບອກວ່າຈະນໍາເຂົ້າໃນປະ ເພດທີ່ບໍ່ມີສະໜອງໃຫ້ພາຍໃນປະເທດ. ແຕ່ ສໍາລັບເຫຼັກ ແລະຊີເມັນ ແມ່ນຊື້ຢູ່ພາຍໃນປະເທດເອງ.
ສໍາລັບອາກອນກໍາໄລ, ເນື່ອງຈາກທຸລະກິດການກໍ່ສ້າງມີລາຍໄດ້ໃນແຕ່ລະປີທີ່ແຕກຕ່າງກັນ, ດັ່ງນັ້ນ ການຊໍາລະອາກອນກໍາໄລໃນແຕ່ລະຄັ້ງກໍຂຶ້ນຢູ່ກັບລາຍໄດ້ຂອງຜູ້ປະກອບການເຊັ່ນກັນ, ແຕ່ເສຍອາກອນ 10 ເປີເຊັນ ຕາມມາດຕະ ຖານຂັ້ນພື້ນຖານ. ຢ່າງໃດກໍຕາມ ລາຍໄດ້ສະເລ່ຍໂດຍລວມໃນແຕ່ລະປີກໍຖືວ່າດີສົມຄວນ ຫຼັງຈາກຫັກຄ່າໃຊ້ຈ່າຍຕ່າງໆອອກມາແລ້ວ ກໍໄດ້ຫຼາຍໝື່ນໂດລາ, ເຊິ່ງສາມາດເຮັດໃຫ້ບໍລິສັດຂອງເພິ່ນຂະຫາຍໂຕເພີ້ມຂຶ້ນເລື້ອຍໆໃນທຸກໆປີ.