ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະ​ທາ​ນາ​ທິບໍດີ ບູຣຸນດີ ສາບານໂຕ ເຂົ້າຮັບ ຕຳແໜ່​ງ 6 ມື້ ກ່ອນກຳນົດ


ປະທານາທິບໍດີ Pierre Nkurunziza ກ່າວຖະແຫຼງການສັ້ນ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ, 17 ພຶດສະພາ, 2015.
ປະທານາທິບໍດີ Pierre Nkurunziza ກ່າວຖະແຫຼງການສັ້ນ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ, 17 ພຶດສະພາ, 2015.

ທຳນຽບ​ປະທານ​າທິບໍດີ ບູຣຸນດີ ກ່າວ​ວ່າ ປະ​ທາ​ນາ​ທິບໍດີ Pierre Nkurunziza ​ໄດ້​ສາບານໂຕເຂົ້າຮັບຕຳແໜ່​ງເປັນສະ​ໄໝ​ທີ 3 ​ໃນ​ວັນ​ພະຫັດ​ມື້​ນີ້, 6 ມື້ກ່ອນພິທີ​ສາບານໂຕ ທີ່​ໄດ້​ກຳນົດ​ໄວ້.

ທຳນຽບ​ປະທາ​ນາ​ທິບໍດີ ​ໄດ້​ປະ​ກາດກ່ຽວກັບ​ພິທີ​ສາບານໂຕດັ່ງ ກ່າວທີ່ບໍ່ມີການແຈ້ງໃຫ້ ຊາບລ່ວງໜ້າ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ພະຫັດ​ມື້​ນີ້.

ການພະຍາຍາມເຂົ້າຮັບ​ຕຳ​ແໜ່​ງສະໄໝ​ທີ​ສາມ​ ຂອງ​ທ່ານ ປະທານາ ທິບໍດີ ​ໄດ້​ກໍ່​ໃຫ້​ເກີດວິ​ກິດ​ການ​ດ້ານ​ການ​ເມືອງທີ່​ໄ​ດ້ເພີ້ມ ທະວີຄວາມຮຸ​ນ​ແຮງ​ຂຶ້ນ ​ຫລັງຈາກທ່ານໄດ້ ຊະນະ ​ການເລືອກຕັ້ງ ໃນ​ວັນ​ທີ 21 ກໍລະກົດ​ທີ່​ຜ່ານ​ມາ​ນີ້. ​ເຊິ່ງ​ໄດ້​ຖືກ​ຕຳ​ໜິວ່າ​ມີ​ຂໍ້​ບົກ​ຜ່ອງ. ບັນດາກຸ່ມ​ຝ່າຍ​ຄ້ານ​ທີ່ ໄດ້ຂວ້ຳບາດ ຫຼື boycott ການ​ເລືອກ​ຕັ້ງ​, ​ກ່າວ​ວ່າ ສະພາບ ການ​ ບໍໍ່​ໄດ້​ເອື້ອອຳນວຍໃຫ້ມີ ການເລືອກຕັ້ງທີ່, ຍຸດ​ຕິ​ທຳ, ​ໂປ່​ງ​ໃສ ​ແລະ ​ເປີດກວ້າງໃຫ້ທຸກພັກຝ່າຍເຂົ້າ ຮ່ວມ.

ການ​ປະ​ກາດ​ຂອງ​ປະທານາທິບໍດີ ທີ່​ຈະ​ລົງ​ແຂ່ງໃນການ​ເລືອກ​ຕັ້ງ​ອີກ​ສະ​ໄໝ​ໜຶ່ງ ​ໃນ​ເດືອນ​ ເມ​ສາທີ່​ຜ່ານ​ມາ ​ກໍ່ໃຫ້​ເກີດ​ການ​ພະຍາຍາມ​ກໍ່​ລັດຖະປະຫານ ​ແລະ ການ​ປະ​ທ້ວງ​ດ້ານ​ການ​ເມືອງຫຼາຍ​ອາທິດ ​ເຊິ່ງໄດ້ເຮັດ​ໃຫ້​ຫຼາຍ​ກວ່າ 100 ຄົນ​ເສຍ​ຊີວິດ.

ບັນດາ​ນັກ​ວິເຄາະ​ກ່າວ​ວ່າ ການ​ເລືອກ​ຕັ້ງເພື່ອເຂົ້າຮັບຕຳແໜ່ງຕື່ມອີກ ຂອງ​ທ່ານ Nkurunziza ​ໄດ້​ທຳລາຍ​ລັດຖະທຳ​ມະນູນ ​ແລະ ສົນທິສັນຍາ Arusha, ​ເຊິ່ງ​ໄດ້ເຮັດ​ໃຫ້​ສົງຄາມ​ກາງ​ເມືອງທີ່​ແກ່ຍາວ ມາເປັນເວລາ 13 ປີຂອງ​ປະ​ເທດ​ສິ້ນ​ສຸດ​ລົງ.

​ສານ​ລັດຖະທຳ​ມະນູນຂອງ ບູຣຸນດີ ​ໄດ້ຕັດສິນ​ວ່າ ທ່ານ​ສາມາດລົງ ສະໝັກເອົາຕຳ​ແໜ່​ງ​ໄດ້ ​ເພາະວ່າ ທ່ານເປັນ​ຄົນ​ທີ່​ໄດ້ຖືກ​ເລືອກ ​ໂດຍ​ສະພາ, ບໍ່​ແມ່ນ​ລົງສະໝັກແຂ່ງຂັນ ​ໃນ​ປີ 2005.

​ໃນ​ວັນ​ອາ​ທິດທີ່​ຜ່ານ​ມາ ສະຫະພາບ ອາຟຣິກາ ​ໄດ້​ເຕືອນ​ວ່າ ວິ​ກິດ​ການ​ດ້ານ​ການ​ເມືອງ​ໃນ ບູຣຸນດີ ອາດຈະສ້າງຄວາມ​ຫາ​ຍະນະ ໃຫ້ແກ່ປະ​ເທດດັ່ງກ່າວ ​ແລະ ຂົງ​ເຂດ​ອ້ອມແອ້ມ.

​ຖະ​ແຫຼງການ​ໂດຍກຳມາທິການສະຫະ​ພາບ ອາ​ຟຣິກາ ທ່ານ Nkosazana Dlamini-Zuma, ມີຂຶ້ນ​ມື້ໜຶ່ງ​ຫຼັງ​ຈາກ​ການ​ສັງຫານ​ອະ​ດີ​ດຜູ້ບັນຊາການ​ທະຫານ ທ່ານ Jean Bikomagu.

ມື​ປືນຊຶ່ງ​ບໍ່ຊາບຝ່າຍ ​ໄດ້​ສັງຫານທ່ານ Bikomagu ຢູ່​ນອກ​ເຮືອນຂອງທ່ານ​ໃນ​ນະຄອນ ຫຼວງ Bujumbura. ການ​ເສຍ​ຊີວິດ​ຂອງ​ທ່ານ ​ມີຂຶ້ນ ຫລັງຈາກ​ການ​ສັງຫານ​ທີ່ປຶກສາ​ດ້ານ​ຄວາມ​ໝັ້ນຄົງ ​ຂອງ​ປະທານາທິບໍດີ​ ທ່ານ Adolphe Nshimirimana ​ໃນ​ວັນ​ທີ 2 ສິງຫາ ທີ່​ຜ່ານ​ມາ.

Burundi Politics
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG