ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບູຣຸນດີ ຂະຫຍາຍເວລາ ການຫ້າມ ອອກ​ອາ​ກາດ ຂອງ VOA ແລະ BBC ຊຶ່ງເປັນ​ການປາບປາມ ສື່ມວນຊົນ


ຜູ້ອຳນວຍການ ໂທລະພາບ ແລະວິທະຍຸ ແຫ່ງຊາດ ຂອງບູຣຸນດີ, ທ່ານ ເນັສເຕີ ບັງກູມູຄຸນຊີ (Nestor Bankumukunzi), ຢືນຖ່າຍຮູບ ຢູ່ໃນຫ້ອງອັດ ທີ່ນະຄອນຫຼວງ ບູຈຸມບູຣາ ເມື່ອວັນທີ 15 ພຶດສະພາ 2015.
ຜູ້ອຳນວຍການ ໂທລະພາບ ແລະວິທະຍຸ ແຫ່ງຊາດ ຂອງບູຣຸນດີ, ທ່ານ ເນັສເຕີ ບັງກູມູຄຸນຊີ (Nestor Bankumukunzi), ຢືນຖ່າຍຮູບ ຢູ່ໃນຫ້ອງອັດ ທີ່ນະຄອນຫຼວງ ບູຈຸມບູຣາ ເມື່ອວັນທີ 15 ພຶດສະພາ 2015.

ປະເທດບູຣຸນດີ ຈະສືບຕໍ່ກີດຂວາງ ການຖ່າຍທອດ​ອອກ​ອາ​ກາດລາຍການຕ່າງໆ ຈາກ
ອົງການສື່ມວນຊົນສາກົນ ສອງແຫ່ງ ແລະ ຈະຂະຫຍາຍການຈຳກັດ ຕໍ່ການປະຕິບັດ
ງານຂອງພວກເຂົາເຈົ້າ ຊຶ່ງເປັນການປະກາດຂອງ ລັດຖະບານ ບູຣຸນດີ ໃນວັນສຸກ
ວານນີ້.

ຢູ່ທີ່ກອງປະຊຸມ ໃນນະຄອນຫຼວງ ບູຈຸມບູຣາ ນັ້ນ ປະທານສະພາຄົມມະນາຄົມ
ແຫ່ງຊາດ ທ່ານ ເນັສເຕີ ບັງກູມູຄຸນຊີ ໄດ້ກ່າວວ່າ ອົງການຂ່າວ BBC ແລະ VOA
ແມ່ນບໍ່ໄດ້ຮັບອະນຸຍາດ ໃຫ້ຖ່າຍທອດອອກ​ອາ​ກາດລາຍການ ອີກຕໍ່ໄປແລ້ວ ຊຶ່ງ
ມີຜົນບັງຄັບໃຊ້ໃນທັນທີ. ການຫ້າມດັ່ງກ່າວ ແມ່ນບໍ່ມີກຳນົດ ແລະກວມໄປເຖິງບັນດາ
ນັກຂ່າວທັງຫຼາຍ ຮວມທັງຢູ່ຕ່າງປະເທດ ແລະ ຢູ່ພາຍໃນປະເທດ ຜູ້ທີ່ສະໜອງຂໍ້ມູນ
ໃຫ້ແກ່ຜູ້ປະກາດຂ່າວ.

ຜູ້ອຳນວຍການຂອງວີໂອເອ ທ່ານນາງ ອາແມນດາ ເບັນເນັດ ໄດ້ກ່າວວ່າ “ພວກເຮົາ
ຮູ້ສຶກຕື່ນຕົກໃຈ ວ່າ ບັດນີ້ ພວກນັກຂ່າວ ຢູ່ໃນບູຣຸນດີ ແມ່ນຖືກຫ້າມບໍ່ໃຫ້ສື່ສານ
ຕິດຕໍ່ກັບ ວີໂອເອ ແລະເຊື່ອວ່າ ໄພຂົ່ມຂູ່ເຫຼົ່ານີ້ ຕໍ່ພວກນັກຂ່າວຂອງພວກເຮົາ ທີ່
ມີຢູ່ຕໍ່ເນື່ອງ ແມ່ນບ່ອນທຳລາຍ ຕໍ່ເສລີພາບໃນດ້ານການລາຍງານຂ່າວ ຢູ່ໃນ
ປະເທດນີ້.”
ທ່ານນາງ ກ່າວຕໍ່ໄປວ່າ “ພວກເຮົາ ຢືນຢູ່ຄຽງຂ້າງ ກັບປະຊາຊົນຂອງ
ບູຣຸນດີ ໃນການຕໍ່ຕ້ານພວກຄົນ ຜູ້ທີ່ພວມຈຳກັດຮັດແຄບ ການເຂົ້າເຖິງຂ່າວສານ
ແລະຂໍ້ມູນ ທີ່ຖືກຕ້ອງ ແລະເຊື່ອຖືໄດ້.”

ອົງການຂ່າວ BBC ໄດ້ປະນາມ ການຕັດສິນໃຈດັ່ງກ່າວ ໂດຍເອີ້ນມັນວ່າ “ເປັນການ
ໂຈມຕີ ຕໍ່ເສລີພາບໃນດ້ານສື່ມວນຊົນ ທີ່ຮ້າຍແຮງ.”

ເມື່ອເດືອນພຶດສະພາ ປີກາຍນີ້ ລັດຖະບານຂອງບູຣຸນດີ ໄດ້ໂຈະການປະຕິງານ ຂອງ
ທັງສອງອົງການຂ່າວດັ່ງກ່າວ ເປັນເວລາ 6 ເດືອນ ນຶ່ງສັບປະດາກ່ອນໜ້າ ການລົງ
ປະຊາມະຕິ ກ່ຽວກັບລັດຖະທຳມະນູນ ສະບັບໃໝ່. ທັງສອງອົງ​ການຂ່າວ ໄດ້ຖືກງົດ​ບໍ່​
ໃຫ້ອອກອາກາດ ນັບຕັ້ງແຕ່ນັ້ນມາ ຈົນເຖິງປັດຈຸບັນນີ້.

ທ່ານນາງ ເຣໂຈລ ນິໂຄລສັນ ນັກຄົ້ນຄວ້າ ໃຫ້ແກ່ອົງການນິລະໂທດກຳສາກົນ ຫຼື
Amnesty International ໄດ້ກ່າວວ່າ ລັດຖະບານຂອງບູຣຸນດີແມ່ນບໍ່ພໍໃຈ ກັບ
ບັນດາຜູ້ປະກາດຂ່າວ ຍ້ອນເຫດຜົນທີ່ແຕກຕ່າງກັນຫຼາຍປະການ.

ລັດຖະບານດັ່ງກ່າວ ຜິດຫວັງຍ້ອນສາລະຄະດີ ທີ່ອົງການຂ່າວ BBC ​ໄດ້ອອກອາກາດ
ໄປເມື່ອປີກາຍນີ້ ທ່ານນາງໄດ້ກ່າວວ່າ ມັນເປັນເລື້ອງ ກ່ຽວກັບພວກສະມາຊິກຂອງ
ໜ່ວຍສືບລັບ ບູຣຸນດີ ​ມີ​ຄຸກ​ລັບ ບ່ອນທີ່ພວກທີ່ບໍ່ເຫັນດີເຫັນພ້ອມກັບ ລັດຖະບານ ໄດ້
ຖືກນຳໄປຄຸມຂັງ ແລະຖືກທໍລະມານ.

ບູຣຸນດີ ໄດ້ກ່າວຫາ ວີໂອເອ ວ່າ ໄດ້ວ່າຮັບເອົານັກຂ່າວຜູ້ ທີ່ຄັດຄ້ານຕໍ່ລັດຖະບານ
ມາເປັນພະນັກງານ ຊຶ່ງທ່ານນາງນິໂຄລສັນ ໄດ້ກ່າວຕືມໄປ. ສ່ວນທ່ານ ແພດທຣິກ
ເອັນດູວີມານາ ອະດີດຜູ້ອຳນວຍການສະຖານີວິທະຍຸ FM Bonesha ໃນບູຣຸນດີ ແມ່ນ
“ຖືກທາງການຕ້ອງການໂຕ ຍ້ອນມີສ່ວນຮ່ວມ ໃນຄວາມຮຸນແຮງ ຊຶ່ງເກີດຂຶ້ນ ກ່ອນ
ໜ້າການພະຍາຍາມກໍ່ລັດຖະປະຫານ ໃນເດືອນພຶດສະພາ”
ດັ່ງທີ່ສະພາຄົມມະນາຄົມ
ແຫ່ງຊາດ ໄດ້ຂຽນລົງ ໃນຖະແຫລງການ ສະບັບທີ່​ອອກ​ໃນວັນສຸກ​ວານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG