ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ມີ​ການ​ຕັ້ງ ຄຳ​ຖາມ ກ່ຽວ​ກັບ ຄວາມ​ເປັນ​ອິດ​ສະ​ຫຼະ ຂອງ ກຳມະການ ​​ເລືອກ​ຕັ້ງ ມຽນມາ


ຜູ້ນຳຂອງ​ພັກສັນ​ນິ​ບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ ທ່ານນາງ Aung San Suu Kyi ຮຽກຮ້ອງໃຫ້ມີການ ປ່ຽນແປງລັດຖະທຳມະນູນ ຢູ່ທີ່ສະໜາມກິລາ Boseinman Stadium ໃນນະຄອນ Rangoon ເມື່ອວັນທີ 17 ພຶດສະພາ 2014.
ຜູ້ນຳຂອງ​ພັກສັນ​ນິ​ບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ ທ່ານນາງ Aung San Suu Kyi ຮຽກຮ້ອງໃຫ້ມີການ ປ່ຽນແປງລັດຖະທຳມະນູນ ຢູ່ທີ່ສະໜາມກິລາ Boseinman Stadium ໃນນະຄອນ Rangoon ເມື່ອວັນທີ 17 ພຶດສະພາ 2014.
ບັນດາອົງການ​ປົກ​ປ້ອງສິດທິມະນຸດສາກົນ ໄດ້​ຕັ້ງ​ຄຳ​ຖາມ ກ່ຽວ
​ກັບ ຄວາມ​ເປັນ​ອິດ​ສະ​ຫຼະ ຂອງຄະນະກຳມະການເລືອກຕັ້ງ
ມຽນມາ ຫຼັງຈາກຄະ​ນະກຳ​ມະ​ການ​ ໄດ້ກ່າວຫາຜູ້ນຳພັກຝ່າຍ
ຄ້ານທ່ານນາງ Aung San Suu Kyi ວ່າ ທ່ານນາງລະເມີດ ກົດໝາຍລັດຖະທຳມະນູນ ໃນຂະນະ​ທີ່ກ່າວຄຳປາໄສ ໃນ​ລະ
​ຫວ່າງ​ການ​ໂຄ​ສະ​ນາ​ຫາ​ສຽງ. ພັກຂອງທ່ານນາງ​ຄື ​ພັກ​ສັນ​ນິ
​ບາດ​ແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຮຽກຮ້ອງໃຫ້​ປະ​ຊາຊົນ
ທົດສອບ​ເບິ່ງສະພາ​ແຫ່ງ​ຊາດ ແລະຍື່ນຄຳຮ້ອງ ໃຫ້ປ່ຽນແປງ
ລັດຖະທຳມະນູນ. ຜູ້ສື່ຂ່າວວີໂອເອ Grabielle Paluch ມີ​
ລາຍງານ​ເລື່ອງນີ້ ຈາກບາງກອກ ດັ່ງ​ໄຊ​ຈະ​ເຣີນ​ສຸກ ຈະ​ນຳ​ມາ​
ສ​ະ​ເໜີ​ທ່ານ.

ໃນ​ລະ​ຫວ່າງການໂຄສະນາຫາສຽງ ​ໃນ​ໄລ​ຍະສ​ອງ​ສາມເດືອນຜ່ານມານີ້ ຜູ້ນຳພັກຝ່າຍ
ຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ໄດ້ກ່າວ ໂຈມ​ຕີ​ໜັກ​ຂຶ້ນ​ຕໍ່​ບົດ​ບາດ​
ຂອງ​ພວກ​ທະ​ຫານຢູ່​ໃນ​ວົງ​ການ​ເມືອງແລະ​ເລີ້ມ​ເກັບ ກຳ​ລາຍເຊັນເພື່ອຍື່ນຄຳຮ້ອງໃຫ້
ປ່ຽນແປງລັດຖະທຳມະນູນ.

ຂໍ້​ສະ​ເໜີ​ທີ່​ສຳ​ຄັນ​ອັນ​ໜຶ່ງ​ ກໍ​ຄືສະ​ໜັບ​ສະ​ໜຸນ​ໃຫ້ມີ​ການ​ປ່ຽນ​ແປງ ໃນ​ການ​ທີ່ ສະ​ພາແຫ່ງ
​ຊາດ​ອຽງ​ໄປ​ໂດຍ​ເຮັດ​ໃຫ້​ພວກ​ທະ​ຫານ​ເປັນ​ຝ່າຍ​ໄດ້​ປຽບ. ລັດ​ຖະ ທຳ​ມະນູນສະຫງວນ
ບ່ອນ​ນັ່ງ 25 ​ເປີ​ເຊັນ​ ໃນສະພາແຫ່ງ​ຊາດ​ໄວ້ສຳ​ລັບ​ທະ ຫານ ​ແລະການ​ປ່ຽນ​ແປງ​ໃດໆ
ກໍ​ຕາມ​ຕໍ່​ລັດຖະທຳ​ມະນູນຕ້ອງ​ໄດ້​ຮັບ​ຄະ​ແນນ ສຽງເຫັນ​ພ້ອມ​ສ່ວນໃຫຍ່ 75 ​ເປີ​ເຊັນ.
ສະນັ້ນ ໃນ​ສະ​ພາບ​ໂຕ​ຈິງ​ແລ້ວ ມັນເຮັດໃຫ້​ພວກທະຫານ​ມີ​ສິດ​ຢັບຢັ້ງຕໍ່​ການ​ປ່ຽນ​ແປງ​
ໃດໆກໍ​ຕາມ​ນັ້ນ​ເອງ.

ໃນເດືອນ​ແລ້ວ​ນີ້ ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ມຽນ​ມາ ໄດ້ຕິດ​ຕາມ​ເບິ່ງ ​ ​ການ​ໂຄສະ
​ນາ​ຫາ​ສຽງ​ຂອງ​ທ່ານນາງ Suu Kyi ​ແລະ​ໄດ້​ອອກ​ຄຳ​ເຕືອນ​ຢ່າງ​ເປັນ​ທາງ​ການ ກ່າວ​ຫາ​
ທ່ານນາງວ່າ​ ໄດ້​ໂຄ​ສະ​ນາ​ຫາ​ສຽງ​ເກີນ​ຂອບ​ເຂດ​ ທີ່​ລັດຖະທຳ​ມະນູນກຳນົດ​ໄວ້ ຊຶ່ງ​ບັງ​ຄັບ​
ໃຫ້​ບັນ​ດາສະມາຊິກ​ສະພາ​ຕ້ອງໄດ້ “ປະຕິ ບັດຕາມ ​ແລະ ​ປົກ​ປ້ອງ” ລັດຖະທຳມະນູນ
ສະ​ເໝີ.

​ທ່ານ Nyan Win ໂຄສົກ​ຂອງ​ພັກສັນ​ນິ​ບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ ​ພ້ອມ​ທັງ​
ເປັນ​ທະນາ​ຍຄວາມ​ຂອງ​ພັກ ​ກ່າວວ່າ ຄະນະ​ກຳ​ມະ​ການ​ເລືອກ​ຕັ້ງ ​ໄດ້​ປະຕິ​ດບັດ​ໜ້າ​ທີ່​
​ເກີນ​ຂອບ​ເຂດອຳນາດຂອງ​ຕົນ ​ແລະການ​ກ່າວ​ຫາ​ຂອງ​ຄະ​ນະກຳ​ມະ​ການ​ດັ່ງ​ກ່າວ ແມ່ນ​
ໄດ້​ບິ​ດ​ເບືອນ​ຫຼື​ຕີ​ຄວ​າມ​ໝາຍ​ຢ່າງ​ຜິດ​ພາດ ກ່ຽວ​ກັບ​ການ​ໃຫ້​ຄວາມ​ເຫັນຂອງ​ທ່ານ​ນາງ.

ທ່ານ Nyan Win ​ເວົ້າວ່າ “ພວກ​ເຮົາ​ຢາກ ​ໃຫ້ຫລຸດຜ່ອນ​ບົດບາດ​ຂອງພວກທະ
ຫານ​ຢູ່​ໃນສະພາ ອັນ​ນີ້​ແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຮົາ. ​ແຕ່ວ່າ​ທ່ານ​ນາງ​ບໍ່​ໄດ້​ເວົ້າຈັ່ງຊັ້ນ ​ຢູ່ໃນການ​ໂຄ​ສະ​ນາ​ຫາ​ສຽງ.”


​ໃນ​ຂະນະ​ທີ່​ທ່ານນາງ Suu Kyi ທຳ​ການ​ໂຄສະນາຫາ​ສຽງ ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຂໍ້​ສະ​ເໜີ
ຂອງທ່ານ​ນາງນັ້ນ ປະທານ​າ​ທິ​ບໍ​ດີ​ Thein Sein ​ໄດ້ກ່າວຕອບໂດຍ​ເວົ້າ​ວ່າ ກ່ອນ​ທີ່ປະເທດ
​ຈະ​ປ່ຽນ​ແປງ​ລັດຖະທຳ​ມະນູ​ນ ກ່ອນ​ອື່ນ​ໝົດລັດ​ຖະບານ​ຕອ້ງໄດ້​ເສັດ​ສິ້ນການເຈລະຈາ
​ສັນຕິພາບ​ກັບ​ບັນດາ​ຊົນ​ຊາດ ຊົນ​ເຜົ່າ ກຸ່ມ​ຊົນ​ເຜົ່າ​ກຸ່ມ​ນ້ອຍ​ເສຍ​ກ່ອນ ແລະ​ປະ​ກາດການ​
ຍຸດ​ຕິຍິງ​ຕາມ​ລຳ​ພັງ ແຕ່​ພຽງ​ຝ່າຍ​ດຽວ.​ ພັກສັນ​ນິ​ບາດ​ແຫ່ງ​ຊາດເພື່ອປະຊາທິປະໄຕ
​ຄັດຄ້ານ​ຕໍ່ຄຳ​ເຫັນ​ດັ່ງກ່າວ.

​ໃນ​ອາ​ທິດ​ແລ້ວນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສຳ​ນັກ​ງານ​
ຕັ້ງຢູ່ນະ​ຄອນ New York ​ໄດ້​ອອກຖະ​ແຫລ​ງ​ການຮຽກຮ້ອງ​ໃຫ້​ຄະນະ​ກຳມະ​ການ​ເລືອກ
​ຕັ້ງ ຍຸດຕິ​ການ​ຂົ່ມຂູ່ຂອງ​ຕົນ​ ​ຕໍ່​ທ່ານ​ນາງ Suu Kyi ແລະພັກ​ຂອງ​ທ່ານນາງ ​ໂດຍທັນທີ.

ທ່ານ Phil Robertson ຮອງ​ຜູ້​ອຳ​ນວຍ​ການ​ຝ່າຍ​ເອ​ເຊຍ ຂອງກຸ່ມ​ປົກ​ປ້ອງ ສິດ​ທິ​ມະ​ນຸດ
ດັ່ງ​ກ່າວເວົ້າວ່າ ຄະນະ​ກຳມະ​ການ​ເລືອກ​ຕັ້ງ​ ດ້​ກ່າວ​ຫາທ່ານ​ນາງ Suu Kyi ລະ​ເມີດ​ກົດ​
ລະບຽບ​ ໃນ​ການ​ເລືອກ​ຕັ້ງຕ່າງໆ ຊຶ່ງບໍ່ເຄີຍ​ມີມາ​ກ່ອນ ເລີຍນັ້ນ ​ແລະຄຳ​ເຫັນເຫຼົ່າ​ນີ້ແມ່ນ
ສໍ່​ສະ​ແດງໃຫ້​ເຫັນ​ຢ່າງຈະແຈ້ງວ່າ ຄະ​ນະກຳມະການເລືອກ​ຕັ້ງ ທີ່​ເປັນ​ອິດ​ສະ​ຫລະນັ້ນ
ຍັງມີ​ການ​ເຂົ້າຂ້າງ​ຝ່າຍ​ທະຫານ.

ທ່າ​ນ Robertson ເວົ້າວ່າ “​ສະ​ພາບການ​ເມືອງໂຕ​ຈິງ ກໍ​ຄື​ມັນ​ມີ​ລັດຖະບານ​ພາຍ​
ໃຕ້​ລັດຖະບານ. ​ແລະ​ລັດຖະບານ​ພາຍ​ໃຕ້​ລັດຖະບານນັ້ນ​ ແມ່ນທະຫານມຽນມາ
ນັ້ນ​ເອງ. ພວກທະຫານ​ມຽນມາ ບໍ່​ໄດ້​ທຳ​ການ​ສິ່ງ​ໃດ​ເລີຍ ​ເພື່ອ​ປະຕິ​ຮູບ​ພວກ​ເຂົາ​
ເຈົ້າ​ເອງ ​ໃນ​ການ​ຖອນ​ໂຕ​ອອກ​ຈາກອຳນາດ​ ທີ່​ພວກ​ເຂົາ​ໄດ້​ຮັບ​ພາຍ​ໃຕ້​ລັດຖະ
ທຳ​ມະນູນ​ປີ 2008 ​ແລະ​ຄວາມ​ຈິງ​ແລ້ວ ແມ່ນ​ມີ​ອຳ​ນາດ​ແບບ ບໍ່​ມີ​ຂອບ​ເຂດ​ຈຳ​ກັດ
ຄື​ກັນ​ກັບອະດີດນາຍ​ພົນ Tin Aye ຊຶ່ງ​ເປັນ​ປະທານ ຂອງຄະນະ​ກຳມະການ​
ເລືອກ​ຕັ້ງ ທີ່​ກຳ​ລັງໃຊ້​ອິດ​ທິພົນ​ໃນ​ທາງ​ທີ່ສຳຄັນ​ຕໍ່​ການ​ເລືອກ​ຕັ້ງປີ 2015 ນີ້.”


​ທ່ານ Robert ຍັງຊີ້​ໃຫ້​ເຫັນ​ວ່າ ​ລັດຖະທຳ​ມະນູນ​ສະ​ບັບປີ 2008 ນັ້ນແມ່ນ ພວກທະຫານ
​ເປັນ​ຜູ້ຮ່າ​ງຂຶ້ນ ​ແລະ​ໄດ້​ມີ​ການ​ຮັບ​ຜ່ານແບບ “ບີບ​ບັງ​ຄັບ” ໃນ ການລົງປະຊາ​ມະຕິ ຊຶ່ງ​
ບັນດາ​ພວກ​ນັກສັງ​ເກດ​ການ​ຖືວ່າ ບໍ່ຍຸດຕິ​ທຳ​ເລີຍນັ້ນ.

​ໄດ້​ມີ​ການ​ວາງ​ແຜນ​ ທີ່​ຈະ​ຈັດ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂຶ້ນຫຼາຍໆ​ແຫ່ງ ​ໄປ​ຈົດໝົດເດືອນນີ້
​ຢູ່ຕາມລັດ​ຕ່າງໆ ທີ່​ມີບັນດາຊົນ​ຊາດ​ຊົນ​ເຜົ່າ​ກຸ່ມນ້ອຍ ລວມ​ທັງ ຢູ່​ທີ່ເມືອງ Sittwe ​ເມືອງ​
ເອກຂອງ​ລັດ Rakhine ນຳ​ດ້ວຍ.
XS
SM
MD
LG