ລິ້ງ ສຳຫລັບເຂົ້າຫາ

ມຽນມາຫ້າມ ສົ່ງອອກ ໄມ້ທ່ອນ ເລີ້ມແຕ່ວັນທີ 1 ເມສານີ້ ເພື່ອປົກປ້ອງ ປ່າໄມ້


ທ່ອນໄມ້ສັກ ກຳລັງຖືກຂົນຂຶ້ນລົດບັນທຸກ ຢູ່ບ່ອນເກັບໄມ້ແຫ່ງນຶ່ງ ໃນເມືອງ Pinlebu ຂອງມຽນມາ, ວັນທີ 9 ມີນາ 2014.
ອົງການ​ສືບສວນ ກ່ຽວ​ກັບ​ສະພາບ​ແວດ​ລ້ອມ Environmental
Investigation Agency ຫລື EIA ​ໄດ້​ເປີດ​ເຜີຍລາ​ຍງານ​ໃໝ່
ສະບັບ​ນຶ່ງ ທີ່ກ່າວ​ວ່າ ການຄ້າໄມ້​ເຖື່ອນ ມູນ​ຄ່າຫຼາຍ​ກ່ວາ 6 ຕື້​
ດອລ​ລ່າຂອງມຽນມານັ້ນ ຍັງ​ມີ​ຢູ່​ຕໍ່​ມາ ເ​ຖິງ​ແມ່ນໄດ້​ມີ​ການດຳ
​ເນີນ​ຄວາມ​ພະຍາຍາມ​ເພື່ອຈຳ​ກັດການ​ຕັດ​ໄມ້ກໍຕາມ.
Gabrielle Paluch ລາຍ​ງານ​ມາຈາກ​ນະຄອນຢ່າງ​ກຸ້ງວ່າ
ກາ​ນຫ້າມ​ສົ່ງ​ອອກ​ໄມ້ທ່ອນ ​ທີ່​ເລີ້ມ​ມີຜົນບັງຄັບໃຊ້​ ມາ​ຕັ້ງ​ແຕ່
​ວັນ​ທີ 1 ເດືອນເມສານີ້ ອາດ​ບໍ່ພຽງພໍ​ ທີ່​ຈະ​ຊ່ວຍ​ຢຸດຢັ້ງການ
ຫຼຸດ​ນ້ອຍ​ຖອຍ​ລົງ​ໄປ​ເລື້ອຍໆຂອງປ່າ​ໄມ້​ມຽນມານັ້ນ. ​
ໄຊ​ຈະ​ເຣີນສຸກ ມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ອິງ​ຕາມ​ຕົວ​ເລກ​ຂອງ​ທາງ​ການມຽນມາ ​ກໍແມ່ນ​ວ່າ ໄດ້ມີ​ການ​ສົ່ງ​ອອກ ໄມ້​ທ່ອນດິບຈາກ​ມຽນມາ ​ໃນ​ປະລິມານ​ 6​ ລ້ານ 4 ​ແສນ​ແມັດ​ກ້ອນ ຕັ້ງ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ.​

​ແຕ່​ວ່າ​ ຕົວ​ເລກ​ດັ່ງກ່າວ ​ແມ່ນ​ບໍ່​ຮອດ 1/3 ຂອງ​ຈຳນວນ ທີ່ຜູ້​ຊື້ໄມ້ທ່ອນ ຈາກ​ທົ່ວ​ໂລກ​
ລາຍ​ງານ​ວ່າ ​ໄດ້​ຊື້​ຈາກ​ມຽນມາ ​ໃນ​ຊ່ວງ​ເວ​ລາ​ດຽວ​ກັນນັ້ນ ອິງ​ຕາມ​ອົງການ​ສືບ​ສວນ​
ກ່ຽວກັບ​ສິ່ງ​ແວດ​ລ້ອມ ຫລື EIA ຊຶ່ງເປັນ​ກຸ່ມສົ່ງ​ເສີມສິ່ງ​ແວດ​ລ້ອມ ທີ່​ເປັນເອກະລາດ​.

ຕົວ​ເລກ​ທີ່​ມີ​ຄວາມແຕກ​ຕ່າງ​ນັ້ນ ຊີ້​ໃຫ້​ເຫັນການ​ຄ້າ​ໄມ້​ເຖື່ອນ​ເພື່ອ​ສົ່ງ​ອອກ​ທີ່ຂະຫຍາຍ
​ໂຕ​ຂຶ້ນ​ເລື້ອຍໆ ຊຶ່ງກຸ່ມ EIA ຕີ​ລາຄາ​ວ່າ ມີມູນ​ຄ່າ ເກື​ອບຮອດ 6 ຕື້​ດອລລ່າ. ກຸ່ມອະນຸ
ລັກ​ສິ່ງແວດ​ລ້ອມດັ່ງກ່າວ​ເວົ້າວ່າ ການ​ສຶກສາ​ຂອງ​ເຂົາ​ເຈົ້າ ສະແດງໃຫ້​ເຫັນ​ວ່າ ເກືອບ
​ເຄິ່ງ​ນຶ່ງ​ຂອງໄມ້​ທັງໝົດທີ່​ໄດ້​ຖືກ​ຕັດ​ລົງ​ ຢູ່​ໃນ​ມຽນມານັ້ນ​ ແມ່ນເປັນໄມ້​ທີ່​ຜິດ​ກົດໝາຍ
ແຕ່​ວ່າການ​ສໍ້​ລາດ​ບັງ​ຫຼວງ​ທີ່​ມີ​ຢ່າງແຜ່ ​ຫລາຍ​ນັ້ນ ​ໄດ້ເຮັດ​ໃຫ້​ມີ​ການ​ປິດ​ບັງ​ຂອບ​ເຂດ​
ໂຕ​ຈິງຂອງ​ການ​ຄ້າ​ໄມ້​ເຖື່ອນດັ່ງກ່າວ.

ທ່ານ​ນາງ Faith Doherty ຈາກອົງການ EIA ​ເວົ້າວ່າ ການ​ຂາດ​ຄວາມໂປ່​ງ​ໃສຂອງ
ລັດຖະບານກ່ຽວກັບ​ເລື້ອງ​ນີ້ ​ແມ່ນ​ຫຼວງ​ຫຼາຍ.

ທ່ານນາງ Faith Doherty ​ເວົ້າ​ວ່າ “​ໂດ​ຍພື້ນຖານ​ແລ້ວ​ ​ແມ່ນມີ​ຊ່ອງຫວ່າງໃຫຍ່
ຫຼາຍ, ເງິນພວກ​ນັ້ນ​ແມ່ນ​ໄປ​ໃສ ​ແລະຢູ່​ນຳ​ໃຜ? ​ເງິນ 6 ຕື້ ດອລລ່າຢູ່​ໃສ ​ແລະ
ເອົາ​ໄປ
ໃຊ້​ຈ່າຍຢູ່​ບ່ອນ​ໃດ? ການ​ສໍ້​ລາດ​ບັງ​ຫຼວງ​ແມ່ນລິກ​ຫຼາຍ ຕັ້ງ​ແຕ່ລັດຖະ
ບານ​
ລົງ​ໄປຈົນ​ເຖິງ​ຂັ້ນຕ່ຳ​ສຸດ.”

ບໍລິສັດ ວິ​ສາ​ຫະກິດ​ໄມ້ມຽນມາ ຫຼື Myanmar Timber Enterprise ຊຶ່ງເປັນບໍລິສັດ
ຂອງກອງທັບ​ນັ້ນ ​ເປັນ​ຜູ້​ກຳກັບ​ເບິ່ງ​ນຳ ການ​ຄ້າຂາຍໄມ້​ທີ່​ຖືກຕ້ອງ​ຕາມ​ກົດໝາຍ
ທັງ​ໝົດ ​ແລະອະນຸມັດ​ສຳ​ປະທານການ​ຕັດ​ໄມ້.​

ຂໍ້​ມູນ​ຂອງ​ລັດຖະບານ​ຊີ້​ໃຫ້​ ເຫັນ​ວ່າ ​ເນື້ອ​ທີ່ປ່າ​ໄມ້​ຂອງ​ມຽນມາ ຊຶ່ງ​ຮວມ ຢູ່​ໃນພວກປ່າ​
ໄມ້​ບໍລິສຸດທີ່​ບໍ່​ໄດ້​ຖືກ​ແຕະຕ້ອງ​ ອັນ​ກ້ວາງໃຫຍ່ທີ່​ສຸດຢູ່ໃນ ​ເອ​ເຊຍ​ນັ້ນ ​ແມ່ນໄດ້​ຫຼຸດ​ລົງ
1/5 ຈາກ 58% ມາ​ເປັນ 47% ​ໃນລະ​ຫວ່າງ ປີ 1990 ​ຫາ 2010.

​ພ້ອມ​ກັບ​ທີ່​ມຽນມາ​ເປີດກ້ວາງເສດຖະກິດ​ຂອງຕົນຢູ່​ນີ້​ ກະຊວງ​ອະນຸລັກ​ສິ່ງ​ແວດລ້ອມແລະ
​ປ່າ​ໄມ້ ກໍມີ​ແຜນການ​ທີ່​ຈະ​ຈັດ​ຕັ້ງປະຕິບັດ ​ມາດຕາ​ການຊຸດ​ໃໝ່ ທີ່​ເນັ້ນ​ໃສ່​ການອະນຸລັກ
ສິ່ງ​ແວດ​ລ້ອມ ​ເພື່ອ​ຊ່ວຍ​ໃຫ້​ມຽນມາໄດ້​ເຂົ້າສູ່ຕະຫຼາດຂອງ​ສະຫະລັດແລະຂອງ​ສະຫະພາບ
ຢູ​ໂຣບ ​ໄດ້​ງ່າຍ​ຂຶ້ນ ຊຶ່ງມາດຕາການ​ໃໝ່​ດັ່ງ​ກ່າວ ​ແມ່ນຮວມທັງການຫ້າມສົ່ງ​ອອກໄມ້​ທ່ອນ ​
ຊຶ່ງ​ຈະ​ຂັດຂວາງ​ບໍ່​ໃຫ້​ມີ​ການ​ນຳ​ເອົາ​ໄມ້​ທ່ອນ​ດິບໆຍັງ​ບໍ່​ຖືກ​ປຸງ​ແຕ່ງ​ນັ້ນ ອອກ​ຈາກ​ປະ​ເທດ​ໄປ ​
ເລີ້ມ​ແຕ່​ວັນທີ 1 ​ເດືອນ​ເມສານີ້.
ແມ່ຍິງຄົນນຶ່ງ ພ້ອມກັບລູກ ຍ່າງຜ່ານກອງໄມ້ ຢູ່ນະຄອນ ຢ່າງກຸ້ງ.
ແມ່ຍິງຄົນນຶ່ງ ພ້ອມກັບລູກ ຍ່າງຜ່ານກອງໄມ້ ຢູ່ນະຄອນ ຢ່າງກຸ້ງ.

ເລຂານຸການ​ຮ່ວມຂອງ ສະມາຄົມພໍ່​ຄ້າໄມ້ມຽນມາ ທ່ານ Barber Cho ກ່າວ​ວ່າ ການ​ຫ້າມ​ສົ່ງ​ອອກ​ໄມ້ ​ຈະ​ເຮັດໃຫ້​ຜູ້​ສົ່ງ​ອອກ​ໄມ້​ຢ່າງ ຖືກຕ້ອງຕາມ​ກົດໝາຍ ​ໄດ້​ຮັບ​ຄວາມເສຍຫາຍ ​ແຕ່ເພີ້​ມ
ກຳ​ໄລ​ໃຫ້​ແກ່​ພວກ​ຄ້າ​ໄມ້ ​ຜິດ​ກົດໝາຍ.

ທ່ານ Barber Cho ​ເວົ້າ​ວ່າ: “​ໃນ​ເວລາ​ທີ່​ພວກ​ເຮົາ​ເລີ້ມ​ປະຕິບັດ​
ການຫ້າມ​ສົ່ງ​ອອກ​ໄມ້​ທ່ອນນັ້ນ ລາຄາ​ໄມ້​ແມ່ນ​ໄດ້​ເພີ້​ມຂຶ້ນ​ແລ້ວ
ຢູ່​ແຂວງຢຸນນານ​. ພວກເຂົາ​ຂໍຂຶ້ນລາຄາ ​ເຮັດ​ໃຫ້​ລາຄາ​ສູງຂຶ້ນ
ສະນັ້ນ
ມັນ​ກໍເປັນ​ຜົນ​ດີສຳລັບພວກ​ເຂົາ.”

ການ​ຫ້າມ​ສົ່ງ​ອອກ ​ຍັງ​ບໍ່​ທັນ​ໄດ້ຖືກເຊັນອະນຸມັດ ​ໃຫ້​ເປັນ​ກົດໝາຍ​ເທື່ອ ແລະກໍຄາ​ດວ່າ​
ຈະ​ເປັນ​ການ​ຍາກ​ທີ່​ຈະ​ບັງຄັບ​ໃຫ້​ມີ​ການປະຕິບັດໄດ້ ເມື່ອພິຈາລະນາ​ຈາກ​ສະພາບການ
​ທີ່​ວ່າ ການ​ຄ້າຂາຍ​ໄມ້ສ່ວນໃຫຍ່ໃນ​ປະ​ເທດ ແມ່ນຜິດ​ກົດໝາຍ.

​ເຖິງແມ່ນ​ວ່າ ​ໄມ້ທີ່​ເລື່ອຍ​ແລ້ວ ​ສາມ​າດສົ່ງ​ອອກ​ໄດ້​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ ພາຍ​ໃຕ້​
ຂໍ້​ຫ້າມ​ດັ່ງກ່າວ​ກໍ​ຕາມ ​ແຕ່ການ​ປຸງ​ແຕ່ງໄມ້​ໃນ​ມຽນມາ ກໍບໍ່​ໄດ້​ມາດຕະຖານ ​ຍ້ອນໂຄງລ່າງ
​ພື້ນຖານ​ບໍ່​ດີ ​ແລະຍ້ອນການຂາດ​ເຂີນໄຟຟ້າ.

ພວກນັກທຸລະ​ກິດ​ທີ່​ມີ​ອິດ​ທິພົນແລະ​ມີ​ເສ້ນ​ສາຍ​ໃກ້ຊິດ​ກັບ​ທະຫານ ເປັນ​ຜູ້​ທີ່ໄດ້​ຮັບ​ຜົນ​
ປະ​ໂຫຍ​ດຫຼັກ ຈາກ​ການ​ຄ້າ​ໄມ້​ເຖື່ອນ​ໃນ​ມຽນມາ. ພວກສ່ຽວທາງທຸລະ​ກິດເຫຼົ່ານີ້ ​ແມ່ນ​
ມີ​ທາງທີ່​ຈະ​ໄດ້​ຮັບ​ກຳ​ໄລ​ຫຼາຍ​ຂຶ້ນ​ກ່ວາ​ເກົ່າ​ອີກ ຫຼັງ​ຈາກ​ການ​ເກືອດຫ້າມ ອິງຕາມ ທ່ານ
Kevin Woods ນັກຄົ້ນ​ຄ້ວາຈາກກຸ່ມ ​ທ່າ​ອ່ຽງຂອງ​ປ່າ​ໄມ້ ຫຼື Forest Trends.

ທ່ານ Woods ​ເວົ້າ​ວ່າ: ອັນ​ທີ່ຊາວ​ມຽນມາ​ເອີ້ນ​ກັນວ່າ ພວກບໍລິສັດ​ສ່​ຽວນັ້ນ ແມ່ນບໍ່​
ໄດ້
ສູນ​ເສຍ​ທຸລະ​ກິດ​ຂອງ​ພວກ​ເຂົາ​ໄປ ພໍ​ເທົ່າ​ໃດເລີຍ.​ແມ່ນ​ຢູ່ ພວກ​ເຂົາ​​ໄດ້​ສູນ​ເສຍ​
ການ​
ຜູກຂາດສ່ວນ​ໃຫຍ່ ຢູ່​ໃນພາກສ່ວນ​ຂຸດ​ຄົ້ນ​ຊັບພະ​ຍາ​ກອນ ແຕ່ພວກ​ເຂົາກໍ​ຍັງ​
ສືບ​ຕໍ່
ມີ​ການ​ພົວພັນ​ຢ່າງ​ໜັ ໃນ​ພາກສ່ວນ​ນີ້ຢູ່​. ​ແລະ​ເລື້ອງ​ນີ້​ກໍແມ່ນຄວາມ​ຈິງ ໂດຍ​
ສະ​ເພາະ
ຢ່າງ​ຍິ່ງ ​ໃນ​ພາກສ່ວນ​ການ​ຕັດ​ໄມ້​ທ່ອນ​.”

ທ່ານ Woods ​ເວົ້າວ່າ ​ເຖິງ​ແມ່ນໄດ້​ມີການ​ຈຳກັດ​ການ​ຕັດ​ໄມ້ຕາມ​ທີ່​ວາງ​ແຜນ​ໄວ້​ນັ້ນ​ກໍ​ຕາມ
ພວກ​ນັກທຸລະກິດ​ທີ່​ມີ​ເສັ້ນສາຍ​ ກໍຍັງ​ສາມ​າດຂໍ​ສຳ​ປະ​ທານ​ປ່າ​ໄມ້​ໄດ້ ​ພາຍ​ໃຕ້ຂໍ້ອ້າງວ່າ​ ​
ເປັນສຳ​ປະທານ​ປູກ​ຕົ້ນນ້ຳມັນປາມ ແລະກໍ​ຄາດ​ວ່າ​ ພວກ​ເຂົາຈະ​ສືບ​ຕໍ່ທຳ​ການ​ຕັດໄມ້​ຕໍ່​ໄປ
ໃນ​ອັດຕາ​ທີ່​ບໍ່​ຍືນ​ຍົງ ສຳລັບ​ປ່າ​ໄມ້.

ບັນດາກຸ່ມ​ສົ່ງ​ເສີມ​ສິ່ງແວດ​ລ້ອມຕ່າງໆ​ກຳລັງ ​ຮຽກຮ້ອງໃຫ້​ລັດຖະບານມຽນມາ ບັງຄັບໃຊ້
ຂໍ້ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ນັ້ນຢ່າງ​ເຄ່ງ​ຄັດ ທັງໃຫ້ເພີ້​ມຄວາມໂປ່​ງ​ໃສ​ໃນ​ການ​ຄຸ້ມ​ຄອງ​ປ່າໄມ້
​ແລະໃຫ້​ດຳ​ເນີນ​ຄະດີ​ຕໍ່​ພວກ​ຄ້າໄມ້ຜິດ​ກົດໝາຍ.

ຂະໜາດໂຕ​ຈິງ​ຂອງປ່າໄມ້​ຂອງ​ມຽນມາທີ່​ຍັງ​ເຫຼືອຢູ່ນັ້ນ ​ແມ່ນຍັງເປັນຂໍ້ໂຕ້ແຍ້​ງ​ກັນຢູ່.
ການ​ສຳ​ຫຼວດຮອບດ້ານຄັ້ງສຸດ​ທ້າຍ ​ໄດ້​ຈັດ​ທຳ​ຂຶ້ນໃນ ​ປີ 1953 ​ແລະ​ເຖິງ​ແມ່ນ​ວ່າ​
ພວກນັກ​ອະນຸລັກ​ໄດ້ເຮັດ​ແຜນ​ທີ່ລະອຽດ ​ໂດຍ​ໃຊ້​ຮູບ​ພາບ​ຈາກ​ດາວທຽມ ​ເມື່ອ​ບໍ່ເທົ່າໃດ
ປີຜ່ານມາ​ນີ້ກໍ​ຕາມ ​ແຕ່ບັນດາຜູ້​ສັງ​ເກດ​ການ​ກໍກ່າວວ່າ ​ການ​ໂຕ້​ຖຽງ​ກ່ຽວ​ກັບ​ການກຳນົດ
​ຄວາມ​ໝາຍ​ຂອງເນື້ອ​ທີ່ປ່າ​ໄມ້ນັ້ນ​ ໄດ້​ພາ​ໃຫ້​ລັດຖະບານ​ປະກາດ ຈຳນວນ​ເນື້ອ​ທີ່ ​ແລະ​
ຄຸນ​ນະພາ​ບ ຂອງ​ປ່າ​ໄມ້​ ​ເກີນ​ຄວາມ​ເປັນ​ຈິງ.
XS
SM
MD
LG