ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກໍາລັງທໍາການຢ້ຽມຢາມສະຫະລັດເປັນເວລາ ສອງອາທິດ. ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ ລວມທັງການແຫວ່ໄປຢ້ຽມລັດຄາລິຟໍເນຍ, ນີວຢອກ ແລະລັດອິນເດຍນາ.
ການຢ້ຽມຢາມສະຫະລັດຂອງທ່ານນາງ ອອງຊານ ຊູຈີ

5
ທ່ານນາງ Aung San Suu Kyi ເຊັນໃສ່ປຶ້ມລາຍຊື່ແຂກຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນນີວຢອກ ໃນວັນທີ່ 21 ກັນຍາ, 2012.

6
ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ໄດ້ຮັບລາງວັນ National Endowment for Democracy ຈາກທ່ານ Carl Gershman (ຊ້າຍ), ປະທານຂອງ National Endowment for Democracy ແລະອະດີດລັດຖະມົນຕີກະຊວງການຕ່າງປະເທດທ່ານນາງ Madeleine Albright ໃນພິທີ່ມອບທີ່ຈັດຂຶ້ນໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 20 ກັນຍາ, 2012.

7
ຜູ້ໄດ້ຮັບລາງວັນ National Endowment for Democracy ຈາກມຽນມາ (ນັບແຕ່ຊ້າຍຫາຂວາ) ມີທ່ານນາງ Aung San Suu Ki, ທ່ານ Khun Htun Oo, Aung Din, ດຣ. Cynthia Maung ແລະ Kyaw Thu, ນັ່ງໃນພິທີມອບລາງວັນດັ່ງກ່າວ ທີ່ຈັດຂຶ້ນໃນນະຄອນຫລວງວໍຊິງຕັນຂອງສະຫະລັດ ໃນວັນທີ 20 ກັນຍາ, 2012.

8
ປະທານາທິບໍດີສະຫະລັດ ທ່ານ Barack Obama ພົບກັບທ່ານນາງ Aung San Suu Kyi ໃນຫ້ອງການຮູບ ໄຂ່ ທີ່ທໍານຽບຂາວໃນນະຄອນວໍຊິງຕັນ ໃນວັນທີ 19 ກັນຍາ , 2012.