ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ກໍາລັງທໍາການຢ້ຽມຢາມສະຫະລັດເປັນເວລາ ສອງອາທິດ. ການຢ້ຽມຢາມຄັ້ງນີ້ຂອງທ່ານນາງ ລວມທັງການແຫວ່ໄປຢ້ຽມລັດຄາລິຟໍເນຍ, ນີວຢອກ ແລະລັດອິນເດຍນາ.
ການຢ້ຽມຢາມສະຫະລັດຂອງທ່ານນາງ ອອງຊານ ຊູຈີ

໑
ຜູ້ນໍາຝ່າຍຄ້ານມຽນມາ ທ່ານນາງ Aung San Suu Ki ໄດ້ຮັບຜ້າປົກບ່າພື້ນເມືອງເຜົ່າຈີ້ນ ກ່ອນຈະກ່າວຄໍາປາໃສ ທີ່ເມືອງ Fort Wayne ລັດອິນເດຍນາ ໃນວັນທີ 25 ກັນຍາ, 2012.

໒
ນາງ Jennifer Min ອາຍຸ 13 ປີ ຖ່າຍຮູບຢູ່ເທິງເວທີ ທີ່ທ່ານນາງ Aung San Suu Kyi ຜູ້ນໍາດ້ານປະຊາທິປະໄຕ ຈະກ່າວຄໍາປາໄສ ທີ່ເມືອງ Fort Wayne ລັດອິນເດຍນາໃນວັນທີ 25 ກັນຍາ, 2012.

໓
ທ່ານນາງ Aung San Suu Kyi ໄດ້ຮັບລາງວັນ ຈາກຜູ້ແທນສະພາຂອງສະຫະລັດ ທ່ານ Joseph Crowley (ຊ້າຍ) ທີ່ວິທະຍາໄລ Queens College ທີ່ນີວຢອກ ໃນວັນທີ 22 ກັນຍາ, 2012.

໔
ທ່ານນາງ Aung San Suu Kyi ປະທານພັກສັນນິບາດເພື່ອປະຊາທິປະໄຕແຫ່ງຊາດມຽນມາ ໄດ້ຮັບລາງວັນ ພົນລະເມືອງທີ່ດີເດັ່ນຂອງໂລກ (Global Citizen Award) ຈາກຫົວໜ້າບໍລິຫານກອງທຶນສາກົນ (IMF) Managing Director Christine Lagarde ໃນໂອກາດງານລ້ຽງອາຫານຄໍ່າຂອງ Global Citizen Awards Dinner ປະຈໍາປີ ທີ່ນະຄອນນີວຢອກ ໃນວັນທີ 21, 2012.