ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ເຄື່ອນໄຫວຢ້ຽມຢາມສະຫະລັດເປັນເວລາສອງອາທິດ ໂດຍ ເລີ້ມຕົ້ນທີ່ະຄອນຫລວງວໍຊິງຕັນ ບ່ອນທີ່ທ່ານນາງໄດ້ຮັບຫລຽນຄໍາກຽດຕິຍົດອັນສູງສຸດຂອງລັດຖະສະພາສະຫະລັດ.
ພາບການເຄື່ອນໄວຢ້ຽມຢາມ ວໍຊິງຕັນ ແລະນິວຢອກ ຂອງ ທ່ານນາງ ອອງ ຊານ ຊູ ຈີ

໕
ປະທານາທິບໍດີສະຫະລັດ ທ່ານ Barack Obama ພົບປະກັບທ່ານນາງ Aung San Suu Kyi ໃນຫ້ອງທໍາງານ Oval Office ທີ່ທໍານຽບຂາວ ຫລື White House ທີ່ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

໖
ທ່ານນາງ Aung San Suu Kyi ຖືກຫລຽນຄໍາກຽດຕິຍົດ ຂອງລັດຖະສະພາສະຫະລັດ ທີ່ປະທານສະພາຕໍ່າ John Boehner (ທີ 2 ຈາກຊ້າຍ) ມອບໃຫ້ທ່ານນາງ ຢູ່ທີ່ຕຶກລັດຖະສະພາສະຫະລັດ, ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

໗
ທ່ານນາງ Aung San Suu Kyi ພົບປະກັບບັນດາສະມາຊິກສະພາສູງ (ຊ້າຍຫາຂວາ) John Kerry, Mitch McConnell, Harry Reid, Jim Webb ແລະ Saxby Chambliss ທີ່ຕຶກລັດຖະສະພາສະຫະລັດ, ນະຄອນຫລວງ Washington, D.C., ວັນທີ 19 ກັນຍາ 2012.

໘
ທ່ານນາງ Aung San Suu Kyi ຢ້ຽມຢາມ ວິທະຍຸ ສຽງອາເມຣິກາ ຫລື ວີໂອເອ, ວັນທີ 18 ກັນຍາ 2012 (Neeta Maskey Torrini/VOA)