ຜູ້ນໍາຝ່າຍຄ້ານຂອງມຽນມາ ທ່ານນາງ Aung San Suu Kyi ເຄື່ອນໄຫວຢ້ຽມຢາມສະຫະລັດເປັນເວລາສອງອາທິດ ໂດຍ ເລີ້ມຕົ້ນທີ່ະຄອນຫລວງວໍຊິງຕັນ ບ່ອນທີ່ທ່ານນາງໄດ້ຮັບຫລຽນຄໍາກຽດຕິຍົດອັນສູງສຸດຂອງລັດຖະສະພາສະຫະລັດ.
ພາບການເຄື່ອນໄວຢ້ຽມຢາມ ວໍຊິງຕັນ ແລະນິວຢອກ ຂອງ ທ່ານນາງ ອອງ ຊານ ຊູ ຈີ

໑
ທ່ານນາງ Aung San Suu Kyi, ປະທານພັກ National League for Democracy ຂອງມຽນມາ ຮັບເອົາ ລາງວັນ ພົນລະເມືອງດີເດ່ນຂອງໂລກ ຫລື Global Citizen Award ຈາກຜູ້ອໍານວຍການຝ່າຍຈັດການຂອງ ອົງການ IMF ຫລືກອງທຶນສາກົນ ທ່ານນາງ Christine Lagarde ໃນງານລ້ຽງອາຫານຄໍ່າມອບລາງວັນ ດັ່ງກ່າວ ປະຈໍາປີທີ 3 ຢູ່ນະຄອນນິວຢອກ, ວັນທີ 21 ກັນຍາ 2012.

໒
ທ່ານນາງ Aung San Suu Kyi ລົງນາມໃນສະມຸດຕ້ອນຮັບແຂກ ຂອງເລຂາທິການໃຫຍ່ອົງການສະຫະປະ ຊາຊາດ ທ່ານ Ban Ki-Moon ຢູ່ທີ່ສໍານັກງານອົງການສະຫະປະຊາຊາດ ທີ່ New York, ວັນທີ 21 ກັນຍາ 2012.

໓
ຜູ້ນໍາຝ່າຍຄ້ານຂອງມຽນມາ ຮັບລາງວັນ National Endowment for Democracy ຈາກທ່ານ Carl Gershman (ຊ້າຍ), ປະທານອົງການ National Endowment for Democracy,ແລະອະດີດລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານນາງ Madeleine Albright ໃນພິທີທີ່ນະຄອນຫລວງ Washington, ວັນທີ 20 ກັນຍາ 2012.

໔
5 ບຸກຄົນສໍາຄັນຂອງມຽນມາ ທີ່ໄດ້ຮັບລາງວັນ National Endowment for Democracy, ຈາກຊ້າຍຫາຂວາ ທ່ານນາງ Aung San Suu Kyi, ທ່ານ Khun Htun Oo, ທ່ານ Aung Din, ທ່ານນາງ Dr Cynthia Maung ແລະທ່ານ Kyaw Thu, ໃນພິທີຮັບລາງວັນດັ່ງກ່າວ ຢູ່ Washington, ວັນທີ 20 ກັນຍາ 2012.