ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ອອງຊານ ຊູຈີ ໃຫ້ຄໍາເຫັນກ່ຽວກັບ ການກໍ່ຄວາມຮຸນແຮງ ຢູ່ໃນລັດຣາຄິນ (ສະໄລດ໌)


Afghan refugee boys play in a field on the outskirts of Islamabad, Pakistan.
Afghan refugee boys play in a field on the outskirts of Islamabad, Pakistan.
ທ່ານນາງ Aung San Suu Kyi ຜູ້ນໍາປະຊາທິປະໄຕທີ່ປະຊາ
ຊົນບູຊາຂອງມຽນມາ ໄດ້ຮຽກຮ້ອງ ໃຫ້ມີການຜ່ອນຜັນກັນໃນ
ການໂຕ້ຕອບຕໍ່ ກະແສຟອງຂອງການກໍ່ຄວາມຮຸນແຮງລະຫວ່າງ
ຊົນເຜົ່າ ຢູ່ໃນເຂດຕາເວັນຕົກຂອງປະເທດ ແຕ່ກໍເວົ້າວ່າທ່ານ
ນາງ ຈະບໍ່ເຂົ້າຂ້າງຝ່າຍໃດ.

ໃນການໃຫ້ສໍາພາດຕໍ່ວິທະຍຸ BBC ໃນວັນເສົາທີ່ຜ່ານມານີ້ ຜູ້
ໄດ້ຮັບລາງວັນໂນແບລ ທ່ານນີ້ ໄດ້ເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ເຮົາຄວນໃຊ້ການນໍາພາທາງດ້ານສິນລະທໍາ ຂອງພວກເຮົາ” ເພື່ອສົ່ງເສີມສາເຫດສະເພາະໃດນຶ່ງ ໂດຍບໍ່ພິຈາລະນາເບິ່ງ
ແຫລ່ງ ທີ່ມາຂອງບັນຫາ.

ທ່ານນາງຍັງກ່າວອີກວ່າ ພວກທີ່ສະໜັບສະໜຸນທັງສອງຝ່າຍ
ຕ່າງກໍມີຄວາມບໍ່ພໍໃຈກັບ ທ່ານນາງ ແຕ່ທ່ານນາງກໍເວົ້າວ່າ ກ່ອນອື່ນໝົດ ຄວນມີການຈັດ ຕັ້ງປະຕິບັດຕົວບົດກົດໝາຍ ເປັນບາດກ້າວທໍາອິດ ກ່ອນທີ່ຈະພິຈາລະນາບັນຫາອື່ນໆ.

ທ່ານນາງ Aung San Suu Kyi ໄດ້ໃຫ້ຄໍາເຫັນດັ່ງກ່າວ ຢູ່ໃນນະຄອນຫລວງດ້ານການ ປົກຄອງ ເນປີດໍ ລຸນຫລັງທີ່ໄດ້ພົບປະກັບ ປະທານສະຫະພາບຢູໂຣບ ທ່ານ Jose Manual Barroso ທີ່ໄດ້ເວົ້າວ່າ ສະຫະພາບຢູໂຣບ ໄດ້ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບການກໍ່ຄວາມຮຸນແຮງ ລະຫວ່າງຊົນເຜົ່າ ດັ່ງກ່າວນີ້ ແລະຜົນກະທົບຕໍ່ການປະຕິ ຮູບຂອງມຽນມາ.

ຫົວໜ້າຂອງອົງການສະຫະປະຊາຊາດ ປະຈໍານະຄອນຢ້າງກຸ້ງ ທ່ານ Ashok Nigam ໄດ້ເວົ້າ ເມື່ອນຶ່ງອາທິດມາແລ້ວວ່າ ມີຫລາຍກວ່າ 22 ພັນຄົນ ຕ້ອງໄດ້ອົບພະຍົບຫລົບໜີ ຈາກບ້ານເຮືອນຂອງຕົນ ໃນໄລຍະນຶ່ງອາທິດທີ່ມີການກໍ່ຄວາມຮຸນແຮງລະຫວ່າງຊາວພຸດ ແລະຊາວມຸສລິມ ຊົນເຜົ່າໂຣຮິງຢາ ໃນລັດຣາຄິນຂອງມຽນມານັ້ນ.

ເບິ່ງປະມວນພາບກ່ຽວກັບ ການກໍ່ຄວາມຮຸນແຮງ ຢູ່ລັດຣາຄິນຂອງມຽນມາ:
XS
SM
MD
LG