ຄວາມເສຍຫາຍຈາກ ການກໍ່ຄວາມຮຸນແຮງ ທີ່ເກີດຂຶ້ນໃນເດືອນມິຖຸນາ ແລະເມື່ອມໍ່ໆ ມານີ້ ລະຫວ່າງຊາວພຸດ ໃນທ້ອງຖິ່ນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດ Rakhine ທາງພາກຕາເວັນຕົກ ຂອງມຽນມາ.
ປະມວນພາບ ກ່ຽວກັບ ການກໍ່ຄວາມຮຸນແຮງ ໃນລັດຣາຄິນ ຂອງມຽນມາ ມາຮອດວັນທີ 3 ພະຈິກ 2012

໑
ຍິງອົບພະຍົບຜູ້ນຶ່ງ ນັ່ງໃກ້ກັບລູກຂອງລາວ ທີ່ກໍາລັງນອນຫລັບຢູ່ ຢູ່ໃນສູນອົບພະຍົບ Owntaw ສໍາລັບຊາວມຸສລິມ ທີ່ຕັ້ງຢູ່ນອກເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນພາກຕາເວັນຕົກ ຂອງມຽນມາ, ໃນວັນທີ 1 ພະຈິກ 2012.

໒
ພວກອົບພະຍົບຊາວມຸສລິມ ພາກັນໄປເຕົ້າໂຮມກັນຢູ່ໃນສູນອົບພະຍົບ Thechaung ໃນຂະນະທີ່ໄປເຖິງເມືອງ Sittwe ເມືອງຫລວງຂອງລັດຣາຄິນ ໃນພາກຕາເວັນຕົກຂອງມຽນມາ, ໃນວັນທີ 29 ຕຸລາ 2012.

໓
ພວກອົບພະຍົບຈາກລັດຣາຄິນ ໄປລົບໄພຢູ່ທີ່ສູນອົບພະຍົບໃນເມືອງ Myauk Oo, ລັດຣາຄິນ, ພາກຕາເວັນຕົກຂອງມຽນມາ ໃນວັນທີ 28 ຕຸລາ 2012. ໃນວັນທີ 29 ຕຸລາ 2012 ພວກທີ່ລອດຊີວິດມາໄດ້ ຈາກການກໍ່ຄວາມຮຸນແຮງໃນລັດດັ່ງກ່າວ ຕໍານິລັດຖະບານວ່າ ບໍ່ໄດ້ດໍາເນີນການປ້ອງກັນ ບໍ່ໃຫ້ເກີດການກໍ່ຄວາມຮຸນແຮງລະຫວ່າງຊາວມຸສລິມ ແລະຊາວພຸດ ຊຶ່ງໄດ້ເຮັດໃຫ້ ຫລາຍກວ່າ 28 ພັນຄົນຕ້ອງພາກັນໜີປະບ້ານເຮືອນຂອງຕົນ (AP Photo)

໔
Manifestantes antigubernamentales protestan en las calles de Venezuela por segunda semana consecutiva contra las restricciones del gobierno de Nicolás Maduro.