ໃນສະໄໝກ່ອນທີ່ສະຫະລັດຈະເລີ່ມນໍາໃຊ້ ການລົງໂທດດ້ານ
ການຄ້າຕໍ່ມຽນມານັ້ນ ຫຼາຍກ່ວາເຄິ່ງນຶ່ງຂອງຜະລິດຕະພັນແຜ່ນ
ແພ ທັງໝົດຂອງ ມຽນມາແມ່ນຖືກສົ່ງອອກມາຂາຍໃຫ້ຜູ້ຊົມໃຊ້
ຊາວອາເມຣິກັນ. ບັດນີ້ໃນເມື່ອໄດ້ມີການໂຈະການລົງໂທດຂອງ
ສະຫະລັດໄວ້ແລ້ວນັ້ນ ກໍເກີດມີຄວາມຫວັງຂຶ້ນມາວ່າ ການສັ່ງຊື້
ສິນຄ້າປະເພດນີ້ຈາກສະຫະລັດຈະຟື້ນຟູ ຕະຫຼາດຄືນມາ. ແຕ່
ພວກທີ່ຢູ່ໃນວົງການອຸດສາຫະກໍາເສື້ອຜ້າ ເວົ້າວ່າມາດຕະຖານ
ດ້ານແຮງງານແລະຄວາມປອດໄພທີ່ເຂັ້ມງວດຂອງສະຫະລັດນັ້ນ
ໝາຍເຖິງວ່າ ຂັ້ນຕອນດັ່ງກ່າວນັ້ນຈະມີຂຶ້ນຢ່າງຊ້າໆ. Daniel
Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກຢ່າງກຸ້ງ ຊຶ່ງທອງປານ
ຈະນໍາມາສະເໜີທ່ານ.
ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:
ນັບວ່າເປັນເທື່ອທໍາອິດທີ່ ທ່ານ ອ່ອງ ວິນ ໄດ້ຫວນກັບຄືນສູ່ໂຮງງານຕັດຫຍິບເສື້ອຜ້າເກົ່າ
ແຫ່ງນີ້ ນັບຕັ້ງແຕ່ການລົງໂທດຂອງສະຫະລັດ ໄດ້ບີບບັງຄັບໃຫ້ໂຮງງານດັ່ງກ່າວຕ້ອງອັດ
ລົງ ເມື່ອສິບປີກ່ອນ.
ທ່ານອ່ອງ ວິນ ຮອງປະທານສະມາຄົມຜູ້ຜະລິດເສື້ອຜ້າມຽນມາ ເວົ້າວ່າ ໂຮງງານແຫ່ງນີ້
ເຄີຍຜະລິດເສື້ອ ຍີ່ຫໍ້ Polo ແລະເສື້ອຜ້າຍືດອື່ນໆ ສໍາລັບຮ້ານຄ້າຂາຍຍ່ອຍຍັກໃຫຍ່ ຂອງອະເມລິກາ ເຊັ່ນ Kmart ແລະ Walmart.
ແຕ່ເວລາການສັ່ງເຄຶ່ອງຂອງສະຫະລັດຢຸດໄປ ໂຮງງານແຜ່ນແພຂອງມຽນມາຫຼາຍກວ່າ
300 ແຫ່ງຕ້ອງປິດລົງ ແລະຫຼາຍພັນຄົນສູນເສຍວຽກງານ.
ທ່ານ ອ່ອງ ວິນ ເວົ້າວ່າ: “ປະລິມານການສັ່ງເຄຶ່ອງທີ່ພວກເຮົາໄດ້ຮັບໃນໄລຍະບໍ່
ເທົ່າໃດປີຜ່ານມາແມ່ນນ້ອຍຫຼາຍ ແລະກໍມີຫຼາຍແບບຫຼາຍສະຕາຍ. ສະນັ້ນ
ທຸກໆຄົນກໍກໍາລັງລໍການສັ່ງເຄຶ່ອງຂອງສະຫະລັດຢ່າງຕັ້ງໜ້າ ຍ້ອນວ່າສະຫະ
ລັດຈະສັ່ງໃນປະລິມານຫຼວງຫຼາຍ ແລະໂຮງງານກໍຈະໄດ້ກໍາໄລຫຼາຍຂຶ້ນ.”
ພວກໂຮງງານຕັດຫຍິບທີ່ບໍ່ໄດ້ອັດລົງນັ້ນ ສ່ວນໃຫຍ່ແມ່ນໄດ້ພາກັນຫັນໄປປ້ອນຕະຫຼາດ
ເກົາຫຼີ ແລະຍີ່ປຸ່ນແທນ ຊຶ່ງໄດ້ອໍານວຍໃຫ້ອຸດສາຫະກໍາຕັດຫຍິບຂອງມຽນມາຢູ່ລອດມາໄດ້
ແຕ່ຫຼາຍໆຄົນຍອມຮັບວ່າ ບັນດາບໍລິສັດຜະລິດເສື້ອຜ້າໃນຂົງເຂດເອເຊຍມີມາດຕະຖານ
ແຮງງານຂອງໂຮງຈັກໂຮງງານທີ່ບໍ່ເຄ່ງຄັດ ຊຶ່ງອາດຈະບໍ່ໄດ້ມາດຕະຖານຂອງສະຫະລັດ.
ພັກ ຊົນ ໂຢລ ເຈົ້າຂອງບໍລິສັດເຄຶ່ອງນຸ່ງຫົ່ມໂລກເວົ້າວ່າ ການຫວນຄືນມາຂອງຕະຫຼາດ
ອະເມຣິກາ ແມ່ນຖືວ່າເປັນໂອກາດອັນດີສໍາລັບໝົດທຸກຄົນ.
ທ່ານ ພັກຊົນໂຢລ ເວົ້າວ່າ“ຖ້າຫາກວ່າສະຫະລັດຍົກເລີກການລົງໂທດຕໍ່ມຽນ
ມາແລ້ວ ລະດັບທຸລະກິດຜະລິດເສື້ອຜ້າກໍຈະຖືກປັບປຸງໃຫ້ທັນສະໄໝຂຶ້ນ.
ຂ້າພະເຈົ້າຢາກໄດ້ຮັບໃບສັ່ງສິນຄ້າຈາກສະຫະລັດໃຫ້ໄວທີ່ສຸດເທົ່າທີ່ຈະໄວ
ໄດ້. ບັນດາເຈົ້າຂອງບໍລິສັດອື່ນໆກໍຕ້ອງການໃຫ້ສະຫະລັດຍົກເລີກການລົງ
ໂທດໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອວ່າພວກເຂົາເຈົ້າຈະໄດ້ຜະລິດເຄຶ່ອງຕາມ
ໃບສັ່ງ ໃຫ້ສະຫະລັດ.”
ທ່ານ ອ່ອງ ວິນ ຮອງປະທານສະມາຄົມຜະລິດເສື້ອຜ້າເວົ້າວ່າ ເພື່ອຈະໃຫ້ບັນລຸມາດຕະ
ຖານຂອງສະຫະລັດນັ້ນ ມັນຕ້ອງໄດ້ໃຊ້ເວລາດົນເຖິງປີນຶ່ງ ແລະກໍອາດສິ້ນເປືອງຄ່າໃຊ້ ຈ່າຍສູງສົມຄວນ ຊຶ່ງໂຮມທັງ ຕ້ອງມີເຄຶ່ອງປັ່ນໄຟຟ້າລາຄາແພງ ເພື່ອຕຽມຮັບມືກັບເຫດ ການໄຟຟ້າມອດຢູ່ເປັນປະຈໍານັ້ນ ແລະການທີ່ຕ້ອງໄດ້ຊອກຫາແຫຼ່ງວັດຖຸຈາກຈີນ ກໍ ເປັນການສິ້ນເປືອງຄ່າໃຊ້ຈ່າຍຫຼາຍ ສໍາລັບບໍລິສັດນ້ອຍໆທັງຫຼາຍ ເຊັ່ນບໍລິສັດຕັດຫຍິບ Princess Power.
ທ່ານ ທູນ ທູນ ຜູ້ອໍານວຍການບໍລິສັດນີ້ ເວົ້າວ່າ ພວກເຂົາເຈົ້າຢາກດຶງດູດເອົາການລົງ ທຶນການບໍລິຫານ ແລະເທັກໂນໂລຈີ່ ຈາກສະຫະລັດ ແຕ່ວ່າກ່ອນອື່ນໝົດ ເຂົາເຈົ້າຕ້ອງ
ໄດ້ປັບປຸງ ເພື່ອໃຫ້ໄດ້ມາດຕະຖານດ້ານ ການພິທັກປົກປ້ອງສະພາບແວດລ້ອມ ດ້ານ ສະຫວັດດີການ ແລະແຮງງານກ່ອນ.
ທ່ານ ທູນ ທູນ ເວົ້າວ່າ: “ຖ້າພວກເຮົາໄດ້ມາດຕະຖານທີ່ກໍານົດໄວ້ນັ້ນແລ້ວ
ສະຫະລັດກໍຈະສັ່ງສິນຄ້າຈາກພວກເຮົາ ແຕ່ຕອນນີ້ ພວກເຮົາຍັງຢູ່ໃນຂັ້ນ
ເລີ່ມຕົ້ນຂອງການປ່ຽນແປງ. ບາງ ທີ ໂຮງຈັກໂຮງງານຂອງພວກເຮົາບາງ
ແຫ່ງອາດໄດ້ປະຕິບັດຕາມຂໍ້ກໍານົດທີ່ສະຫະລັດຕັ້ງໄວ້ນັ້ນແລ້ວ ຂ້າພະເຈົ້າ
ໝາຍເຖິງ ພວກນັກລົງທຶນສະຫະລັດ ແຕ່ວ່າບາງບໍລິສັດກໍອາດຍັງບໍ່ພ້ອມ
ເທື່ອ ແຕ່ແນວໃດກໍຕາມ ພວກເຮົາກໍຕ້ອງໄດ້ປ່ຽນແປງຕາມນັ້ນ.”
Machut Shishak ເຈົ້າໜ້າທີ່ເສດຖະກິດປະຈໍາສະຖານທູດສະຫະລັດທີ່ຢ່າງກຸ້ງ ເວົ້າວ່າ
ທ່ານຄິດວ່າ ບັນດາບໍລິສັດທຸລະກິດຂອງອາເມຣິກາ ສາມາດກອບກູ້ພຶ້ນທີ່ ທີ່ສູນເສຍໄປ
ໃນມຽນມາ ຄືນມາໄດ້.
ທ່ານ Shishak ເວົ້າວ່າ: “ຂ້າພະເຈົ້າຄິດວ່າ ເຫດຜົນສ່ວນນຶ່ງກໍຄືຄວາມຕ້ອງ
ການຢາກມີແຫຼ່ງການຜະລິດທີ່ຫຼາກຫຼາຍ ຄືຈາກຈີນແດ່ ຈາກກໍາປູເຈຍແດ່
ຊຶ່ງບາງທີກໍເພື່ອຫຼຸດຜ່ອນການກາງຕໍ່ນໍາແຕ່ ແຫຼ່ງຜະລິດຢູ່ໃນປະເທດນຶ່ງດຽວ
ແລະກໍມັນມີຄວາມໄດ້ປຽບບາງຢ່າງຢູ່ທີ່ນີ້ ເຖິງແມ່ນຈະມີສິ່ງທ້າທາຍ ຫຼາຍໆ
ຢ່າງ ກໍຕາມ.”
ບັນດາບໍລິສັດຜະລິດເສື້ອຜ້າຂອງມຽນມາ ເວົ້າວ່າ ເມື່ອໃດທີ່ສະຫະລັດເຂົ້າມາລົງທຶນໃນ
ມຽນມາແລ້ວ ຄວາມວິຕົກຫຼັກໆອັນຕໍ່ໄປຂອງເຂົາເຈົ້າ ກໍຈະແມ່ນເລື້ອງຄ່າແຮງງານຄ່າຈ້າງ
ທີ່ສູງຂຶ້ນ ແລະການແຂ່ງຂັນກັນ ຍາດເອົາພວກຄົນງານ.
ວີດິໂອ ພາສາອັງກິດ: