ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມສິດທິມະນຸດສາກົນ ກ່າວຫາ ມຽນມາ ວ່າ ກໍ່ອາຊະຍາກໍາສົງຄາມ (ວີດິໂອ)


ອົບພະຍົບມຽນມາ ເຜົ່າ Rohingya.
ອົບພະຍົບມຽນມາ ເຜົ່າ Rohingya.
ກຸ່ມສິດທິມະນຸດສາກົນ​ຊັ້ນ​ນໍາກຸ່ມ​ນຶ່ງ ​ໄດ້​ກ່າວ​ຫາມຽນມາ ວ່າ
​ກໍ່ອາຊະຍາກໍາ​ສົງຄາມ ​ແລະຂ້າລ້າງ​ເຜົ່າ​ພັນ ​ໂດຍ​ອ້າງ​ອິງ
​ຫລັກ​ຖານໃສ່ຂຸມຝັງ​ສົບ​ໝູ່ ​ແລະ​ການບັງ​ຂັບ​ໃຫ້ປະຊາຊົນ
​ຕ້ອງ​ໄດ້​ຍົກຍ້າຍ​ຖິ່ນ​ຖານ ​ບໍ່​ມີ​ທີ່ຢູ່​ອາ​ໄສ.

ອົງການສີ້ງຊອມສິດທິມະນຸດ Human Rights Watch ທີ່​ມີ
ຫ້ອງການຢູ່ນະຄອນນິວ ຢອກ ​ໄດ້​ເຜີຍ​ແຜ່​ລາຍ​ງານ 156 ໜ້າ​
ໃນ​ວັນ​ຈັນ​ມື້​ນີ້ ກ່າວຫາ​ ເຈົ້າ​ໜ້າ​ທີ່ມຽນມາ ພ້ອມ​ທັງພວກ​ຄູບາ
ວ່າ​ ​ພາກັນ​ວາງ​ແຜນການ​ປຸກລະດົມ​ໃຫ້​ມີ​ການກວດລ້າງຕ້ານ
​ຊາວມຸສລິມ Rohingya ຊົນເຜົ່າ​ນ້ອຍຂອງປະເທດ ທີ່​ໄດ້​ສົ່ງ
​ຜົນ​ໃຫ້ຫລາຍ​ຮ້ອຍ​ຄົນ​ເສຍຊີວິດ ​ແລະ​ຫລາຍ​ກວ່າ 125,000
ພັນ​ຄົນ​ຕ້ອງໄດ້​ໜີ​ອອກ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ.

ຮອງຜູ້​ອໍາ​ນວນ​ການກຸ່ມ HRW ປະ​ຈໍາເຂດເອ​ເຊ​ຍ ທ່ານ Phil
Robertson ກ່າວ​ວ່າ HRW ຢາ​ກ​ເຫັນ​ຜູ້ຮັບຜິດ​ຊອບ​ ຖືກ​ນໍາ​
ມາ​ຮັບ​ໂທດ​ກໍາ. ທ່ານເວົ້າ​ວ່າ:

“ສິ່ງ​ທີ່​ພວກ​ເຮົາ​ຮຽກຮ້ອງ​ກໍຄື ​ໃຫ້​ມີການ​ສືບສວນ​ເບິ່ງ​ວ່າ ​ແມ່ນໃຜ​ຄວນ​ຖືກຈັບ
ມາ​ດໍາ​ເນີນ​ຄະດີ ສໍາລັບ​ການ​ກໍ່ໂທດ​ກໍາ​ຕ້ານ​ມະນຸດຊາດ​ດັ່ງກ່າວ​ນີ້ ຮວມ​ທັງ
ເລື່ອງອື່ນໆ​ນໍາ​ທີ່​ຕ້ອງມີ​ຄົນຮັບຜິດຊອບ. ປັດ​ຈຸ​ບັນ​ນີ້ ​ເຖິງ​ແມ່ນ​ວ່າ ມັກ​ມີ​ການ
​ເອີ່ຍ​ເຖິງ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ມຽນມາ ວ່າ​ເປັນ​ບັນຫາ​ລະຫວ່າງປະຊາ​ຄົມ​ແລະ​ ​
ເປັນ​ຄວາມ​ກຽດ​ຊັງ​ທີ່​ຝັງ​ແໜ້ນ ລະຫວ່າງ​ສອງປະຊາ​ຄົມກໍ​ຕາມ ການ​ພົບ​ເຫັນ​
ຂອງ​ພວກ​ເຮົາຢູ່​ໃນ​ ລັດ Arakan ​ທີ່​ຮູ້ກັນ​ອີກ​ວ່າ ລັດ Rakine ນັ້ນ ​ກໍ​ຢືນຢັນ
​ວ່າ ລັດຖະບານໄດ້​ມີ​ສ່ວນພົວພັນ​ນໍາ​ຢ່າງ​ກວ້າງຂວາງ ​ແລະມີ​ການ​ວາງ​ແຜນ​
ໃນ​ການ​ສັງຫານ ​ແລະ​ທໍາລາຍຊັບ​ສົມບັດ ຕະຫລອດ​ທັງ​ການ​ບີບບັງຄັບ​ໃຫ້​
ປະຊາຊົນຕ້ອງ​ໜີ​ຈາກ​ບ້ານ​ເຮືອນ ​ແລະ​ບໍ່​ມີ​ທີ່ຢູ່​ອາ​ໄສ.”


ລາຍ​ງານ​ກ່າວ​ວ່າ ລັດຖະບານ​ມຽນມາ ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ທະຫານ ທະຫານ​ເຮືອ ​ແລະ​ຕໍາຫລວດ ​ໄດ້​ຊຸກຍູ້​ໃຫ້​ເຜົ່າ Arakan ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ ​ປະສານ​ງານ
ກັນ​ທໍາ​ການ​ໂຈມ​ຕີ ຄຸ້ມ​ແລະ​ໝູ່​ບ້ານ​ຕ່າງໆ​ຂອງ​ຊາວມຸສລິ​ມ ​ໃນ​ເດືອນ​ຕຸລາປີ​ກາຍ​ນີ້ ​ເພື່ອ​
ຮາວີນາບ​ຂູ່ໃຫ້ຢ້ານກົວ ແລະ​ບັງ​ຂັບ​ໃຫ້​ເຂົາ​ເຈົ້າ​ຕ້ອງຍົກຍ້າຍ​ໜີ​ໄປ​.

ອົງການສິດທິມະນຸດ HRW ຮຽກຮ້ອງ​ໃຫ້ມຽນມາ ຈົ່ງ​ຮັບ​ເອົາກໍາມະການ​ສືບສວນນາໆ​ຊາດທີ່​ເປັນ​ເອກ​ກະລາດ ​ເພື່ອ​ສືບ​ສວນ ​ເລື້ອງ​ການ​ກໍ່​ອາ​ຊະ​ຍາ​ກໍາຕ້ານ​ມະນຸດຊາດ ​ແລະ​
ໃຫ້​ທໍາ​ການ​ແກ້​ໄຂ​ປ່ຽນ​ແປງ​ໃໝ່.

Burma Rights
please wait
Embed

No media source currently available

0:00 0:01:00 0:00
XS
SM
MD
LG