ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ທ່ານນາງຊູຈີວ່າ ການປະຕິຮູບ ໃນມຽນມາ ຕ່າວປິ້ນຄືນບໍ່ໄດ້ ຖ້າຝ່າຍທະຫານຮັບເອົາ


ທ່ານນາງອອງຊານ ຊູຈີ ຂະນະກ່າວຄໍາປາໄສ ແລະຕອບຄໍາຖາມ ນັກສຶກສາທີ່ມະຫາວິທະຍາໄລ Tokyo ເວລາທ່ານນາງຢ້ຽມຢາມ ຍີ່ປຸ່ນ ໃນອາທິດແລ້ວນີ້.
ທ່ານນາງອອງຊານ ຊູຈີ ຫົວໜ້າພັກຝ່າຍຄ້ານຂອງມຽນມາ ໄດ້
ບອກ ບັນດາຜູ້ຟັງຄໍາ​ປາ​ໄສ​ຂອງ​ທ່ານ​ນາງ ຢູ່ຍີ່ປຸ່ນ​ໃນ​ລະຫວ່າງ​
ການ​ຢ້ຽມຢາມ​ເມື່ອ​ອາທິດ​ແລ້ວ​ນີ້ ວ່າການປະຕິຮູບປະຊາທິປະ
ໄຕຂອງປະເທດ ຂອງ ທ່ານນາງນັ້ນ ບໍ່ແມ່ນວ່າຈະຕ່າວປິ້ນຄືນບໍ່
ໄດ້​ແລ້ວໃນເວລານີ້ ແລະກໍຍັງຂຶ້ນຢູ່ກັບຝ່າຍທະຫານທີ່ມີອໍານາດ
ທີ່​ໄດ້ປົກຄອງປະເທດມາ​ເປັນ​ເວລາຫຼາຍສິບປີນັ້ນຢູ່. ບັນດານັກວິ ເຄາະການເມືອງເວົ້າວ່າ ຄໍາປາໄສຂອງທ່ານນາງ ​ແມ່ນ​ເປັນ​ອີກ
ຮ່ອງຮອຍນຶ່ງທີ່ສະ​ແດງ​ໃຫ້​ເຫັນ​ວ່າຜູ້ໄດ້ຮັບລາງວັນໂນແບລທ່ານ
ນີ້ ພະຍາຍາມຈະສ້າງຄວາມສົມດຸນໃນ​ລະຫວ່າງ​ສາຍ​ພົວພັນ​ກັບ
ຝ່າຍທະຫານ ແລະຄວາມ​ໄຝ່ຝັນທາງການເມືອງຂອງພັກ​ຂອງ​
ທ່ານນາງ. Daniel Schearf ຜູ້ສື່ຂ່າວວີໂອເອ ລາຍງານຈາກ
ບາງກອກ ຊຶ່ງທອງປານມີລາຍ​ລະອຽດມາສະເໜີທ່ານ.

ໃນລະຫວ່າງກ່າວຄໍາປາໄສບັ້ນນຶ່ງ ທີ່ມະຫາວິທະຍາໄລໂຕກຽວຂອງຍີ່ປຸ່ນ ເມື່ອວັນພຸດ
ອາທິດຜ່ານມານີ້ ທ່ານນາງອອງຊານ ຊູຈີ ຜູ້ນໍາຝ່າຍຄ້ານຂອງມຽນມາ ຮັບຮູ້ວ່າມຽນມາ
ໄດ້ເລີ່ມຕົ້ນເດີນໄປບົນເສັ້ນທາງຂອງປະຊາທິປະໄຕແລ້ວ ແຕ່ກໍກ່າວວ່າຄວາມ​ກ້າວໜ້າ
ທີ່ໄດ້ກະທໍາມານັ້ນ ຍັງແຕກຫັກໄດ້ງ່າຍຢູ່.

ທ່ານນາງຊູຈີ ເວົ້າວ່າ: “ມີຫຼາຍຄົນຖາມຂ້າພະເຈົ້າວ່າ ການດໍາເນີນການໄປສູ່
ປະຊາທິປະໄຕໃນມຽນມານັ້ນ
​ແມ່ນຕ່າວປິ້ນຄືນ ບໍ່ໄດ້​ແລ້ວ​ແມ່ນ​ບໍ່? ຊຶ່ງຂ້າ
ພະເຈົ້າ
ຍາມ​ໃດ ກໍຈະເວົ້າໂລດວ່າ ມັນຈະຕ່າວປິ້ນຄືນບໍ່ໄດ້ ຖ້າຫາກຝ່າຍ
ທະຫານຮັບຮອງເອົາມັນ ແລ້ວ.”


ບັນດາຜູ້ນໍາຂອງມຽນມາ ໄດ້ຮັບຄໍາຍ້ອງຍໍສັນເສີນຈາກບັນດານັກການເມືອງຕ່າງປະເທດ
ແລະປະມຸກປະເທດຕ່າງໆ ຜູ້ທີ່ຮັບເອົາການປະຕິຮູບທາງການເມືອງຂອງ​ມຽນມາ ວ່າ ເປັນຮ່ອງຮອຍຂອງການເປີດກວ້າງປະຊາທິປະໄຕ.

ແຕ່ຄໍາເວົ້າທີ່ມີນໍ້າ​ສຽງ​ບອກ​ເຕືອນຂອງທ່ານນາງຊູຈີໃນອາທິດຜ່ານມານັ້ນ ໄດ້ເນັ້ນຢໍ້າ ເຖິງຄວາມສໍາພັນອັນສະ​ລັບ​ຊັບຊ້ອນ ທີ່ທ່ານນາງແລະພັກສັນນິບາດແຫ່ງຊາດເພື່ອປະ ຊາທິປະໄຕ ຫຼື NLD ຂອງທ່ານນາງ ຍັງມີກັບຝ່າຍທະຫານ ທີ່ຍັງເປັນຝ່າຍທີ່​ມີອໍານາດ ຫລາຍທີ່ສຸດໃນປະເທດຢູ່​ນັ້ນ.

ບັນດານັກວິເຄາະການເມືອງເວົ້າວ່າ ຄວາມຕ້ອງການຂອງພັກ NLD ເພື່ອປ່ຽນແປງລັດ ຖະທໍາມະນູນສະບັບປີ 2008 ທີ່ຮ່າງໂດຍຝ່າຍທະຫານ ເພື່ອ ເຮັດໃຫ້ມີຄວາມຍຸຕິທໍາ ຫຼາຍຂຶ້ນນັ້ນ ອາດພາ​ໃຫ້ມີການປານີປານອມຫລາຍ ເກີນຂອບເຂດ ຈາກ​ຝ່າ​ຍ NLD. ລັດຖະທໍາມະນູນ ແຍກເອົາປະມານນຶ່ງ ສ່ວນສີ່ ຂອງບ່ອນ​ນັ່ງທັງ​ໝົດ​ໃນສະພາໄວ້​ໃຫ້ ຝ່າຍທະຫານ ແລະກໍບໍ່ອະນຸ ຍາດໃຫ້ ທ່ານນາງ ອອງຊານ ຊູຈີ ສະໝັກເລືອກຕັ້ງເປັນ ປະທານາທິບໍດີ.

ອ່ອງ ທູນວຽນ ຜູ້ອໍານວຍການສະຖາບັນການພັດທະນາ Vahu ທີ່​ເປັນອົງການ​ຄົ້ນ​ຄວ້າ​
ຂອງ​ມຽນມາ ເວົ້າວ່າ ພັກຝ່າຍຄ້ານແມ່ນຢູ່ໃນທ່າທີທີ່ລໍາບາກພໍສົມຄວນ ຍ້ອນວ່າຕົນ
ຕ້ອງການການສະໜັບສະໜຸນຈາກຝ່າຍທະຫານນັ້ນຢູ່.

ທ່ານ ນວຽນ ເວົ້າວ່າ: “ມັນເປັນເລຶ່ອງທີ່ລໍາບາກຫຼາຍສໍາລັບທ່ານນາງ ທີ່ຈະຕໍ່ຮອງ ກັບຝ່າຍທະຫານ ຍ້ອນວ່າ 25 ເປີເຊັນຂອງພວກຜູ​ແທນທີ່ບໍ່ໄດ້ຮັບເລືອກຕັ້ງນັ້ນ
ຍັງມີໜ້າຢູ່ໃນສະພາ ແລະກໍມີອິດທິພົນພໍສົມຄວນ
ໃນການທີ່​ຈະປະຕິຮູບລັດຖະ
ທໍາມະນູນ
. ໃນຂະນະດຽວກັນ ບັນດາກະຊວງທີ່ສໍາຄັນໆຕ່າງໆ ເຊັ່ນກະຊວງກິດ
ຈະການພາຍໃນປະເທດ ແລະກິດຈະການຊາຍແດນນັ້ນ
ກໍຍັງຖືກຄວບຄຸມໂດຍ
ຝ່າຍທະຫານຢູ່.”


ທ່ານນາງອອງຊານຊູຈີແລະພັກ NLD ຂອງທ່ານນາງ ຖືກກ່າວໂຈມຕີຢ່າງໃຫຍ່ມາຕະຫຼອດ
ໂດຍບັນດານັກເຄຶ່ອນໄຫວດ້ານການເມືອງແລະສິດທິມະນຸດ ວ່າບໍ່ໄດ້ທ້າທາຍ ຫຼືຄັດຄ້ານ
ຢ່າງພຽງພໍ ຕໍ່ພັກຂອງລັດຖະບານຂອງປະທານາທິບໍດີ ເທນ ເຊນ ນັບຕັ້ງແຕ່ທ່ານນາງ ແລະ
ສະມາຊິກພັກ NLD ໄດ້ຖືກເລືອກຕັ້ງ​ໃຫ້​ເຂົ້າ​ໄປນັ່ງໃນສະພາແຫ່ງຊາດ ເປັນຕົ້ນມານັ້ນ.

ປະວິນ ຊັດຊະວານພົງພັນ ​ເປັນອາຈານສອນປະຈໍາສູນກາງສຶກສາເອເຊຍຕາເວັນອອກ
ສຽງໃຕ້ ທີ່ມະຫາວິທະຍາໄລກຽວໂຕ.

ທ່ານປະວິນ ເວົ້າວ່າ: “ມັນເປັນສະຖານະ​ການ​ທີ່ໜ້າຕະລົກຫຼາຍ ທີ່..ຕອນ​ທີ່ທ່ານ
ນາງຖືກກັກບໍລິເວນຢູ່ນັ້ນ ສໍາລັບຂ້າພະເຈົ້າແລ້ວ ຂ້າພະເຈົ້າຄິດວ່າທ່ານນາງ
ກ້າປາກກ້າເວົ້າຫຼາຍ
​ແຕ່​ມາ​ເວລາ​ນີ້ ທ່ານນາງຖືກປ່ອຍຕົວ ແລະ ເປັນແມ່ຍິງທີ່
ມີເສລີພາບເຕັມຕົວ
​ແຕ່ພວກເຮົາກັບໄດ້ຍິນສຽງຂອງ​ທ່າ​ນນາງໜ້ອຍລົງ ໜ້ອຍ
ລົງເນາະ
ກ່ຽວ​ກັບບັນຫາຕ່າງໆທີ່ພວກເຮົາຄາດໝາຍ​ກັນວ່າ ທ່ານນາງຈະຍົກ
ຂຶ້ນມາ
​ເວົ້ານັ້ນ ເຖິງແມ່ນວ່າການຍົກເອົາບັນຫາເຫຼົ່ານີ້ ຂຶ້ນມາເວົ້າມັນຈະເຮັດ
ໃຫ້ທ່ານນາງເກີດຂັດແຍ້ງກັບຝ່າຍທະຫານກໍຕາມ.”


ທ່ານນາງອອງຊານ ຊູຈີ ໄດ້ຖືກຕໍາໜິຕິຕຽນ ທີ່ບໍ່​ໄດ້​ອອກ​ປາກ​ອອກສຽງຕໍ່ຕ້ານການປະຫັດ
ປະຫານບັນດາຊົນສ່ວນນ້ອຍທາງສາສະໜາ ໃນລະຫວ່າງເຫດການກໍ່ຄວາມຮຸນແຮງ
ທາງສາສະໜາ ທີ່​ໄດ້​ຍັງຜົນໃຫ້ປະຊາຊົນຫຼາຍກວ່ານຶ່ງແສນຄົນຕ້ອງພັດພາກຈາກຖິ່ນຢູ່
ອາ​ໄສນັ້ນ.

ເຖິງແມ່ນ​ວ່າການ​ກໍ່​ຄວາ​ມຮຸນ​ແຮງ​ດັ່ງກ່າວ​ໄດ້​ເປັນການໂຈມຕີພຽງຝ່າຍດຽວ ໂດຍສ່ວນ
ໃຫຍ່ກໍຕາມ ທ່ານນາງອອງຊານ ຊູຈີ ກໍ​ບໍ່ຍອມ​ເອີ່​ຍປາກ​ກ່າວ​ປ້ອງກັນປະຊາຄົມຊາວ
ມຸສລິມ ຫຼືວ່າກ່າວປະນາມພະສົງຊາວພຸດທັງຫຼາຍ ຜູ້ທີ່ຊຸກຍູ້​ໃຫ້​ມີ​ການກໍ່ເຫດການໂຈມຕີນັ້ນ.

ໃນຕອນສິ້ນສຸດການຢ້ຽມຢາມຍີ່ປຸ່ນເປັນເວລາດົນນຶ່ງອາທິດນັ້ນ ທ່ານນາງໄດ້ບອກບັນດາ
ນັກສຶກສາທີ່ມະຫາວິທະຍາໄລໂຕກຽວວ່າ ສິ່ງທ້າທາຍສໍາລັບມຽນມານັ້ນ ກໍຍັງ​ແມ່ນເລື້ອງ​
ການຈັດຕັ້ງການ​ປົກຄອງ​ດ້ວຍຕົວບົດກົດໝາຍ ນັ້ນຢູ່.

ທ່ານນາງ ຊູຈີ ເວົ້າວ່າ: “ພວກເຮົາບໍ່​ໄດ້​ມີ​ການ​ປົກ​ຄອງ​ດ້ວຍຕົວບົດກົດໝາຍ
ຢູ່ໃນມຽນມາ ຕະຫຼອດໄລຍະ 50 ປີຜ່ານມາ ​ແຕ່ພວກເຮົາ​ໄດ້ມີການປົກຄອງ
​ໂດຍລັດຖະບານຜະເດັດການ ແລະຕົວບົດກົດໝາຍ​ໄດ້ຖືກເຮັດ​ໃຫ້ອ່ອນແອ
ລົງ ໄປ
ຈົນເຖິງຈຸດທີ່ວ່າ ພວກເຮົາບໍ່ມີກົດໝາຍແລ້ວ. ​ເວລາ​ນີ້ ພວກເຮົາ​ແມ່ນ​
ກໍາ ລັງ
ພະຍາຍາມຈະສ້າງຕັ້ງມັນ ຂຶ້ນມາໃໝ່.”

ບັນດານັກວິເຄາະການເມືອງເວົ້າວ່າ ທ່ານນາງອອງ ຊານ ຊູ​ຈີ ຍັງເປັນຫ່ວງວ່າ ການອອກ
ປາກອອກສຽງເພື່ອຊົນກຸ່ມນ້ອຍຊາວມຸສລິມນັ້ນ ອາດເຮັດໃຫ້ຜູ້ສະໜັບສະໜຸນທ່ານນາງ
ໃນຊົນກຸ່ມໃຫຍ່ຊາວພຸດຂອງມຽນມານັ້ນ ເຫີນຫ່າງຈາກທ່ານນາງໄດ້.

ມີການຄາດໝາຍກັນຢ່າງກວ້າງຂວາງວ່າ ທ່ານນາງຈະສະໝັກເລືອກຕັ້ງເປັນປະທານາທິບໍດີ
ໃນປີ 2015.

ພັກສັນນິພາບແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ໄດ້ຊະນະການເລືອກຕັ້ງທົ່ວປະເທດ
ບັ້ນສຸດທ້າຍຂອງມຽນມາໃນປີ 1990 ແຕ່ຝ່າຍທະຫານປະຕິເສດບໍ່ຮັບຮູ້ຜົນການເລືອກຕັ້ງ
ໃນຄັ້ງນັ້ນ ແລະ​ໄດ້ກັກບໍລິເວນທ່ານນາງ ມາຕະຫຼອດ​ເວລາສ່ວນໃຫຍ່ຂອງໄລຍະ 20 ປີ ທີ່ຜ່ານມາ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG