ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວມມີການ ກວດສອບ ຢ່າງລະອຽດ ເບິ່ງພັກຝ່າຍຄ້ານ ຂອງມຽນມາ (ວີດີໂອ)


ພວກສະໜັບສະໜຸນພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານຂອງມຽນມາ.
ພວກສະໜັບສະໜຸນພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຊຶ່ງເປັນພັກຝ່າຍຄ້ານຂອງມຽນມາ.
ໃນລະຫວ່າງວັນທີ 8 ຫາວັນທີ 10 ເດືອນນີ້ ພັກສັນນິບາດແຫ່ງ
ຊາດເພື່ອປະຊາທິປະໄຕຂອງມຽນມາຫຼື NDL ຊຶ່ງເປັນພັກຝ່າຍ
ຄ້ານຈະຈັດກອງປະຊຸມຫຼວງຂຶ້ນ ເປັນເທື່ອທຳອິດນັບຕັ້ງແຕ່ໄດ້ ຊະນະບ່ອນນັ່ງຈຳນວນນຶ່ງ ຢູ່ໃນສະພາແຫ່ງຊາດເມື່ອປີກາຍນີ້. ພວກຕຳນິຕິຕຽນກ່າວວ່າ ພັກ NDL ແລະຜູ້ນຳຂອງພັກ ຄືທ່ານ
ນາງອອງຊານ ຊູຈີ ຈຳເປັນຕ້ອງໄດ້ທຳການເພັ່ງເລັງຄືນໃໝ່ໃສ່ ເລື່ອງຫຼັກການຕ່າງໆຂອງພັກ ຫຼັງຈາກພວກເຂົາເຈົ້າບໍ່ຄ່ອຍທຳ ການທ້າທາຍໃດໆຕໍ່ລັດຖະບານ ມາໄດ້ນຶ່ງປີແລ້ວນັ້ນ. Daniel
Schearf ຜູ້ສື່ຂ່າວວີໂອເອມີລາຍງານກ່ຽວກັບເລື່ອງນີ້ຈາກບາງ
ກອກ ດັ່ງໄພສານຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເລືອກຕັ້ງຄັ້ງປະຫວັດສາດເອົາອະດີດນັກໂທດການເມືອງ
ທ່ານນາງອອງຊານ ຊູຈີນັ້ນ ພາໃຫ້ມີຄວາມຫວັງວ່າ ທ່ານນາງ
ແລະພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຈະກາຍເປັນ
ສຽງຄັດຄ້ານ ຕໍ່ການລ່ວງລະເມີດສິດທິມະນຸດຢູ່ໃນມຽນມາ.

ແຕ່ຫຼັງຈາກໄດ້ເຂົ້າຂ້າງກັບຊາວພຸດມຽນມາໂດຍໄດ້ສະແດງຄວາມເຫັນທີ່ບໍ່ສະໜັບສະໜຸນ ພວກໂຣຮິງຢາ ຊຶ່ງເປັນຊາວມຸສລິມ ທີ່ບໍ່ມີປະເທດ ແລະບໍ່ໄດ້ກ່າວປະນາມ ການບຸກໂຈມຕີ ຂອງຝ່າຍທະຫານຕໍ່ຊາວ Kachin ທີ່ຕໍ່ຕ້ານລັດຖະບານນັ້ນແລ້ວ ບັນດາຜູ້ຕຳນິຕິຕຽນເວົ້າ ວ່າພວກສະມາຊິກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງມຽນມາຫຼື NDL ກໍາລັງ ບໍ່ເອົາຫົວຊາຕໍ່ຫຼັກການຂອງພວກເຂົາເຈົ້າເອງ.

ທ່ານ Phil Robertson ຮອງຜູ້ອຳນວຍການ ຝ່າຍເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ Human Right Watch ກ່າວວ່າ ທ່ານນາງອອງຊານ ຊູຈີບໍ່ແມ່ນຜູ້ຕໍ່ສູ້ເພື່ອສິດທິອີກຕໍ່ໄປ ແລ້ວ ແຕ່ເປັນນັກການເມືອງຄົນນຶ່ງ.

ທ່ານ Robertson ເວົ້າວ່າ “ການໃຫ້ຄວາມເຫັນເທື່ອຫຼ້າສຸດຂອງທ່ານນາງທີ່ວ່າ ທ່ານ ນາງບໍ່ສາມາດເຂົ້າແຊກແຊງໄດ້ ນອກຈາກວ່າ ທ່ານນາງໄດ້ຖືກຂໍຮ້ອງໂດຍລັດຖະ ບານ ໃຫ້ດຳເນີນການດັ່ງກ່າວ ແລະວ່າ ທ່ານນາງໄດ້ເຂົ້າສັງກັດຢູ່ໃນຄະນະກຳມະ ການຂອງສະພາ ທີ່ບໍ່ມີໜ້າທີ່ໆຈະໄປຫຍຸ້ງກ່ຽວກັບບັນຫາປະເພດດັ່ງກ່າວນັ້ນ ທີ່ຈິງ ແລ້ວແມ່ນເປັນຄຳແກ້ໂຕແບບທີ່ເຮົາຄາດໝາຍທີ່ຈະໄດ້ຍິນຈາກນັກການເມືອງຊັ້ນ ສອງ ຫຼາຍກວ່າຈາກຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ.”

ສະມາຊິກຂອງພັກ NDL ແມ່ນປະກອບເປັນບໍ່ຮອດ 10 ເປີເຊັນຂອງສະມາຊິກສະພາແຫ່ງ ຊາດທັງໝົດ ທີ່ຄອບງຳໂດຍພວກທະຫານນັ້ນ ຊຶ່ງເປັນຄະແນນສຽງ ທີ່ໜ້ອຍເກີນກ່ວາທີ່ຈະ ທ້າທາຍຕໍ່ຝ່າຍສຽງສ່ວນຫຼາຍ ທີ່ໄດ້ຮັບການໜຸນຫລັງຈາກພວກທະຫານນັ້ນໄດ້. ແຕ່ພວກ ຕຳນິຕິຕຽນກ່າວວ່າ ບັນດາຜູ້ແທນ ພັກ NDL ບໍ່ໄດ້ໃຊ້ສິດທິ ໃນການອອກປາກອອກສຽງ ຂອງພວກເຂົາເຈົ້າ ກົດດັນໃຫ້ມີການປ່ຽນແປງແຕ່ຢ່າງໃດເລີຍ.



ທ່ານທິດທິນັນ ພົງສຸດທີຣັກ ນັກວິເຄາະການເມືອງລະດັບພູມີພາກ ກ່າວວ່າ ພັກ NDL ປະ ເຊີນກັບຄວາມສ່ຽງ ໃນການຍອມອ່ອນຂໍ້ໃຫ້ຝ່າຍລັດຖະບານ ຫຼາຍເກີນໄປ.

ທ່ານທິດທິນັນເວົ້າວ່າ “ການປານີປານອມແມ່ນແນວນຶ່ງ ແຕ່ການປ່ອຍໃຫ້ໂຕເອງຖືກ ດຶງເຂົ້າໄປຮ່ວມມືຮ່ວມໃຈ ແມ່ນອີກແນວນຶ່ງ ແລະຂ້າພະເຈົ້າຄິດວ່າ ທ່ານນາງແລະ ພັກ NDL ຕ້ອງໄດ້ລະມັດລະວັງ ເພື່ອບໍ່ໃຫ້ຖືກດຶງເຂົ້າໄປຮ່ວມມືຮ່ວມໃຈ ກັບພວກ ຫຼິ້ນພັກຫຼິ້ນພວກ ກັບພວກທະຫານ ຮວມທັງຄະນະຂອງປະທານາທິບໍດີແລະລັດຖະ ບານຂອງທ່ານ. ມັນເປັນການສ້າງຄວາມກໍ້າເກິ່ງທີ່ຍາກຫຼາຍ.”

ທ່ານ Nyan Win ໂຄສົກຂອງພັກ NDL ປະຕິເສດວ່າ ພັກຂອງທ່ານບໍ່ໄດ້ປະສົບກັບຄວາມ ລົ້ມແຫຼວແຕ່ປະການໃດ ໃນການທ້າທາຍຢ່າງຫ້າວຫັນຕໍ່ເຈົ້າໜ້າທີ່ທາງການມຽນມາ.

ທ່ານ Nyan Win ເວົ້າວ່າ “ພັກ NDL ໄດ້ທ້າທາຍມາໂດຍຕະຫຼອດຕໍ່ນະໂຍບາຍຂອງ ລັດຖະບານ ນັບຕັ້ງແຕ່ໄດ້ມີການເລືອກຕັ້ງເພີ້ມ ມາຮອດປັດຈຸບັນນີ້. ການທ້າທາຍ ທີ່ໃຫຍ່ທີ່ສຸດ ກໍຄືພັກ NDL ໄດ້ຮຽກຮ້ອງໃຫ້ມີການດັດແປງແກ້ໄຂລັດຖະທຳມະນູນ ຊຶ່ງເປັນເລື່ອງທີ່ສຳຄັນທີ່ສຸດ ສຳລັບລັດຖະບານຊຸດປັດຈຸບັນ. ພັກ NDL ຍາມໃດກໍ ຊອກຫາຊ່ອງທາງ ເພື່ອໃຫ້ບັນລຸເປົ້າໝາຍຂອງຕົນ.”

ນອກນັ້ນແລ້ວ ຍັງມີການແຕກແຍກພາຍໃນພັກ NDL ກ່ຽວກັບການແບ່ງປັນອຳນາດ ລະ ຫວ່າງສະມາຊິກທີ່ເກົ່າແກ່ ແລະສະມາຊິກໃໝ່ຂອງພັກ.

ທີ່ເມືອງ Myin Gyan ໃນພາກກາງຂອງປະເທດ ປະຊາຊົນຫຼາຍຮ້ອຍຄົນໄດ້ພາກັນໄປປະ ທ້ວງຢູ່ຫ້ອງການຂອງພັກກ່ຽວກັບການກ່າວຫາທີ່ວ່າ ຄະນະກຳມະການເລືອກຕັ້ງ ໄດ້ສໍ້ໂກງ ການເລືອກຕັ້ງພາຍໃນຂອງພັກ.

ຫົວໜ້າພວກປະທ້ວງທ່ານ Ko Ko Aung ກ່າວວ່າ ຄະນະກຳມະການເລືອກຕັ້ງບໍ່ຍອມອະ ນຸຍາດໃຫ້ສະມາຊິກທີ່ໜຸ່ມນ້ອຍຂອງພັກ 7,000 ຄົນ ປ່ອນບັດ ຊຶ່ງສະແດງໃຫ້ເຫັນວ່າ ພັກ NDL ບໍ່ໄດ້ປະຕິບັດຕາມຫຼັກການຂອງຕົນແລ້ວ.

ທ່ານ Ko Ko Aung ເວົ້າວ່າ “ພວກເຮົາ ໄດ້ພາກັນຮ້ອງທຸກ ກ່ຽວກັບຄວາມບໍ່ຍຸຕິທຳ ຂອງຄະນະກຳມະການໄປຍັງເຈົ້າໜ້າທີ່ຄະນະກຳມະການກາງແລ້ວ ແລະເຂົາເຈົ້າ ກໍໄດ້ຍຸບຄະນະກຳມະການດັ່ງກ່າວ ແຕ່ແນວໃດກໍຕາມ ພວກເຂົາເຈົ້າ ໄດ້ຮັບຮອງ ເອົາຜົນການເລືອກຕັ້ງ ທີ່ບໍ່ເປັນທຳຂອງທາງຄະນະກຳມະການ.”

ທ່ານ Nyan Win ໂຄສົກພັກ NDL ບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ບັນຫາໂຕ້ແຍ້ງດັ່ງກ່າວ ໂດຍ ເວົ້າວ່າ ເປັນການຜິດຂ້ອງຕ້ອງຖຽງລະຫວ່າງສະມາຊິກຂອງພັກ.

ແຕ່ທ່ານກ່າວວ່າ ກອງປະຊຸມຫຼວງຂອງພັກຈະເພັ່ງເລັງໃສ່ເລື້ອງການເຮັດໃຫ້ພັກ NDL ມີ ປະຊາທິປະໄຕຫຼາຍຂຶ້ນ ແລະເລືອກເອົາພວກຜູ້ນຳທີ່ມີການສຶກສາ ອາຍຸນ້ອຍ ແລະເປັນ ແມ່ຍິງເພີ່ມຂຶ້ນ.

ທ່ານເວົ້າວ່າ ມັນອາດຈະເປັນຜົນເຮັດໃຫ້ ມີການຊັ່ງຊາຕີລາຄາຄືນໃໝ່ບາງຫຼັກການຂອງ ພັກ.
XS
SM
MD
LG