ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ມີນາ ໒໐໒໓

ມີການສົງໄສກັນວ່າ ມຽນມາແລະເກົາຫຼີເໜືອ ຍັງມີ ຄວາມສໍາພັນທາງທະຫານ ແບບລັບໆກັນຢູ່


ນາຍພົນອະວຸໂສ Min Aung Hlaing ຜູ້ບັນຊາການກອງທັບມຽນມາ ກວດກາກອງທະຫານ ໃນລະຫວ່າງການສວນສະໜາມ ໃນວັນກອງທັບ ປີທີ 68 ໃນນະຄອນຫລວງ Naypyitaw, ວັນທີ 27 ມີນາ 2013.
ຄວາມສໍາພັນທາງທະຫານຂອງມຽນມາກັບເກົາຫຼີເໜືອ ກໍາລັງ
ຕົກຢູ່​ໃຕ້​ການພິຈາລະນາຢ່າງຖີ່ຖ້ວນ ຫຼັງຈາກຍີ່ປຸ່ນຍອມຮັບວ່າ
ຕົນ​ໄດ້ສະກັດກັ້ນ ການລໍາລຽງວັດຖຸຊຸດ​ນຶ່ງ ທີ່​ເຈົ້າ​ໜ້າ​ທີ່ເວົ້າວ່າ
ອາດສາມາດນໍາໃຊ້​ເຂົ້າ​ໃນ ໂຄງການນີວເຄຼຍ​ໄດ້​ນັ້ນ. ທີ່ປຶກສາ
ພິເສດສະຫະລັດທ່ານນຶ່ງໄດ້ໄປຢ້ຽມ ຢາມມຽນມາໃນເດືອນມີ
ນານີ້ ເວົ້າວ່າ ມຽນມາຕ້ອງໄດ້​ເຮັດໃຫ້ໂລກ​ເຊື່ອ​ໝັ້ນ​ວ່າ ຕົນ​ໄດ້​ຕັດຄວາມສໍາພັນກັບເກົາຫຼີເໜືອຢ່າງແທ້ຈິງ​ແລ້ວ ຖ້າຫາກ ມຽນ ມາຢາກໃຫ້ການລົງໂທດຕ່າງໆທີ່ຖືກໂຈະໄວ້ຊົ່ວ​ຄວານັ້ນ ຖືກ
ຍົກເລີກໂດຍເຕັມ.

ເມື່ອວັນຈັນອາທິດຜ່ານມານີ້ ຍີ່ປຸ່ນໄດ້ຢືນຢັນລາຍງານທີ່ວ່າ
ເມື່ອປີຜ່ານ​ມາ​ນີ້ ເຈົ້າໜ້າທີ່ພາສີຂອງ​ຕົນຍຶດໄດ້ທ່ອນເຫຼັກ
ອາລູມິນຽມຈໍານວນນຶ່ງທີ່​ລໍາລຽງ​ ມາ​ທາງ​ເຮືອທີ່ສົງ​ໄສວ່າມາ
ຈາກເກົາຫຼີເໜືອ ຊຶ່ງເຫຼັກອາລູມິນຽນດັ່ງກ່າວ ອາດສາມາດ
ນໍາໃຊ້ເຮັດຕົວແຍກທາດນີວເຄຼຍ ​ໄດ້​ນັ້ນ.

ສື່ມວນຊົນຍີ່ປຸ່ນລາຍງານວ່າ ວັດຖຸດັ່ງກ່າວກໍາລັງຖືກຂົນ​ສົ່ງໄປຍັງມຽນມາ ແຕ່ໄດ້ຖືກ
ສະກັດກັ້ນໄວ້ ຈາກກໍ່າປັ່ນທີ່ປັກທຸງສິງຄະໂປລໍານຶ່ງໃນເດືອນສິງຫາປີຜ່ານມາ ຫຼັງຈາກ
ໄດ້ຮັບລາຍງານລັບ ຈາກສະຫະລັດ.

ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງຄະແນນສຽງ ກ່ຽວກັບມະຕິຮັດເຄ່ງການລົງໂທດເກົາຫລີເໜືອ ຂຶ້ນອີກ, ວັນທີ 7 ມີນາ 2013.
ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ລົງຄະແນນສຽງ ກ່ຽວກັບມະຕິຮັດເຄ່ງການລົງໂທດເກົາຫລີເໜືອ ຂຶ້ນອີກ, ວັນທີ 7 ມີນາ 2013.

ຂ່າວ​ທີ່ເປີດເຜີຍອອກ​ມານີ້ ໄດ້ສ້າງຄວາມເປັນຫ່ວງຂຶ້ນມາ
ວ່າ ເຖິງແມ່ນໄດ້ມີການປະຕິ ຮູບທາງການເມືອງຢ່າງ​ໃຫຍ່
​ຫຼວງກໍຕາມ ມຽນມາກໍອາດຍັງກໍາລັງສືບຕໍ່ດໍາເນີນໂຄງການ
ນີວເຄຼຍຢ່າງລັບໆກໍໄດ້ ແລະເປັນໄປໄດ້ວ່າ ກໍາລັງລະເມີດ
ການລົງໂທດຂອງສະຫະ​ປະຊາ​ຊາດ ຫຼືຢູແອັນ ຕໍ່ພຽງຢາງ
ກໍ​ຄື​ເກົາຫຼີ​ເໜືອ.

ກຸ່ມປະເທດຕາເວັນຕົກໄດ້ໂຈະການລົງໂທດທາງການທູດ
ແລະການເມືອງ ໂດຍສ່ວນ ໃຫຍ່ຕໍ່ມຽນມາ. ແຕ່ເມື່ອສອງ
ອາທິດຜ່ານມານີ້ ທ່ານ Patrick Murphy ທີ່ປຶກສາພິເສດ
ຂອງສະຫະລັດກ່ຽວກັບເລຶ່ອງມຽນມາ ເວົ້າວ່າ ການລົງໂທດຕ່າງໆຈະບໍ່ຖືກຍົກເລີກ
ໂດຍເຕັມ ຖ້າບໍ່​ມີການປະຕິຮູບທາງການເມືອງແລະສິດທິມະນຸດເພີ່ມຕື່ມ ​ໃນມຽນມາ ຕະຫຼອດທັງ​ການຕັດສາຍສໍາພັນທາງ​ທະຫານ ກັບເກົາຫຼີເໜືອ ຢ່າງເດັດຂາດ.

ທ່ານ Murphy ເວົ້າວ່າ: “ພວກເຮົາຫວັງຢ່າງຍິ່ງ ທີ່ຈະ​ໄດ້ຢູ່ໃນທ່າທີ ທີ່​ຈະ
ສາມາດປະກາດອອກ​ມາ​ໄດ້ ຫຼືຮັບເອົາຄໍາປະກາດວ່າ ຄວາມສໍາພັນທາງ
ທະຫານລະຫວ່າງສອງ​ປະ​ເທດ​ນີ້ ​ໄດ້​ຖືກ​ຕັດຂາດ​ກັນ​ແລ້ວ. ແລະ ພວກເຮົາ
ກໍໄດ້ ທໍາການໂອ້ລົມສົນທະນາທີ່ມີໝາກຜົນ ກ່ຽວ​ກັບບັນຫານີ້ ກັບບັນດາ
ເຈົ້າໜ້າທີ່ ມຽນມາ. ແລະຂ້າພະເຈົ້າຄິດວ່າ ພວ​ກ​ເຂົາ​ເຈົ້າ​ມີຄວາມເຂົ້າໃຈ
ດີຫຼາຍ ກ່ຽວກັບຄວາມເປັນຫ່ວງຂອງນານາຊາດ ​ໃນ​ເລື້ອງຄວາມ​ສໍາພັນ​
ຂອງ​ເຂົາ​ເຈົ້າ​ກັບ ເກົາຫຼີເໜືອນັ້ນ.”


ລັດຖະບານທະຫານມຽນມາ ແມ່ນເປັນລູກຄ້າຊື້ອາວຸດຍຸດໂທປະກອນ ແລະສໍາພາລະ
ອື່ນໆ ຂອງເກົາຫຼີເໜືອມາດົນນານ.

​ຄວາມສໍາພັນຂອງທັງສອງປະເທດໄດ້ຢຸດ​ສະ​ງັກລົງໃນປີ 1983 ຫຼັງຈາກທີ່ສາຍລັບເກົາ
ຫຼີເໜືອວາງລະເບີດໃສ່ ຄະນະຜູ້ຕິດຕາມປະທານາທິບໍດີເກົາຫຼີໃຕ້​ໄປຢ້ຽມຢາມເມືອງ
ຢ່າງກຸ້ງ ທີ່ໄດ້ສັງຫານ 17 ຄົນ ໃນເຫດການຄັ້ງນັ້ນ.

ແຕ່ທັງສອງປະ​ເທດ​ນີ້ທີ່ປົກຄອງໂດຍທະຫານຄືກັນນັ້ນ ໄດ້ຮື້​ຟື້ນ​ສາຍ​ພົວພັນກັນຄືນໃໝ່
ແບບລັບໆ ພຽງບໍ່ເທົ່າໃດປີຕໍ່ມາ.

ໃນປີ 2010 ໃນຂະນະທີ່ມຽນມາເລີ່ມການຜັນປ່ຽນ ໄປສູ່ປະຊາທິປະໄຕຂອງຕົນນັ້ນ ຜູ້
ໂຕນໜີຄົນນຶ່ງໄດ້ກ່າວຫາຝ່າຍທະຫານວ່າ ກໍາລັງດໍາເນີນໂຄງການສ້າງ​ອາວຸດນີວເຄຼຍ
ຢ່າງລັບໆ ຊຶ່ງບັນດານັກວິເຄາະຕ່າງກໍສົງ​ໄສວ່າ ມຽນມາໄດ້ຮັບການສະໜັບສະໜຸນ
ຈາກເກົາຫຼີເໜືອ.

Robert Kelley ​ເຄີຍເຮັດ​ວຽກ​ເປັນວິສະວະກອນນີວເຄຼຍ ​ໃຫ້​ຫ້ອງຄົ້ນຄວ້າ Los
Alamos ແຫ່ງຊາດສະຫະລັດ ທີ່​ທໍາການຄົ້ນຄວ້າກ່ຽວ​ກັບ ອາວຸດນີວເຄຼຍ ແລະ​ໃຫ້
ອົງການນີວເຄຼຍຂອງຢູແອັນ ຫຼື ອົງການພະລັງ ງານປະລະມະນູສາກົນ ​ເອີ້ນ​ຫຍໍ້​ວ່າ
IAEA ​ນັ້ນ ແລະໄດ້ສຶກສາເບິ່ງຂໍ້ ກ່າວຫາດັ່ງກ່າວ. ທ່ານ​ເວົ້າ​ວ່າ ມີຫຼັກຖານຂອງ​ການ​
ດໍາ​ເນີນ​ໂຄງການ​ສ້າງ​ອາວຸດ​ນິວ​ເຄຼຍຢູ່​ໃນ​ມຽນມາ ​ແຕ່ທ່ານບໍ່ພົບຮ່ອງຮອຍໃດໆ ທີ່
​ສະ​ແດງວ່າ ເກົາຫຼີເໜືອມີສ່ວນພົວພັນໃນເລຶ່ອງນີ້.

ທ່ານ Kelley ເວົ້າວ່າ: “ຂ້າພະເຈົ້າບໍ່ພົບເຫັນຫຼັກຖານໃດໆແມ່ນແຕ່ໜ້ອຍ
ເລີຍ ວ່າ ເກົາຫຼີເໜືອພົວພັນໃນເລຶ່ອງໂຄງການນີວເຄຼຍນີ້ ແລະຂ້າພະເຈົ້າ
ກໍບໍ່ຄິດວ່າ ທ່ານຈະພົບເຫັນໃຜທີ່ມີຫຼັກຖານ​ນັ້ນ. ຖ້າຫາກເຮົາສຶກ
ສາເບິ່ງ ຖະແຫຼງການຕ່າງໆຂອງລັດຖະບານສະຫະລັດ​ເປັນ​ພິ​ເສດ ດັ່ງທີ່ພວກເຮົາ
ໄດ້ພົບເຫັນ ການສ້າງມິດໄມຕີກັບມຽນມານີ້ ພວກເຂົາເຈົ້າ​ແມ່ນໄດ້ປ່ຽນ
ຄໍາເວົ້າອອກຈາກນີວເຄຼຍ ຢ່າງລະມັດລະວັງ ໄປເປັນພຽງ ລູກສອນໄຟ
ແລະອາວຸດທໍາ​ມະ​ດາທົ່ວໆໄປ ​ເທົ່າ​ນັ້ນ.”


ລາຍງານຂ່າວກ່ຽວກັບການລໍາລຽງທ່ອນເຫຼັກອະລູມິນຽມທີ່ຕ້ອງສົງ​ໄສນັ້ນ ໄດ້ໂຜ່ໂຕ
ຂຶ້ນມາໃນເດືອນພະຈິກປີ​ກາຍ​ນີ້ ຂະນະທີ່ປະທານາທິບໍດີບາຣັກ ໂອບາມາ ກໍາລັງຈະ ສ້າງປະວັດສາດ ໃນການ​ເປັນຫົວໜ້າບໍລິຫານປະເທດ ທີ່ຢູ່ໃນຕໍາແໜ່ງຜູ້ທໍາອິດ ທີ່ຈະ
ໄປຢ້ຽມຢາມມຽນມາ.

​ເມື່ອຕົ້ນປີກາຍ​ນີ້ ປະທານາທິບໍດີ ເທນ ເຊນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ມຽນມາຈະຢຸດຊື້
ອຸບປະກອນທະຫານຈາກເກົາຫຼີເໜືອ ແລະຈະເຊັນຮັບເອົາລະບຽບການເພີ່ມຕື່ມກັບ
ອົງການ IAEA ຂອງ​ສະຫະ​ປະຊາ​ຊາດ ທີ່ອາດອະນຸ​ຍາດໃຫ້ມີການກວດກາຂອງນາໆ ຊາດໄດ້.

​ແຕ່ສະພາແຫ່ງຊາດມຽນມາ ຍັງບໍ່ໄດ້ອະນຸມັດມາດຕະການ ທີ່ຈະອະນຸຍາດໃຫ້ມີການ ກວດກາໄດ້ນັ້ນ​ເທື່ອ. ຂະນະດຽວກັນ ພວກເຈົ້າໜ້າທີ່ມຽນມາກໍສືບຕໍ່ປະຕິເສດວ່າ ບໍ່ໄດ້
ປະຕິບັດການໂຄງການນີວເຄຼຍແຕ່ຢ່າງໃດ.

ທ່ານ Kelley ຜູ້ຊ່ຽວຊານດ້ານນີວເຄຼຍ ເວົ້າວ່າ ເຖິງແມ່ນເບິ່ງຊົງວ່າມຽນມາຈະຍັງຫ່າງ​ໄກ​ຈາກການຜະລິດວັດຖຸນີວເຄຼຍ ຕັ້ງຫຼາຍສິບປີກໍຕາມ ​ແຕ່ ມຽນມາກໍຄວນຈະສະແດງ ຄວາມບໍລິສຸດຂອງຕົນ ກ່ຽວກັບໂຄງການດັ່ງກ່າວ ແລະອະນຸຍາດໃຫ້ມີການເຂົ້າໄປກວດ ກາໄດ້.

ທ່ານ Kelley ເວົ້າວ່າ: “​ໃນ​ທາງ​ເປີດ​ເຜີຍ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແຕ່​ສິ່ງກົງກັນ
ຂ້າມ. ຄືພວກເຂົາເຈົ້າເວົ້າວ່າ ພວກເຮົາບໍ່ຮັບເອົາການກວດກາ ຍ້ອນວ່າບໍ່ມີ
ຫຍັງໃຫ້ກວດ. ສະນັ້ນ​ແລ້ວ ພວກເຂົາເຈົ້າຈະວາງທ່າທີແບບວ່າ ພວກເຮົາບໍ່
ມີວັດຖຸນີວເຄຼຍ ບໍ່ມີສະຖານ​ທີ່ນີວເຄຼຍ ແບບທີ່ພວກທ່ານ ບົ່ງໄວ້ໃນ​ທາງກົດ
ໝາຍນັ້ນ. ແລະໃນເມື່ອພວກເຮົາບໍ່ມີຫຍັງຄືແນວນັ້ນພວກເຮົາກໍບໍ່ມີ​ບ່ອນສິ
ພາພວກທ່ານໄປເບິ່ງ ແລະກໍບໍ່ມີຫຍັງຈະໃຫ້ ພວກທ່ານກວດ.”


ວີໂອເອ​ໄດ້ຂໍສໍາພາດ ກັບໂຄສົກປະທານາທິບໍດີຂອງມຽນມາ ເພື່ອຂໍ​ຄໍາຕອບຕໍ່ການກ່າວ
ຫານັ້ນ ແຕ່ໂຄສົກບໍ່ຫວ່າງ​ ທີ່​ຈະໃຫ້ຄວາມເຫັນ.
XS
SM
MD
LG