ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມຽນມາ ສະຫຼອງ ວັນຄົບຮອບ 25 ປີ ໃນການລຸກຮືຂຶ້ນ (ວີດິໂອ/ສະໄລດ໌)


ທ່ານນາງ Aung San Suu Kyi ແລະຜູ້ນໍາຂອງນັກສຶກສາ ທ່ານ Min Ko Naning (ທີ 2 ຈາກຊ້າຍ)
ທ່ານນາງ Aung San Suu Kyi ແລະຜູ້ນໍາຂອງນັກສຶກສາ ທ່ານ Min Ko Naning (ທີ 2 ຈາກຊ້າຍ)
ມຽນມາ​ສະ​ເຫຼີມສະຫຼອງ​ຄົບຮອບ 25 ປີ ຂອງ​ການ​ລຸກ​ຮື​ຂຶ້ນເພື່ອ
​ປະຊາທິປະ​ໄຕ ທີ່​ຖືກ​ປາບ​ປາມ​ ໂດຍພວກ​ຜູ້​ນໍາ ​ທາງ​ທະຫານ
ຂອງ​ປະ​ເທ​ດດັ່ງກ່າວ​.

ພວກ​ປະ​ທ້ວງ​ຈໍານວນ​ຫຼາຍ​ສິບ​ຄົນ ທີ່​ຮວມທັງ ບາງ​ພວກ​ຊຶ່ງ​ໄດ້
ພົວພັນ​ກັບການ​ປະ​ທ້ວງ ໃນ​ປີ 1988 ​ໄດ້​ພາກັນ​ເດີນ​ຂະ​ບວນ
ຢູ່​ຕາມ​ຖະໜົນຫົນທາງ​ສາຍ​ຕ່າງ​ໃນ​ນະຄອນ​ຢ່າງ​ກຸ້ງ ​ໃນ​ວັນ​ພະ ຫັດມື້ນີ້ ​ຊຶ່ງ​ເປັນ​ການໂຮມ​
ຊຸມນຸມ​ເດີນ​ຂະ​ບວນ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ.

ພວກ​ປະ​ທ້ວງ​ໄດ້ປະຕິ​ເສດບໍ່​ຍອມຢຸດ ​ເວລາ​ຕໍາຫຼວດ​ຖາມ​ພວກ​ເຂົາ​ເຈົ້າ​ວ່າ ພວກ​ເຂົາ​ເຈົ້າ
ໄດ້​ປະ ຕິ​ບັດ​ຕາມ​ກົດໝາ​ຍຫລື​ບໍ່ ​ທີ່​ບັງຄັບວ່າ​ ທຸກ​ການ​ປະ​ທ້ວງ​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ
ທາງ​ລັດຖະ ບານ.

ພວກ​ເດີນ​ຂະ​ບວນ​ເວົ້າວ່າ ​ເຂົາ​ເຈົ້າ​ຮູ້ສຶກ​ວ່າ ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບການ​ອະນຸ​ຍາດ​ ເພື່ອ​ລະ​ລຶກ
​ເຖິງ​ພວກ​ທີ່ເສຍ​ຊີວິດ ​ໃນ​ອັນ​ທີ່​ຮູ້​ກັນ​ວ່າ “ການ​ລຸກ​ຮື​ຂຶ້ນ​ໃນ​ປີ 1988 ນັ້ນ.”

ກ່ອນ​ໜ້າ​ນີ້ ພວກ​ນັກ​ເຄື່ອນ​ໄຫວ ​ໄດ້ໄປວາງ​ພວງມາລາທີ່ວັດ Sule ​ໃນ​ນະຄອນຢ່າງ​ກຸ້ງບ່ອນ
​ທີ່​ພວກ​ທະຫານ​ໄດ້ເລີ້ມລົງມື​ປາບ​ປາມພວກ​ປະ​ທ້ວງ​ເປັນ​ບ່ອນ​ທຳ​ອິດ ຊຶ່ງ​ໃນ​ທີ່​ສຸດ​ເຮັດ​ໃຫ້​ມີ
​ຜູ້​ເສຍ ຊີວິດ​ຫຼາຍກວ່າ 3,000 ຄົນ​ນັ້ນ.

ທ່ານ Mark Farmaner ຈາກ​ອົງການ​ປຸກລະດົມ​ມຽນມາ​ແຫ່ງ​ອັງກິດ ກ່າວ​ວ່າ ​ເຖິງ​ແມ່ນ​ໄດ້​ມີ
ການ​ປະຕິ​ຮູບ​ເມື່ອ​ບໍ່​ດົນ​ຜ່ານ​ມານີ້ກໍ​ຕາມ ​ແຕ່​ລັດຖະບານ​ມຽນມາກໍ​ບໍ່​ເຄີຍ​ຮັບ​ເອົາ​ຄວາມຮັບຜິດ
ຊອບກ່ຽວ​ກັບ​ພວກ​ທີ່​ເສຍ​ຊີວິດ.


ນັບ​ຕັ້ງ​ແຕ່ລັດຖະບານພົນລະ​ເຮືອນແຕ່​ພຽງ​ໃນ​ນາມ ໄດ້​ຂຶ້ນ​ກໍາ​ອໍານາດ​ໃນ​ປີ 2011 ມຽນມາ​
ກໍ ​ໄດ້ປ່ອຍພວກ​ນັກ​ໂທດ​ທາງ​ການ​ເມືອງຫລາຍ​ຮ້ອຍຄົນ ​ຫຼຸດຜ່ອນ​ການ​ກວດກາຂອງ​ລັດຖະ
ບານ ລົງ ​ແລະ​ອະນຸຍາດໃຫ້ຜູ້ນຳ​ປະຊາທິປະ​ໄຕ​ມຽນມາທ່ານ​ນາງ Aung San Suu Kyi ​
ລົງ​ແຂ່ງ​ເຂົ້າເອົາ​ບ່ອນ​ນັ່ງ​ໃນສະພາ ​ໄດ້​ຢ່າງສໍາ​ເລັດ​ນັ້ນ.

ທ່ານ Farmaner ​ເວົ້າວ່າ ການ​ເປີດ​ກວ້າງ​ເພີ້ມຂຶ້ນ​ແມ່ນ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ເຕັມ​ໃຈ
ຂອງ​ລັດຖະບານ ທີ່​ຈະ​ອະ​ນຸຍາດ​ໃຫ້​ມີ ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າການ​ລະ​ລຶກ​ເຖິງ​ແບບ​ທີ່​ບໍ່ເຄີຍ​ມີ
​ມາ ກ່ອນ ​ເນື່ອງ​ໃນ​ໂອກາດ​ຄົບຮອບ ການ​ປະ​ທ້ວງ​ໃນ​ປີ 1988 ນັ້ນ.

BURMA ANNIVERSAY VO.mov
please wait

No media source currently available

0:00 0:00:50 0:00
XS
SM
MD
LG