ຕານາງຂົນສົ່ງສາຍນຶ່ງທີ່ໄດຮັບທຶນຈາກອິນເດຍ ແລະກໍາລັງ
ກສ້າງຂ້າມປະເທດມຽນມານັ້ນໄດຖືກຕໍາໜິຕິຕຽນຢ່າງໃຫຍ່
ຍ້ອນຂາດຄວາມໂປ່ງໃສ ແລະຍອນຄວາມເປັນຫ່ວງກ່ຽວກັບ
ຜົນເສຍຫາຍຕໍ່ສະພາບແວດລ້ອມ. ນັ້ນຄືໂຄງການ Kaladan
ທີ່ໃຫ້ຄວາມຫວັງວ່າ ຈະເຊື່ອມໂຍງອິນເດຍກັບເຂດພາກຕາ
ເວັນຕົກ ທຫ່າງໄກຄວາມຈະເລີນແລະທຸກຈົນຂອງມຽນມາແລະ
ປັບປຸງການເຊື່ອມຕໍ່ ກັນດ້ານການ. ແຕ່ບັນດານັກເຄຶ່ອນໄຫວ ແລະນັກຊີວະວິທະຍາເຕືອນວ່າ ທາງການ ຂອງທັງສອງຝ່າຍ ບໍ່ໄດ້ເອົາຫົວໃສ່ໃຈຊາກັບ ຄວາມສ່ຽງຕ່າງໆ ຕໍ່ສັດແລະພືດປ່າ
ສະພາບແວດລ້ອມແລະປະຊາຊົນນັ້ນເລີຍ. DanielSchearf
ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງກອກ ຊຶ່ງທອງປານ
ມີລາຍລະອຽດຂອງເລຶ່ອງນີ້ ມາສະເໜີທ່ານ.
ເວລາສ້າງສໍາເລັດໃນປີ 2015 ໂຄງການ Kaladan ກໍຈະເຊື່ອມຕໍ່ລະບົບທາງຫຼວງ
ແລະທາງນໍ້າພາຍໃນປະເທດ ຈາກເຂດລັດ Mizoram ທາງພາກຕາເວັນອອກສຽງ
ເໜືອຂອງອິນເດຍ ຜ່ານລັດ Chin ທາງພາກຕາເວັນຕົກຂອງມຽນມາ ໄປຈົນເຖິງທ່າ
ເຮືອນໍ້າເລິກ ໃນລັດຣາຄາຍ.
ຕານາງຂົນສົ່ງດັ່ງກ່າວນີ້ ຈະອໍານວຍໃຫ້ການຄ້າຫຼັ່ງໄຫຼໄປມາໄດ້ສະດວກຍິ່ງຂຶ້ນ ລະ
ຫວ່າງເຂດທຸກຈົນແລະເຂດຫ່າງໄກຄວາມຈະເລີນ ພ້ອມກັບເສີມສ້າງລາຍໄດ້ໃຫ້ແກ່
ພວກຊາວນາຊາວສວນ ເຮັດໃຫລາຄາເຂົ້າປາອາຫານຖືກລົງ ແລະສ້າງວຽກງານໃຫ ປະຊາຊົນ.
ແຕ່ບັນດານັກເຄື່ອນໄຫວເວົ້າວ່າ ທາງການບໍ່ໄດ້ໃຫ້ຂໍ້ມູນຢາງພຽງພໍກ່ຽວກັບ ໂຄງການ
ດັ່ງກ່າວຕໍ່ສາທາລະນະຊົນ ແລະກໍເມີນເສີຍຕໍ່ຄວາມສ່ຽງຕ່າງໆທີ່ ມີຕໍ່ສະພາບແວດລ້ອມ
ແລະປະຊາຊົນ.
ສະຖານທມໍລະດົກທາງວັດທະນະທໍາຕ່າງໆໃນລັດຣາຄາຍ ຖືກທໍາລາຍເສຍຫາຍໄປ
ໃນລະຫວ່າງການກໍ່ສ້າງທ່າເຮືອນໍ້າເລິກ ແລະທາງການມຽນມາກໍບໍ່ໄດປະຕິບັດຕາມ
ຄໍາໝັ້ນສັນຍາທີ່ໃຫ້ໄວ້ເມື່ອນຶ່ງປີກອນ ທວາຈະທໍາການຕີລາຄາຜົນກະທົບຕ່າງໆນນ.
ຂະບວນການເຄື່ອນໄຫວຕໍ່ຕ້ານໂຄງການ Kaladan ຊຶ່ງເປັນກຸມປະສົມທີ່ປະກອບດ້ວຍ
ຫຼາຍໆກຸ່ມສິດທິທ້ອງຖິ່ນ ໄດ້ຮຽກຮ້ອງເມື່ອກາງເດືອນນ ໃຫ້ໂຈະໂຄງການນີ້ໄວ້ກ່ອນ
ຈົນກວ່າຄວາມເປັນຫ່ວງຕ່າງໆຈະຖືກແກ້ໄຂ.
Twan Zaw ຜູ້ອໍານວຍການເຄືອຂ່າຍແມ່ນໍ້າ Arakan ກ່າວຢູ່ທີ່ສະໂມສອນນັກຂ່າວ ຕ່າງປະເທດປະຈໍາປະເທດໄທ ວ່າ:
“ເທົ່າເຖິງປັດຈຸບັນນີ້ ພວກເຮົາຍັງບໍ່ໄດ້ເຫັນລາຍງານຫຍັງ ກ່ຽວກັບການຊັ່ງຊາ
ຕີລາຄາຜົນກະທົບຕ່າງໆ ຕສະພາບແວດລ້ອມ, ສັງຄົມ ແລະສຸຂະພາບນັ້ນເທື່ອ. ເພາະສະນັ້ນ ຈຶ່ງເກີດມີຄວາມເປັນຫ່ວງ ກ່ຽວກັບວິຖີຊີວິດທາງສັງຄົມ ແລະການທໍາມາຫາກິນຂອງທ້ອງຖິ່ນຈະເປັນໄປແນວໃດ ໃນແງ່ຄວາມຍືນຍົງຖາວອນຂອງ
ຜືນດິນ.”
ລັດຖະບານອິນເດຍເປັນຜູອອກທຶນທັງໝົດ ໃຫໂຄງການນີ້ ທມີມູນຄ່າປະມານ 214 ລ້ານໂດລ່າ ອັນເປັນພາກສ່ວນນຶ່ງຂອງນະໂຍບາຍ “ເບິ່ງໄປຍັງຕາເວັນອອກ” ຂອງຕົນ ເພື່ອປັບປຸງການເຊື່ອມໂຍງດ້ານຕ່າງໆ ກັບຂົງເຂດເອເຊຍຕາເວັນອອກສຽງໃຕ້. ໂຄງ
ການນີ້ ແມນເປັນໂຄງການພັດທະນາທີ່ໃຫຍ່ທີ່ສຸດຂອງອິນເດຍ ໃນມຽນມາ.
ແຕ່ເທົ່າເຖິງປັດຈຸບັນນີ້ ການສຶກສາອັນດຽວທມີຂນກຽວກັບຜົນກະທົບ ເທົ່າທີ່ຮູ້ກັນນນ
ແມນໄດເຮັດຂນໃນອິນເດຍ ກຽວກັບຖະໜົນຫຼວງ ຫຼື ຮາຍເວ ຍາວ 99 ຫຼັກ ທີ່ກຳລັງ
ສ້າງຂນເພື່ອເຊອມຕໍ່ລັດ Mizoran ໃສກັບລັດ Chin ຂອງມຽນມາ.
Kashmira Kakati ເປັນນັກຊີວະວິທະຍາສັດປ່າ ແລະຜູ້ຂຽນລາຍງານ ປີ 2011 ກຽວ
ກັບຜົນກະທົບຂອງສັດປ່າ. ທ່ານນາງຄາສເມຍຣາ ບອກສະໂມສອນນັກຂ່າວຕ່າງປະ
ເທດ ປະຈໍາໄທ (FCCT) ວ່າທາງຮາຍເວ ທີ່ເນັ່ງໄປຍັງມຽນມານັ້ນ ແມ່ນຕັດຜ່ານເຂດ
ຢູ່ອາໄສຂອງສັດປ່າ ອັນເປັນຂທີ່ກະຊວງສະພາບແວດລ້ອມແລະປ່າໄມ້ຂອງອິນເດຍ ບເອົາຫົວຊານຳ.
ທ່ານນາງ ຄາສເມຍຣາ ເວົ້າວ່າ: “ຂ້າພະເຈົ້າ ທັງສົ່ງຈົດໝາຍ ທັງແຟ໊ກ ໄປຍັງ
ອະທິບໍດີກະຊວງ ແຕ່ກໍບໍ່ມີໃຜຮັບຮູ້ວ່າໄດ້ຮັບລາຍງານຫຍັງເລີຍ ແລະສິ່ງທີ່
ຂ້າພະເຈົ້າຮູ້ໃນເວລາຕໍ່ມານັ້ນກໍຄືວ່າ ບໍ່ມີຂໍ້ມູນໃດໆອອກຈາກກະຊວງດັ່ງກ່າວ ແລະຈົນໃນທີ່ສຸດ ຂ້າພະເຈົ້າອ່ານກ່ຽວກັບລາຍງານ ໂຄງການ Kaladan ທີ່ ໄດ້ຮັບຜ່ານໃນບັນທຶກກອງປະຊຸມ ທີ່ເວົ້າວ່າລາຍງານຖືກອະນຸມັດແລ້ວ ໂດຍ ບໍ່ມີຂໍ້ຂັດຄ້ານຈາກຄະນະກໍາມະການກວດກາ ຊຶ່ງຂ້າພະເຈົ້າຖືວ່າ ເປັນສິ່ງທີ່
ບໍ່ຖືກຕ້ອງ.”
ບັນດານັກເຄື່ອນໄຫວເວົ້າວ່າ ການກໍ່ສ້າງທາງຮາຍເວດັ່ງກ່າວ ຢູ່ໃນລັດ Mizoram ນັ້ນ
ສໍາເລັດໄປແລ້ວປະມານເຄິ່ງນຶ່ງ. ທ່ານນາງຄາສເມຍຣາເວາວາ ເວລາສ້າງສໍາເລັດແລວ ຖະໜົນສາຍນີ້ຍັງຈະເປັນໄພຂົ່ມຂູ່ ຕໍ່ສັດປ່າທີ່ຢູ່ນອກເຂດຖິ່ນຢູ່
ອາໄສອອກໄປ ອີກນັ້ນນໍາ.
ທ່ານນາງ ຄາສເມຍຣາ ເວົ້າວ່າ: “ຄວາມຢ້ານກົວໃຫຍ່ທີ່ສຸດຢ່າງນຶ່ງທີ່ພວກເຮົາ
ຄາດການຢູ່ໃນລາຍງານນັ້ນ ກໍແມ່ນວ່າ ໂຄງການນີ້ຈະກາຍເປັນເສັ້ນທາງຄ້າ
ສັດປ່າທສໍາຄັນທີ່ສຸດ. ພວກເຮົາກໍເວົ້າກັນຢູ່ກ່ຽວກັບເລອງ ເສືອທຈະຫາຍ
ສາບສູນໄປ ຄືມີການຄ້າສັດປ່າຜິດກົດໝາຍຢູ່ທົ່ວເຂດຊາຍແດນ. ແລະພວກ
ເຮົາຄາດການວ່າ ໂຄງການນີ້ ຈະກາຍເປັນເສັ້ນທາງລໍາລຽງສັດປ່າທີ່ສໍາຄັນ
ເສັ້ນນຶ່ງກໍວ່າໄດ້.”
ເຈົ້າໜ້າທີ່ອິນເດຍກາວວາ ບຈຳເປັນຕອງມີການສັ່ງຊາຕີລາຄາຜົນກະທົບ ໂດຍກຸ່ມ
ອິດສະຫຼະໃດໆ ໃນມຽນມາ.
Rajesh Swami ເລຂາເອກຂອງສະຖານທູດອິນເດຍປະຈໍາບາງກອກ ປະເທດໄທ
ໄດອອກມາອ່ານຄໍາຖະແຫຼງສະບັບນຶ່ງ ສະແດງຄວາມສະໜັບສະໜຸນໂຄງການດງ
ກາວ.ທານເວາວ່າ ຄໍາແນະນໍາທໃຫສະໜອງຂໍ້ມູນ ເພີ່ມຕມແກພວກຄົນທ້ອງຖິ່ນນນ
ແມນສົມຄວນແກການພິຈະລະນາ ແຕ່ກໍບໍ່ມີເຫດຜົນໃດໆ ທີ່ຈະໂຈະໂຄງການນີ້ໄວ້.
ທ່ານ Swami ເວົ້າວ່າ: “ຄວາມຈໍາເປັນສໍາລັບໂຄງການນີ້ ແລະຄວາມຈິງ ກໍຄື
ວ່າ ໂຄງການນີ້ມີແຕ່ຈະນໍາມາຊຶ່ງການປ່ຽນແປງຕ່າງໆໃນທາງບວກຕໍ່ຂົງເຂດ
ແມນເປັນຄວາມຈິງຂັ້ນພື້ນຖານທີ່ໄດ້ຮັບເອົາແລ້ວ ເວລາເລີ່ມຕົ້ນໂຄງການນັ້ນ. ແນ່ນອນວ່າ ພວກປະຊາຊົນທີ່ອາໄສຢູ່ໃນເຂດໂຄງການ ແລະລັດຖະບານທ້ອງ
ຖິ່ນ ມີຄວາມສາມາດ ຄວາມຮອບຮູ້ ທີ່ຈະປຶກສາຫາລື ກ່ຽວກັບຮູບການໃດໆ ແລະຮ່ວມມືກັນເພື່ອຈັດຕງປະຕິບັດໂຄງການ ໃຫ້ໄວຂຶ້ນ ເພອຜົນປະໂຫຍດ
ຂອງປະຊາຊົນທີ່ຕ້ອງການການເຊື່ອມໂຍງ ທາງດານການຂົນສົ່ງທີ່ເໝາະສົມ ຢ່າງຮີບດ່ວນນັ້ນ.”
ກຸ່ມຂະບວນການຕຕານໂຄງການ Kaladan ເວົ້າວ່າ ພວກຊາວນາໃນອິນເດຍ ບໍ່ໄດ້
ຮັບຄ່າຊົດເຊີຍທີ່ດິນຂອງພວກເຂົາເຈົ້າຢ່າງພຽງພໍ ແລະພວກເຂົາເຈົ້າເປັນຫ່ວງວ່າ ການເອົາປຽບນີ້ຈະຍງຮ້າຍແຮງ ຢູໃນມຽນມາ.
ພາກສວນຂອງມຽນມາໃນໂຄງການ Kaladan ແມນສະໜອງທດິນ ແລະຄວາມປອດ
ໄພໃຫແກໂຄງການ ແຕ່ເຖິງແມ່ນວ່າ ຈະຍັງເຫລືອເວລາພຽງສອງປີເທານນ ໂຄງການ
ກໍຈະສ້າງແລວກໍຕາມ ແຕ່ພວກຄົນທ້ອງຖິ່ນໃນລັດ Chin ຫຼາຍໆຄົນກໍຍັງບໍ່ຮູ້ຫຍັງຊໍ້າ
ກ່ຽວກັບ ແຜນການຈະສ້າງທາງຮາຍເວ ຢູ່ຟາກເຂດຊາຍແດນຂອງພວກເຂົາເຈົ້າ ໄປ
ຍັງອິນເດຍນັ້ນ.
ພວກນັກເຄອນໄຫວເວົ້າວ່າ ດວຍເວລາທຍັງເລືອກບຫຼາຍນນ ພາໃຫມີຄວາມເປັນ ຫ່ວງຂນມາ ກ່ຽວກັບການຍຶດເອົາທີ່ດິນປະຊາຊົນໃນນາທີສຸດທ້າຍ ຂະນະທພວກ
ເຈົ້າໜ້າທີ່ທ້ອງຖິ່ນຂຸ້ນຂ້ຽວ ເພື່ອໃຫ້ການກໍ່ສ້າງສໍາເລັດ ທັນຕາມກໍານົດນັ້ນ.
Salai Za Uk Link ຜູ້ອໍານວຍການຝາຍໂຄງການ ຂອງອົງການສິດທິມະນຸດລັດ Chin
ເວົ້າວ່າ ການເຄອນໄຫວເພີ່ມຂຶ້ນຂອງທະຫານ ກໍເປັນຄວາມເປັນຫ່ວງອີກຢ່າງນຶ່ງ.
ທ່ານ ລິງຄ໌ ບອກສະໂມສອນນັກຂ່າວຕ່າງປະເທດປະຈໍາໄທ ວ່າ ກອງທັບອາດບັງຄັບ
ໃຫ້ໃຊ້ແຮງງານ ເພື່ອເລງໂຄງການໃຫ້ສ້າງສໍາເລັດ.
ທ່ານ ລິງຄ໌ ເວົ້າວ່າ: “ທີ່ຜ່ານມາ ການພັດທະນາໂຄງລ່າງພື້ນຖານໃນລະດັບໃຫຍ
ໃນມຽນມາ ໂດຍສະເພາະການສ້າງຖະໜົນຫົນທາງ ແມ່ນໄດ້ບັງຄັບໃຊ້ແຮງ ງານທັງນັ້ນ.”
ກອງທັບມຽນມາ ມີປະຫວັດມາດົນນານແລ້ວ ໃນເລອງການບັງຄັບໃຫຊາວບ້ານແບກ
ຫາບ ຂົນສໍາພາລະທະຫານ ຫຼືສ້າງທາງ ແລະລັດ Chin ນັ້ນ ກໍມີທະຫານປະຈໍາການ ຢູ່ຈໍານວນຫຼວງຫຼາຍ.
ຜົນການສໍາຫຼວດບນນງ ທີ່ນໍາອອກເຜີຍແຜ່ໃນປີ 2011 ໂດຍພວກນາຍໝໍ ເພື່ອສິດທິ
ມະນຸດ ພົບວ່າ ເກົ້າໃນສິບຄອບຄົວໃດ ໃນລັດ Chin ແມນເຄີຍ ໄດ້ຖືກບັງຄັບໃຊ້ແຮງ
ງານມາແລ້ວ ຊຶ່ງເປັນອັດຕາສູງທີ່ສຸດທີ່ມີບັນທຶກໄວ້ ໃນມຽນມາ.
ວີໂອເອຕິດຕໂຄສົກລັດຖະບານມຽນມາບໍ່ໄດ ເພອຂໍຄໍາເຫັນເລອງຄວາມເປັນຫ່ວງ
ຕ່າງໆ ກ່ຽວກັບໂຄງການ Kaladan ນັ້ນ ແຕ່ລາຍງານສະບັບນຶ່ງໃນສື່ຂອງລັດ ໜັງສື
ພິມ The New Light of Myanmar ເມື່ອສອງອາທິດຜ່ານມານີ້ ສົ່ງເສີມໃຫ້ສາງທາງ
ຮາຍເວຜ່ານ ລັດ Chin. ລາຍງານເວົ້າວ່າ ເວລາສ້າງສໍາເລັດ ຖະໜົນສາຍໃໝ່ນີ້ຈະຊຸກ
ຍູ້ໃຫ້ການຄ້າໃນເຂດຊາຍແດນເພີ່ມທະວີຂຶ້ນ ແລະກໍຈະເປັນເສນທາງການຄ້າ ທີ່ເຊື່ອມ
ໂຍງອິນເດຍ ໄປຍັງມຽນມາ ແລະຂົງເອເຊຍຕາເວັນອອກສຽງໃຕ້.
ແຜນທີ່ໂຄງການສ້າງທາງຫຼວງ ຮາຍເວ Karadan ທີ່ອິນເດຍເປັນຜູ້ອອກທຶນທັງໝົດ ທີ່ເນັ່ງຈາກລັດ Mizoram ປະເທດອິນເດຍ ຂ້າມຜ່ານປະເທດມຽນມາ ເຖິງທ່າເຮືອນໍ້າ
ເລິກ Site-tway ຂອງມຽນມາ.