ລິ້ງ ສຳຫລັບເຂົ້າຫາ

ຜູ້ປ່ວຍໂຣກເອດສ໌ ໃນມຽນມາ ປະເຊີນກັບ ອຸບປະສັກ ໃນການປິ່ນປົວ (ວີດິໂອລາວ/ອັງກິດ)


ການແຜ່ລະບາດຂອງໂຣກເອດສ໌ ຢູ່ທີ່ມຽນມາ ສ່ວນຫລາຍ
ແມ່ນກະທົບ ຕໍ່ກຸ່ມທີ່ຖືກຈໍາກັດຮັດແຄບໃນສັງຄົມ ເຊັ່ນປະຊາ
ຄົມພວກຮັກຮ່ວມເພດ ຫລື ກະເທີຍ. ຢູ່ໃນປະເທດບ່ອນທີ່
ການຮັກຮ່ວມເພດ ຄືມັກຮັກກັບຄົນເພດດຽວກັນ ຍັງເປັນ
ເລື້ອງທີ່ຜິດກົດໝາຍຢູ່ນັ້ນ ການຊອກຫາ ແລະປິ່ນປົວຄົນ
ປ່ວຍພວກນີ້ ແມ່ນເປັນເລື້ອງຫຍຸ້ງຍາກສໍາລັບພະນັກງານ
ການແພດຈໍານວນບໍ່ເທົ່າໃດຄົນ ທີ່ອຸທິດຕົນໃຫ້ແກ່ການ
ປິ່ນປົວພວກເຂົາເຈົ້າ. ແຕ່ວ່າ ງານບຸນທາງສາສະໜາປະຈໍາ
ປີ ທີ່ເອີ້ນວ່າບຸນນັດ (nat) ຫລືບຸນໄຫວ້ດວງວິນຍານນັ້ນ
ແມ່ນເປັນໂອກາດນຶ່ງ ທີ່ພວກສະມາຊິກປະຊາຄົມກະເທີຍ
ຫລື ເກ ສາມາດອອກມາພົວພັນກັນ ແລະໂອ້ລົມກັບພະນັກ
ງານ ແພດກ່ຽວກັບການປິ່ນປົວໂຣກເອດສ໌ ນັ້ນ.

ບຸນທີ່ເຊື່ອໃນເລື້ອງຜີສາງທີ່ໃຫຍ່ທີ່ສຸດຂອງມຽນມາ ທີ່ເອີ້ນກັນ
ວ່າ ບຸນນັດ (nat) ຫລືບຸນໄຫວ້ດວງວິນຍານນັ້ນ ແມ່ນຈັດຂຶ້ນທຸກໆປີ ຢູ່ໃນເມືອງນ້ອຍ ແຫ່ງນຶ່ງ ນອກເມືອງມັນດາເລ ຊື່ວ່າ ເມືອງຕອງບີອອນ (Taungbyone) ຊຶ່ງດຶງດູດເອົາ ພວກທີ່ນັບຖືຜີ ຈາກທົ່ວປະເທດມາຄົບງັນ ສະເຫລີມສະຫລອງ ແລະກິນທານນໍາກັນ ເປັນເວລາ 1 ອາທິດ. ມັນເປັນງານບຸນທີ່ດຶງດູດເອົາສະມາຊິກຂອງປະຊາຄົມເກ ຫລື ກະ ເທີຍຫລາຍຄົນມາຮ່ວມນໍາ.

ພົນລະເມືອງຂອງມຽນມາ ປະມານ 1% ແມ່ນຕິດເຊື້ອ HIV ແຕ່ວ່າຢູ່ໃນ ກຸ່ມທີ່ມີຄວາມສ່ຽງ
ສູງ ເຊັ່ນພວກຜູ້ຊາຍທີ່ຮ່ວມເພດກັບຜູ້ຊາຍນັ້ນ ພວກພະນັກງານແພດຄາດຄະເນວ່າ ອາດ
ມີຄົນຕິດເຊື້ອ HIV ຫລາຍເຖິງ 11%. ທ້າວ “ແຄສເປີ” (Casper) ເປັນພະນັກງານແພດ
ຜູ້ນຶ່ງ ທີ່ພະຍາຍາມຫລຸດການຕິດເຊື້ອໄວຣັສນີ້ລົງ. ລາວຈັບໝາກກ້ວຍໜ່ວຍນຶ່ງ ອອກມາ ແລະເວົ້າກັບຄົນປ່ວຍຄົນນຶ່ງວ່າ:

“ຂ້ອຍຢາກກວດພະຍາດເຈົ້າໜ້ອຍນຶ່ງ. ແລະນີ້ຄືສິ່ງທີ່ພວກເຮົາຈະໃຊ້ເພື່ອ ກວດພະຍາດ.”

ທ້າວ “ແຄສເປີ” ໃຫ້ຄໍາປຶກສາຢູ່ຄລີນິກແຫ່ງນຶ່ງຂອງລັດຖະບານໃນເມືອງມັນດາເລ ແລະ ຢູ່ໃນງານບຸນນີ້ ຊຶ່ງລາວແລະເພື່ອນຮ່ວມງານທໍາການກວດ ໂຣກເອດສ໌ ໃຫ້ຟຣີໆ. ລາວ ເອງກໍເປັນໂຣກເອດສ໌ເຊັ່ນກັນ ແລະຫລັງຈາກການກວດໃນແຕ່ລະປີ ລາວໄດ້ບອກຄົນ ຫລາຍເຖິງ 200 ຄົນວ່າພວກເຂົາ ເຈົ້າມີເຊື້ອ HIV.

ເມື່ອຂ້ອຍເຫັນພວກເຂົາເຈົ້າທໍາອິດ ຂ້ອຍກໍຈະຖາມເຂົາເຈົ້າໂລດວ່າ ເຂົາເຈົ້າ ພ້ອມແລ້ວທີ່ຈະຟັງຜົນກວດຫລືບໍ່? ຖ້າຫາກພວກເຂົາເຈົ້າຕອບວ່າ ພ້ອມແລ້ວ ຂ້ອຍກໍຈະບອກເຂົາເຈົ້າ. ຕອນຂ້ອຍບອກພວກເຂົາເຈົ້ານັ້ນ ຂ້ອຍກໍຈະສັງເກດ ເບິ່ງການສະແດງອອກທາງສີໜ້າຂອງເຂົາເຈົ້າໃຫ້ຄັກໆ ເພື່ອເບິ່ງວ່າ ມີສີໜ້າບໍ່ດີ ສະແດງອອກມາບໍ່? ຖ້າຫາກຂ້ອຍເຫັນໃບໜ້າ ຂອງເຂົາເຈົ້າເສົ້າລົງ ແລ້ວຂ້ອຍ ກໍຈະເປີດເຜີຍເລື້ອງສ່ວນຕົວຂ້ອຍເອງ ໃຫ້ເຂົາເຈົ້າຟັງ.”

ການຫລິ້ນກົນໃນງານບຸນນັດ (nat) ຫລືບຸນໄຫວ້ດວງວິນຍານທີ່ເມືອງນ້ອຍ Taungbyone ໃນມຽນມາ, 2010
ການຫລິ້ນກົນໃນງານບຸນນັດ (nat) ຫລືບຸນໄຫວ້ດວງວິນຍານທີ່ເມືອງນ້ອຍ Taungbyone ໃນມຽນມາ, 2010

ຄົນທີ່ເປັນສື່ຂອງດວງວິນຍານ ຫລືໃຫ້ວິນຍານເຂົ້າສິງຢູ່ໃນງານ
ກໍຄືນາງທຽມ ຊຶ່ງເອີ້ນວ່າ ນັດກາດໍ (nat kadaws) ນັ້ນ ສ່ວນ
ຫລາຍແມ່ນກະເທີຍ ເຊັ່ນ ທ້າວ ໂກຈິດແຕ (Ko Chit Tae) ທີ່
ມາຈາກນະຄອນຢາງກຸ້ງ. ລາວເວົ້າວ່າ:

“ເຊື້ອ HIV ແມ່ນກະທົບຕໍ່ປະຊາຄົມເກຫລາຍ ເພາະວ່າ ພວກຄົນທີ່ຮັກຄົນເພດ ດຽວກັນ ມັກຈະຮ່ວມເພດກັນ ໂດຍບໍ່ໃຊ້ສິ່ງປ້ອງກັນການຕິດເຊື້ອ.”

ເຖິງແມ່ນວ່າ ແຜນການຕ້ານໂຣກເອດສ໌ແຫ່ງຊາດຂອງມຽນມາ
ໄດ້ຊ່ວຍຍັບຍັ້ງການຕິດເຊື້ອໃໝ່ກໍຕາມ ແຕ່ກໍເກືອບວ່າ ບໍ່ໄດ້ຊ່ວຍຫຍັງເລີຍແກ່ກຸ່ມ ທີ່ຖືກ ຈໍາກັດຮັດແຄບໃນສັງຄົມ ທີ່ໃຊ້ຊີວິດຢູ່ກັບເຊື້ອ HIV ນັ້ນ. ເຖິງຢ່າງໃດກໍຕາມ ດຣ. ຈີອໍ ໂຊ (Kyaw Soe) ເຈົ້າໜ້າທີ່ຄຸ້ມຄອງຝ່າຍເຊື້ອ HIV ຂອງກະຊວງສາທາລະນະສຸກມຽນ ມາ ສໍາລັບເມືອງມັນດາ ເລ ຮັບຮູ້ ເຖິງຄວາມສ່ຽງໃນການທີ່ຈະບໍ່ສະໜອງການປິ່ນປົວໃຫ້ ແກ່ຄົນກຸ່ມນີ້ ຊຶ່ງທ່ານ ກ່າວວ່າ:

“ອາດຈະມີກົດໝາຍຫ້າມການຮ່ວມເພດກັບຄົນເພດດຽວກັນ ແຕ່ວ່າ ຖ້າພວກ ເຮົາເບິ່ງບັນຫານີ້ ໃນແງ່ສາທາລະນະສຸກແລ້ວ ພວກເຮົາກໍຈະຕ້ອງໄດ້ຊ່ວຍຄົນ ພວກນີ້.”

ອົງການຊ່ວຍເຫລືອສາກົນດ້ານການແພດ ທີ່ຊຶ່ວ່າ ນາຍແພດບໍ່ມີພົມແດນ ຫລື Doctors Without Borders ໄດ້ສະໜອງການບໍາບັດປິ່ນປົວດ້ວຍຢາຕ້ານການກັບຄືນມາຂອງ ເຊື້ອ HIV ຫລື anti-retrovirals ທີ່ຊ່ວຍຊີວິດໄວ້ນັ້ນ ເຖິງ 70% ຂອງການປິ່ນປົວທັງໝົດຢູ່ໃນ
ທົ່ວມຽນມາ. ທ່ານ ດັງເກິນ ແບລ (Duncan Bell) ຫົວໜ້າຂອງກຸ່ມນີ້ ປະຈໍາມຽນມາ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ໂສກນາດຕະກໍາຢູ່ໃນມຽນມາໃນປັດຈຸບັນນີ້ ກໍຄື ມັນມີ ຄວາມເປັນໄປໄດ້ທີ່ຈະຊ່ວຍຊີວິດຄົນໄວ້ໄດ້ຢູ່ ແຕ່ວ່າມັນຍັງບໍ່ໄດ້ກະທໍາໂດຍ
ປະຊາຄົມນາໆຊາດຢ່າງເຕັມສ່ວນເທື່ອ. ມັນຍັງມີຊ່ອງຫວ່າງຂອງການປິ່ນປົວຢູ່ ຄືມີປະມານ 80 ພັນຄົນ ທີ່ຕ້ອງການການປິ່ນປົວທີ່ຊ່ວຍຊີວິດໄວ້ໄດ້ນີ້.”


ຍ້ອນວ່າງົບປະມານຕໍ່າຫລາຍ ຄົນປ່ວຍລາຍໃໝ່ຢູ່ໃນມຽນມາ ຈຶ່ງຈະບໍ່ສາມາດໄດ້ຮັບ ການປິ່ນປົວດວ້ຍຢາທີ່ຊ່ວຍຊູຊີວິດໄວ້ ທີ່ເອີ້ນວ່າ anti-retro viral ນັ້ນ ຈົນຮອດປີ 2014. ໃນລະຫວ່າງນີ້ ພວກເຂົາເຈົ້າກໍມີທ້າວ ແຄສເປີ ເປັນຄົນປອບໃຈ ແລະໃຫ້ກໍາລັງໃຈ
ແກ່ພວກເຂົາເຈົ້າ.

ເບິ່ງວີດິໂອເລື້ອງນີ້ເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG