ຄັ້ງນຶ່ງ ມຽນມາເຄີຍຖືກຖືວ່າ ເປັນປະເທດທີ່ມີມະຫາວິທະຍາໄລ
ທີ່ດີທີ່ສຸດ ຢູ່ໃນຂົງເຂດເອເຊຍຕາເວັນອອກ. ແຕ່ການບໍລິຫານ
ປະເທດຢ່າງບໍ່ຖືກຕ້ອງເປັນເວລາຫຼາຍຟ້າຫຼາຍປີ ແລະການຍຶດ
ເອົາທຸກຢ່າງໄປເປັນຂອງຊາດ ທີ່ໄດ້ສ້າງຄວາມຫາຍະນະນັ້ນ ໄດ້ເຮັດໃຫ້ລະບົບການສຶກສາໃນມຽນມາ ຕົກຢູ່ໃນສະພາບຊຸດ
ໂຊມຢ່າງໜັກ ຈົນເຖິງຂັ້ນທີ່ພວກນັກຮຽນທີ່ມີພາຫານະຕ້ອງໄດ້ ພາກັນໜີໄປຮຽນຕໍ່ຢູ່ຕ່າງປະເທດ. ທ່ານນາງ ອອງຊານ ຊູຈີ
ຫົວໜ້າພັກຝ່າຍຄ້ານ ໄດ້ຍົກເອົາບັນຫານີ້ຂຶ້ນມາເປັນບຸລິມະສິດ
ອັນນຶ່ງນັບຕັ້ງແຕ່ທ່ານນາງເປັນສະມາຊິກສະພາ ເພື່ອປັບປຸງໂຮງ
ຮຽນຕ່າງໆກັຍຄືນມາສູ່ສະພາບຮຸ່ງເຮືອງຄືແຕ່ກ່ອນ. ວີໂອເອມີ
ລາຍງານຈາກນະຄອນຢ່າງກຸ້ງ ກ່ຽວກັບວ່າ ທ່າທີໃໝ່ໄປສູ່ການ
ສຶກສາຮໍ່າຮຽນ ໄດ້ໂຜ່ໂຕຂຶ້ນມາ ໃນກຸ່ມສະມາຊິກສະພານັ້ນ
ຢ່າງໃດ ຊຶ່ງທອງປານມີລາຍລະອຽດມາສະເໜີທ່ານ.
ເບິ່ງວີດິໂອ ພາສາລາວ:
ເມື່ອອາທິດຜ່ານມານີ້ ນັກສຶກສາມຽນມາໄດ້ພາກັນໄປຮ່ວມງານເທດສະການມະຫາວິທະ
ຍາໄລສະຫະລັດ ຢູ່ໃນນະຄອນຢ່າງກຸ້ງ ໃນຄວາມຫວັງວ່າຈະມີໂອກາດໄດ້ເຂົ້າມາສຶກສາ
ຢູ່ທີ່ສະຫະລັດ. ການປະຕິຮູບຕ່າງໆທາງການເມືອງເມື່ອບໍ່ດົນມານີ້ ໄດ້ສົ່ງຜົນໃຫ້ມີການ
ຍົກເລີກການລົງໂທດຕໍ່ມຽນມາ ຈຶ່ງໄດ້ເຮັດໃຫ້ງານແບບນີ້ເກີດຂຶ້ນໄດ້ ເປັນເທື່ອທໍາອິດ.
ທ່ານ Derek Mitchell ເອກອັກຄະລັດຖະທູດສະຫະລັດປະຈໍາມຽນມາເວົ້າວ່າ ທ່ານຫວັງ
ວ່າ ນັກສຶກສາມຽນມາຈະສາມາດເດີນທາງໄປຮັບການສຶກສາທີ່ດີໆ ຢູ່ໃນສະຫະລັດໄດ້ ແຕ່
ໃນຂະນະດຽວກັນ ກໍຈໍາເປັນຕ້ອງໄດ້ປັບປຸງລະບົບການສຶກສາຢູ່ພາຍໃນປະເທດໃຫ້ດີຂຶ້ນ
ໄປນໍາ. ທ່ານທູດ Mitchell ເວົ້າວາ:
“ທີ່ສໍາຄັນທີ່ສຸດນັ້ນ ມັນກໍຕ້ອງມີການປັບປຸງ ໃນຂັ້ນພື້ນເມືອງພາຍໃນປະເທດກ່ອນ.
ແມ່ນຢູ່ ພວກເຮົາເວົ້າເລື້ອງມະຫາວິທະຍາໄລກັນ ແຕ່ມັນກໍມີຫຼາຍສິ່ງຫຼາຍຢ່າງເກີດ
ຂຶ້ນມາກ່ອນ ກ່ອນຈະກ້າວໄປເຖິງຂັ້ນມະຫາວິທະຍາໄລ ຊຶ່ງນັ້ນກໍຄື ໂຮງຮຽນປະຖົມ ໂຮງຮຽນມັດທະຍົມ ອຸດົມ ເປັນຕົ້ນ ທີ່ຕ້ອງເກີດຂຶ້ນຢູ່ທີ່ນີ້ກ່ອນ.”
ເວລາມະຫາວິທະຍາໄລຂອງມຽນມາຕົກຢູ່ພາຍໃຕ້ການຄວບຄຸມຂອງຊາດ ໃນປີ 1964 ລັດຖະບານແມ່ນຄວບຄຸມຫຼັກສູດການສອນທັງໝົດ ຊຶ່ງໝາຍຄວາມວ່າ ວິຊາຕ່າງໆ ເຊັ່ນ
ວິຊາປະວັດສາດແລະວິທະຍາສາດການເມືອງ ໄດ້ຖືກສັ່ງຫ້າມບໍ່ໃຫ້ສອນ. ນັບຕັ້ງແຕ່ເລີ່ມ
ມີການປະຕິຮູບເປັນຕົ້ນມາ ກໍໄດ້ມີການດໍາເນີນຄວາມພະຍາຍາມເພື່ອນໍາເອົາກັບຄືນມາ
ພວກວິຊາຮຽນທີ່ເວົ້າເຖິງ ເລຶ່ອງບັນຫາຕ່າງໆ ທີ່ຫລໍ່ແຫລມຕໍ່ຄວາມຮູ້ສຶກ ເຊັ່ນເລື້ອງປະ
ຫວັດ ສາດຂອງຂໍ້ຂັດແຍ້ງດ້ານຊົນເຜົ່າ ຢູ່ໃນມຽນມານັ້ນ.
May Nyein Chan ກໍາລັງຮຽນວິຊາປະຫວັດສາດດັ່ງກ່າວນີ້ ທີ່ສອນຢູ່ຫ້ອງຮຽນຂອງ ສູນກາງອະເມຣິກັນ ທີ່ບໍລິຫານໂດຍສະຖານທູດສະຫະລັດ. ນາງເມ ນີອິນ ຈັນ ເວົ້າວ່າ:
“ແຕ່ກ່ອນ ຂ້ອຍບໍ່ຄິດວ່າຈະໄດ້ຮຽນວິຊານີ້ ເພາະວ່າມັນຜິດກົດໝາຍ ແລະ
ຂ້ອຍບໍ່ເຄີຍມີໂອກາດໄດ້ ໄປທັດສະນະສຶກສາ ຄືແບບນີ້ມາກ່ອນເລີຍ.”
ມະຫາວິທະຍາໄລຕ່າງໆແມ່ນເປັນສູນກາງ ຂອງການລຸກຮືຂອງພວກນັກສຶກສາທີ່ເກີດ
ຂຶ້ນເປັນບາງຄັ້ງບາງຄາວ ຕະຫຼອດໄລຍະຫ້າສິບປີຜ່ານມາ. ລັດຖະບານໄດ້ປິດມະຫາ ວິທະຍາໄລໝົດທຸກແຫ່ງ ເພື່ອບໍ່ໃຫ້ນັກສຶກສາໃຊ້ ເປັນບ່ອນກໍ່ຄວາມວຸ້ນວາຍ ທີ່ເປັນ
ອັນຕະລາຍຕໍ່ຕົນໄດ້.
Thein Lwin ນັກສຶກສາລະດັບປະລິນຍາໂທທີ່ມະຫາວິທະຍາໄລຢ່າງກຸ້ງ ຫຼື Rangoon
University ໄດ້ຈັດຕັ້ງຄະນະກໍາມະການຊຸດນຶ່ງຂຶ້ນມາ ທີ່ຈະຮ່າງຄໍາແນະນໍາຕ່າງໆ ສົ່ງໄປ
ຍັງສະພາແຫ່ງຊາດກ່ຽວກັບນະໂຍບາຍການສຶກສາຊຸດໃໝ່. ທ້າວ Lwin ເວົ້າວ່າ ລັດຖະ
ບານ ຕ້ອງໄດ້ທໍາການປ່ຽນແປງຂັ້ນພື້ນຖານໃນທ່າທີຂອງຕົນ ກ່ຽວກັບເລື້ອງໂຮງຮຽນ
ແລະການສຶກສານັ້ນ ແຕ່ລາວເວົ້າຕື່ມວ່າ ມັນຈະຕ້ອງໃຊ້ເວລາດົນ ພໍສົມຄວນທີ່ຈະປົວ
ແປງ ຫລືຕ່າວປີ້ນຄວາມເສຍຫາຍ ທີ່ລັດຖະບານຊຸດກ່ອນໆໄດ້ສ້າງຂຶ້ນນັ້ນ. ທ້າວ Lwin
ເວົ້າວ່າ:
“ນັກສຶກສາຄວນໄດ້ຮັບອະນຸຍາດໃຫ້ຈັດຕັ້ງສະຫະພັນນັກສຶກສາໄດ້ຢ່າງເສລີ.
ຜູ້ຕາງໜ້ານັກສຶກສາກໍຄວນໄດ້ເຂົ້າປະກອບສ່ວນ ຢູ່ໃນອົງກອນປົກຄອງມະ
ຫາວິທະຍາໄລ ແລະມະຫາວິທະນາໄລຄວນຈະເປັນບ່ອນຕໍາໜິຕິຕຽນ ລັດ
ຖະບານໄດ້.”
ແຕ່ກ່ອນຈະໄປຮອດຂັ້ນນັ້ນ ໃນລະຫວ່າງນີ້ ບັນດານັກສຶກສາມຽນມາ ທີ່ຫວັງຢາກຈະ
ຮຽນຕໍ່ສູງໆນັ້ນ ກໍຍັງຢາກຈະອອກໄປຮຽນຕໍ່ ໃນຕ່າງປະເທດນັ້ນຢູ່.
ເບິ່ງວີດິໂອ ພາສາອັງກິດ: