ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາຈະບໍ່ກວດກາ ສື່ພິມໃນປະເທດ ຕໍ່ໄປອີກແລ້ວ


ເດັກນ້ອຍແມ່ຍິງນັ່ງຖ້າຂາຍໜັງສືພິມ ໃຫ້ລູກຄ້າ ທີ່ຢ້າງກຸ້ງ
ເດັກນ້ອຍແມ່ຍິງນັ່ງຖ້າຂາຍໜັງສືພິມ ໃຫ້ລູກຄ້າ ທີ່ຢ້າງກຸ້ງ

ລັດຖະບານ​ມຽນມາ ກ່າວ​ວ່າ ຕົນ​ຈະ​ບໍ່​ກວດກາ ການ​ລາຍ​ງານ​ຂ່າວຂອງ ສື່ມວນ​ຊົນ​ໃນ​​ເຂດ​ທ້ອງ​ຖິ່ນອີກ​ຕໍ່​ໄປ​ແລ້ວໂດຍຈະບໍ່ບັງ​ຄັບ​​ໃຫ້ ທາງສື່ສົ່ງບົດຂຽນ​ຕ່າງໆ ໄປ​ໃຫ້​ກວດກາ ​ກ່ອນ​ຈະ​ພິມ​ອອກ​ເຜີຍ​ແຜ່​ນັ້ນ.

ລັດຖະບານ​ມຽນມາ ກ່າວ​ວ່າ ຕົນ​ຈະ​ບໍ່​ກວດກາການ​ລາຍ​ງານ​
ຂ່າວຂອງສື່ມວນ​ຊົນ​ໃນເຂດ​ທ້ອງ​ຖິ່ນອີກ​ຕໍ່​ໄປ​ແລ້ວ ດ້ວຍ​ການ
ບັງ​ຄັບໃຫ້ທາງສື່ສົ່ງ​ບົດຂຽນ​ຕ່າງໆ ໄປ​ໃຫ້​ກວດກາ ​ກ່ອນ​ຈະ​ພິມ
​ອອກ​ເຜີຍ​ແຜ່​ນັ້ນ. ການ​ປະກາດ​ຍົກ​ເລີກຂໍ້​ບັງຄັບ​ກວດກາ​ດັ່ງກ່າວ​
ນີ້ ​ແມ່ນ​ມີ​ຂຶ້ນ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ຈໍາກັດ​ຮັດ​ແຄບ​ໃນ​ການ​ເກັບ
​ກໍາຂ່າວ ​ແລະລາຍ​ງານ​ຂ່າວ ຮວ​ມທັງການສະ​ແດງອອກຄວາມ
​ຄິດ​ເຫັນ​ອອກມາ​ຢ່າງ​ເສລີ ໃນ​ຫຼາຍໆ​ຮູບ​ແບບ.

ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ​ຂອງ​ມຽນມາ ທີ່​ເປັນ​ຜູ້​ຄວບ​ຄຸມ
​ແລະ​ຕັດສິນ​ວ່າບົດ​ຂຽນ​ໃດ​ສາມາດ​ພິມອອກ​ໄດ້ນັ້ນ ​ກ່າວ​ໃນວັນ
ຈັນ​ມື້​ນີ້​ວ່າ ຕໍ່​ໄປ​ນີ້ ພວກ​ໜັງສື ພິມ​ທ້ອງ​ຖິ່ນ​ຕ່າງໆ ​ບໍ່​ຕ້ອງໄດ້ສົ່ງ​
ບົດ​ຂຽນໄປ​ໃຫ້ຫ້ອງການ​ກວດກາ​ ເພື່ອ​ອະນຸມັດ​ອີກ​ຕໍ່​ໄປ​ແລ້ວ.
ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ທ່ານ Tint Swe ຫົວໜ້າກົມ​ກວດກາ​ຂ່າວ
​ແລະລົງທະບຽນຂອງລັດຖະບານ ກ່າວວ່າ ບັດ​ນີ້ ບັນດານັກຂ່າວຈະຕ້ອງໄດ້ສົ່ງບົດຂຽນ
ຂອງພວກເຂົາເຈົ້າ ໄປໃຫ້ທາງກະຊວງຖະ​ແຫ​ລງຂ່າວ ຫຼັງຈາກທີ່ໄດ້ລົງພິມໄປແລ້ວ ເພື່ອ
ກວດສອບເບິ່ງວ່າ ໄດ້ມີ​ການລະເມີດກົດໝາຍກ່ຽວ​ກັບ​ການ​ພິມ​ຫລືບໍ່. ທ່ານ Tint Swe ບໍ່ໄດ້ບອກລາຍລະອຽດກ່ຽວກັບວ່າ ການລົງໂທດຕໍ່ການລະເມີດດັ່ງກ່າວ ມີ​ຄື​ແນວ​ໃດ​ແດ່ ແລະ
ກໍບໍ່​ເປັນ​ທີ່ແຈ້ງຂາວ​ໃນ​ທັນທີ​ນີ້​ເທື່ອ​ວ່າ ກົດໝາຍໃໝ່ນີ້ ຈະ​ຍັງ​ຜົນ​ໃຫ້​ມີ​ການ​ກວດກາ​ຕົນ​ເອງ​ຂອງ​ພວກ​ສື່​ທັງຫລາຍ​ຫລື​ບໍ່.
XS
SM
MD
LG